ເຢເຣມີຢາ12
ຄຳຮ້ອງທຸກຂອງເຢເຣມີຢາ
1ຂ້າແດ່ພຣະເຈົ້າຢາເວ, ພຣະອົງຊອບທຳຢູ່ສະເໝີ,ເມື່ອຂ້ານ້ອຍນຳຄະດີມາຕໍ່ໜ້າພຣະອົງ.ແຕ່ຂ້ານ້ອຍກໍຈະຖາມພຣະອົງກ່ຽວກັບເລື່ອງຄວາມຍຸຕິທຳຂອງພຣະອົງວ່າ:ເປັນຫຍັງທາງຂອງຄົນຊົ່ວຮ້າຍຈຶ່ງຈະເລີນຂຶ້ນ?ເປັນຫຍັງຄົນບໍ່ສັດຊື່ທຸກຄົນຈຶ່ງດໍາເນີນຊີວິດຢ່າງສຸກສະບາຍ?2ພຣະອົງໄດ້ປູກພວກເຂົາໄວ້ ແລະ ພວກເຂົາໄດ້ຢັ່ງຮາກ;ພວກເຂົາໃຫຍ່ຂຶ້ນ ແລະ ເກີດຜົນ.ພວກເຂົາມັກເວົ້າເຖິງພຣະອົງຢູ່ສະເໝີແຕ່ຈິດໃຈຂອງພວກເຂົາຫ່າງໄກຈາກພຣະອົງ.3ຂ້າແດ່ພຣະເຈົ້າຢາເວ, ແຕ່ພຣະອົງຮູ້ຈັກຂ້ານ້ອຍ;ພຣະອົງເຫັນຂ້ານ້ອຍ ແລະ ທົດສອບຄວາມຄິດຂອງຂ້ານ້ອຍກ່ຽວກັບພຣະອົງ.ຂໍໂຜດລາກພວກເຂົາອອກໄປເໝືອນດັ່ງແກະຖືກນໍາເອົາໄປຂ້າ!ຂໍໂຜດແຍກພວກເຂົາໄວ້ສຳລັບວັນປະຫານ!4ດິນແດນນີ້ຈະແຕກແຫງ ອີກດົນປານໃດ?ແລະ ຫຍ້າທຸກທົ່ງຈະຫ່ຽວແຫ້ງອີກດົນປານໃດ?ເພາະບັນດາຄົນທີ່ອາໄສໃນດິນແດນນີ້ກໍຊົ່ວຮ້າຍ,ຝູງສັດ ແລະ ຝູງນົກໄດ້ຈິບຫາຍໄປ.ຫລາຍກວ່ານັ້ນ, ປະຊາຊົນກໍາລັງເວົ້າວ່າ,“ພຣະອົງບໍ່ເຫັນດອກວ່າເກີດຫຍັງຂຶ້ນກັບພວກຂ້ານ້ອຍ”.ຄຳຕອບຂອງພຣະເຈົ້າ
5“ຖ້າເຈົ້າແລ່ນແຂ່ງກັບມະນຸດແລະ ພວກເຂົາຈະເຮັດໃຫ້ເຈົ້າໝົດແຮງ,ເຈົ້າຈະແລ່ນແຂ່ງຂັນກັບມ້າໄດ້ແນວໃດ?ຖ້າເຈົ້າສະດຸດລົ້ມ ໃນດິນແດນທີ່ປອດໄພ,ເຈົ້າຈະຈັດການຢ່າງໃດໃນປ່າທີ່ແຄມແມ່ນໍ້າຈໍແດນ? 6ແມ່ນແຕ່ຍາດພີ່ນ້ອງ ແລະ ຄົນໃນຄອບຄົວຂອງເຈົ້າເອງພວກເຂົາກໍໄດ້ທໍລະຍົດເຈົ້າ;ພວກເຂົາໄດ້ຮ້ອງສຽງດັງຕໍ່ສູ້ເຈົ້າ.ຢ່າໄວ້ວາງໃຈພວກເຂົາ,ເຖິງແມ່ນວ່າພວກເຂົາຈະເວົ້າດີກັບເຈົ້າກໍຕາມ.7“ເຮົາຈະປະຖິ້ມວິຫານຂອງເຮົາ,ເຮົາຈະປະຖິ້ມມໍລະດົກຂອງເຮົາ;ເຮົາຈະມອບຜູ້ທີ່ເຮົາຮັກໄວ້ໃນມືຂອງບັນດາສັດຕູຂອງນາງ.8ມໍລະດົກຂອງເຮົາໄດ້ກາຍເປັນເໝືອນສິງໂຕໜຶ່ງໃນປ່າສຳລັບເຮົາ.ນາງຮ້ອງແຜດສຽງໃສ່ເຮົາ;ເຫດສະນັ້ນ ເຮົາຈຶ່ງກຽດຊັງນາງ.9ມໍລະດົກຂອງເຮົາບໍ່ໄດ້ເປັນຂອງເຮົາເປັນເໝືອນນົກລ່າເຫຍື່ອໂຕໜຶ່ງທີ່ນົກລ່າເຫຍື່ອໂຕອື່ນຫຸ້ມລ້ອມ ແລະ ໂຈມຕີມັນບໍ່ແມ່ນບໍ?ຈົ່ງໄປ ແລະ ຮວບຮວມສັດປ່າທີ່ໂຫດຮ້າຍທັງໝົດ;ນໍາພວກມັນມາກິນ.10ຄົນລ້ຽງແກະຫລາຍຄົນຈະທຳລາຍສວນອະງຸ່ນຂອງເຮົາແລະ ຈະຢຽບຢໍ່າທົ່ງນາຂອງເຮົາລົງ;ພວກເຂົາຈະປ່ຽນທົ່ງນາອັນໜ້າຊື່ນຊົມຂອງເຮົາກາຍເປັນບ່ອນທີ່ຮົກຮ້າງເພພັງ.11ມັນຈະກາຍເປັນຖິ່ນແຫ້ງແລ້ງກັນດານ,ເປັນດິນທີ່ແຕກແຫງ ແລະ ຖືກປະຖິ້ມໃຫ້ຮົກຮ້າງຕໍ່ໜ້າເຮົາ;ທົ່ວແຜ່ນດິນຖືກປະຖິ້ມໄວ້ໃຫ້ຮົກຮ້າງເພາະບໍ່ມີຜູ້ໃດເບິ່ງແຍງ.12ພວກຜູ້ທຳລາຍຈະປິດລ້ອມເນີນພູສູງທັງໝົດໃນຖິ່ນແຫ້ງແລ້ງກັນດານ,ເພາະດາບຂອງພຣະເຈົ້າຢາເວຈະທຳລາຍຈາກສຸດປາຍຂອງດິນແດນດ້ານໜຶ່ງໄປຫາອີກດ້ານໜຶ່ງ;ຈະບໍ່ມີຜູ້ໃດປອດໄພ.13ພວກເຂົາຈະຫວ່ານເຂົ້າຫວີດ ແຕ່ເກັບກ່ຽວໜາມ;ພວກເຂົາຈະເຮັດວຽກຢ່າງໜັກ ແຕ່ບໍ່ໄດ້ຫຍັງເລີຍ.ດັ່ງນັ້ນ ພວກເຂົາຈະໄດ້ຄວາມອັບອາຍຈາກການເກັບກ່ຽວຂອງຕົນຍ້ອນຄວາມໃຈຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວ”.14ພຣະເຈົ້າຢາເວກ່າວວ່າ: “ສ່ວນເພື່ອນບ້ານທີ່ຊົ່ວຮ້າຍທັງໝົດຂອງເຮົາທີ່ຢຶດຊັບສົມບັດຂອງເຮົາໄປນັ້ນ ເຮົາໄດ້ມອບໃຫ້ອິດສະຣາເອນປະຊາຊົນຂອງເຮົາ, ເຮົາຈະຖອນຮາກຄົນຊົ່ວຮ້າຍອອກຈາກດິນແດນຂອງພວກເຂົາ ແລະ ເຮົາຈະຖອນຮາກປະຊາຊົນຢູດາຍອອກຈາກທ່າມກາງພວກເຂົາ.15ແຕ່ຫລັງຈາກທີ່ເຮົາຖອນຮາກພວກເຂົາແລ້ວ, ເຮົາຈະໃຫ້ຄວາມເມດຕາແກ່ພວກເຂົາ ແລະ ນຳພວກເຂົາແຕ່ລະຄົນກັບສູ່ຊັບສົມບັດ ແລະ ດິນແດນຂອງພວກເຂົາເອງອີກ.16ແລະ ຖ້າພວກເຂົາຮຽນຮູ້ວິຖີທາງຂອງປະຊາຊົນຂອງເຮົາໄດ້ດີ ແລະ ສາບານໂດຍນາມຂອງເຮົາວ່າ, ‘ພຣະເຈົ້າຢາເວມີຊີວິດຢູ່ສັນໃດ’ ເໝືອນດັ່ງທີ່ພວກເຂົາເຄີຍສອນປະຊາຊົນຂອງເຮົາໃຫ້ສາບານໂດຍນາມຂອງພະບາອານເມື່ອນັ້ນພວກເຂົາຈະໄດ້ຮັບການສະຖາປະນາໄວ້ທ່າມກາງປະຊາຊົນຂອງເຮົາ.17ແຕ່ຖ້າຊົນຊາດໃດບໍ່ຍອມຟັງ, ເຮົາຈະຖອນຮາກຂອງພວກເຂົາ ແລະ ທຳລາຍຊົນຊາດນັ້ນຈົນໝົດສິ້ນ”, ພຣະເຈົ້າຢາເວປະກາດດັ່ງນີ້.Biblica, Inc.