ເຢເຣມີຢາ16
ວັນແຫ່ງໄພພິບັດ
1ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ:2“ເຈົ້າຢ່າແຕ່ງງານ ແລະ ຢ່າມີລູກຊາຍ ຫລື ລູກສາວຢູ່ບ່ອນນີ້”.3ເພາະພຣະເຈົ້າຢາເວກ່າວກ່ຽວກັບລູກຊາຍ ແລະ ລູກສາວທີ່ເກີດໃນດິນແດນນີ້ ແລະ ກ່າວກ່ຽວກັບພວກແມ່ຍິງຜູ້ທີ່ເປັນແມ່ຂອງພວກເຂົາ ແລະ ພວກຜູ້ຊາຍທີ່ເປັນພໍ່ຂອງພວກເຂົາວ່າ:4“ພວກເຂົາຈະຕາຍດ້ວຍພະຍາດຮ້າຍແຮງ. ຈະບໍ່ມີຜູ້ໃດໄວ້ທຸກ ຫລື ຝັງສົບໃຫ້ພວກເຂົາ ແຕ່ຈະເປັນດັ່ງກອງຂີ້ສັດຢູ່ເທິງພື້ນດິນ. ພວກເຂົາຈະຈິບຫາຍເພາະສົງຄາມ ແລະ ການອຶດຢາກອາຫານ, ແລະ ຊາກສົບຂອງພວກເຂົາຈະກາຍເປັນອາຫານສໍາລັບຝູງນົກ ແລະ ຝູງສັດປ່າ”.5ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ: “ຢ່າເຂົ້າໄປໃນເຮືອນທີ່ມີງານສົບ, ຢ່າໄປໄວ້ທຸກ ຫລື ຢ່າສະແດງຄວາມເຫັນໃຈ, ເພາະເຮົາໄດ້ຖອນພຣະພອນ, ຄວາມຮັກ ແລະ ຄວາມສົງສານຂອງເຮົາໄປຈາກປະຊາຊົນເຫລົ່ານີ້ແລ້ວ”, ພຣະເຈົ້າຢາເວປະກາດດັ່ງນີ້.6“ທັງຜູ້ທີ່ມີຖານະສູງ ແລະ ຜູ້ທີ່ຕໍ່າຕ້ອຍຈະຕາຍໃນດິນແດນນີ້. ພວກເຂົາຈະບໍ່ໄດ້ຖືກຝັງສົບ, ຫລື ໄວ້ທຸກໃຫ້, ແລະ ບໍ່ມີຜູ້ໃດຈະຂີດຕົວເອງ ຫລື ແຖຫົວຂອງຕົນເພື່ອໄວ້ອາໄລໃຫ້ພວກເຂົາ.7ຈະບໍ່ມີຜູ້ໃດໃຫ້ອາຫານເພື່ອເລົ້າໂລມໃຈບັນດາຜູ້ທີ່ໄວ້ທຸກໃຫ້ຄົນຕາຍ ຫລື ຈະບໍ່ມີຜູ້ໃດໃຫ້ເຄື່ອງດື່ມເພື່ອປອບໃຈພວກເຂົາ, ແມ່ນວ່າຜູ້ຕາຍເປັນພໍ່ ຫລື ແມ່ກໍຕາມ.8“ແລະ ຢ່າເຂົ້າໄປໃນເຮືອນທີ່ມີງານລ້ຽງ ແລະ ໄປນັ່ງລົງກິນດື່ມກັບພວກເຂົາ.9ເພາະພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ໃນຊົ່ວຊີວິດຂອງເຈົ້າ ແລະ ຕໍ່ໜ້າເຈົ້າ ເຮົາຈະຢຸດສຽງແຫ່ງຊື່ນຊົມຍິນດີ ແລະ ຄວາມຍິນດີ ແລະ ສຽງຂອງເຈົ້າບ່າວ ແລະ ເຈົ້າສາວໃນດິນແດນນີ້.10“ເມື່ອເຈົ້າບອກສິ່ງທັງໝົດໃຫ້ປະຊາຊົນເຫລົ່ານີ້ຟັງ ແລະ ພວກເຂົາຈະຖາມເຈົ້າວ່າ, ‘ເປັນຫຍັງພຣະເຈົ້າຢາເວໄດ້ສັ່ງໃຫ້ໄພພິບັດອັນຍິ່ງໃຫຍ່ມາຕໍ່ສູ້ພວກເຮົາ? ພວກເຮົາໄດ້ເຮັດຫຍັງຜິດ? ພວກເຮົາໄດ້ເຮັດບາບຫຍັງຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ?’11ແລ້ວເຈົ້າຈົ່ງບອກພວກເຂົາວ່າ, ພຣະເຈົ້າຢາເວປະກາດດັ່ງນີ້ວ່າ, ‘ເພາະບັນພະບຸລຸດຂອງພວກເຈົ້າໄດ້ປະຖິ້ມເຮົາ ແລະ ໄດ້ຕິດຕາມບັນດາພະອື່ນ ແລະ ຮັບໃຊ້ ແລະ ກາບໄຫວ້ພວກມັນ. ພວກເຂົາໄດ້ປະຖິ້ມເຮົາ ແລະ ບໍ່ໄດ້ຮັກສາກົດບັນຍັດຂອງເຮົາ.12ແຕ່ພວກເຈົ້າໄດ້ປະພຶດຊົ່ວຊ້າຍິ່ງກວ່າບັນພະບຸລຸດຂອງພວກເຈົ້າ. ເບິ່ງແມ ພວກເຈົ້າທັງໝົດເຮັດຕາມຄວາມດື້ດ້ານແຫ່ງຈິດໃຈຊົ່ວຂອງຕົນແທນທີ່ຈະເຊື່ອຟັງເຮົາ.13ສະນັ້ນ ເຮົາຈະໂຍນພວກເຈົ້າອອກໄປຈາກດິນແດນນີ້, ເຂົ້າໄປໃນດິນແດນທີ່ພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ, ແລ້ວພວກເຈົ້າຈະຮັບໃຊ້ບັນດາພະອື່ນທັງກາງເວັນ ແລະ ກາງຄືນຢູ່ທີ່ນັ້ນ, ເພາະເຮົາຈະບໍ່ສໍາແດງຄວາມກະລຸນາຕໍ່ພວກເຈົ້າ’ ”.14ພຣະເຈົ້າຢາເວປະກາດວ່າ, “ເຖິງຢ່າງໃດກໍຕາມ ວັນນັ້ນຈະມາເຖິງ”, ເມື່ອປະຊາຊົນຈະບໍ່ເວົ້າຕໍ່ໄປອີກວ່າ, “ພຣະເຈົ້າຢາເວຜູ້ມີຊີວິດຢູ່, ‘ຜູ້ທີ່ໄດ້ນຳຊາວອິດສະຣາເອນອອກມາຈາກເອຢິບ’15ແຕ່ຈະເວົ້າວ່າ ‘ພຣະເຈົ້າຢາເວຜູ້ມີຊີວິດຢູ່, ຜູ້ທີ່ໄດ້ນໍາຊາວອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະ ອອກມາຈາກທຸກປະເທດທີ່ພຣະອົງໄດ້ຂັບໄລ່ພວກເຂົາໄປນັ້ນ’. ເພາະເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງພວກເຂົາ”.16ພຣະເຈົ້າຢາເວປະກາດວ່າ, “ແຕ່ບັດນີ້ເຮົາຈະສົ່ງຄົນຫາປາຫລາຍຄົນມາ ແລະ ຄົນເຫລົ່ານັ້ນຈະຈັບພວກເຂົາ. ຫລັງຈາກນັ້ນເຮົາຈະສົ່ງນາຍພານຫລາຍຄົນມາ ແລະ ຄົນເຫລົ່ານັ້ນຈະຕາມລ້າພວກເຂົາຕາມພູເຂົາ ແລະ ເນີນພູທຸກໜ່ວຍ ແລະ ຕາມໂງ່ນຫີນ.17ຕາຂອງເຮົາເຝົ້າເບິ່ງທຸກວິຖີທາງຂອງພວກເຂົາ, ບໍ່ມີສິ່ງໃດປິດບັງຈາກເຮົາໄດ້ ຫລື ບາບຂອງພວກເຂົາກໍປິດບັງໄວ້ຈາກສາຍຕາຂອງເຮົາບໍ່ໄດ້.18ເຮົາຈະຕອບແທນຄວາມຊົ່ວຮ້າຍ ແລະ ການບາບຂອງພວກເຂົາເປັນສອງເທົ່າ, ເພາະພວກເຂົາໄດ້ເຮັດໃຫ້ດິນແດນຂອງເຮົາເປັນມົນທິນດ້ວຍຮູບເຄົາລົບທີ່ບໍ່ມີຊີວິດ ແລະ ເຮັດໃຫ້ມໍລະດົກຂອງເຮົາເຕັມໄປດ້ວຍຮູບເຄົາລົບອັນໜ້າລັງກຽດຂອງພວກເຂົາ”.19ຂ້າແດ່ພຣະເຈົ້າຢາເວ ຜູ້ທີ່ເປັນກຳລັງ ແລະ ເປັນປ້ອມປ້ອງກັນຂອງຂ້ານ້ອຍ,ແລະ ເປັນບ່ອນລີ້ໄພຂອງຂ້ານ້ອຍໃນຍາມເດືອດຮ້ອນ,ຊົນຊາດຕ່າງໆຈາກສຸດປາຍແຜ່ນດິນໂລກຈະມາຫາພຣະອົງ ແລະ ເວົ້າວ່າ,“ບັນພະບຸລຸດຂອງພວກຂ້ານ້ອຍບໍ່ໄດ້ຄອບຄອງສິ່ງໃດ ມີແຕ່ບັນດາພະປອມ,ຄືຮູບເຄົາລົບອັນໄຮ້ຄ່າທີ່ບໍ່ໄດ້ເຮັດສິ່ງດີອັນໃດໃຫ້ພວກເຂົາ.20ມະນຸດຈະສ້າງພະໃຫ້ຕົນເອງໄດ້ບໍ?ໄດ້, ແຕ່ສິ່ງເຫລົ່ານັ້ນບໍ່ແມ່ນພຣະເຈົ້າເລີຍ!”21ເຫດສະນັ້ນ ເຮົາຈະສັ່ງສອນພວກເຂົາຄັ້ງນີ້ເຮົາຈະສອນໃຫ້ພວກເຂົາຮູ້ເຖິງລິດອໍານາດ ແລະ ຄວາມຍິ່ງໃຫຍ່ຂອງເຮົາ.ແລ້ວພວກເຂົາຈະຮູ້ວ່ານາມຂອງເຮົາແມ່ນພຣະເຈົ້າຢາເວ.Biblica, Inc.