ເອຊາຢາ63
ວັນແຫ່ງການແກ້ແຄ້ນ ແລະ ການໄຖ່ບາບຂອງພຣະເຈົ້າ
1ນີ້ຄືຜູ້ໃດນໍກໍາລັງມາຈາກເອໂດມ,ຈາກໂບຊະຣາ, ເຄື່ອງນຸ່ງຂອງລາວເປື້ອນດ້ວຍສີແດງເຂັ້ມ?ນີ້ຄືຜູ້ໃດນໍ, ທີ່ໃສ່ເຄື່ອງນຸ່ງສະຫງ່າງາມ,ກໍາລັງອອກໜ້າໄປດ້ວຍກຳລັງອັນຍິ່ງໃຫຍ່ຂອງລາວ?“ເຮົາຄືຜູ້ນັ້ນ, ທີ່ປະກາດໄຊຊະນະ,ຜູ້ມີລິດອໍານາດຍິ່ງໃຫຍ່ທີ່ຈະຊ່ວຍໃຫ້ພົ້ນໄດ້”.2ເປັນຫຍັງເຄື່ອງນຸ່ງຂອງພຣະອົງຈຶ່ງມີສີແດງເຂັ້ມ,ຄືກັນກັບເຄື່ອງນຸ່ງຂອງຄົນທີ່ຢໍ່າໝາກອະງຸ່ນ?3“ເຮົາໄດ້ຢຽບຢໍ່າອ່າງອະງຸ່ນຜູ້ດຽວ;ບໍ່ມີຜູ້ໃດຈາກຊົນຊາດໃດຢູ່ກັບເຮົາ.ເຮົາຢຽບພວກເຂົາດ້ວຍຄວາມໃຈຮ້າຍແລະ ຢຽບຢ່ຳພວກເຂົາລົງດ້ວຍຄວາມໂກດຮ້າຍຂອງເຮົາ;ເລືອດຂອງພວກເຂົາເປື້ອນເຄື່ອງນຸ່ງຂອງເຮົາ,ແລະ ເຮົາໄດ້ເຮັດໃຫ້ເຄື່ອງນຸ່ງຂອງເຮົາເປື້ອນຫມົດ.4ມັນເປັນມື້ແກ້ແຄ້ນສໍາລັບເຮົາ;ປີແຫ່ງການໄຖ່ຂອງເຮົາໄດ້ມາຮອດແລ້ວ.5ເຮົາໄດ້ແນມເບິ່ງ, ແຕ່ບໍ່ມີຜູ້ໃດມາຊ່ວຍ,ເຮົາຕົກໃຈທີ່ບໍ່ມີຜູ້ໃດສະໜັບສະໜູນ;ດັ່ງນັ້ນ ມືຂອງເຮົາເອງຈຶ່ງນຳຄວາມພົ້ນມາເພື່ອເຮົາ,ແລະ ຄວາມໂກດຮ້າຍຂອງເຮົາເອງທີ່ຊູເຮົາໄວ້.6ເຮົາຢຽບຢໍ່າຊົນຊາດທັງຫລາຍດ້ວຍຄວາມໃຈຮ້າຍຂອງເຮົາ;ດ້ວຍຄວາມໂກດຮ້າຍຂອງເຮົາ ເຮົາເຮັດໃຫ້ພວກເຂົາມຶນເມົາແລະ ເທເລືອດຂອງພວກເຂົາລົງພື້ນດິນ”.ຄຳສັນລະເສີນ ແລະ ຄຳອະທິຖານ
7ຂ້ານ້ອຍຈະກ່າວເຖິງພຣະກະລຸນາຂອງພຣະເຈົ້າຢາເວ,ເລົ່າເຖິງການກະທໍາທີ່ພຣະອົງສົມຄວນໄດ້ຮັບການສັນລະເສີນ,ເຖິງທຸກສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອພວກເຮົາແມ່ນແລ້ວ, ສິ່ງດີໆຫລາຍຢ່າງທີ່ພຣະອົງໄດ້ເຮັດເພື່ອຊົນຊາດອິດສະຣາເອນ,ຕາມຄວາມກະລຸນາ ແລະ ຄວາມດີອັນເຫລືອລົ້ນຂອງພຣະອົງ.8ພຣະອົງກ່າວວ່າ, “ແທ້ຈິງ ພວກເຂົາເປັນປະຊາຊົນຂອງເຮົາ,ເປັນລູກທີ່ຊື່ສັດຕໍ່ເຮົາ”;ແລະ ດັ່ງນັ້ນ ພຣະອົງກໍໄດ້ກາຍເປັນພຣະຜູ້ຊ່ວຍຂອງພວກເຂົາ.9ພຣະອົງທຸກໃຈໃນຄວາມທັງໝົດຂອງພວກເຂົາເຊັ່ນກັນ,ແລະ ເທວະດາທີ່ຢູ່ຕໍ່ໜ້າພຣະອົງກໍຊ່ວຍພວກເຂົາໃຫ້ພົ້ນ.ພຣະອົງໄດ້ໄຖ່ພວກເຂົາດ້ວຍຄວາມຮັກ ແລະ ຄວາມເມດຕາ;ພຣະອົງໄດ້ຍົກພວກເຂົາຂຶ້ນ ແລະ ອຸ້ມພວກເຂົາໄວ້ຕະຫລອດວັນຄືນທັງໝົດໃນສະໄໝກ່ອນ.10ເຖິງປານນັ້ນ ພວກເຂົາກໍກະບົດແລະ ເຮັດໃຫ້ພຣະວິນຍານບໍລິສຸດຂອງພຣະອົງເສຍໃຈ.ດັ່ງນັ້ນ ພຣະອົງຈຶ່ງໄດ້ກາຍເປັນສັດຕູຂອງພວກເຂົາແລະ ພຣະອົງເອງກໍຕໍ່ສູ້ພວກເຂົາ.11ດັ່ງນັ້ນ ປະຊາຊົນທັງຫລາຍຂອງພຣະອົງກໍລະນຶກເຖິງວັນຄືນໃນອະດີດ,ສະໄໝໂມເຊ ແລະ ປະຊາຊົນທັງຫລາຍຂອງພຣະອົງໃນບ່ອນທີ່ພຣະອົງໄດ້ນຳພວກເຂົາຂ້າມທະເລ,ດ້ວຍຄົນລ້ຽງແກະຂອງພຣະອົງນັ້ນຢູ່ໃສ?ພຣະອົງຜູ້ໄດ້ສົ່ງພຣະວິນຍານບໍລິສຸດມາຢູ່ທ່າມກາງພວກເຂົານັ້ນຢູ່ໃສ,12ຜູ້ໃຫ້ແຂນແຫ່ງລິດອໍານາດອັນສະຫງ່າລາສີມາຢູ່ທີ່ມືຂວາຂອງໂມເຊ,ຜູ້ແຍກນ້ຳທະເລຕໍ່ໜ້າພວກເຂົາ,ເຮັດໃຫ້ກຽດເປັນຂອງພຣະອົງເອງຕະຫລອດໄປ,13ຜູ້ໃດໄດ້ນໍາພວກເຂົາຂ້າມບ່ອນນໍ້າເລິກ?ພວກເຂົາບໍ່ສະດຸດລົ້ມ,ເໝືອນມ້າແລ່ນຢ່າງສະບາຍໃນທົ່ງກວ້າງ;14ພຣະວິນຍານຂອງພຣະເຈົ້າຢາເວໄດ້ໃຫ້ພວກເຂົາພັກສະຫງົບ,ເໝືອນຝູງສັດທີ່ລົງໄປຍັງທົ່ງຮາບພຽງ.ພຣະອົງໄດ້ນຳປະຊາຊົນຂອງພຣະອົງໄປແບບນີ້ແລະ ເຮັດໃຫ້ຊື່ສຽງຂອງພຣະອົງເອງເປັນທີ່ຍົກຍ້ອງ.15ຂໍໂຜດແນມເບິ່ງຈາກສະຫວັນ,ເບິ່ງຈາກບ່ອນນັ່ງອັນສູງສົ່ງ, ບໍລິສຸດ ແລະ ມີສະຫງ່າລາສີ.ຄວາມກະຕືລືລົ້ນ ແລະ ລິດອໍານາດຍິ່ງໃຫຍ່ຂອງພຣະອົງຢູ່ໃສ?ຄວາມກະລຸນາປານີ ແລະ ຄວາມເມດຕາສົງສານຂອງພຣະອົງຖືກຢຶດໜ່ວງໄປຈາກພວກຂ້ານ້ອຍ.16ແຕ່ພຣະອົງເປັນພະບິດາຂອງພວກຂ້ານ້ອຍ,ເຖິງແມ່ນອັບຣາຮາມບໍ່ຮູ້ຈັກພວກຂ້ານ້ອຍຫລື ອິດສະຣາເອນບໍ່ຍອມຮັບພວກຂ້ານ້ອຍ;ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນພະບິດາຂອງພວກຂ້ານ້ອຍ,ພຣະຜູ້ໄຖ່ຂອງພວກເຮົາຕັ້ງແຕ່ສະໄໝກ່ອນ,17ຂ້າແດ່, ພຣະເຈົ້າຢາເວ ເປັນຫຍັງຈຶ່ງເຮັດໃຫ້ພວກຂ້ານ້ອຍຫລົງຈາກທາງຂອງພຣະອົງແລະ ເຮັດໃຫ້ຈິດໃຈຂອງພວກຂ້ານ້ອຍແຂງກະດ້າງຈົນບໍ່ຢຳເກງພຣະອົງ?ຂໍໂຜດກັບມາເພື່ອເຫັນແກ່ຜູ້ຮັບໃຊ້ຂອງພຣະອົງ?ເຜົ່າຕ່າງໆທີ່ເປັນກຳມະສິດຂອງພຣະອົງ.18ປະຊາຊົນຂອງພຣະອົງຄອບຄອງບ່ອນບໍລິສຸດຂອງພຣະອົງຢູ່ຊົ່ວໄລຍະໜຶ່ງ,ແຕ່ບັດນີ້ ບັນດາສັດຕູຂອງພວກຂ້ານ້ອຍໄດ້ຢຽບຢໍ່າບ່ອນນະມັດສະການຂອງພຣະອົງແລ້ວ,19ພວກຂ້ານ້ອຍເປັນຂອງພຣະອົງມາຕັ້ງແຕ່ອະດີດ;ແຕ່ພຣະອົງບໍ່ໄດ້ປົກຄອງພວກຂ້ານ້ອຍ,ພວກຂ້ານ້ອຍກໍບໍ່ໄດ້ຖືກເອີ້ນຕາມຊື່ຂອງພຣະອົງ.Biblica, Inc.