ເອຊາຢາ62
ຊື່ໃໝ່ຂອງຊີໂອນ
1ເພື່ອເຫັນແກ່ຊີໂອນ ຂ້ານ້ອຍຈະບໍ່ມິດງຽບ,ເພື່ອເຫັນແກ່ເຢຣູຊາເລັມ ຂ້າພະເຈົ້າຈະບໍ່ສືບຕໍ່ມິດງຽບ,ຈົນກວ່າຄວາມຊອບທຳຂອງນະຄອນນີ້ຈະສ່ອງແສງດັ່ງຮຸ່ງອາລຸນ,ແລະ ຄວາມພົ້ນສ່ອງແຈ້ງດັ່ງທວນໄຟ.2ຊົນຊາດທັງຫລາຍຈະເຫັນຄວາມຊອບທຳຂອງເຈົ້າ,ແລະ ກະສັດທັງໝົດຈະເຫັນສະຫງ່າລາສີຂອງເຈົ້າ;ເຈົ້າຈະຖືກເອີ້ນດ້ວຍຊື່ໃໝ່ຄືຊື່ທີ່ປາກຂອງພຣະເຈົ້າຢາເວໄດ້ມອບໃຫ້.3ເຈົ້າຈະເປັນມົງກຸດທີ່ສະຫງ່າງາມໃນມືຂອງພຣະເຈົ້າຢາເວ,ເປັນມົງກຸດໃນມືພຣະເຈົ້າຂອງເຈົ້າ.4ພວກເຂົາຈະບໍ່ເອີ້ນເຈົ້າວ່າ ດິນແດນທີ່ຖືກປະຖິ້ມ,ຫລື ບ່ອນຮົກຮ້າງອີກຕໍ່ໄປ.ແຕ່ເຈົ້າຈະໄດ້ຊື່ວ່າ ເຮົາພໍໃຈໃນນໍານາງ,ແລະ ແຜ່ນດິນຂອງເຈົ້າຈະມີຊື່ວ່າແຕ່ງງານແລ້ວ;ເພາະພຣະເຈົ້າຢາເວຈະປິຕິຍິນດີໃນຕົວເຈົ້າ,ແລະ ດິນແດນຂອງເຈົ້າຈະໄດ້ແຕ່ງງານ;5ດັ່ງຊາຍໜຸ່ມແຕ່ງງານກັບຍິງໜຸ່ມ,ດັ່ງນັ້ນ ພຣະຜູ້ສ້າງຂອງເຈົ້າຈະແຕ່ງງານກັບເຈົ້າ;ດັ່ງເຈົ້າບ່າວຊື່ນຊົມຍິນດີໃນເຈົ້າສາວຂອງຕົນ,ດັ່ງນັ້ນ ພຣະເຈົ້າຂອງເຈົ້າຈະຊື່ນຊົມຍິນດີໃນຕົວເຈົ້າ.6ເຢຣູຊາເລັມ, ເຮົາໄດ້ຕັ້ງຍາມໄວ້ເທິງກຳແພງຂອງເຈົ້າ;ພວກເຂົາຈະບໍ່ມິດງຽບຢູ່ທັງກາງເວັນ ຫລື ກາງຄືນ.ເຈົ້າຜູ້ຮ້ອງຫາພຣະເຈົ້າຢາເວ,ຈົ່ງຢ່າຢຸດພັກ,7ແລະ ຢ່າໃຫ້ພຣະເຈົ້າຢຸດພັກຈົນພຣະອົງໄດ້ຕັ້ງເຢຣູຊາເລັມແລະ ເຮັດໃຫ້ເປັນທີ່ຍົກຍ້ອງໃນໂລກ.8ພຣະເຈົ້າຢາເວໄດ້ຍົກມືຂວາແລະ ແຂນອັນຍິ່ງໃຫຍ່ສາບານວ່າ:“ເຮົາຈະບໍ່ເອົາເມັດເຂົ້າຂອງເຈົ້າໃຫ້ເປັນອາຫານຂອງສັດຕູອີກຕໍ່ໄປ,ແລະ ຄົນຕ່າງຊາດຈະບໍ່ໄດ້ດື່ມເຫລົ້າອະງຸ່ນໃໝ່ທີ່ເປັນເຫື່ອແຮງຂອງເຈົ້າອີກຕໍ່ໄປ;9ແຕ່ຜູ້ທີ່ເກັບກ່ຽວຈະໄດ້ກິນແລະ ສັນລະເສີນພຣະເຈົ້າຢາເວ,ແລະ ຜູ້ທີ່ເກັບອະງຸ່ນຈະດື່ມເຫລົ້າອະງຸ່ນໃນເດີນວິຫານຂອງເຮົາ”.10ຈົ່ງອອກໄປ, ຈົ່ງອອກໄປທາງປະຕູ!ຈົ່ງຕຽມຫົນທາງສຳລັບປະຊາຊົນຂອງເຮົາ.ຈົ່ງສ້າງຂຶ້ນ, ຈົ່ງສ້າງທາງຂຶ້ນ!ຈົ່ງເກັບຫີນອອກໄປ.ຈົ່ງຍົກທຸງຂຶ້ນສຳລັບຊົນຊາດຕ່າງໆ.11ພຣະເຈົ້າຢາເວໄດ້ປະກາດໄປຈົນສຸດປາຍແຜ່ນດິນໂລກວ່າ:“ຈົ່ງບອກລູກສາວຂອງຊີໂອນວ່າ,‘ຈົ່ງເບິ່ງ, ພຣະຜູ້ໄຖ່ໃຫ້ພົ້ນຂອງເຈົ້າມາແລ້ວ,ຈົ່ງເບິ່ງ, ບໍາເໜັດລາງວັນຢູ່ກັບພຣະອົງ,ແລະ ລາງວັນຂອງພຣະອົງກໍຕິດຕາມພຣະອົງມາ’ ”.12ພວກເຂົາຈະໄດ້ຊື່ວ່າ “ປະຊາຊົນຜູ້ບໍລິສຸດ”,ແລະ “ຜູ້ທີ່ພຣະເຈົ້າຢາເວໄດ້ໄຖ່ໄວ້”;ແລະ ເຈົ້າຈະໄດ້ຊື່ວ່າ “ເປັນທີ່ຕ້ອງການ”,ແລະ “ນະຄອນທີ່ບໍ່ຖືກປະຖິ້ມອີກຕໍ່ໄປ”.Biblica, Inc.