ເອຊາຢາ8
ເອຊາຢາ ແລະ ລູກຊາຍຂອງເພິ່ນຄືໝາຍສໍາຄັນ
1ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ, “ຈົ່ງເອົາໜັງສືມ້ວນແຜ່ນໃຫຍ່ມາ ແລະ ໃຊ້ປາກກາທໍາມະດາຂຽນລົງໄປວ່າ: ‘ມາເຮີຊາລາຫັດບັສ’. 2ເພື່ອເຮົາຈະເອີ້ນປະໂລຫິດອູຣີຢາ ແລະ ເຊກາຣີຢາລູກຊາຍຂອງເຢເບເຣກີຢາໃຫ້ເປັນພະຍານທີ່ເຊື່ອຖືໄດ້ຂອງເຮົາ”.3ແລ້ວຂ້າພະເຈົ້ານອນນໍາຜູ້ທຳນວາຍຍິງ, ນາງຈຶ່ງຖືພາ ແລະ ເກີດລູກຊາຍຄົນໜຶ່ງ. ແລະ ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ, “ຈົ່ງຕັ້ງຊື່ລາວວ່າມາເຮີຊາລາຫັດບັສ.4ກ່ອນທີ່ເດັກຄົນນັ້ນຈະຮູ້ຈັກເອີ້ນ ‘ພໍ່’ ຫລື ‘ແມ່’ ກະສັດອັດຊີເຣຍຈະປຸ້ນຊັບສົມບັດຂອງດາມັສກັດ ແລະ ຊາມາເຣຍໄປ ແລະ ຊັບສົມບັດຂອງຊາມາເຣຍຈະຖືກກະສັດອັດຊີເຣຍຢຶດໄປໝົດ”.5ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າອີກວ່າ:6“ເນື່ອງຈາກຊົນຊາດນີ້ໄດ້ປະຕິເສດນ້ຳແຫ່ງຊີໂລອາທີ່ໄຫລ ແລະໄປຊົມຊື່ນເຣຊິນແລະ ລູກຊາຍຂອງເຣມາລີຢາ,7ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າຈະນໍາການຕໍ່ສູ້ມາເຖິງພວກເຂົາດັ່ງກະແສນ້ຳອັນຍິ່ງໃຫຍ່ຂອງເອີຟຣັດຄືກະສັດອັດຊີເຣຍພ້ອມດ້ວຍກອງທັບທັງໝົດຂອງລາວ.ກະແສນ້ຳນັ້ນຈະຖ້ວມທຸກຊ່ອງທາງ,ແລະ ໄຫລລົ້ນຕາຝັ່ງທັງໝົດຂອງມັນ8ແລະ ກວາດເຂົ້າມາໃນຢູດາຍ, ໄຫລວົນເໜືອດິນແດນນັ້ນ,ໄຫລຜ່ານໄປ ແລະ ຖ້ວມເຖິງຄໍ.ໂອ ເອມານູເອນ !ປີກທີ່ກາງອອກຈະປົກຄຸມເໜືອເຂດແດນຂອງເຈົ້າ!”9ປະຊາຊາດທັງຫລາຍ, ຈົ່ງໂຫ່ຮ້ອງອອກຮົບ, ແລະ ຈົ່ງແຕກໝຸ່ນ!ຈົ່ງຟັງ, ດິນແດນທາງໄກທັງໝົດ.ຈົ່ງຕຽມເຮັດເສິກ, ແລະ ຈົ່ງຖືກທໍາລາຍ!ຈົ່ງຕຽມເຮັດເສິກ, ແລະ ຈົ່ງຖືກທໍາລາຍ!10ຈົ່ງວາງແຜນການຂອງເຈົ້າ, ແຕ່ມັນຈະຖືກຂັດຂວາງ;ຈົ່ງສະເໜີແຜນຂອງເຈົ້າ, ແຕ່ມັນຈະບໍ່ສໍາເລັດ,ເພາະພຣະເຈົ້າຢູ່ກັບພວກເຮົາ. 11ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າຢ່າງເຂັ້ມງວດ, ມືອັນເຂັ້ມແຂງຂອງພຣະອົງຢູ່ເໜືອຂ້ານ້ອຍ, ເຕືອນບໍ່ໃຫ້ດຳເນີນຕາມວິຖີຂອງປະຊາຊົນນີ້:12“ຢ່າເອີ້ນວ່າການສົມຮູ້ຮ່ວມຄິດທຸກສິ່ງທີ່ປະຊາຊົນນີ້ເຮັດເອີ້ນວ່າການກະບົດ;ຢ່າຢ້ານສິ່ງທີ່ພວກເຂົາຢ້ານ, ແລະ ຢ່າຢ້ານມັນ.13ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຄືຜູ້ທີ່ເຈົ້າຈະຕ້ອງຖືວ່າບໍລິສຸດ,ພຣະອົງຄືຜູ້ທີ່ເຈົ້າຈະຕ້ອງຢຳເກງ,ພຣະອົງຄືຜູ້ທີ່ເຈົ້າຈະຕ້ອງຢ້ານ.14ພຣະອົງຈະເປັນສະຖານທີ່ບໍລິສຸດ;ສຳລັບເຊື້ອສາຍທັງສອງຂອງອິດສະຣາເອນ ແລະ ຢູດາຍພຣະອົງຈະເປັນກ້ອນຫີນທີ່ເຮັດໃຫ້ຄົນສະດຸດ.ແລະ ເປັນສີລາທີ່ເຮັດໃຫ້ພວກເຂົາລົ້ມລົງ.ແລະ ພຣະອົງຈະເປັນກັບດັກແລະ ເປັນບ້ວງແຮ້ວສຳລັບຊາວເຢຣູຊາເລັມ.15ພວກເຂົາຫລາຍຄົນຈະສະດຸດ;ພວກເຂົາຈະລົ້ມລົງ ແລະ ແຕກຫັກ,ພວກເຂົາຈະຕິດແຮ້ວ ແລະ ຖືກຈັບໄປ”.16ຈົ່ງມັດຄຳພະຍານຄໍາເຕືອນນີ້ໄວ້ແລະ ປະທັບຕາຄໍາແນະນໍາຂອງພຣະເຈົ້າທ່າມກາງສາວົກຂອງຂ້າພະເຈົ້າ,17ຂ້າພະເຈົ້າຈະລໍຄອຍພຣະເຈົ້າຢາເວ,ຜູ້ເຊື່ອງໜ້າຈາກເຊື້ອສາຍຂອງຢາໂຄບ.ຂ້າພະເຈົ້າຈະໄວ້ວາງໃຈໃນພຣະອົງ.18ຂ້າພະເຈົ້າຢູ່ນີ້, ແລະ ລູກທັງຫລາຍທີ່ພຣະເຈົ້າຢາເວໄດ້ໃຫ້ແກ່ຂ້າພະເຈົ້າກໍຢູ່ທີ່ນີ້ແລ້ວ. ພວກເຮົາຄືໝາຍສຳຄັນ ແລະ ການອັດສະຈັນໃນອິດສະຣາເອນຈາກພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່, ຜູ້ປະທັບເທິງພູເຂົາຊີໂອນ.ຄວາມມືດກາຍເປັນຄວາມສະຫວ່າງ
19ເມື່ອຄົນບອກໃຫ້ເຈົ້າໄປປຶກສາໝໍຜີ, ຜູ້ທີ່ຊິ່ມ ແລະ ຈົ່ມພຶມພໍາ, ປະຊາຊົນບໍ່ຄວນຖາມພຣະເຈົ້າຂອງຕົນບໍ? ເປັນຫຍັງຈຶ່ງໄປປຶກສາກັບຄົນຕາຍເພື່ອຄົນເປັນ?20ຈົ່ງໄປຄົ້ນເບິ່ງກົດບັນຍັດ ແລະ ຄຳພະຍານ! ຖ້າຜູ້ໃດບໍ່ໄດ້ເວົ້າຕາມຖ້ອຍຄໍານີ້, ພວກເຂົາກໍບໍ່ໄດ້ມີແສງສະຫວ່າງແຫ່ງຮຸ່ງອາລຸນ.21ພວກເຂົາຈະຊັດເຊພະເນຈອນໄປທົ່ວແຜ່ນດິນຢ່າງທຸກລຳບາກ ແລະ ອຶດຫິວ; ເມື່ອກັນດານອາຫານ, ພວກເຂົາຈະໃຈຮ້າຍ, ແລະ ເງີຍໜ້າຂຶ້ນຟ້າ, ປ້ອຍດ່າກະສັດ ແລະ ພຣະເຈົ້າຂອງຕົນ.22ຈາກນັ້ນພວກເຂົາຈະເບິ່ງໄປທີ່ແຜ່ນດິນໂລກ ແລະ ພົບແຕ່ຄວາມທຸກລຳບາກ, ຄວາມມືດມົນ, ຄວາມໂສກເສົ້າ ແລະ ພວກເຂົາຈະຖືກຍູ້ເຂົ້າສູ່ຄວາມມືດ.Biblica, Inc.