ເອຊາຢາ7
ໝາຍສຳຄັນຂອງເອມານູເອນ
1ເມື່ອອາຮາດລູກຊາຍຂອງໂຢທາມ, ຫລານຊາຍຂອງອຸດຊີຢາ, ເປັນກະສັດແຫ່ງຢູດາຍ, ກະສັດເຣຊິນແຫ່ງອາຣາມ ແລະ ກະສັດເປກາແຫ່ງອິດສະຣາເອນ ລູກຊາຍຂອງເຣມາລີຢາກະສັດແຫ່ງອິດສະຣາເອນໄດ້ນໍາກອງທັບມາໂຈມຕີເຢຣູຊາເລັມ, ແຕ່ພວກເຂົາຢຶດເມືອງບໍ່ໄດ້.2ເມື່ອຂ່າວມາເຖິງເຊື້ອວົງຂອງດາວິດວ່າ, “ອາຣາມຮ່ວມເປັນພັນທະມິດກັບ ເອຟຣາອິມ”; ສະນັ້ນ ຈິດໃຈຂອງອາຮາດ ແລະ ປະຊາຊົນຂອງເພິ່ນກໍສັ່ນຢ້ານ, ດັ່ງຕົ້ນໄມ້ໃນປ່າສັ່ນສະທ້ານກາງພະຍຸ.3ແລ້ວພຣະເຈົ້າຢາເວກ່າວກັບເອຊາຢາວ່າ, “ເຈົ້າກັບເສອາຢາຊຸບ ລູກຊາຍຂອງເຈົ້າ, ຈົ່ງອອກໄປພົບກະສັດອາຮາດທີ່ປາຍທໍ່ນ້ຳຂອງອ່າງເກັບນ້ຳດ້ານເທິງ, ໃນທາງທີ່ຈະໄປລານຊັກລ້າງ.4ຈົ່ງກ່າວກັບລາວວ່າ, ‘ໃຫ້ລະວັງ, ສະຫງົບຈິດໃຈ ແລະ ຢ່າຢ້ານເລີຍ. ຢ່າເສຍຂວັນເພາະດົ້ນຟືນທີ່ກຳລັງຈະມອດທັງສອງນີ້ ຄືຄວາມໂກດຮ້າຍອັນຮ້ອນແຮງຂອງກະສັດເຣຊິນແຫ່ງອາຣາມ ແລະ ຂອງລູກຊາຍເຣມາລີຢາ.5ອາຣາມ, ເອຟຣາອິມ ແລະ ລູກຊາຍຂອງເຣມາລີຢາໄດ້ວາງແຜນທຳລາຍເຈົ້າ, ໂດຍເວົ້າກັນວ່າ,6“ໃຫ້ພວກເຮົາບຸກຢູດາຍ; ຢຶດດິນແດນມາແບ່ງກັນທ່າມກາງພວກເຮົາ, ແລະ ຕັ້ງລູກຊາຍຂອງຕາເບເອນຂຶ້ນເປັນກະສັດປົກຄອງດິນແດນນີ້”.7ແຕ່ພຣະເຈົ້າຢາເວຜູ້ຄອບຄອງກ່າວວ່າ:“ ‘ມັນຈະບໍ່ເປັນດັ່ງນັ້ນ,ມັນຈະບໍ່ເກີດຂຶ້ນ,8ເພາະຫົວຂອງອາຣາມຄືດາມັສກັດ,ແລະ ຫົວຂອງດາມັສກັດຄືເຣຊິນເທົ່ານັ້ນ.ເອຟຣາອິມກໍເຊັ່ນກັນ ພາຍໃນຫົກສິບຫ້າປີຈະຖືກບຸກໂຈມຕີບໍ່ເຫລືອເປັນຊົນຊາດ.9ຫົວຂອງເອຟຣາອິມຄືຊາມາເຣຍ,ແລະ ຫົວຂອງຊາມາເຣຍກໍເປັນພຽງລູກຊາຍຂອງເຣມາລີຢາ.ຖ້າພວກເຈົ້າບໍ່ຕັ້ງໝັ້ນຄົງໃນຄວາມເຊື່ອ,ພວກເຈົ້າກໍຈະບໍ່ສາມາດຢືນຢູ່ໄດ້’ ”.10ພຣະເຈົ້າຢາເວກ່າວກັບອາຮາດອີກຄັ້ງວ່າ,11“ຈົ່ງຂໍໝາຍສຳຄັນຈາກພຣະເຈົ້າຢາເວພຣະເຈົ້າຂອງເຈົ້າ, ບໍ່ວ່າຈະຢູ່ໃນບ່ອນທີ່ເລິກທີ່ສຸດ ຫລື ໃນບ່ອນສູງທີ່ສຸດກໍໄດ້”.12ແຕ່ອາຮາດເວົ້າວ່າ, “ຂ້ານ້ອຍຈະບໍ່ຂໍ; ຂ້ານ້ອຍຈະບໍ່ທົດລອງພຣະເຈົ້າຢາເວ”.13ແລ້ວເອຊາຢາເວົ້າວ່າ, “ຈົ່ງຟັງ, ເຈົ້າຜູ້ເປັນເຊື້ອສາຍຂອງດາວິດ! ເຈົ້າທໍາລາຍຄວາມອົດທົນຂອງມະນຸດຍັງບໍ່ພໍບໍ? ເຈົ້າຈະພະຍາຍາມທໍາລາຍຄວາມອົດທົນຂອງພຣະເຈົ້ານໍາບໍ?14ເຫດສະນັ້ນອົງພຣະຜູ້ເປັນເຈົ້າເອງຈະປະທານໝາຍສຳຄັນແກ່ເຈົ້າ: ຄືສາວບໍລິສຸດຄົນໜຶ່ງຈະຖືພາ ແລະ ເກີດລູກຊາຍ, ແລະ ຈະເອີ້ນລູກຊາຍນັ້ນວ່າເອມານູເອນ. 15ເມື່ອເພິ່ນໃຫຍ່ພໍທີ່ຈະກິນນໍ້ານົມ ແລະ ນ້ຳເຜິ້ງ ເມື່ອນັ້ນເພິ່ນຈະຮູ້ຈັກຖິ້ມສິ່ງທີ່ຜິດ ແລະ ເລືອກສິ່ງທີ່ຖືກ,16ແຕ່ກ່ອນທີ່ເດັກນັ້ນຈະຮູ້ປະຕິເສດຄວາມຜິດ ແລະ ເລືອກສິ່ງທີ່ຖືກ, ດິນແດນຂອງກະສັດສອງອົງທີ່ເຈົ້າຢ້ານນັ້ນຈະຖືກຖິ້ມຮ້າງ.17ພຣະເຈົ້າຢາເວຈະນຳກະສັດອັດຊີເຣຍມາຫາເຈົ້າ ແລະ ມາຫາປະຊາຊົນຂອງເຈົ້າ ແລະ ເຊື້ອສາຍພໍ່ຂອງເຈົ້າໃນໄລຍະເວລາທີ່ບໍ່ມີເວລາໃດເໝືອນ ນັບຕັ້ງແຕ່ເອຟຣາອິມແຍກໄປຈາກຢູດາຍ ພຣະອົງຈະນໍາເອົາກະສັດອັດຊີເຣຍມາ”.ອັດຊີເຣຍ, ເຄື່ອງດົນຕີຂອງພຣະເຈົ້າຢາເວ
18ໃນວັນນັ້ນພຣະເຈົ້າຢາເວຈະຜິວປາກເອີ້ນຝູງແມງໄມ້ຈາກແມ່ນໍ້ານິນຂອງເອຢິບ ແລະ ຝູງເຜິ້ງຈາກດິນແດນອັດຊີເຣຍມາ.19ພວກມັນຈະມາລວມໂຕກັນຢູ່ທີ່ຫ້ວຍເລິກ ແລະ ໃນໂງ່ນຫີນ, ເໜືອຟຸ່ມໜາມ ແລະ ຕາມບໍ່ນ້ຳທຸກແຫ່ງ.20ໃນວັນນັ້ນອົງພຣະຜູ້ເປັນເຈົ້າຈະໃຊ້ມີດແຖນີ້ ຄືກະສັດອັດຊີເຣຍທີ່ພຣະອົງຈ້າງມາຈາກອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດເພື່ອແຖຜົມ ແລະ ຂົນໜ້າແຂ່ງ, ແລະ ແຖໜວດເຄົາຂອງເຈົ້າ.21ໃນວັນນັ້ນຊາຍຄົນໜຶ່ງຈະລ້ຽງງົວໜຸ່ມໂຕໜຶ່ງ ແລະ ແກະສອງໂຕໄວ້.22ລາວຈະມີນໍ້ານົມກິນເພາະມັນໃຫ້ນ້ຳນົມຫລາຍ, ຄົນທັງປວງທີ່ເຫລືອຢູ່ໃນດິນແດນນັ້ນຈະກິນນໍ້ານົມ ແລະ ນ້ຳເຜິ້ງ.23ໃນວັນນັ້ນທຸກແຫ່ງທີ່ມີຕົ້ນອະງຸ່ນພັນຕົ້ນທີ່ມີມູນຄ່າເປັນເງິນໜັກພັນເຊເຂວ, ຈະມີແຕ່ກົກໜາມ ແລະ ພຸ່ມໄມ້.24ພວກນາຍພານຈະຖືຄັນທະນູ ແລະ ລູກທະນູໄປທີ່ນັ້ນ, ເພາະທັງດິນແດນຈະມີພຸ່ມໄມ້ ແລະ ໜາມປົກຄຸມ.25ເນີນພູຕ່າງໆ ທີ່ຄັ້ງໜຶ່ງເຄີຍໃຊ້ເພື່ອຂຸດ ແລະ ປູກຝັງ, ຈະບໍ່ມີຜູ້ໃດກ້າໄປທີ່ນັ້ນເພາະຢ້ານໜາມ; ພວກມັນຈະກາຍເປັນບ່ອນປ່ອຍຝູງງົວ ແລະ ເປັນບ່ອນໃຫ້ແກະແລ່ນໄປມາ.Biblica, Inc.