ເຢເຣມີຢາ18
ທີ່ເຮືອນຊ່າງປັ້ນໝໍ້
1ຖ້ອຍຄໍາຈາກພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ:2“ຈົ່ງລົງໄປທີ່ເຮືອນຂອງຊ່າງປັ້ນໝໍ້ ແລະ ເຮົາຈະໃຫ້ຖ້ອຍຄຳຂອງເຮົາແກ່ເຈົ້າຢູ່ທີ່ນັ້ນ”.3ດັ່ງນັ້ນ ຂ້າພະເຈົ້າໄດ້ໄປທີ່ເຮືອນຊ່າງປັ້ນໝໍ້ ແລະ ຂ້າພະເຈົ້າໄດ້ເຫັນລາວກຳລັງປັ້ນໝໍ້ຢູ່.4ແຕ່ໝໍ້ທີ່ລາວກຳລັງປັ້ນຢູ່ນັ້ນຍັງບໍ່ທັນເປັນຮູບຈາກດິນໜຽວທີ່ຢູ່ໃນມືຂອງລາວ; ສະນັ້ນ ຊ່າງປັ້ນໝໍ້ຈຶ່ງປັ້ນມັນເປັນໝໍ້ໜ່ວຍອື່ນ, ປັ້ນມັນຕາມທີ່ເຫັນວ່າດີທີ່ສຸດສໍາລັບລາວ.5ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ.6ພຣະອົງໄດ້ກ່າວວ່າ, “ອິດສະຣາເອນ, ເຮົາເຮັດກັບພວກເຈົ້າແບບດຽວກັນກັບຊ່າງປັ້ນໝໍ້ຄົນນີ້ເຮັດໄດ້ບໍ?” ພຣະເຈົ້າຢາເວປະກາດດັ່ງນີ້. “ອິດສະຣາເອນ, ເປັນເໝືອນດິນໜຽວທີ່ຢູ່ໃນມືຂອງຊ່າງປັ້ນໝໍ້ສັນໃດ, ດັ່ງນັ້ນ ພວກເຈົ້າກໍຢູ່ໃນມືຂອງເຮົາສັນນັ້ນ.7ເມື່ອໃດກໍຕາມທີ່ເຮົາປະກາດວ່າ ຊົນຊາດ ຫລື ອານາຈັກໃດໜຶ່ງຈະຖືກຖອນຮາກ, ທຸບໃຫ້ມຸ່ນ ແລະ ທຳລາຍ.8ແລ້ວຖ້າຊົນຊາດນັ້ນທີ່ເຮົາໄດ້ເຕືອນໄວ້ຫັນໜີຈາກຄວາມຊົ່ວຮ້າຍຂອງຕົນ, ເຮົາກໍຈະປ່ຽນໃຈ ແລະ ຈະບໍ່ນໍາໄພພິບັດມາສູ່ຊົນຊາດນັ້ນຕາມທີ່ເຮົາໄດ້ວາງແຜນໄວ້.9ແລະອີກຢ່າງໜຶ່ງຖ້າເຮົາປະກາດວ່າ ຈະປູກ ແລະ ຈະກໍ່ສ້າງຊົນຊາດ ຫລື ອານາຈັກໃດໜຶ່ງ,10ແລ້ວຖ້າຊົນຊາດນັ້ນເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງເຮົາ ແລະ ບໍ່ເຊື່ອຟັງເຮົາ, ເມື່ອນັ້ນເຮົາກໍຈະພິຈາລະນາເຖິງສິ່ງດີທີ່ເຮົາໄດ້ຕັ້ງໃຈຈະເຮັດຕໍ່ຊົນຊາດນັ້ນ.11“ເຫດສະນັ້ນ ບັດນີ້ຈົ່ງບອກປະຊາຊົນຢູດາ ແລະ ບັນດາຄົນທີ່ອາໄສໃນເຢຣູຊາເລັມວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເບິ່ງແມ! ເຮົາກໍາລັງຕຽມນຳໄພພິບັດມາສູ່ພວກເຈົ້າ ແລະ ກໍາລັງວາງແຜນຕໍ່ສູ້ພວກເຈົ້າ. ສະນັ້ນ ພວກເຈົ້າແຕ່ລະຄົນຈົ່ງຫັນໜີຈາກວິຖີທາງທີ່ຊົ່ວຮ້າຍຂອງພວກເຈົ້າ ແລະ ຈົ່ງປ່ຽນວິທີການຕ່າງໆ ແລະ ການກະທໍາຂອງພວກເຈົ້າເສຍໃໝ່’.12ແຕ່ພວກເຂົາຈະຕອບວ່າ, ‘ມັນບໍ່ມີປະໂຫຍດຫຍັງ. ພວກເຮົາຈະເຮັດຕາມແຜນການຂອງພວກເຮົາຕໍ່ໄປ; ພວກເຮົາທຸກຄົນຈະເຮັດຕາມຄວາມດື້ດ້ານແຫ່ງຈິດໃຈຊົ່ວຂອງພວກເຮົາ’ ”.13ເຫດສະນັ້ນ ພຣະເຈົ້າຢາເວກ່າວດັ່ງນີ້:“ຈົ່ງຖາມເບິ່ງໃນທ່າມກາງຊົນຊາດຕ່າງໆວ່າ:ຜູ້ໃດເຄີຍໄດ້ຍິນເລື່ອງແບບນີ້ບໍ?ອິດສະຣາເອນພົມມະຈາລີໄດ້ເຮັດສິ່ງທີ່ໜ້າຢ້ານກົວທີ່ສຸດ.14ຫິມະແຫ່ງເລບານອນເຄີຍຫາຍໄປຈາກເນີນພູຫີນຂອງມັນບໍ?ກະແສນ້ຳເຢັນມາຈາກແຫລ່ງນໍ້າທີ່ຢູ່ຫ່າງໄກນັ້ນເຄີຍຢຸດໄຫລບໍ? 15ແຕ່ປະຊາຊົນຂອງເຮົາກໍໄດ້ລືມເຮົາ;ພວກເຂົາເຜົາເຄື່ອງຫອມແກ່ຮູບເຄົາລົບອັນໄຮ້ຄ່າ,ເຊິ່ງເຮັດໃຫ້ພວກເຂົາສະດຸດລົ້ມໃນທາງຂອງຕົນ,ໃນທາງດັ້ງເດີມນັ້ນ.ສິ່ງນັ້ນເຮັດໃຫ້ພວກເຂົາຍ່າງຕາມທາງດັ້ງເດີມນັ້ນ,ຍ່າງຕາມຖະໜົນທີ່ບໍ່ໄດ້ສ້າງຂຶ້ນ.16ດິນແດນຂອງພວກເຂົາຈະເປັນເປົ້າຂອງສິ່ງທີ່ໜ້າຢ້ານກົວແລະ ຖືກດູໜິ່ນຕະຫລອດໄປ;ທຸກຄົນທີ່ຜ່ານໄປມາຈະຕົກໃຈແລະ ຈະແກວ່ງຫົວຂອງຕົນ.17ເຮົາຈະເຮັດໃຫ້ພວກເຂົາກະຈັດກະຈາຍໄປຕໍ່ໜ້າບັນດາສັດຕູຂອງພວກເຂົາ;ເໝືອນດັ່ງລົມພັດມາຈາກຕາເວັນອອກ,ເຮົາຈະຫັນຫລັງໃສ່ພວກເຂົາ, ບໍ່ແມ່ນຫັນໜ້າຂອງເຮົາໃສ່ພວກເຂົາໃນເວລາແຫ່ງໄພພິບັດຂອງພວກເຂົາ”.18ພວກເຂົາໄດ້ເວົ້າວ່າ, “ຈົ່ງມາ, ໃຫ້ພວກເຮົາມາວາງແຜນຕໍ່ສູ້ເຢເຣມີຢາ; ເພາະການສັ່ງສອນກົດບັນຍັດຈາກປະໂລຫິດ, ຫລື ຄຳປຶກສາຈາກນັກປາດ ແລະ ຖ້ອຍຄຳຈາກຜູ້ທໍານວາຍຈະບໍ່ສິ້ນສຸດ. ສະນັ້ນ ຈົ່ງມາ, ໃຫ້ພວກເຮົາໂຈມຕີລາວດ້ວຍລິ້ນຂອງພວກເຮົາ ແລະ ຢ່າສົນໃຈຕໍ່ສິ່ງທີ່ລາວເວົ້າ”.19ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດຟັງຂ້ານ້ອຍ;ໂຜດຟັງສິ່ງທີ່ບັນດາຜູ້ທີ່ກ່າວຫາຂ້ານ້ອຍກໍາລັງເວົ້າຢູ່!20ຄວນບໍ່ທີ່ຈະຕອບແທນຄວາມດີດ້ວຍຄວາມຊົ່ວ?ແຕ່ພວກເຂົາໄດ້ຂຸດຂຸມດັກຈັບຂ້ານ້ອຍ.ຂໍໂຜດລະນຶກວ່າ ຂ້ານ້ອຍຢືນຢູ່ຕໍ່ໜ້າພຣະອົງແລະ ເວົ້າແທນພວກເຂົາເພື່ອຄວາມໂກດຮ້າຍຂອງພຣະອົງຈະຫັນໜີຈາກພວກເຂົາ.21ສະນັ້ນ ຈົ່ງໃຫ້ລູກຂອງພວກເຂົາອຶດຢາກອາຫານຈົນຕາຍ;ຈົ່ງມອບພວກເຂົາໄວ້ກັບອໍານາດຂອງດາບໃຫ້ເມຍຂອງພວກເຂົາບໍ່ມີລູກ ແລະ ເປັນແມ່ໝ້າຍ;ໃຫ້ພວກຜູ້ຊາຍຂອງພວກເຂົາຖືກສັງຫານ,ໃຫ້ຄົນໜຸ່ມຂອງພວກເຂົາຖືກຂ້າດ້ວຍດາບໃນສະໜາມຮົບ.22ຂໍໃຫ້ໄດ້ຍິນສຽງຮ້ອງຈາກເຮືອນຂອງພວກເຂົາເມື່ອພຣະອົງສົ່ງພວກຜູ້ຮຸກຮານມາໂຈມຕີພວກເຂົາຢ່າງກະທັນຫັນ,ເພາະພວກເຂົາໄດ້ຂຸດຂຸມດັກຈັບຂ້ານ້ອຍແລະ ໄດ້ວາງແຮ້ວດັກຈັບຕາມທາງຂອງຂ້ານ້ອຍ.23ຂ້າແດ່ພຣະເຈົ້າຢາເວ,ແຕ່ພຣະອົງຮູ້ແຜນການປອງຮ້າຍທັງໝົດຂອງພວກເຂົາເພື່ອຈະຂ້າຂ້ານ້ອຍ.ຂໍຢ່າໃຫ້ອະໄພຄວາມຜິດທີ່ຮ້າຍແຮງຂອງພວກເຂົາຫລື ຂໍຢ່າປົກປິດຄວາມບາບຂອງພວກເຂົາຈາກສາຍຕາຂອງພຣະອົງ.ຂໍໃຫ້ພວກເຂົາລົ້ມລົງຕໍ່ໜ້າພຣະອົງ;ຂໍຈັດການກັບພວກເຂົາໃນເວລາແຫ່ງຄວາມໃຈຮ້າຍຂອງພຣະອົງ.Biblica, Inc.