ເອຊາຢາ61

ປີ​ແຫ່ງ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ຢາເວ

1ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຢູ່​ກັບ​ຂ້ານ້ອຍ,ເພາະ​ພຣະເຈົ້າ​ຢາເວ​ໄດ້​ເຈີມ​ຂ້ານ້ອຍ​ໄວ້ໃຫ້​ປະກາດ​ຂ່າວ​ດີ​ແກ່​ຜູ້​ທຸກຍາກ.ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ​ໜູນໃຈ​ຜູ້​ຊ້ຳ​ໃຈ,ໃຫ້​ປະກາດ​ອິດສະຫລະພາບ​ແກ່​ບັນດາ​ຊະເລີຍແລະ ປົດປ່ອຍ​ນັກໂທດ​ອອກ​ຈາກ​ຄວາມ​ມືດ,2ໃຫ້​ປະກາດ​ປີ​ແຫ່ງ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ຢາເວແລະ ວັນ​ແຫ່ງ​ການ​ແກ້ແຄ້ນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ,ໃຫ້​ເລົ້າໂລມ​ທຸກຄົນ​ທີ່​ໂສກເສົ້າ​ຮ້ອງໄຫ້,3ແລະ ຈັດຕຽມ​ສໍາລັບ​ຜູ້​ທີ່​ໂສກເສົ້າ​ໃນ​ຊີໂອນມອບ​ມົງກຸດ​ແຫ່ງ​ຄວາມ​ງາມແທນ​ຂີ້​ເທົ່າ,ມອບ​ນ້ຳມັນ​ແຫ່ງ​ຄວາມ​ຍິນດີແທນ​ການ​ໄວ້ທຸກ,ແລະ ເຄື່ອງ​ນຸ່ງ​ຫົ່ມ​ແຫ່ງ​ການ​ສັນລະເສີນແທນ​ວິນຍານ​ແຫ່ງ​ຄວາມ​ສິ້ນຫວັງ.ພວກເຂົາ​ຈະ​ຖືກ​ເອີ້ນ​ວ່າ​ຕົ້ນໂອກ​ແຫ່ງ​ຄວາມ​ຊອບທຳ,ເປັນ​ຕົ້ນໄມ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ປູກ​ໄວ້ເພື່ອ​ສະແດງ​ຄວາມ​ຮຸ່ງເຮືອງ​ຂອງ​ພຣະອົງ.
4ພວກເຂົາ​ຈະ​ສ້າງ​ຊາກ​ບູຮານ​ທີ່​ຫັກພັງ​ຂຶ້ນ​ໃໝ່ແລະ ສ້າງ​ສະຖານ​ທີ່​ຕ່າງໆ​ທີ່​ຖືກ​ທຳລາຍ​ເມື່ອ​ດົນນານ​ມາ​ແລ້ວ​ຂຶ້ນ​ໃໝ່;ພວກເຂົາ​ຈະ​ຟື້ນຟູ​ເມືອງ​ຫັກພັງ​ທັງຫລາຍທີ່​ຖືກ​ທຳລາຍ​ມາ​ຫລາຍ​ຊົ່ວ​ອາຍຸ​ຄົນ.5ຄົນ​ແປກໜ້າ​ຈະ​ລ້ຽງດູ​ຝູງ​ແກະ​ຂອງ​ເຈົ້າ;ຄົນ​ຕ່າງຊາດ​ຈະ​ເຮັດວຽກ​ໃນ​ທົ່ງນາ ແລະ ໃນ​ສວນ​ອະງຸ່ນ​ຂອງ​ເຈົ້າ.6ແລະ ເຈົ້າ​ຈະ​ເອີ້ນ​ວ່າ​ປະໂລຫິດ​ຂອງ​ພຣະເຈົ້າ​ຢາເວ,ເຈົ້າ​ຈະ​ໄດ້​ຊື່​ວ່າ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.ເຈົ້າ​ຈະ​ອິ່ມ​ດ້ວຍ​ຊັບສົມບັດ​ຂອງ​ຊົນຊາດ​ຕ່າງໆ,ແລະ ເຈົ້າ​ຈະ​ອວດ​ຄວາມ​ຍິ່ງໃຫຍ່​ຂອງ​ພວກເຂົາ.
7ພວກເຈົ້າ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ເປັນ​ສອງ​ເທົ່າ,ແທນ​ຄວາມ​ອັບອາຍ​ຂອງ​ພວກເຈົ້າພວກເຈົ້າ​ຈະ​ຊື່ນຊົມຍິນດີ​ໃນ​ມໍລະດົກ​ຂອງ​ຕົນ.ແທນ​ຄວາມ​ອັບອາຍ​ຂາຍ​ໜ້າ.ເພາະ​ສະນັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ເປັນ​ສອງ​ເທົ່າ​ໃນ​ແຜ່ນດິນ​ຂອງ​ພວກເຈົ້າ,ແລະ ຄວາມ​ຊື່ນຊົມ​ຍິນດີ​ຕະຫລອດໄປ​ຈະ​ເປັນ​ຂອງ​ພວກເຈົ້າ.
8“ເພາະ​ເຮົາ, ພຣະເຈົ້າ​ຢາເວ, ຮັກ​ຄວາມ​ຍຸຕິທຳ:ເຮົາ​ກຽດຊັງ​ການ​ປຸ້ນ​ຈີ້ ແລະ ການ​ເຮັດ​ຜິດ.ເຮົາ​ຈະ​ໃຫ້​ບຳເໜັດ​ຢ່າງ​ສັດຊື່​ແກ່​ປະຊາຊົນ​ຂອງ​ເຮົາແລະ ຈະ​ເຮັດ​ຄຳໝັ້ນສັນຍາ​ຕະຫລອດໄປ​ກັບ​ພວກເຂົາ.9ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆແລະ ລູກ​ຫລານ​ຂອງ​ພວກເຂົາ​ຈະ​ເປັນ​ທີ່​ຮູ້ຈັກ​ທ່າມກາງ​ຊົນຊາດ​ທັງຫລາຍ.ທຸກຄົນ​ທີ່​ເຫັນ​ພວກເຂົາ​ຈະ​ຮູ້​ວ່າພວກເຂົາ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ອວຍພອນ”.
10ຂ້ານ້ອຍ​ຍິນດີ​ໃນ​ພຣະເຈົ້າ​ຢາເວ​ຫລາຍ;ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.ເພາະ​ພຣະອົງ​ໄດ້​ຮົ່ມ​ຂ້ານ້ອຍ​ດ້ວຍ​ເຄື່ອງນຸ່ງ​ແຫ່ງ​ຄວາມພົ້ນ​ໃຫ້ແລະ ໃຫ້​ຂ້ານ້ອຍ​ໃສ່​ເສື້ອຄຸມ​ແຫ່ງ​ຄວາມ​ຊອບທຳ,ດັ່ງ​ເຈົ້າບ່າວ​ປະດັບ​ຫົວ​ຄື​ປະໂລຫິດ,ແລະ ເໝືອນ​ເຈົ້າສາວ​ປະດັບ​ກາຍ​ດ້ວຍ​ເພັດ​ນິນ​ຈິນດາ.11ເພາະ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກ​ຂຶ້ນ​ມາແລະ ສວນ​ເຮັດ​ໃຫ້​ເມັດ​ພັນ​ງອກ​ງາມ​ໄດ້​ສັນໃດພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ໃຫ້​ຄວາມ​ຊອບທຳ ແລະ ການ​ສັນລະເສີນປາກົດ​ຂຶ້ນ​ຕໍ່ໜ້າ​ທຸກ​ຊົນຊາດ​ສັນນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2