ເອຊາຢາ6
ພຣະເຈົ້າມອບໝາຍໜ້າທີ່ໃຫ້ເອຊາຢາ
1ໃນປີທີ່ກະສັດອຸດຊີຢາໄດ້ຕາຍໄປ, ຂ້າພະເຈົ້າໄດ້ເຫັນອົງພຣະຜູ້ເປັນເຈົ້າຜູ້ສູງສົ່ງ ແລະ ເປັນທີ່ເທີດທູນນັ່ງເທິງບັນລັງ ແລະ ປາຍເສື້ອຄຸມຂອງພຣະອົງປົກຄຸມທົ່ວວິຫານ.2ເໜືອພຣະອົງມີເສຣາຟິມ, ແຕ່ລະຕົນມີຫົກປີກ: ສອງປີກປົກໜ້າ, ສອງປີກປົກຕີນ ແລະ ອີກສອງປີກໃຊ້ບິນໄປມາ.3ແລະ ເສຣາຟິມເຫລົ່ານີ້ຕ່າງຮ້ອງໃສ່ກັນວ່າ:“ບໍລິສຸດ ບໍລິສຸດ ບໍລິສຸດ ຄືພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່;ທົ່ວໂລກເຕັມໄປດ້ວຍສະຫງ່າລາສີຂອງພຣະອົງ”.4ສຽງເທວະດາເຫລົ່ານີ້ເຮັດໃຫ້ເສົາປະຕູ ແລະ ຮາກຖານປະຕູສັ່ນສະເທືອນ ແລະ ມີຄວັນປົກຄຸມທົ່ວວິຫານ.5ຂ້າພະເຈົ້າຈຶ່ງຮ້ອງວ່າ. “ວິບັດແກ່ຂ້າພະເຈົ້າ! ຂ້າພະເຈົ້າຈິບຫາຍແລ້ວ! ເພາະຂ້າພະເຈົ້າເປັນຄົນທີ່ຮິມສົບບໍ່ສະອາດ ແລະ ໃຊ້ຊີວິດໃນທ່າມກາງຊົນຊາດທີ່ມີຮິມສົບບໍ່ສະອາດ ແລະ ຕາຂອງຂ້າພະເຈົ້າໄດ້ເຫັນກະສັດຄືພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່”.6ຈາກນັ້ນເສຣາຟິມຕົນໜຶ່ງບິນມາຫາຂ້າພະເຈົ້າ ໂດຍມີຖ່ານໄຟແດງລຸກຢູ່ໃນມືຂອງເທວະດານັ້ນ, ເຊິ່ງເທວະດາໄດ້ໃຊ້ເຫລັກຄີບມາຈາກແທ່ນບູຊາ.7ເທວະດານັ້ນໃຊ້ຖ່ານໄຟແຕະຮິມສົບຂອງຂ້າພະເຈົ້າ ແລະ ເວົ້າວ່າ, “ເບິ່ງແມ, ຖ່ານໄຟນີ້ແຕະຮິມສົບຂອງເຈົ້າແລ້ວ; ຄວາມຜິດຂອງເຈົ້າໄດ້ຖືກເອົາໄປ ແລະ ບາບຂອງເຈົ້າໄດ້ຮັບການອະໄພແລ້ວ”.8ແລ້ວຂ້າພະເຈົ້າໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະສົ່ງຜູ້ໃດໄປ? ແລະ ຜູ້ໃດຈະໄປເພື່ອເຮົາ?”ຂ້າພະເຈົ້າຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້. ຂໍສົ່ງຂ້ານ້ອຍໄປ!”9ພຣະອົງກ່າວວ່າ, “ຈົ່ງໄປ ແລະ ບອກປະຊາຊົນນີ້ວ່າ:“ ‘ຈົ່ງຟັງ, ແຕ່ຈະບໍ່ເຂົ້າໃຈ:ຈົ່ງເບິ່ງ, ແຕ່ຈະບໍ່ມີມື້ເຫັນ’.10ຈົ່ງເຮັດໃຫ້ຈິດໃຈຂອງປະຊາຊົນນີ້ດື້ດ້ານໄປ;ເຮັດໃຫ້ຫູຂອງພວກເຂົາໜວກແລະ ປິດຕາຂອງພວກເຂົາ. ບໍ່ດັ່ງນັ້ນພວກເຂົາຈະໄດ້ເຫັນດ້ວຍຕາຂອງພວກເຂົາ.ໄດ້ຍິນດ້ວຍຫູຂອງພວກເຂົາ,ເຂົ້າໃຈດ້ວຍຈິດໃຈຂອງພວກເຂົາ,ແລະ ຫັນກັບມາ ແລະ ໄດ້ຮັບການຮັກສາໃຫ້ຫາຍ”.11ຂ້າພະເຈົ້າຕອບວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າອີກດົນປານໃດ?”
ແລ້ວພຣະອົງຕອບວ່າ:“ຈົນກວ່ານະຄອນຕ່າງໆຢູ່ໃນສະພາບຫັກພັງແລະ ບໍ່ມີຄົນອາໄສຢູ່,ຈົນກວ່າບ້ານເຮືອນທັງຫລາຍຖືກຖິ້ມຮ້າງແລະ ທົ່ງນາຖືກທຳລາຍ ແລະ ເສຍຫາຍ,12ຈົນກວ່າພຣະເຈົ້າຢາເວໄດ້ສົ່ງທຸກຄົນໜີໄປໄກແລະ ແຜ່ນດິນຖືກຖິ້ມຮ້າງໝົດ.13ແລະ ເຖິງແມ່ນວ່າຈະເຫລືອຄົນໜຶ່ງໃນສິບຢູ່ໃນດິນແດນ,ມັນກໍຍັງຮ້າງເປົ່າ.ແຕ່ເຊັ່ນດຽວກັບຕົ້ນເທເຣບິນ ແລະ ຕົ້ນໂອກເມື່ອພວກມັນຖືກຕັດຍັງເຫລືອແຕ່ຕໍສັນໃດ,ຕໍໃນດິນແດນນັ້ນຈະເປັນເມັດພັນບໍລິສຸດທີ່ຈະງອກຂຶ້ນອີກຄັ້ງສັນນັ້ນ”.
Biblica, Inc.