ເຢເຣມີຢາ13

ຜ້າມັດແອວ​ຝ້າຍ​ລິນິນ

1ພຣະເຈົ້າຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ຈົ່ງ​ໄປ​ຊື້​ຜ້າມັດແອວ​ຝ້າຍ​ລິນິນ ແລະ ມັດ​ມັນ​ອ້ອມ​ແອວ​ຂອງ​ເຈົ້າ, ແຕ່​ຢ່າ​ໃຫ້​ມັນ​ຖືກ​ນ້ຳ”.2ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄປ​ຊື້​ຜ້າ​ຝ້າຍ​ລິນິນ​ຜືນ​ໜຶ່ງ​ມາ, ແລ້ວ​ກໍ​ມັດ​ແອວ​ຂອງ​ຂ້າພະເຈົ້າ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ.
3ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ເປັນ​ເທື່ອ​ທີ​ສອງ​ວ່າ:4“ຈົ່ງ​ເອົາ​ຜ້າ​ມັດ​ແອວ​ທີ່​ເຈົ້າ​ໄດ້​ຊື້​ມາ ແລະ ກໍາລັງ​ມັດ​ແອວ​ຂອງ​ເຈົ້າ​ຢູ່​ນັ້ນ, ບັດນີ້ ຈົ່ງ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ ແລະ ເຊື່ອງ​ມັນ​ໄວ້​ໃນ​ເຫລືອບ​ຫີນ​ຢູ່​ທີ່​ນັ້ນ”.5ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ ແລະ ເຊື່ອງ​ມັນ​ໄວ້​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ.
6ຫລາຍ​ມື້​ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ບັດນີ້ ຈົ່ງ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ​ນັ້ນ ແລະ ເອົາ​ຜ້າມັດແອວ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ເຊື່ອງ​ໄວ້​ຢູ່ທີ່ນັ້ນ​ກັບ​ມາ”.7ດັ່ງນັ້ນ ຂ້າພະເຈົ້າ​ກໍ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ ແລະ ຂຸດ​ຜ້າມັດແອວ ແລ້ວ​ເອົາ​ອອກ​ມາ​ຈາກ​ບ່ອນ​ທີ່​ຂ້າພະເຈົ້າ​ໄດ້​ເຊື່ອງ​ມັນ​ໄວ້, ແຕ່​ບັດນີ້​ມັນ​ຂາດ​ຈົນ​ໃຊ້​ການ​ຫຍັງ​ບໍ່​ໄດ້.
8ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ:9“ພຣະເຈົ້າຢາເວ​ກ່າວ​ວ່າ: ‘ໃນ​ທຳນອງ​ດຽວ​ກັນ ເຮົາ​ຈະ​ທຳລາຍ​ຄວາມ​ຈອງຫອງ​ຂອງ​ຢູດາຍ ແລະ ຄວາມ​ຈອງຫອງ​ອັນ​ໃຫຍ່​ຂອງ​ເຢຣູຊາເລັມ.10ປະຊາຊົນ​ຊົ່ວຮ້າຍ​ເຫລົ່ານີ້​ທີ່​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງ​ເຮົາ, ທີ່​ເຮັດ​ຕາມ​ໃຈ​ອັນ​ດື້ດ້ານ​ຂອງ​ຕົນ ແລະ ໄປ​ຕິດຕາມ​ບັນດາ​ພະ​ອື່ນ​ເພື່ອ​ຮັບໃຊ້ ແລະ ກາບໄຫວ້​ພວກມັນ, ພວກເຂົາ​ຈະ​ເປັນ​ເໝືອນດັ່ງ​ຜ້າມັດແອວ​ນີ້​ຄື​ໃຊ້​ການ​ຫຍັງ​ບໍ່​ໄດ້!’11ພຣະເຈົ້າຢາເວ​ກ່າວ​ວ່າ, ຜ້າ​ມັດແອວ​ທີ່​ໄດ້​ພັນ​ອ້ອມ​ແອວ​ຂອງ​ຄົນ​ສັນໃດ, ເຮົາ​ຈະ​ພັນ​ປະຊາຊົນ​ຢູດາຍ ແລະ ອິດສະຣາເອນ​ທັງໝົດ​ໃຫ້​ສະໜິດ​ກັບ​ເຮົາ​ສັນນັ້ນ, ພຣະເຈົ້າຢາເວ​ປະກາດ​ວ່າ, ‘ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ​ເພື່ອ​ຊື່ສຽງ, ຄຳ​ສັນລະເສີນ, ກຽດສັກສີ​ຂອງ​ເຮົາ. ແຕ່​ພວກເຂົາ​ບໍ່​ໄດ້​ຍອມ​ຟັງ​ເຮົາ’.

ຖົງ​ໜັງ​ໃສ່​ເຫລົ້າ​ອະງຸ່ນ

12“ຈົ່ງ​ກ່າວ​ກັບ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ຖົງ​ໜັງ​ໃສ່​ເຫລົ້າ​ອະງຸ່ນ​ທຸກ​ຖົງ​ຄວນ​ຈະ​ມີ​ເຫລົ້າ​ອະງຸ່ນ​ເຕັມ’. ແລະ ຖ້າ​ພວກເຂົາ​ເວົ້າ​ກັບ​ເຈົ້າ​ວ່າ, ‘ພວກເຮົາ​ບໍ່​ຮູ້​ບໍ​ວ່າ​ຖົງ​ໜັງ​ໃສ່​ເຫລົ້າ​ອະງຸ່ນ​ທຸກ​ຖົງ​ຄວນ​ຈະ​ມີ​ເຫລົ້າ​ອະງຸ່ນ​ເຕັມ?’13ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ກໍາລັງ​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ອາໄສ​ໃນ​ດິນແດນ​ນີ້​ມືນ​ເມົາ, ລວມທັງ​ບັນດາ​ກະສັດ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ, ບັນດາ​ປະໂລຫິດ ແລະ ບັນດາ​ຜູ້ທໍານວາຍ ແລະ ທຸກຄົນ​ທີ່​ອາໄສ​ໃນ​ເຢຣູຊາເລັມ.14ເຮົາ​ຈະ​ຈັບ​ພວກເຂົາ​ທຸບ​ໃສ່​ກັນ​ເອງ, ບໍ່​ວ່າ​ພໍ່ແມ່ ແລະ ລູກ​ກໍ​ເໝືອນກັນ, ເຮົາ​ຈະ​ບໍ່​ມີ​ຄວາມ​ສົງສານ ຫລື ເມດຕາ ຫລື ປານີ​ໃດໆ​ເພື່ອ​ຢັບຍັ້ງ​ເຮົາ​ບໍ່​ໃຫ້​ທຳລາຍ​ພວກເຂົາ, ພຣະເຈົ້າຢາເວ​ປະກາດ​ດັ່ງ​ນີ້’ ”.

ການ​ຕົກ​ເປັນ​ຊະເລີຍ

15ຈົ່ງ​ຟັງ ແລະ ເອົາໃຈໃສ່,ຢ່າ​ຈອງຫອງ,ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ແລ້ວ.16ຈົ່ງ​ໃຫ້​ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າກ່ອນ​ທີ່​ພຣະອົງ​ຈະ​ນຳ​ຄວາມ​ມືດມົນ​ມາ,ກ່ອນ​ທີ່​ຕີນ​ຂອງ​ເຈົ້າ​ສະດຸດ​ລົ້ມຢູ່​ເທິງ​ບັນດາ​ເນີນພູ​ອັນ​ມືດມົນເຈົ້າ​ຫວັງ​ຫາ​ຄວາມ​ສະຫວ່າງແຕ່​ພຣະອົງ​ຈະ​ປ່ຽນ​ໃຫ້​ເປັນ​ຄວາມ​ມືດມົນແລະ ປ່ຽນ​ມັນ​ເປັນ​ຄວາມ​ມືດ​ຕຶບ.17ແຕ່​ຖ້າ​ເຈົ້າ​ບໍ່​ຍອມ​ຟັງຂ້າພະເຈົ້າ​ຈະ​ໄປ​ລັກ​ຮ້ອງໄຫ້ຍ້ອນ​ຄວາມ​ຈອງຫອງ​ຂອງ​ພວກເຈົ້າ;ຕາ​ຂອງ​ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມ​ຂື່ນນໍ້າ​ຕາ​ຈະ​ໄຫລ​ນອງ,ເພາະ​ຝູງ​ແກະ​ຂອງ​ພຣະເຈົ້າຢາເວ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.
18ຈົ່ງ​ກ່າວ​ກັບ​ກະສັດ ແລະ ລາຊີນີ​ແມ່​ຂອງ​ລາວ​ວ່າ,“ຈົ່ງ​ລົງ​ມາ​ຈາກ​ບັນລັງ​ຂອງ​ເຈົ້າ,ເພາະ​ມົງກຸດ​ອັນ​ສະຫງ່າລາສີຈະ​ຕົກ​ລົງ​ຈາກ​ຫົວ​ຂອງ​ເຈົ້າ”.19ເມືອງ​ຕ່າງໆ​ໃນ​ເນເກັບ​ຈະ​ຖືກ​ປິດ​ໄວ້,ແລະ ຈະ​ບໍ່​ມີ​ຜູ້ໃດ​ເປີດ​ພວກມັນ​ໄດ້.ປະຊາຊົນ​ຢູດາຍ​ທຸກຄົນ​ຈະ​ຖືກ​ກວາດ​ຕ້ອນ​ໄປ​ເປັນ​ຊະເລີຍ,ຖືກ​ກວາດ​ຕ້ອນ​ໄປ​ຈົນ​ໝົດ​ສິ້ນ.
20ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ເບິ່ງບັນດາ​ຄົນ​ທີ່​ກໍາລັງ​ມາ​ຈາກ​ທາງ​ທິດ​ເໜືອ.ຝູງ​ແກະ​ທີ່​ເຮົາ​ໄດ້​ມອບ​ໝາຍ​ໃຫ້​ເຈົ້າ​ເບິ່ງແຍງ​ນັ້ນ​ຢູ່​ໃສ,ຝູງ​ແກະ​ທີ່​ເຈົ້າ​ເວົ້າ​ໂອ້ອວດ​ນັ້ນ​ຢູ່​ໃສ?21ເຈົ້າ​ຈະ​ວ່າ​ຢ່າງໃດ ເມື່ອ​ພຣະເຈົ້າຢາເວ​ຕັ້ງ​ບັນດາ​ຜູ້​ທີ່​ເຈົ້າ​ເຄີປູກ​ຝັງໃຫ້​ເປັນ​ພັນທະມິດ​ຂອງ​ເຈົ້າ​ມາ​ປົກຄອງ​ເຈົ້າ?ເຈົ້າ​ຈະ​ບໍ່​ເຈັບ​ປວດເໝືອນ​ດັ່ງ​ແມ່ຍິງ​ທີ່​ກຳລັງ​ຈະ​ເກີດ​ລູກ​ບໍ?22ແລະ ຖ້າ​ເຈົ້າ​ຖາມ​ຕົນເອງ​ວ່າ,“ເປັນຫຍັງ​ສິ່ງ​ນີ້​ຈຶ່ງ​ເກີດ​ຂຶ້ນ​ກັບ​ຂ້ອຍ?”ກໍ​ເພາະ​ບາບ​ຫລາຍ​ຢ່າງ​ຂອງ​ເຈົ້າ​ນັ້ນ​ແຫລະທີ່​ເຮັດ​ກະໂປ່ງ​ຂອງ​ເຈົ້າ​ຂາດແລະ ຮ່າງກາຍ​ຂອງ​ເຈົ້າ​ໄດ້​ຖືກ​ຂົ່ມຂືນ.23ຊາວ​ເອທິໂອເປຍ  ຈະ​ປ່ຽນ​ສີ​ຜິວ​ຂອງ​ຕົນ​ໄດ້​ບໍ?ເສືອດາວ​ຈະ​ລືບ​ຈຸດ​ດ່າງ​ຂອງ​ມັນ​ໄດ້​ບໍ?ເຈົ້າ​ຜູ້​ເຄີຍ​ເຮັດ​ການ​ຊົ່ວກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້.
24“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກະຈັດ​ກະຈາຍ​ໄປ​ເໝືອນດັ່ງ​ແກບທີ່​ລົມ​ຈາກ​ທະເລ​ຊາຍ​ພັດ​ປິວ​ໄປ.25ນີ້​ຄື​ຊາຕາກຳ​ຂອງ​ເຈົ້າ,ເປັນ​ສ່ວນ​ທີ່​ເຮົາ​ໄດ້​ຕັດສິນໃຈ​ໃຫ້​ເຈົ້າ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້,“ເພາະ​ເຈົ້າ​ໄດ້​ລືມ​ເຮົາແລະ ໄດ້​ໄວ້ວາງໃຈ​ໃນ​ບັນດາ​ພະ​ປອມ.26ເຮົາ​ຈະ​ຮື້​ກະໂປ່ງ​ຂອງ​ເຈົ້າ​ຂຶ້ນ​ປົກ​ໜ້າ​ຂອງ​ເຈົ້າເພື່ອ​ຈະ​ໄດ້​ເຫັນ​ຄວາມ​ອັບອາຍ​ຂອງ​ເຈົ້າ27ຄື​ການ​ຫລິ້ນຊູ້​ຕ່າງໆ ແລະ ຄວາມ​ຫລົງໄຫລ​ໃນ​ທາງ​ຕັນຫາ​ຂອງ​ເຈົ້າ,ການ​ເປັນ​ໂສເພນີ​ທີ່​ບໍ່​ມີ​ຢາງ​ອາຍ​ຂອງ​ເຈົ້າ!ເຮົາ​ໄດ້​ເຫັນ​ການ​ປະພຶດ​ອັນ​ໜ້າ​ລັງກຽດ​ຂອງ​ເຈົ້າເທິງ​ເນີນພູ​ທັງຫລາຍ ແລະ ຕາມ​ທົ່ງນາ​ຕ່າງໆວິບັດ​ແກ່​ເຈົ້າ, ເຢຣູຊາເລັມ!ເຈົ້າ​ຈະ​ເປັນມົນທິນ​ອີກ​ດົນ​ປານ​ໃດ?”

Biblica, Inc.

https://app.library.bible/content/eab9312f9f16b3a2