ເອຊາຢາ10
1ວິບັດແກ່ບັນດາຜູ້ອອກກົດບັນຍັດທີ່ບໍ່ຍຸຕິທໍາ,ວິບັດແກ່ຜູ້ທີ່ອອກກົດໝາຍກົດຂີ່ຂົ່ມເຫັງ,2ເພື່ອຢຶດສິດຂອງຜູ້ທຸກຍາກແລະ ບໍ່ໃຫ້ຄວາມຍຸຕິທຳແກ່ຜູ້ທີ່ຖືກຂົ່ມເຫັງຄືປະຊາຊົນຂອງເຮົາ,ເຮັດໃຫ້ແມ່ໝ້າຍຕົກເປັນເຫຍື່ອຂອງພວກເຂົາແລະ ລູກກຳພ້າພໍ່ຖືກປຸ້ນ.3ພວກເຈົ້າຈະເຮັດແນວໃດໃນມື້ລົງໂທດ,ເມື່ອໄພພິບັດມາຈາກແດນໄກ?ພວກເຈົ້າຈະໜີໄປເພິ່ງຜູ້ໃດ?ພວກເຈົ້າຈະເອົາຊັບສົມບັດໄປເກັບໄວ້ຢູ່ໃສ?4ຈະບໍ່ມີສິ່ງໃດເຫລືອ ນອກຈາກຕ້ອງໄປໝອບຢູ່ທ່າມກາງຊະເລີຍທັງຫລາຍຫລື ບໍ່ກໍລົ້ມລົງທ່າມກາງຄົນທີ່ຖືກຂ້າຕາຍ.ເຖິງປານນີ້ແລ້ວ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ,ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.
ພຣະເຈົ້າພິພາກສາອັດຊີເຣຍ
5“ວິບັດແກ່ຊາວອັດຊີເຣຍ, ຜູ້ເປັນໄມ້ຄ້ອນແຫ່ງຄວາມໃຈຮ້າຍຂອງເຮົາ,ຜູ້ຖືໄມ້ຄ້ອນແຫ່ງຄວາມໂກດຮ້າຍຂອງເຮົາ!6ເຮົາສົ່ງອັດຊີເຣຍໄປຕໍ່ສູ້ຊົນຊາດອະທຳ,ເຮົາສົ່ງອັດຊີເຣຍໄປຕໍ່ສູ້ຊົນຊາດທີ່ເຮັດໃຫ້ເຮົາໃຈຮ້າຍ,ໃຫ້ໄປຈີ້ ແລະ ປຸ້ນຊັບສິນ,ແລະ ຢຽບຢ່ຳພວກເຂົາດັ່ງຢຽບຂີ້ຕົມໃນຫົນທາງ.7ແຕ່ນີ້ບໍ່ແມ່ນສິ່ງທີ່ກະສັດຕັ້ງໃຈຈະເຮັດ,ນີ້ບໍ່ແມ່ນສິ່ງທີ່ກະສັດຄິດໃນໃຈ;ເປົ້າໝາຍຂອງກະສັດຄືທໍາລາຍ,ເຮັດໃຫ້ຊົນຊາດຕ່າງໆດັບສູນ.8ກະສັດກ່າວວ່າ, ‘ຜູ້ບັນຊາການຂອງເຮົາລ້ວນແຕ່ເປັນກະສັດບໍ່ແມ່ນບໍ?’9‘ການໂນບໍ່ໄດ້ເປັນຄືກາກເກມິດບໍ?ຮາມັດກໍເປັນເໝືອນອັກປັດບໍ່ແມ່ນບໍ,ແລະ ຊາມາເຣຍກໍເປັນເໝືອນດາມັສກັດບໍ່ແມ່ນບໍ?10ຂະນະທີ່ມືຂອງເຮົາຢຶດບັນດາອານາຈັກທີ່ເຕັມໄປດ້ວຍຮູບເຄົາລົບ,ອານາຈັກທີ່ມີຮູບເຄົາລົບຫລາຍກວ່າຂອງເຢຣູຊາເລັມ ແລະ ຊາມາເຣຍ11ເຮົາຈະບໍ່ທໍາລາຍເຢຣູຊາເລັມ ແລະ ຮູບເຄົາລົບຕ່າງໆດັ່ງທີ່ເຮົາໄດ້ເຮັດກັບຊາມາເຣຍ ແລະ ຮູບເຄົາລົບຂອງນາງບໍ?’ ”12ເມື່ອອົງພຣະຜູ້ເປັນເຈົ້າໄດ້ທໍາລາຍພູເຂົາຊີໂອນ ແລະ ເຢຣູຊາເລັມສໍາເລັດແລ້ວ, ພຣະອົງຈະກ່າວວ່າ, “ເຮົາຈະລົງໂທດກະສັດອັດຊີເຣຍເພາະໃຈທີ່ຈອງຫອງ ແລະ ແວວຕາອວດອົ່ງໃນຕາຂອງລາວ.13ເພາະລາວອວດວ່າ:“ ‘ເຮົາໄດ້ເຮັດສິ່ງນີ້ດ້ວຍກຳລັງແຫ່ງມືຂອງເຮົາ,ແລະ ດ້ວຍສະຕິປັນຍາຂອງເຮົາ, ເພາະເຮົາມີຄວາມເຂົ້າໃຈ,ເຮົາຍ້າຍເຂດແດນຂອງຊົນຊາດຕ່າງໆ,ເຮົາປຸ້ນຊັບສົມບັດຂອງພວກເຂົາ;ເຮົາເອົາຊະນະບັນດາກະສັດຂອງພວກເຂົາດັ່ງຜູ້ຍິ່ງໃຫຍ່. 14ດັ່ງຄົນເອື້ອມມືເຂົ້າໄປໃນຮັງນົກ,ດັ່ງນັ້ນ ມືຂອງເຮົາກໍກວາດເອົາຊັບສົມບັດຂອງຊົນຊາດຕ່າງໆ,ດັ່ງນັ້ນ ເຮົາຈຶ່ງຮວບຮວມປະເທດທັງໝົດ;ດັ່ງຄົນເກັບໄຂ່ທີ່ຖືກຖິ້ມໄວ້,ບໍ່ມີໃຜກ້າເໜັງປີກ,ຫລື ເປີດປາກຮ້ອງ’ ”.15ຂວານຈະຍົກຕົນເອງຂຶ້ນຂົ່ມຜູ້ໃຊ້ມັນບໍ,ເລື່ອຍຈະອວດເກັ່ງຕໍ່ສູ້ຜູ້ໃຊ້ມັນບໍ?ດັ່ງໄມ້ເທົ້າຈະແກວ່ງໃສ່ຜູ້ໃຊ້ມັນບໍ?ຫລື ໄມ້ຄ້ອນແກວ່ງເຂົ້າໃສ່ຜູ້ທີ່ຖືມັນບໍ?16ເຫດສະນັ້ນ, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່,ຈະສົ່ງພະຍາດລະບາດມາສູ່ນັກຮົບທີ່ແຂງແຮງຂອງລາວ;ຈະມີໄຟໄໝ້ລຸກຢູ່ພາຍໃຕ້ຄວາມຈອງຫອງຂອງພວກເຂົາ.17ແສງສະຫວ່າງຂອງອິດສະຣາເອນຈະກາຍເປັນໄຟ,ອົງບໍລິສຸດຂອງພວກເຂົາຈະເປັນແປວໄຟ;ທີ່ເຜົາຜານຕົ້ນໜາມນ້ອຍ ແລະ ໃຫຍ່ຂອງລາວ.ໃຫ້ໝົດພາຍໃນມື້ດຽວ.18ປ່າອັນກວ້າງໃຫຍ່ ແລະ ທົ່ງນາອັນອຸດົມສົມບູນຂອງລາວມັນຈະຖືກທຳລາຍໄປໝົດ,ດັ່ງຄົນເຈັບປ່ວຍທີ່ຊຸດໂຊມໄປ.19ແລະ ຕົ້ນໄມ້ໃນປ່າຂອງລາວຈະເຫລືອຢູ່ໜ້ອຍດຽວແມ່ນແຕ່ເດັກນ້ອຍກໍສາມາດຂຽນຈຳນວນນັ້ນໄດ້.ປະຊາຊົນທີ່ເຫລືອຢູ່ຂອງອິດສະຣາເອນ
20ໃນວັນນັ້ນຊົນຊາດທີ່ເຫລືອຂອງອິດສະຣາເອນ,ຄືເຊື້ອສາຍຂອງຢາໂຄບທີ່ຍັງມີຊີວິດຢູ່,ຈະບໍ່ເພິ່ງຜູ້ນັ້ນເຊິ່ງປາບພວກຕົນເອງລົງແຕ່ຈະເພິ່ງພາພຣະເຈົ້າຢາເວ,ອົງບໍລິສຸດແຫ່ງອິດສະຣາເອນຢ່າງແທ້ຈິງ.21ຄົນທີ່ຍັງເຫລືອຢູ່ຈະກັບມາ,ຄົນທີ່ເຫລືອຢູ່ຂອງຢາໂຄບຈະກັບມາຫາພຣະເຈົ້າອົງຜູ້ມີລິດອໍານາດຍິ່ງໃຫຍ່.22ອິດສະຣາເອນ, ເຖິງແມ່ນປະຊາຊົນຂອງເຈົ້າຈະຫລາຍເໝືອນດິນຊາຍແຄມທະເລ,ກໍຈະມີຄົນພຽງຈໍານວນໜ້ອຍດຽວເທົ່ານັ້ນທີ່ຈະກັບມາ.ຫາຍະນະຄັ້ງນີ້ຖືກກຳນົດໄວ້ແລ້ວ,ຢ່າງລົ້ນເຫລືອ ແລະ ຊອບທຳ.23ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ, ອົງຜູ້ມີລິດອໍານາດຍິ່ງໃຫຍ່,ຈະໃຊ້ສິ່ງທີ່ກຳນົດໄວ້ແລ້ວລົງໂທດດິນແດນທັງໝົດ.24ເຫດສະນັ້ນ ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່, ກ່າວວ່າ:“ປະຊາຊົນຂອງເຮົາທີ່ອາໄສຢູ່ໃນຊີໂອນ,ຢ່າຢ້ານຊາວອັດຊີເຣຍ,ຜູ້ທີ່ເອົາໄມ້ເທົ້າຕີພວກເຈົ້າແລະ ເອົາໄມ້ຄ້ອນມາຕໍ່ສູ້ພວກເຈົ້າ, ດັ່ງທີ່ຊາວເອຢິບໄດ້ເຮັດ.25ຄວາມໃຈຮ້າຍຂອງເຮົາທີ່ຕໍ່ສູ້ຂຶ້ນພວກເຈົ້າຈະຢຸດຕິລົງໃນໄວໆນີ້ແລະ ຄວາມໂກດຮ້າຍຂອງເຮົາຈະຫັນໄປທຳລາຍພວກເຂົາ”.26ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະໃຊ້ໄມ້ແສ້ຕີພວກເຂົາ,ເໝືອນຕອນທີ່ພຣະອົງໄດ້ຕີຊາວມີດີອານທີ່ໂງ່ນຫີນແຫ່ງໂອເຣັບ;ແລະ ພຣະອົງຈະຍົກໄມ້ເທົ້າຂອງພຣະອົງຂຶ້ນເທິງແມ່ນ້ຳທັງຫລາຍ,ດັ່ງທີ່ພຣະອົງໄດ້ເຮັດໃນເອຢິບ.27ໃນວັນນັ້ນພາລະທີ່ພວກເຂົາວາງໄວ້ຈະຖືກຍົກອອກຈາກບ່າຂອງພວກເຈົ້າ,ແອກຂອງພວກເຂົາເທິງຄໍຂອງພວກເຈົ້າ;ແອກນັ້ນຈະຖືກຫັກເພາະພວກເຈົ້າເຕີບໃຫຍ່ຂຶ້ນຈົນຕຸ້ຍ. 28ພວກເຂົາເຂົ້າມາທາງເມືອງອາອີ;ພວກເຂົາຜ່ານເມືອງມິກໂຣນ;ພວກເຂົາສະສົມສະບຽງ ແລະ ອາວຸດທີ່ມິກມາດ.29ພວກເຂົາເດີນທາງຜ່ານດ່ານມາ, ແລະ ເວົ້າກັນວ່າ,“ພວກເຮົາຈະຕັ້ງຄ້າຍພັກທີ່ເກບາ”.ຣາມາສະທ້ານຢ້ານກົວ;ກີເບອາຂອງໂຊນປົບໜີ.30ຈົ່ງຮ້ອງອອກມາ, ລູກສາວແຫ່ງການລິມ! ຊາວໄລຊາ, ຈົ່ງຟັງ!ຊາວອານາທົດທີ່ໜ້າສົງສານ!31ຊາວມັດເມນາປົບໜີໄປ;ຊາວເກບິມແລ່ນເຂົ້າບ່ອນກໍາບັງ.32ໃນມື້ນີ້ພວກເຂົາຈະຢຸດຢູ່ທີ່ເມືອງໂນບ;ພວກເຂົາຈະສັ່ນກໍາປັ້ນຂອງພວກເຂົາທີ່ພູເຂົາຂອງລູກສາວແຫ່ງຊີໂອນ, ທີ່ຮ່ອມພູຂອງເຢຣູຊາເລັມ.33ເບິ່ງແມ, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່,ຈະຕັດກິ່ງທັງຫລາຍດ້ວຍລິດທານຸພາບອັນຍິ່ງໃຫຍ່.ຕົ້ນໄມ້ສູງຈະຖືກຕັດລົງ,ຕົ້ນທີ່ສູງສົ່ງຖືກຕັດລົ້ມ.34ພຣະອົງຈະໃຊ້ຂວານຕັດຕົ້ນໄມ້ໃນປ່າຕຶບໜາ;ເລບານອນຈະລົ້ມລົງຕໍ່ໜ້າອົງຜູ້ມີລິດອໍານາດຍິ່ງໃຫຍ່.Biblica, Inc.