ເອຊາຢາ65

ການ​ພິພາກສາ ແລະ ຄວາມພົ້ນ

1“ເຮົາ​ສະແດງ​ຕົນ​ເອງ​ແກ່​ບັນດາ​ຜູ້​ທີ່​ບໍ່​ໄດ້​ເອີ້ນ​ຫາ​ເຮົາ;ບັນດາ​ຜູ້​ທີ່​ບໍ່​ໄດ້​ສະແຫວງຫາ​ເຮົາ​ກໍ​ພົບ​ເຮົາ.ຊົນຊາດ​ທີ່​ບໍ່​ໄດ້​ຮ້ອງ​ຫາ​ຊື່​ຂອງ​ເຮົາ,ເຮົາ​ກໍ​ກ່າວ​ກັບ​ພວກເຂົາ​ວ່າ, ‘ເຮົາ​ຢູ່​ບ່ອນນີ້, ເຮົາ​ຢູ່​ບ່ອນນີ້’.2ຕະຫລອດ​ວັນ​ເຮົາ​ໄດ້​ຍື່ນ​ມື​ອອກໃຫ້​ແກ່​ຊົນຊາດ​ທີ່​ດື້ດ້ານ,ທີ່​ດຳເນີນ​ຕາມ​ວິຖີທາງ​ອັນ​ບໍ່​ດີ​ບໍ່​ງາມ,ເຮັດ​ຕາມ​ຄວາມ​ຄິດ​ຈິນຕະນາການ​ຂອງ​ໂຕ​ເອງ3ຄື​ຊົນຊາດ​ທີ່​ຍົວະ​ໃຫ້​ເຮົາ​ໂກດຮ້າຍຢູ່​ຕໍ່ໜ້າ​ເຮົາ,ພວກເຂົາ​ຖວາຍ​ເຄື່ອງບູຊາ​ຕາມ​ສວນ​ຕ່າງໆແລະ ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ດິນຈີ່;4ພວກເຂົາ​ນັ່ງ​ຕາມ​ຂຸມຝັງສົບແລະ ເຝົ້າ​ຢູ່​ລັບໆ​ຕະຫລອດ​ຄືນ;ພວກເຂົາ​ກິນ​ຊີ້ນ​ໝູ,ແລະ ໃນ​ໝໍ​ຂອງ​ພວກເຂົາ​ນັ້ນ​ມີ​ນ້ຳ​ແກງ​ຊີ້ນສັດ​ທີ່​ເປັນ​ມົນທິນ​ຢູ່;5ຄົນ​ຜູ້​ກ່າວ​ວ່າ, ‘ຈົ່ງ​ຫລີກ​ໄປ; ຢ່າ​ເຂົ້າ​ມາ​ໃກ້​ຂ້ອຍ,ເພາະ​ຂ້ອຍ​ບໍລິສຸດ​ກວ່າ​ເຈົ້າ!’ຄົນ​ເຊັ່ນ​ນີ້​ເປັນ​ດັ່ງ​ຄວັນ​ໃນ​ດັງ​ຂອງ​ເຮົາ,ເປັນ​ໄຟ​ທີ່​ລຸກໄໝ້​ຕະຫລອດ​ໄປ.
6“ເບິ່ງ​ແມ, ມີ​ຂຽນ​ໄວ້​ຕໍ່ໜ້າ​ເຮົາ​ສະເໝີ​ວ່າ:ເຮົາ​ຈະ​ບໍ່​ມິດງຽບ ແຕ່​ຈະ​ຕອບ​ແທນ​ເຕັມທີ່;ເຮົາ​ຈະ​ຕອບ​ສະໜອງ​ພວກເຂົາ​ຢ່າງ​ເຕັມ​ຂະໜາດ7ທັງ​ບາບ​ຂອງ​ພວກເຂົາ ແລະ ບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ”,ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນັ້ນ.“ເພາະ​ພວກເຂົາ​ໄດ້​ເຜົາ​ເຄື່ອງບູຊາ​ເທິງ​ພູເຂົາ​ທັງຫລາຍແລະ ດູໝິ່ນ​ເຮົາ​ເທິງ​ເນີນພູ​ທັງຫລາຍ,ເຮົາ​ຈະ​ຕອບ​ສະໜອງ​ພວກເຂົາ​ຢ່າງ​ເຕັມ​ທີ່ຍ້ອນ​ການ​ກະທໍາ​ດັ້ງເດີມ​ຂອງ​ພວກເຂົາ”.
8ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ເໝືອນ​ຍັງ​ມີ​ນ້ຳ​ໝາກ​ອະງຸ່ນ​ເຫລືອ​ຢູ່​ໃນ​ພວງ​ອະງຸ່ນແລະ ມີ​ປະຊາຊົນ​ເວົ້າ​ວ່າ, ‘ຢ່າ​ທຳລາຍ​ມັນ​ຖິ້ມ,ມັນ​ຍັງ​ມີ​ດີ​ຢູ່’,ດັ່ງນັ້ນ ເຮົາ​ກໍ​ຈະເຮັດ​ແບບນັ້ນ​ເພື່ອ​ຜູ້ຮັບໃຊ້​ຂອງ​ເຮົາ;ເຮົາ​ຈະ​ບໍ່​ທຳລາຍ​ພວກເຂົາ​ໝົດ.9ເຮົາ​ຈະ​ນຳ​ລູກ​ຫລານ​ຈາກ​ຢາໂຄບ,ແລະ ຈາກ​ຢູດາ​ອອກ​ມາ​ຄື​ຜູ້​ທີ່​ຈະ​ຄອບຄອງ​ພູເຂົາ​ຕ່າງໆ​ຂອງ​ເຮົາ;ປະຊາຊົນ​ທີ່​ເຮົາ​ເລືອກ​ຈະ​ໄດ້​ຮັບ​ພວກມັນ​ເປັນ​ມໍລະດົກ,ແລະ ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ອາໄສ​ຢູ່​ທີ່ນັ້ນ.10ທົ່ງຫຍ້າ​ຊາໂຣນ​ຈະ​ເປັນ​ທົ່ງຫຍ້າ​ສຳລັບ​ຝູງ​ແກະແລະ ຮ່ອມພູ​ອາໂຄ​ຈະ​ເປັນ​ບ່ອນ​ພັກ​ສຳລັບ​ຝູງສັດ,ເພື່ອ​ປະຊາຊົນ​ຂອງ​ເຮົາ​ທີ່​ສະແຫວງຫາ​ເຮົາ.
11“ແຕ່​ສຳລັບ​ພວກເຈົ້າ​ທີ່​ປະຖິ້ມ​ພຣະເຈົ້າ​ຢາເວແລະ ລືມ​ພູເຂົາ​ສັກສິດ​ຂອງ​ເຮົາ,ຜູ້​ກາງ​ໂຕະ​ໃຫ້​ພະ​ແຫ່ງ​ໂຊກລາບແລະ ຕື່ມ​ເຫລົ້າ​ອະງຸ່ນ​ປະສົມ​ໃຫ້​ພະ​ແຫ່ງ​ຊາຕາກໍາ,12ເຮົາ​ຈະ​ກຳນົດ​ຄົມ​ດາບ​ໃຫ້​ເປັນ​ຊາຕາກຳ​ຂອງ​ພວກເຈົ້າ,ແລະ ພວກເຈົ້າ​ທັງໝົດ​ຈະ​ກົ້ມ​ລົງ​ຮັບ​ການ​ຂ້າ;ເພາະ​ເຮົາ​ໄດ້​ຮ້ອງ​ແຕ່​ເຈົ້າ​ກໍ​ບໍ່​ຕອບ,ເຮົາ​ເວົ້າ​ແຕ່​ເຈົ້າ​ບໍ່​ຟັງ.ເຈົ້າ​ເຮັດ​ຊົ່ວ​ໃນ​ສາຍຕາ​ຂອງ​ເຮົາແລະ ເລືອກ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ພໍໃຈ”.
13ສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ:“ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ກິນ,ແຕ່​ເຈົ້າ​ຈະ​ອຶດຫິວ;ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ດື່ມ,ແຕ່​ເຈົ້າ​ຈະ​ກະຫາຍຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ຊື່ນຊົມຍິນດີ,ແຕ່​ເຈົ້າ​ຈະ​ຕ້ອງ​ອັບອາຍ​ຂາຍໜ້າ.14ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ຮ້ອງເພງດ້ວຍ​ຈິດໃຈ​ທີ່​ຊື່ນຊົມ​ຍິນດີ,ແຕ່​ເຈົ້າ​ຈະ​ຮ້ອງ​ອອກ​ມາດ້ວຍ​ຄວາມ​ທຸກທໍລະມານ​ໃຈແລະ ຮ້ອງໄຫ້​ດ້ວຍ​ຫົວໃຈ​ທີ່​ແຕກສະຫລາຍ.15ເຈົ້າ​ຈະ​ເຫລືອ​ໄວ້​ແຕ່​ຊື່ເປັນ​ຄຳສາບແຊ່ງ​ໃນ​ບັນດາ​ຜູ້​ທີ່​ຖືກ​ເລືອກ​ຂອງ​ເຮົາ;ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ຂ້າ​ເຈົ້າ,ສ່ວນ​ຜູ້ຮັບໃຊ້​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຊື່​ອື່ນ​ແກ່​ພວກເຂົາ.16ຜູ້ໃດ​ຈະ​ກ່າວ​ອວຍພອນ​ໃນ​ດິນແດນ​ນັ້ນກໍ​ຈະ​ກ່າວ​ໂດຍ​ອ້າງ​ເຖິງ​ພຣະເຈົ້າ​ແຫ່ງ​ຄວາມຈິງ;ຜູ້ໃດ​ຈະ​ກ່າວ​ສາບານ​ໃນ​ດິນແດນ​ນັ້ນກໍ​ຈະ​ສາບານ​ໂດຍ​ອ້າງ​ເຖິງ​ພຣະເຈົ້າ​ແຫ່ງ​ຄວາມຈິງ.ເພາະ​ຄວາມ​ທຸກ​ລຳບາກ​ໃນ​ອະດີດ​ຈະ​ຖືກ​ລືມແລະ ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ເຮົາ.

ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນ​ໂລກ​ໃໝ່

17“ເບິ່ງ​ແມ, ເຮົາ​ຈະ​ສ້າງ​ຟ້າ​ສະຫວັນ​ໃໝ່ແລະ ແຜ່ນດິນ​ໂລກ​ໃໝ່.ຈະ​ບໍ່​ມີ​ຜູ້ໃດ​ຈົດຈຳຫລື ລະນຶກ​ເຖິງ​ສິ່ງ​ເກົ່າ​ອີກ​ຕໍ່ໄປ,18ແຕ່​ຈົ່ງ​ຊົມຊື່ນ ແລະ ຍິນດີ​ຕະຫລອດໄປໃນ​ສິ່ງ​ທີ່​ເຮົາ​ຈະ​ສ້າງ​ຂຶ້ນ.ເພາະ​ເຮົາ​ຈະ​ສ້າງ​ນະຄອນ​ເຢຣູຊາເລັມ​ໃຫ້ເປັນ​ຄວາມ​ຍິນດີແລະ ໃຫ້​ຊາວ​ເຢຣູຊາເລັມ​ເປັນ​ຄວາມ​ຊື່ນຊົມ​ຍິນດີ19ເຮົາ​ຈະ​ຊື່ນຊົມ​ຍິນດີ​ໃນ​ນະຄອນ​ເຢຣູຊາເລັມແລະ ຊົມຊື່ນ​ໃນ​ປະຊາຊົນ​ຂອງ​ເຮົາ;ທີ່ນັ້ນ​ຈະ​ບໍ່​ມີ​ສຽງ​ຄ່ຳຄວນ​ຮ້ອງໄຫ້ໃຫ້​ໄດ້​ຍິນ​ອີກ​ຕໍ່ໄປ.
20“ທີ່ນັ້ນ​ຈະ​ບໍ່​ມີ​ເດັກນ້ອຍ​ທີ່​ມີ​ຊີວິດຢູ່​ພຽງ​ສອງ​ສາມ​ວັນ,ຫລື ຄົນ​ແກ່​ທີ່​ຢູ່​ບໍ່​ຄົບ​ອາຍຸ;ຜູ້ໃດ​ທີ່​ຕາຍ​ເມື່ອ​ອາຍຸ​ຮ້ອຍ​ປີຈະ​ຖື​ວ່າ​ຕາຍ​ຕັ້ງ​ແຕ່​ຍັງ​ໜຸ່ມ;ສ່ວນ​ຄົນ​ທີ່​ຕາຍ​ຕັ້ງ​ແຕ່​ອາຍຸ​ບໍ່​ເຖິງ​ຮ້ອຍ​ປີຈະ​ຖື​ວ່າ​ເປັນ​ຄົນ​ທີ່​ຖືກ​ສາບແຊ່ງ.21ຄົນ​ທັງຫລາຍ​ຈະ​ສ້າງ​ບ້ານ ແລະ ໄດ້​ຢູ່​ອາໄສພວກເຂົາ​ຈະ​ປູກ​ໝາກ​ອະງຸ່ນ ແລະ ໄດ້​ກິນ​ຜົນ​ຂອງ​ມັນ.22ບໍ່​ມີ​ອີກ​ແລ້ວ​ທີ່​ພວກເຂົາ​ຈະ​ສ້າງ​ບ້ານ​ແລ້ວ​ມີ​ຄົນ​ອື່ນ​ມາ​ຢູ່​ແທນ,ຫລື ປູກ​ພືດພັນ​ແລ້ວ​ຄົນ​ອື່ນ​ມາ​ເກັບ​ໄປ​ກິນ.ເພາະ​ປະຊາຊົນ​ຂອງ​ເຮົາຈະ​ມີ​ອາຍຸ​ຢືນ​ເໝືອນ​ຕົ້ນໄມ້,ຜູ້​ທີ່​ເຮົາ​ເລືອກ​ໄວ້​ຈະ​ໄດ້​ຊົມຊື່ນ​ຜົນງານຈາກ​ມື​ຂອງ​ຕົນ​ຍາວນານ.23ພວກເຂົາ​ຈະ​ບໍ່​ເຮັດວຽກ​ໂດຍ​ບໍ່ມີປະໂຫຍດ,ຫລື ເກີດ​ລູກ​ມາ​ຮັບ​ເຄາະ​ກຳ;ເພາະ​ພວກເຂົາ​ຈະ​ເປັນ​ປະຊາຊາດ​ທີ່​ພຣະເຈົ້າ​ຢາເວ​ອວຍພອນ,ທັງ​ພວກເຂົາ ແລະ ລູກ​ຫລານ​ຂອງ​ພວກເຂົາ.24ກ່ອນ​ທີ່​ພວກເຂົາ​ຈະ​ຮ້ອງ​ຫາ ເຮົາ​ຈະ​ຕອບ;ຂະນະ​ທີ່​ພວກເຂົາ​ເວົ້າ​ຢູ່ ເຮົາ​ຈະ​ຟັງ.25ໝາ​ປ່າ ແລະ ລູກແກະ​ຈະ​ຫາ​ກິນ​ຢູ່​ນໍາ​ກັນ,ໂຕສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ,ສ່ວນ​ຝຸ່ນດິນ​ຈະ​ເປັນ​ອາຫານ​ຂອງ​ງູ.ສັດ​ທັງຫລາຍ​ຈະ​ບໍ່​ເຮັດ​ອັນຕະລາຍຫລື ຂ້າ​ທຳລາຍ​ກັນ​ເທິງ​ພູເຂົາ​ສັກສິດ​ຂອງ​ເຮົາ”,ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2