ເຢເຣມີຢາ15

1ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ແມ່ນ​ແຕ່​ໂມເຊ ແລະ ຊາມູເອນ​ຈະ​ມາ​ຢືນ​ຕໍ່ໜ້າ​ເຮົາ, ເຮົາ​ກໍ​ຈະ​ບໍ່​ໃຈ​ອ່ອນ​ໃຫ້​ປະຊາຊົນ​ເຫລົ່ານີ້. ຈົ່ງ​ເອົາ​ພວກເຂົາ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ໜ້າ​ເຮົາ! ຈົ່ງ​ໃຫ້​ພວກເຂົາ​ໄປ​ສາ!2ແລະ ຖ້າ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ຈະ​ໃຫ້​ພວກເຮົາ​ໄປ​ຢູ່​ໃສ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ:“ ‘ບັນດາ​ຜູ້​ທີ່​ຖືກ​ກຳນົດ​ໃຫ້​ຕາຍ, ກໍ​ຈະ​ຕາຍ;ບັນດາ​ຜູ້​ທີ່​ຖືກ​ກຳນົດ​ໃຫ້​ຕາຍ​ໃນ​ສົງຄາມ, ກໍ​ຈະ​ຕາຍ​ໃນ​ສົງຄາມ;ບັນດາ​ຜູ້​ທີ່​ຖືກ​ກໍານົດ​ໃຫ້​ຕາຍ​ເພາະ​ຄວາມ​ອຶດຫິວ, ກໍ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຫິວ;ແລະ ບັນດາ​ຜູ້​ທີ່​ຖືກ​ກໍານົດ​ໃຫ້​ໄປ​ເປັນ​ຊະເລີຍ, ກໍ​ຈະ​ໄປ​ເປັນ​ຊະເລີຍ’ ”.
3ພຣະເຈົ້າຢາເວ​ປະກາດ​ວ່າ “ເຮົາ​ຈະ​ສົ່ງ​ພວກ​ຜູ້​ທຳລາຍ​ສີ່​ປະເພດ​ມາ​ຕໍ່ສູ້​ພວກເຂົາ​ຄື ດາບ​ເພື່ອ​ຈະ​ຂ້າ ແລະ ຝູງ​ໝາ​ຈະ​ລາກ​ໄປ, ແລະ ຝູງ​ນົກ ແລະ ສັດ​ປ່າ​ມາ​ກິນ ແລະ ທຳລາຍ.4ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ທີ່​ໜ້າ​ລັງກຽດ​ແກ່​ອານາຈັກ​ທັງປວງ​ໃນ​ແຜ່ນດິນໂລກ, ຍ້ອນ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ.5“ເຢຣູຊາເລັມ, ຜູ້ໃດ​ຈະ​ສົງສານ​ເຈົ້າ?ຜູ້ໃດ​ຈະ​ໄວ້ທຸກ​ໃຫ້​ກັບ​ເຈົ້າ?ຈະ​ບໍ່​ມີ​ຜູ້ໃດ​ຖາມ​ເຖິງ​ຄວາມ​ທຸກ​ສຸກ​ຂອງ​ເຈົ້າ?”6ພຣະເຈົ້າຢາເວ​ປະກາດ​ວ່າ,“ເຈົ້າ​ໄດ້​ປະຖິ້ມ​ເຮົາແລະ ເຈົ້າ​ຍັງ​ຫັນໜີ​ໄປ​ຈາກ​ເຮົາ.ເຮົາ​ຈຶ່ງ​ຢຽດ​ມື​ອອກ ແລະ ທຳລາຍ​ເຈົ້າ;ເພາະ​ເຮົາ​ເມື່ອຍ​ທີ່​ຈະ​ອົດທົນ​ແລ້ວ.7ດັ່ງນັ້ນ ເຮົາ​ຈະ​ຝັດ​ຮ່ອນ​ພວກເຂົາ​ດ້ວຍ​ຄາດທີ່​ປະຕູ​ເມືອງ​ຂອງ​ດິນແດນ​ນັ້ນ.ເຮົາ​ຈະ​ນຳ​ຄວາມ​ສູນເສຍ ແລະ ການ​ທໍາລາຍ​ມາ​ສູ່​ປະຊາຊົນ​ຂອງ​ເຮົາ,ເພາະ​ພວກເຂົາ​ບໍ່​ໄດ້​ປ່ຽນ​ວິຖີທາງ​ຂອງ​ຕົນ.8ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ມີ​ແມ່ໝ້າຍ​ເພີ່ມ​ຂຶ້ນຫລາຍ​ກວ່າ​ເມັດຊາຍ​ໃນ​ທະເລ.ໃນ​ຕອນ​ກາງເວັນ​ເຮົາ​ຈະ​ນຳ​ຜູ້ທຳລາຍ​ຄົນ​ໜຶ່ງ​ມາໂຈມຕີ​ບັນດາ​ຜູ້​ທີ່​ເປັນ​ແມ່​ຂອງ​ຄົນ​ໜຸ່ມ​ຂອງ​ພວກເຂົາ;ເຮົາ​ຈະ​ນຳ​ຄວາມ​ທຸກ​ທໍລະມານ ແລະ ຄວາມ​ຢ້ານກົວ,ມາ​ສູ່​ພວກເຂົາ​ໃນ​ທັນທີ​ທັນໃດ.9ແມ່​ທີ່​ມີ​ລູກ​ເຈັດ​ຈະ​ເປັນ​ລົມແລ້ວ​ນາງ​ກໍ​ສິ້ນ​ລົມຫາຍໃຈ​ໄປ.ດວງ​ຕາເວັນ​ຂອງ​ນາງ​ຈະ​ຕົກ​ດິນ​ຂະນະທີ່​ເປັນ​ກາງເວັນ​ຢູ່;ນາງ​ຈະ​ຖືກ​ດູໝິ່ນ ແລະ ອັບອາຍ.ເຮົາ​ຈະ​ປ່ອຍ​ໃຫ້​ບັນດາ​ຜູ້​ທີ່​ລອດ​ຊີວິດ​ຖືກ​ຂ້າຕໍ່ໜ້າ​ບັນດາ​ສັດຕູ​ຂອງ​ພວກເຂົາ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.
10ວິບັດ​ແກ່, ແມ່​ຂອງ​ຂ້ານ້ອຍ​ທີ່​ໃຫ້​ກຳເນີດ​ຂ້ານ້ອຍ​ມາ,ຊາຍ​ຄົນ​ໜຶ່ງ​ທີ່​ທົ່ວ​ດິນແດນ​ຕໍ່ສູ້ ແລະ ໂຕ້ແຍ້ງ!ຂ້ານ້ອຍ​ບໍ່​ເຄີຍ​ໃຫ້​ຜູ້ໃດ​ເຊົ່າ ຫລື ຢືມ​ອັນໃດແຕ່​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.
11ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ,“ແນ່ນອນ ເຮົາ​ຈະ​ຊ່ວຍ​ເຈົ້າ​ເພື່ອ​ຈຸດປະສົງ​ອັນ​ດີ;ແນ່ນອນ ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ສັດຕູ​ຂອງ​ເຈົ້າ​ອ້ອນວອນ​ຂໍ​ນໍາ​ເຈົ້າໃນ​ຍາມ​ມີ​ໄພພິບັດ ແລະ ໃນ​ຍາມ​ທຸກໃຈ.
12“ມະນຸດ​ຈະ​ຫັກ​ເຫລັກຄື​ເຫລັກ​ມາ​ຈາກ​ທາງ​ທິດ​ເໜືອ ຫລື ທອງສຳລິດ​ໄດ້​ບໍ?
13“ຊັບສົມບັດ ແລະ ແລະ ຄວາມ​ຮັ່ງມີ​ຂອງ​ເຈົ້າເຮົາ​ຈະ​ເຮັດ​ໃຫ້​ເປັນ​ຂອງ​ປຸ້ນ​ໂດຍ​ບໍ່​ມີ​ລາຄາ,ເພາະ​ການ​ບາບ​ທັງໝົດ​ຂອງ​ເຈົ້າທົ່ວ​ດິນແດນ​ຂອງ​ເຈົ້າ.14ເຮົາ​ຈະ​ເຮັດໃຫ້​ເຈົ້າ​ເປັນ​ທາດ​ຂອງ​ບັນດາ​ສັດຕູ​ຂອງ​ເຈົ້າໃນ​ດິນແດນ​ທີ່​ເຈົ້າ​ບໍ່​ຮູ້ຈັກ,ເພາະ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ຈະ​ລຸກ​ເປັນ​ໄຟທີ່​ຈະ​ເຜົາໄໝ້​ເຈົ້າ”.
15ຂ້າແດ່​ພຣະເຈົ້າຢາເວ, ພຣະອົງ​ເຂົ້າໃຈ;ຂໍ​ໂຜດ​ລະນຶກ​ເຖິງ​ຂ້ານ້ອຍ ແລະ ເບິ່ງແຍງ​ຂ້ານ້ອຍ.ຂໍ​ໂຜດ​ແກ້ແຄ້ນ​ພວກ​ຜູ້​ທີ່​ຂົ່ມເຫັງ​ຂ້ານ້ອຍ.ພຣະອົງ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ຢ່າ​ນຳ​ຂ້ານ້ອຍ​ໄປ​ເສຍ;ຂໍ​ລະນຶກ​ວ່າ ຂ້ານ້ອຍ​ຕ້ອງ​ທົນທຸກ​ຕໍ່​ການ​ຕຳໜິ​ເພາະ​ເຫັນ​ແກ່​ພຣະອົງ​ຫລາຍ​ສໍ່າ​ໃດ.16ເມື່ອ​ຖ້ອຍຄໍາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ຂ້ານ້ອຍ, ຂ້ານ້ອຍ​ກໍ​ກິນ​ຖ້ອຍຄໍາ​ເຫລົ່ານັ້ນ;ຖ້ອຍຄໍາ​ເຫລົ່ານັ້ນ​ເປັນ​ຄວາມ​ຊົມຊື່ນ​ຍິນດີ ແລະ ເປັນ​ຄວາມ​ຍິນດີ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ,ເພາະ​ພວກເຂົາ​ເອີ້ນ​ຂ້ານ້ອຍ​ຕາມ​ນາມ​ຂອງ​ພຣະອົງ,ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່.17ຂ້ານ້ອຍ​ບໍ່​ເຄີຍ​ນັ່ງ​ຮ່ວມ​ກັນ​ກັບ​ຄົນ​ທີ່​ມັກ​ສະໜຸກສະໜານ,ບໍ່​ເຄີຍ​ຮ່ວມ​ມ່ວນຊື່ນ​ກັບ​ພວກເຂົາ;ຂ້ານ້ອຍ​ນັ່ງ​ຢູ່​ຄົນ​ດຽວ​ເພາະ​ມື​ຂອງ​ພຣະອົງ​ຢູ່​ເໜືອ​ຂ້ານ້ອຍແລະ ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.18ເປັນຫຍັງ​ຄວາມ​ເຈັບປວດ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ເຊົາ​ຈັກເທື່ອແລະ ບາດແຜ​ຂອງ​ຂ້ານ້ອຍ​ກໍ​ໜັກໜາ​ສາຫັດ ແລະ ປິ່ນປົວ​ບໍ່​ຫາຍ​ດີ?ພຣະອົງ​ຈະ​ເປັນ​ເໝືອນດັ່ງ​ຫ້ວຍນໍ້າ​ທີ່​ຫລອກລວງ​ຂ້ານ້ອຍ,ເປັນເໝືອນ​ນ້ຳພຸ​ທີ່​ບໍ່​ມີ​ນ້ຳ.
19ເຫດສະນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ:“ຖ້າ​ເຈົ້າ​ກັບ​ມາ, ເຮົາ​ຈະ​ຟື້ນຟູ​ເຈົ້າ​ໃຫ້​ຄືນ​ສູ່​ສະພາບ​ປົກກະຕິເພື່ອ​ເຈົ້າ​ຈະ​ຮັບໃຊ້​ເຮົາ;ຖ້າ​ເຈົ້າ​ເວົ້າ​ສິ່ງ​ທີ່​ມີ​ຄຸນຄ່າ, ບໍ່​ເວົ້າ​ສິ່ງ​ທີ່​ໄຮ້​ຄ່າ,ເຈົ້າ​ຈະ​ເປັນ​ຜູ້​ກ່າວ​ຖ້ອຍຄຳ​ຂອງ​ເຮົາ.ຈົ່ງ​ໃຫ້​ຊົນຊາດ​ນີ້​ກັບ​ມາ​ຫາ​ເຈົ້າ,ແຕ່​ເຈົ້າ​ຕ້ອງ​ບໍ່​ກັບ​ໄປ​ຫາ​ພວກເຂົາ.20ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ກຳແພງ​ສຳລັບ​ຊົນຊາດ​ນີ້,ເປັນ​ກຳແພງ​ທອງສຳລິດ​ຂອງ​ປ້ອມ​ປ້ອງ​ກັນ;ພວກເຂົາ​ຈະ​ຕໍ່ສູ້​ເຈົ້າແຕ່​ຈະ​ບໍ່​ຊະນະ​ເຈົ້າເພາະ​ເຮົາ​ຢູ່​ກັບ​ເຈົ້າເພື່ອ​ຈະ​ກອບ​ກູ້ ແລະ ຊ່ວຍ​ເຈົ້າ​ໃຫ້​ພົ້ນ”,ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.21“ເຮົາ​ຈະ​ຊ່ວຍ​ເຈົ້າ​ຈາກ​ມື​ຂອງ​ຄົນ​ຊົ່ວຮ້າຍແລະ ປົດປ່ອຍ​ເຈົ້າ​ຈາກ​ມື​ຂອງ​ຄົນ​ທີ່​ໂຫດຮ້າຍ”.

Biblica, Inc.

https://app.library.bible/content/eab9312f9f16b3a2