ເອຊາຢາ64
1ໂອ, ຢາກໃຫ້ພຣະອົງແຫວກຟ້າສະຫວັນ ແລະ ລົງມາ,ໃຫ້ພູເຂົາທັງຫລາຍສັ່ນສະທ້ານຕໍ່ໜ້າພຣະອົງ!2ດັ່ງຕອນໄຟເຜົາກິ່ງໄມ້ໝົດແລະ ເຮັດໃຫ້ນ້ຳຟົດ,ຂໍໂຜດລົງມາເພື່ອເຮັດໃຫ້ຊື່ຂອງພຣະອົງເປັນທີ່ຮູ້ຈັກແກ່ພວກສັດຕູແລະ ເຮັດໃຫ້ຊົນຊາດທັງຫລາຍສັ່ນສະທ້ານຕໍ່ໜ້າພຣະອົງ!3ເພາະເມື່ອພຣະອົງໄດ້ເຮັດສິ່ງທີ່ໜ້າອັດສະຈັນທີ່ພວກຂ້ານ້ອຍບໍ່ຄາດຄິດ,ຄືພຣະອົງໄດ້ລົງມາ, ແລະ ພູເຂົາທັງຫລາຍກໍສັ່ນສະທ້ານຢ້ານກົວຕໍ່ໜ້າພຣະອົງ.4ຕັ້ງແຕ່ສະໄໝບູຮານບໍ່ເຄີຍມີຜູ້ໃດໄດ້ຍິນ,ບໍ່ເຄີຍມີຜູ້ໃດໄດ້ຟັງ,ບໍ່ເຄີຍມີຜູ້ໃດໄດ້ເຫັນພຣະເຈົ້າອົງໃດນອກຈາກພຣະອົງ,ຜູ້ໄດ້ກະທຳການເພື່ອຄົນທັງຫລາຍທີ່ລໍຄອຍພຣະອົງ.5ພຣະອົງລົງມາຊ່ວຍເຫລືອຄົນທັງຫລາຍທີ່ຍິນດີເຮັດສິ່ງທີ່ຖືກຕ້ອງ,ຜູ້ລະນຶກເຖິງວິຖີທາງຂອງພຣະອົງ.ແຕ່ເມື່ອພວກຂ້ານ້ອຍຍັງເຮັດບາບຕໍ່ສູ້ຄວາມຖືກຕ້ອງ,ພຣະອົງກໍໂກດຮ້າຍ.ແລ້ວພວກຂ້ານ້ອຍຈະພົ້ນໄດ້ຢ່າງໃດ?6ພວກຂ້ານ້ອຍທັງໝົດໄດ້ກາຍເປັນຜູ້ມີມົນທິນ,ແລະ ການກະທໍາອັນຊອບທຳຂອງພວກຂ້ານ້ອຍທັງໝົດເໝືອນຜ້າເສດທີ່ເປື້ອນ;ພວກຂ້ານ້ອຍທັງໝົດຫ່ຽວແຫ້ງດັ່ງໃບໄມ້ຫລົ່ນ,ແລະ ບາບຂອງພວກຂ້ານ້ອຍເປັນດັ່ງລົມພັດເອົາພວກຂ້ານ້ອຍປິວໄປ.7ບໍ່ມີໃຜຮ້ອງຫາຊື່ຂອງພຣະອົງຫລື ພະຍາຍາມຈະຢຶດພຣະອົງໄວ້;ເພາະພຣະອົງໄດ້ເຊື່ອງໜ້າຈາກພວກຂ້ານ້ອຍແລະ ໄດ້ມອບພວກຂ້ານ້ອຍໃຫ້ແກ່ບາບທັງຫລາຍຂອງພວກຂ້ານ້ອຍ.8ເຖິງປານນັ້ນ, ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ.ພວກຂ້ານ້ອຍເປັນດິນໜຽວ, ພຣະອົງເປັນຊ່າງປັ້ນ;ພວກຂ້ານ້ອຍທັງໝົດເປັນຜົນງານຈາກມືຂອງພຣະອົງ.9ຂ້າແດ່ພຣະເຈົ້າຢາເວ, ຂໍຢ່າໃຈຮ້າຍຫລາຍເກີນຂອບເຂດ;ຂໍຢ່າຈົດຈຳບາບທັງຫລາຍຂອງພວກຂ້ານ້ອຍຕະຫລອດໄປ.ໂອ, ພວກຂ້ານ້ອຍອະທິຖານ, ຂໍໂຜດແນມເບິ່ງພວກຂ້ານ້ອຍ,ເພາະພວກຂ້ານ້ອຍເປັນປະຊາຊົນຂອງພຣະອົງ.10ນະຄອນບໍລິສຸດຂອງພຣະອົງກາຍເປັນບ່ອນຮົກຮ້າງ;ແມ່ນແຕ່ຊີໂອນກໍເປັນບ່ອນຮົກຮ້າງ, ນະຄອນເຢຣູຊາເລັມຖືກຖິ້ມຮ້າງ.11ວິຫານອັນສັກສິດ ແລະ ມີສະຫງ່າລາສີຂອງພວກຂ້ານ້ອຍ, ຄືບ່ອນທີ່ພວກບັນພະບຸລຸດຂອງພວກຂ້ານ້ອຍໃຊ້ເປັນບ່ອນສັນລະເສີນພຣະອົງນັ້ນຖືກເຜົາດ້ວຍໄຟ,ແລະ ທຸກສິ່ງທີ່ພວກຂ້ານ້ອຍຖືວ່າມີຄ່າກໍຢູ່ໃນສະພາບເພພັງ.12ຂ້າແດ່ພຣະເຈົ້າຢາເວ, ຫລັງຈາກນີ້ທັງໝົດ, ພຣະອົງຈະຫ້າມພຣະອົງໄວ້ບໍ?ພຣະອົງຈະຍັງຄົງມິດງຽບ ແລະ ລົງໂທດພວກຂ້ານ້ອຍຢ່າງເກີນຂອບເຂດຢູ່ບໍ?
Biblica, Inc.