ເອຊາຢາ9

ເດັກ​ຄົນ​ໜຶ່ງ​ເກີດ​ມາ​ເພື່ອ​ເຮົາ

1ຢ່າງໃດ​ກໍ​ຕາມ, ຜູ້​ທຸກ​ລຳ​ບາກ​ຈະ​ບໍ່​ເສົ້າ​ໝອງ​ອີກ​ຕໍ່ໄປ. ໃນ​ອະດີດ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ດິນແດນ​ເຊບູໂລນ ແລະ ເນັບທາລີ​ຕ່ຳ​ລົງ, ແຕ່​ໃນ​ອະນາຄົດ​ພຣະອົງ​ຈະ​ໃຫ້​ກຽດ​ຄາລີເລ​ທີ່​ຊາວ​ຕ່າງ​ຊາດ​ອາໄສ​ຢູ່, ທີ່​ລວມ​ທັງ​ເມືອງ​ແຄມ​ທະເລ​ລຽບ​ແມ່ນ້ຳ​ຈໍແດນ2ປະຊາຊົນ​ຜູ້​ທີ່​ເດີນ​ຢູ່​ໃນ​ຄວາມ​ມືດໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່;ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ແຫ່ງ​ເງົາ​ເລິກ​ຂອງ​ຄວາມ​ຕາຍ ແສງສະຫວ່າງ​ໄດ້​ສ່ອງ​ໃສ່​ພວກເຂົາ​ແລ້ວ.3ພຣະເຈົ້າ​ໄດ້​ຂະຫຍາຍ​ຊົນຊາດ​ນັ້ນແລະ ເພີ່ມ​ຄວາມ​ຊື່ນຊົມ​ຍິນດີ​ຂອງ​ພວກເຂົາ;ພວກເຂົາ​ຊື່ນຊົມ​ຍິນດີ​ຕໍ່ໜ້າ​ພຣະອົງເໝືອນດັ່ງ​ຄົນ​ຊື່ນບານ​ຍາມ​ເກັບ​ກ່ຽວ,ຫລື ຍາມ​ແບ່ງ​ຊັບສິນທີ່​ປຸ້ນ​ໄດ້​ຈາກ​ຊະເລີຍ.4ເພາະ​ໃນ​ມື້​ທີ່​ມີ​ໄຊຊະນະ​ເໜືອ​ມີດີອານ,ພຣະອົງ​ໄດ້​ທໍາລາຍແອກ​ທີ່​ເປັນ​ພາລະ​ຂອງ​ພວກເຂົາ,ຄານ​ທີ່​ພວກເຂົາ​ຕ້ອງ​ແບກ​ຫາມ​ເທິງ​ບ່າ​ຂອງ​ພວກເຂົາ,ແລະ ໄມ້ແສ້​ຂອງ​ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ພວກເຂົາ.5ເກີບ​ທຸກ​ຄູ່​ຂອງ​ນັກຮົບ​ທີ່​ໃຊ້​ໃນ​ສົງຄາມແລະ ເຄື່ອງນຸ່ງ​ທັງໝົດ​ຂອງ​ພວກເຂົາ​ທີ່​ຖືກ​ເລືອດຈະ​ຖືກ​ນໍາ​ໄປ​ເຜົາ​ໄຟ.ແລະ ໃຊ້​ເປັນ​ເຊື້ອ​ໄຟ.6ດ້ວຍ​ວ່າ​ມີ​ເດັກ​ຄົນ​ໜຶ່ງ​ເກີດ​ມາ​ເພື່ອ​ພວກເຮົາ,ມີ​ລູກຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໃຫ້​ແກ່​ພວກເຮົາ,ແລະ ການ​ປົກຄອງ​ຈະ​ຢູ່​ເທິງ​ບ່າ​ຂອງ​ພຣະອົງ.ແລະ ພຣະອົງ​ຈະ​ຖືກ​ເອີ້ນ​ວ່າ“ທີ່ປຶກສາ​ມະຫັດສະຈັນ,  ພຣະເຈົ້າ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,ພຣະບິດາ​ນິລັນ, ອົງ​ສັນຕິລາດ”.7ການ​ປົກຄອງ ແລະ ສັນຕິສຸກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງຈະ​ບໍ່ມີ​ທີ່​ສິ້ນສຸດ.ພຣະອົງ​ຈະ​ປົກຄອງ​ເໜືອ​ບັນລັງແລະ ອານາຈັກ​ຂອງ​ດາວິດ,ທີ່​ໄດ້​ສະຖາປະນາ ແລະ ຮັກສາ​ອານາຈັກ​ນັ້ນ​ໄວ້ດ້ວຍ​ຄວາມ​ຍຸຕິທຳ ແລະ ຄວາມ​ຊອບທຳຕັ້ງ​ແຕ່​ເວລາ​ນັ້ນ ແລະ ຕະຫລອດໄປ​ເປັນ​ນິດ.ຄວາມ​ກະຕືລືລົ້ນ​ຂອງ​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່ຈະ​ເຮັດ​ສິ່ງ​ນີ້​ໃຫ້​ສຳເລັດ.

ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຕໍ່ສູ້​ອິດສະຣາເອນ

8ອົງພຣະຜູ້ເປັນເຈົ້າ​ໄດ້​ສົ່ງ​ຖ້ອຍຄໍາ​ມາ​ຕໍ່ສູ້​ຢາໂຄບ;ມັນ​ຈະ​ຕົກ​ຖືກ​ອິດສະຣາເອນ.9ປະຊາຊົນ​ທັງໝົດ​ຈະ​ຮູ້​ວ່າເອຟຣາອິມ ແລະ ຊາວ​ຊາມາເຣຍ​ທັງຫລາຍທີ່​ເວົ້າ​ດ້ວຍ​ຄວາມ​ຈອງຫອງແລະ ດ້ວຍ​ໃຈ​ອວດຕົວ​ວ່າ,10“ດິນຈີ່​ພັງທະລາຍ​ລົງ​ແລ້ວ,ແຕ່​ເຮົາ​ຈະ​ສ້າງ​ຂຶ້ນ​ໃໝ່​ດ້ວຍ​ຫີນ​ສະກັດ;ຕົ້ນ​ໝາກເດື່ອ​ທັງຫລາຍ​ຖືກ​ຕັດ​ລົງ​ແລ້ວ,ແຕ່​ເຮົາ​ຈະ​ແທນທີ່​ພວກມັນ​ດ້ວຍ​ຕົ້ນໄມ້ສີດາ”.11ແຕ່​ພຣະເຈົ້າ​ຢາເວ​ຈະ​ເສີມ​ກຳລັງ​ສັດຕູ​ຂອງ​ເຣຊິນ​ຂຶ້ນ​ມາ​ສູ້​ກັບ​ພວກເຂົາແລະ ໄດ້​ກະຕຸ້ນ​ສັດຕູ​ຂອງ​ພວກເຂົາ​ຕໍ່​ໄປ.12ຊາວ​ອາຣາມ​ຈາກ​ທິດ​ຕາເວັນອອກ ແລະ ຊາວ​ຟີລິດສະຕິນ​ຈາກ​ທິດ​ຕາເວັນຕົກອ້າ​ປາກ​ກວ້າງ​ເພື່ອ​ກືນ​ອິດສະຣາເອນ.ເຖິງປານນັ້ນ, ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ກໍ​ຍັງ​ບໍ່​ຢຸດ.ມື​ຂອງ​ພຣະອົງ​ກໍ​ຍັງ​ຄົງ​ຍົກ​ຄ້າງ​ຢູ່.
13ແຕ່​ພວກ​ປະຊາຊົນ​ກໍ​ຍັງ​ບໍ່​ຍອມ​ຫັນ​ກັບ​ມາ​ຫາ​ພຣະອົງ​ຜູ້​ລົງໂທດ​ພວກເຂົາ,ທັງ​ບໍ່​ຍອມ​ສະແຫວງຫາ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່.14ສະນັ້ນ​ພຣະເຈົ້າ​ຢາເວ​ຈະ​ຕັດ​ທັງ​ຫົວ ແລະ ຫາງ​ອອກ​ຈາກ​ອິດສະຣາເອນ,ທັງ​ກິ່ງຕົ້ນປ່າມ ແລະ ຕົ້ນອໍ້​ພາຍໃນ​ມື້​ດຽວ;15ຫົວ​ຄື​ຜູ້ອາວຸໂສ ແລະ ບຸກຄົນ​ສໍາຄັນ,ຫາງ​ຄື​ຜູ້ທຳນວາຍ​ທີ່​ສອນ​ເລື່ອງ​ບໍ່ຈິງ.16ບັນດາ​ຜູ້ນຳ​ກໍ​ນຳ​ພວກເຂົາ​ໄປ​ຜິດ​ທາງ,ແລະ ບັນດາ​ຜູ້​ຕາມ​ກໍ​ຖືກ​ນຳ​ໃຫ້​ຫລົງ​ໄປ.17ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ​ຈະ​ບໍ່​ພໍໃຈ​ຄົນໜຸ່ມ,ທັງ​ຈະ​ບໍ່​ສົງສານ​ລູກ​ກຳພ້າ​ພໍ່ ແລະ ແມ່ໝ້າຍ,ເພາະ​ທຸກຄົນ​ລ້ວນແຕ່​ຊົ່ວຊ້າ​ອະທຳທຸກ​ປາກ​ຕ່າງ​ກໍ​ເວົ້າ​ຢ່າງ​ໂງ່ຈ້າ.ເຖິງ​ປານ​ນີ້​ແລ້ວ, ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ກໍ​ຍັງ​ບໍ່​ຢຸດ,ມື​ຂອງ​ພຣະອົງ​ກໍ​ຍັງ​ຄົງ​ຍົກ​ຄ້າງ​ຢູ່.
18ແນ່ນອນ​ຄວາມ​ຊົ່ວ​ລຸກ​ໄໝ້​ດັ່ງ​ແປວໄຟ;ມັນ​ຜານ​ຕົ້ນໜາມ​ນ້ອຍ ແລະ ໃຫຍ່​ທັງຫລາຍ,ມັນ​ເຮັດ​ໃຫ້​ທັງ​ປ່າ​ລຸກ​ໄໝ້,ດັ່ງນັ້ນ ມັນ​ຈຶ່ງ​ມ້ວນ​ຂຶ້ນ​ໄປ​ເປັນ​ຄວັນ.19ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່ດິນແດນ​ຈະ​ຖືກ​ເຜົາຜານແລະ ປະຊາຊົນ​ຈະ​ເປັນ​ເຊື້ອ​ໄຟ;ພວກເຂົາ​ຈະ​ບໍ່​ໄວ້​ຊີວິດ​ກັນ​ເລີຍ.20ພວກເຂົາ​ຈະ​ກືນກິນ​ທາງ​ຂວາ,ແຕ່​ກໍ​ຍັງ​ຫິວ​ຢູ່;ກືນກິນ​ໄປ​ທາງ​ຊ້າຍ,ແຕ່​ກໍ​ຍັງ​ບໍ່​ອິ່ມ.ແຕ່​ລະ​ຄົນ​ກໍ​ຈະ​ລ້ຽງ​ຊີວິດ​ດ້ວຍ​ຊີ້ນ​ຂອງ​ລູກ​ຫລານ​ຂອງ​ຕົນ​ເອງ: 21ມານາເຊ​ຈະ​ກິນ​ເອຟຣາອິມ, ເອຟຣາອິມ​ຈະ​ກິນ​ມານາເຊ;ພວກເຂົາ​ຈະ​ຮ່ວມ​ກັນ​ຫັນ​ມາ​ຕໍ່ສູ້​ຢູດາຍ.ເຖິງ​ປານ​ນີ້​ແລ້ວ, ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ກໍ​ຍັງ​ບໍ່​ຢຸດ,ມື​ຂອງ​ພຣະອົງ​ກໍ​ຍັງ​ຄົງ​ຍົກ​ຄ້າງ​ຢູ່.

Biblica, Inc.

https://app.library.bible/content/eab9312f9f16b3a2