ເຢເຣມີຢາ17
1“ບາບຂອງຢູດາຍຖືກສະຫລັກໄວ້ດ້ວຍປາກກາເຫລັກ,ຈາລຶກໄວ້ດ້ວຍແຜ່ນຫີນເຫລັກໄຟ,ລົງໃສ່ແຜ່ນຫົວໃຈຂອງພວກເຂົາແລະ ໃສ່ເຂົາຂອງແທ່ນບູຊາຂອງພວກເຂົາ.2ແມ່ນແຕ່ລູກຫລານຂອງພວກເຂົາກໍລະນຶກເຖິງແທ່ນບູຊາ ແລະ ເສົາເຈົ້າແມ່ອາເຊຣາຂອງພວກເຂົາ ຂ້າງຕົ້ນໄມ້ທີ່ແຕກກິ່ງແລະ ເທິງເນີນພູທີ່ສູງຕ່າງໆ.3ພູເຂົາຂອງເຮົາ ໃນດິນແດນນັ້ນແລະ ຄວາມຮັ່ງມີ ແລະ ຊັບສົມບັດທັງໝົດຂອງພວກເຈົ້າລວມທັງສະຖານທີ່ບູຊາທີ່ສູງຂອງພວກເຈົ້າເຮົາຈະໃຫ້ສັດຕູມາປຸ້ນເອົາໄປ,ເພາະບາບທົ່ວດິນແດນຂອງພວກເຈົ້າ.4ຍ້ອນຄວາມຜິດຂອງເຈົ້າເອງພວກເຈົ້າຈະສູນເສຍດິນແດນທີ່ເຮົາມອບໃຫ້ພວກເຈົ້າ.ເຮົາຈະສົ່ງເຈົ້າໄປເປັນຂ້າທາດຂອງບັນດາສັດຕູຂອງພວກເຈົ້າໃນດິນແດນທີ່ພວກເຈົ້າບໍ່ຮູ້ຈັກ,ເພາະພວກເຈົ້າໄດ້ຍົວະຄວາມໃຈຮ້າຍຂອງເຮົາ,ແລະ ມັນຈະເຜົາໄໝ້ຕະຫລອດໄປ”.5ພຣະເຈົ້າຢາເວກ່າວວ່າ:“ຄຳສາບແຊ່ງໄດ້ຕົກໃສ່ຜູ້ທີ່ໄວ້ວາງໃຈໃນມະນຸດຜູ້ທີ່ເພິ່ງກຳລັງຂອງຕົນແລະ ຫັນຈິດໃຈຂອງຕົນໜີໄປຈາກພຣະເຈົ້າຢາເວ.6ຜູ້ນັ້ນຈະເປັນເໝືອນພຸ່ມໄມ້ຢູ່ໃນຖິ່ນແຫ້ງແລ້ງ;ພວກເຂົາຈະເບິ່ງບໍ່ເຫັນຄວາມຈະເລີນຮຸ່ງເຮືອງເມື່ອມັນມາເຖິງ.ພວກເຂົາຈະອາໄສໃນຖິ່ນແຫ້ງແລ້ງຂອງທະເລຊາຍ,ໃນພື້ນດິນເຄັມທີ່ບໍ່ມີຜູ້ໃດອາໄສຢູ່.7“ແຕ່ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ,ຜູ້ທີ່ມີຄວາມໝັ້ນໃຈໃນພຣະອົງ.8ພວກເຂົາຈະເປັນເໝືອນຕົ້ນໄມ້ທີ່ປູກໃກ້ແຄມນ້ຳທີ່ຢັ່ງຮາກລົງໄປຕາມລໍາທານ.ມັນບໍ່ຢ້ານເມື່ອຄວາມຮ້ອນມາເຖິງ;ໃບຂອງມັນຂຽວງາມຢູ່ສະເໝີ.ມັນບໍ່ມີຄວາມກັງວົນໃນປີທີ່ແຫ້ງແລ້ງແລະ ບໍ່ຢຸດທີ່ຈະເກີດຜົນ”.9ຈິດໃຈເປັນສິ່ງທີ່ລໍ້ລວງເໜືອກວ່າສິ່ງອື່ນໃດແລະ ເກີນກວ່າຈະປິ່ນປົວໃຫ້ຫາຍດີ.ຜູ້ໃດຈະເຂົ້າໃຈຈິດໃຈນັ້ນໄດ້?10“ເຮົາຄືພຣະເຈົ້າຢາເວທີ່ຄົ້ນເບິ່ງຈິດໃຈແລະ ກວດສອບຄວາມຄິດ,ເພື່ອໃຫ້ບຳເໜັດແກ່ທຸກຄົນຕາມການປະພຶດແລະ ການກະທໍາຂອງພວກເຂົາ”.11ບັນດາຄົນທີ່ຮັ່ງມີໃນທາງບໍ່ຊອບທໍາ,ກໍເປັນເໝືອນດັ່ງນົກກະທາທີ່ຟັກໄຂ່ທີ່ມັນບໍ່ໄດ້ອອກໄຂ່.ເມື່ອເຖິງບັ້ນກາງຊີວິດຂອງພວກເຂົາ, ຄວາມຮັ່ງມີກໍຫາຍໄປຈາກພວກເຂົາ,ແລະ ໃນບັ້ນປາຍຊີວິດ ພວກເຂົາກໍຈະກາຍເປັນຄົນໂງ່ຈ້າ.12ບັນລັງອັນສະຫງ່າລາສີ, ທີ່ໄດ້ຮັບການຍ້ອງຍໍມາຕັ້ງແຕ່ຕົ້ນ,ເປັນບ່ອນສັກສິດຂອງພວກຂ້ານ້ອຍ.13ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນຄວາມຫວັງຂອງອິດສະຣາເອນ;ທຸກຄົນທີ່ປະຖິ້ມພຣະອົງຈະອັບອາຍ.ບັນດາຜູ້ທີ່ຫັນໜີໄປຈາກພຣະອົງຈະຖືກຈາລຶກໄວ້ໃນຂີ້ຝຸ່ນດິນເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ,ຜູ້ທີ່ເປັນບໍ່ນ້ຳພຸແຫ່ງຊີວິດ.14ຂ້າແດ່ພຣະເຈົ້າຢາເວ, ຂໍປິ່ນປົວຂ້ານ້ອຍ, ແລ້ວຂ້ານ້ອຍກໍຈະຫາຍດີ.ຂໍໂຜດຊ່ວຍຂ້ານ້ອຍ ແລ້ວຂ້ານ້ອຍກໍຈະໄດ້ພົ້ນ.ເພາະພຣະອົງເປັນຜູ້ທີ່ຂ້ານ້ອຍສັນລະເສີນ.15ພວກເຂົາຍັງເວົ້າກັບຂ້ານ້ອຍວ່າ,“ຖ້ອຍຄຳຂອງພຣະເຈົ້າຢາເວຢູ່ໃສ?ບັດນີ້ ຂໍໃຫ້ຖ້ອຍຄໍານັ້ນສຳເລັດເປັນຈິງ!”16ຂ້ານ້ອຍບໍ່ໄດ້ຫັນໜີຈາກການເປັນຄົນລ້ຽງແກະຂອງພຣະອົງ;ພຣະອົງຮູ້ວ່າຂ້ານ້ອຍບໍ່ໄດ້ປາຖະໜາວັນແຫ່ງຄວາມສິ້ນຫວັງ.ສິ່ງທີ່ເວົ້າຜ່ານປາກຂອງຂ້ານ້ອຍກໍຈະແຈ້ງຢູ່ຕໍ່ໜ້າພຣະອົງ.17ຂໍຢ່າເຮັດໃຫ້ຂ້ານ້ອຍຢ້ານກົວ;ພຣະອົງເປັນບ່ອນລີ້ໄພຂອງຂ້ານ້ອຍໃນວັນແຫ່ງໄພພິບັດ.18ຂໍໃຫ້ພວກຜູ້ທີ່ກົດຂີ່ຂົ່ມເຫັງຂ້ານ້ອຍໄດ້ຮັບຄວາມອັບອາຍ,ແຕ່ຂໍໂຜດປົກປ້ອງຂ້ານ້ອຍຈາກຄວາມອັບອາຍ;ຂໍໃຫ້ພວກເຂົາຢ້ານກົວ,ແຕ່ຂໍໂຜດປົກປ້ອງຂ້ານ້ອຍໃຫ້ພົ້ນຈາກຄວາມຢ້ານກົວ.ຂໍນຳວັນແຫ່ງໄພພິບັດມາສູ່ພວກເຂົາ;ຂໍໂຜດທຳລາຍພວກເຂົາດ້ວຍຄວາມພິນາດຈິບຫາຍເປັນສອງເທົ່າ.
ການຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດ
19ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ຈົ່ງໄປຢືນຢູ່ທີ່ປະຕູເມືອງເຢຣູຊາເລັມ, ເຊິ່ງບັນດາກະສັດແຫ່ງຢູດາຍເຂົ້າໄປ ແລະ ອອກມາ; ຈົ່ງໄປຢືນຢູ່ປະຕູອື່ນໆທັງໝົດຂອງເຢຣູຊາເລັມ.20ຈົ່ງບອກພວກເຂົາວ່າ, ‘ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ, ບັນດາກະສັດແຫ່ງຢູດາຍ ແລະ ປະຊາຊົນຢູດາຍທັງໝົດ ແລະ ທຸກຄົນທີ່ອາໄສໃນເຢຣູຊາເລັມທີ່ເຂົ້າມາຜ່ານປະຕູເຫລົ່ານີ້.21ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງລະວັງຢ່າຫາມສິ່ງຂອງໃນວັນຊະບາໂຕ ຫລື ນຳເອົາສິ່ງຂອງຜ່ານເຂົ້າໄປປະຕູຕ່າງໆຂອງເຢຣູຊາເລັມ.22ຢ່າຫາມສິ່ງຂອງອອກຈາກເຮືອນຂອງເຈົ້າ ຫລື ເຮັດວຽກງານໃດໆໃນວັນຊະບາໂຕ, ແຕ່ຈົ່ງຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດຕາມທີ່ເຮົາໄດ້ສັ່ງບັນພະບຸລຸດຂອງພວກເຈົ້າໄວ້.23ແຕ່ພວກເຂົາບໍ່ໄດ້ຟັງ ຫລື ບໍ່ເອົາໃຈໃສ່; ພວກເຂົາດື້ດ້ານຫົວແຂງ ແລະ ບໍ່ຍອມຟັງ ແລະ ບໍ່ຍອມຮັບການຕີສອນ.24ພຣະເຈົ້າຢາເວປະກາດວ່າ ແຕ່ຖ້າພວກເຈົ້າເອົາໃຈໃສ່ເຊື່ອຟັງເຮົາ ແລະ ຢ່າຫາມສິ່ງຂອງຜ່ານປະຕູຂອງນະຄອນນີ້ໃນວັນຊະບາໂຕ, ແຕ່ຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດໂດຍບໍ່ເຮັດວຽກງານໃດໆໃນວັນນັ້ນ.25ແລ້ວບັນດາກະສັດທີ່ນັ່ງເທິງບັນລັງຂອງດາວິດຈະເຂົ້າໄປຜ່ານປະຕູຕ່າງໆເຫລົ່ານີ້ພ້ອມທັງບັນດາຂ້າລາຊະການຂອງພວກເຂົາ. ບັນດາກະສັດ ແລະ ບັນດາຂ້າລາຊະການຂອງພວກເຂົາຈະມາດ້ວຍການຂີ່ລົດຮົບ ແລະ ຂີ່ມ້າ, ພ້ອມທັງຊາວຢູດາຍ ແລະ ບັນດາຄົນທີ່ອາໄສໃນເຢຣູຊາເລັມທີ່ໄດ້ຕິດຕາມມາ, ແລະ ໃນເມືອງນີ້ກໍຈະມີຄົນອາໄສຢູ່ຕະຫລອດໄປ.26ປະຊາຊົນຈະມາຈາກເມືອງຕ່າງໆຂອງຢູດາຍ ແລະ ມາຈາກບ້ານຕ່າງໆທີ່ຢູ່ອ້ອມເຢຣູຊາເລັມ, ຈາກເຂດແດນຂອງເບັນຢາມິນ ແລະ ຕີນພູຕ່າງໆທາງທິດຕາເວັນຕົກ, ຈາກເຂດເນີນພູ ແລະ ເນເກັບ, ພວກເຂົາຈະນຳເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ, ເຄື່ອງຖວາຍທີ່ເປັນເມັດພືດ ແລະ ເຄື່ອງຫອມ, ແລະ ຈະນໍາເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ.27ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງເຮົາໃນການຮັກສາວັນຊະບາໂຕໃຫ້ເປັນວັນບໍລິສຸດໂດຍຢ່າຫາມສິ່ງຂອງໃດໆເມື່ອເຈົ້າເຂົ້າມາຜ່ານປະຕູເມືອງຕ່າງໆຂອງເຢຣູຊາເລັມໃນວັນຊະບາໂຕ, ແລ້ວເຮົາກໍຈະຈູດໄຟທີ່ບໍ່ຮູ້ມອດໃສ່ປະຕູເມືອງຕ່າງໆຂອງເຢຣູຊາເລັມທີ່ຈະເຜົາຜານປ້ອມປ້ອງກັນຕ່າງໆຂອງເມືອງນີ້ຈົນໝົດສິ້ນ’ ”.Biblica, Inc.