ເຢເຣມີຢາ11
ຄໍາໝັ້ນສັນຍາຖືກລະເມີດ
1ຖ້ອຍຄໍາຈາກພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ:2“ຈົ່ງຟັງຂໍ້ກຳນົດຕ່າງໆຂອງຄໍາໝັ້ນສັນຍານີ້ ແລະ ຈົ່ງບອກປະຊາຊົນຢູດາຍ ແລະ ບັນດາຜູ້ທີ່ອາໄສຢູ່ໃນເຢຣູຊາເລັມ.3ບອກພວກເຂົາວ່າ, ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ຄຳສາບແຊ່ງຕົກໃສ່ຜູ້ທີ່ບໍ່ເຊື່ອຟັງຂໍ້ກຳນົດຕ່າງໆຂອງຄໍາໝັ້ນສັນຍານີ້4ຄືຂໍ້ກຳນົດທີ່ເຮົາໄດ້ສັ່ງບັນພະບຸລຸດຂອງພວກເຈົ້າ ເມື່ອເຮົາໄດ້ນຳພວກເຂົາອອກມາຈາກເອຢິບ, ອອກຈາກເຕົາຫລອມເຫລັກ’. ເຮົາໄດ້ກ່າວວ່າ ‘ຈົ່ງເຊື່ອຟັງເຮົາ ແລະ ເຮັດຕາມທຸກສິ່ງທີ່ເຮົາສັ່ງພວກເຈົ້າ, ແລ້ວພວກເຈົ້າຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.5ແລ້ວເຮົາຈະເຮັດໃຫ້ຄໍາສາບານສຳເລັດຕາມທີ່ເຮົາສັນຍາໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າ, ຈະມອບດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງໃຫ້ພວກເຂົາ’ ຄືດິນແດນທີ່ເຈົ້າຄອບຄອງຢູ່ທຸກມື້ນີ້”.ຂ້າພະເຈົ້າໄດ້ຕອບວ່າ “ຂ້າແດ່ພຣະເຈົ້າຢາເວ, ຂໍໃຫ້ເປັນດັ່ງນັ້ນ ”.6ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງປະກາດຂໍ້ຄວາມທັງໝົດເຫລົ່ານີ້ໃນເມືອງຕ່າງໆຂອງຢູດາຍ ແລະ ຕາມຖະໜົນຫົນທາງໃນເຢຣູຊາເລັມວ່າ: ‘ຈົ່ງຟັງຂໍ້ກຳນົດຕ່າງໆຂອງຄໍາໝັ້ນສັນຍານີ້ ແລະ ຈົ່ງປະຕິບັດຂໍ້ກໍານົດເຫລົ່ານີ້.7ຕັ້ງແຕ່ເຮົາໄດ້ນຳບັນພະບຸລຸດຂອງພວກເຈົ້າອອກມາຈາກເອຢິບຈົນເຖິງທຸກມື້ນີ້, ເຮົາໄດ້ເຕືອນພວກເຂົາຫລາຍຄັ້ງວ່າ, “ຈົ່ງເຊື່ອຟັງເຮົາ”8ແຕ່ພວກເຂົາບໍ່ຟັງ ແລະ ບໍ່ເອົາໃຈໃສ່; ພວກເຂົາໄດ້ເຮັດຕາມຄວາມດື້ດ້ານແຫ່ງຈິດໃຈຊົ່ວຂອງຕົນ. ສະນັ້ນ ເຮົາຈຶ່ງໄດ້ນຳຄຳສາບແຊ່ງທັງໝົດມາສູ່ພວກເຂົາຕາມຄໍາໝັ້ນສັນຍາທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດຕາມ ແຕ່ພວກເຂົາບໍ່ໄດ້ຖືຮັກສາໄວ້’ ”.9ແລ້ວພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ໃນທ່າມກາງປະຊາຊົນຢູດາຍ ແລະ ບັນດາຜູ້ທີ່ອາໄສຢູ່ໃນເຢຣູຊາເລັມມີການສົມຮູ້ຮ່ວມຄິດກັນ.10ພວກເຂົາໄດ້ກັບຄືນໄປສູ່ການບາບຂອງບັນພະບຸລຸດຂອງພວກເຂົາທີ່ບໍ່ຍອມຟັງຖ້ອຍຄໍາຂອງເຮົາ. ພວກເຂົາໄດ້ຕິດຕາມບັນດາພະອື່ນເພື່ອຮັບໃຊ້ພວກມັນ. ທັງອິດສະຣາເອນ ແລະ ຢູດາຍໄດ້ລະເມີດຄໍາໝັ້ນສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ.11ເຫດສະນັ້ນ ພຣະເຈົ້າຢາເວກ່າວວ່າ: ‘ເຮົາຈະນຳໄພພິບັດມາສູ່ພວກເຂົາ, ເຊິ່ງພວກເຂົາຈະຫລົບໜີໄປບໍ່ໄດ້. ເຖິງແມ່ນວ່າ, ພວກເຂົາຮ້ອງຫາເຮົາ, ເຮົາກໍຈະບໍ່ຟັງພວກເຂົາ.12ເມືອງຕ່າງໆຂອງຢູດາຍ ແລະ ປະຊາຊົນເຢຣູຊາເລັມຈະໄປ ແລະ ຮ້ອງຫາບັນດາພະຕ່າງໆ, ເຊິ່ງພວກເຂົາໄດ້ເຜົາເຄື່ອງຫອມຖວາຍ, ແຕ່ພະເຫລົ່ານັ້ນຈະບໍ່ຊ່ວຍພວກເຂົາ ເມື່ອມີໄພພິບັດເກີດຂຶ້ນ.13ຢູດາຍ, ເຈົ້າມີພະຫລາຍອົງເທົ່າກັນກັບເມືອງຕ່າງໆທີ່ເຈົ້າມີ ແລະ ແທ່ນບູຊາທີ່ເຈົ້າໄດ້ຕັ້ງຂຶ້ນເພື່ອເຜົາເຄື່ອງຫອມແກ່ພະບາອານອັນໜ້າອັບອາຍທີ່ມີຫລວງຫລາຍເທົ່າກັນກັບຖະໜົນຫົນທາງຂອງເຢຣູຊາເລັມ’.14“ຢ່າອະທິຖານເພື່ອປະຊາຊົນເຫລົ່ານີ້ ຫລື ບໍ່ຕ້ອງອ້ອນວອນ ຫລື ຮ້ອງຂໍເພື່ອພວກເຂົາ. ເພາະເຮົາຈະບໍ່ຟັງເມື່ອພວກເຂົາຮ້ອງຫາເຮົາໃນຍາມພວກເຂົາເດືອດຮ້ອນ.15“ຜູ້ເປັນທີ່ຮັກຂອງເຮົາກໍາລັງເຮັດຫຍັງຢູ່ໃນວິຫານຂອງເຮົາ?ເມື່ອນາງ ແລະ ຄົນອື່ນໆວາງແຜນການຊົ່ວຂອງນາງ?ຊີ້ນທີ່ຖວາຍບູຊາຈະຊ່ວຍໃຫ້ພົ້ນຈາກການລົງໂທດຂອງເຈົ້າໄດ້ບໍ?ເມື່ອເຈົ້າກະທໍາການຊົ່ວຂອງເຈົ້າ,ແລ້ວເຈົ້າກໍຊື່ນຊົມຍິນດີ”.16ພຣະເຈົ້າຢາເວໄດ້ເອີ້ນເຈົ້າວ່າ ຕົ້ນໝາກກອກທີ່ມີໃບຂຽວງາມດີພ້ອມທັງມີໝາກງົດງາມດົກໜາ.ແຕ່ດ້ວຍສຽງດັງກ້ອງຂອງພະຍຸໃຫຍ່ພຣະເຈົ້າຈະຈູດໄຟເຜົາມັນແລະ ຈະຫັກງ່າຂອງມັນຖິ້ມ.17ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ຜູ້ທີ່ໄດ້ປູກເຈົ້າ, ໄດ້ສັ່ງໃຫ້ໄພພິບັດມາຕົກໃສ່ເຈົ້າ, ເພາະທັງປະຊາຊົນອິດສະຣາເອນ ແລະ ຢູດາຍໄດ້ເຮັດຊົ່ວ ແລະ ໄດ້ຍົວະຄວາມໃຈຮ້າຍຂອງເຮົາໂດຍການເຜົາເຄື່ອງຫອມແກ່ພະບາອານ.
ແຜນການຕໍ່ສູ້ເຢເຣມີຢາ
18ຍ້ອນພຣະເຈົ້າຢາເວໄດ້ເປີດເຜີຍແຜນການຊົ່ວຮ້າຍຂອງພວກເຂົາແກ່ຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງໄດ້ຮູ້ແຜນການນັ້ນ, ເພາະໃນເວລານັ້ນ ພຣະອົງໄດ້ສໍາແດງໃຫ້ຂ້າພະເຈົ້າຮູ້ເຖິງສິ່ງທີ່ພວກເຂົາກຳລັງເຮັດຢູ່.19ຂ້າພະເຈົ້າເປັນດັ່ງລູກແກະຄຳຮູ້ໂຕໜຶ່ງທີ່ຖືກນຳໄປຂ້າ; ຂ້າພະເຈົ້າບໍ່ຮູ້ເລີຍວ່າພວກເຂົາໄດ້ວາງແຜນຊົ່ວຮ້າຍຕໍ່ຂ້າພະເຈົ້າ, ພວກເຂົາກໍາລັງເວົ້າວ່າ,“ໃຫ້ພວກເຮົາທຳລາຍຕົ້ນໄມ້ ແລະ ໝາກຂອງມັນ;ໃຫ້ພວກເຮົາຕັດລາວລົງຈາກດິນແດນຂອງຄົນທີ່ມີຊີວິດ,ເພື່ອຈະບໍ່ມີຜູ້ໃດລະນຶກເຖິງຊື່ຂອງລາວອີກຕໍ່ໄປ”.20ແຕ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ຜູ້ພິພາກສາທີ່ຊອບທໍາແລະ ທົດສອບເບິ່ງຈິດໃຈ ແລະ ຄວາມຄິດ,ຂໍໂຜດໃຫ້ຂ້ານ້ອຍເຫັນການແກ້ແຄ້ນຂອງພຣະອົງຕໍ່ພວກເຂົາ,ເພາະຂ້ານ້ອຍໄດ້ມອບຄະດີຄວາມຂອງຂ້ານ້ອຍໄວ້ກັບພຣະອົງ.21“ເຫດສະນັ້ນ ພຣະເຈົ້າຢາເວກ່າວກ່ຽວກັບຊາວອານາທົດທີ່ກໍາລັງຂົ່ມຂູ່ເພື່ອຂ້າຂ້ານ້ອຍ ແລະ ພວກເຂົາກໍາລັງເວົ້າວ່າ, ‘ຢ່າທໍານວາຍໃນນາມຂອງພຣະເຈົ້າຢາເວ ບໍ່ດັ່ງນັ້ນເຈົ້າຈະຕາຍດ້ວຍມືຂອງພວກເຮົາ’22ສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: ‘ເຮົາຈະລົງໂທດພວກເຂົາ. ຄົນໜຸ່ມຂອງພວກເຂົາດ້ວຍດາບ, ລູກຊາຍ ແລະ ລູກສາວຂອງພວກເຂົາຈະຕາຍດ້ວຍການອຶດຢາກອາຫານ.23ຈະບໍ່ມີແມ່ນແຕ່ຄົນທີ່ເຫລືອຢູ່ເລັກນ້ອຍໄວ້ໃຫ້ພວກເຂົາ, ເພາະເຮົາຈະນຳໄພພິບັດມາສູ່ຊາວອານາທົດໃນປີແຫ່ງການລົງໂທດຂອງພວກເຂົາ’ ”.Biblica, Inc.