ເອຊາຢາ60
ສະຫງ່າລາສີຂອງຊີໂອນ
1“ເຢຣູຊາເລັມ, ຈົ່ງລຸກຂຶ້ນ, ສ່ອງແສງ, ເພາະຄວາມສະຫວ່າງຂອງເຈົ້າມາແລ້ວ,ແລະ ສະຫງ່າລາສີຂອງພຣະເຈົ້າຢາເວສ່ອງຂຶ້ນເທິງເຈົ້າ.2ເບິ່ງແມ, ຄວາມມືດປົກຄຸມໂລກຄວາມມືດໜາຢູ່ເໜືອບັນດາປະຊາຊາດ,ແຕ່ພຣະເຈົ້າຢາເວໄດ້ສ່ອງສະຫວ່າງຂຶ້ນເທິງເຈົ້າແລະ ສະຫງ່າລາສີຂອງພຣະອົງປາກົດຂຶ້ນເທິງເຈົ້າ.3ຊົນຊາດທັງຫລາຍຈະມາຫາແສງສະຫວ່າງຂອງເຈົ້າ,ບັນດາກະສັດຈະມາຫາຄວາມສະຫວ່າງດັ່ງຮຸ່ງອາລຸນຂອງເຈົ້າ.4“ຈົ່ງເງີຍໜ້າຂຶ້ນ ແລະ ເບິ່ງໄປຮອບຕົວ:ທຸກຄົນລວມໂຕກັນ ແລະ ມາຫາເຈົ້າ;ລູກຊາຍທັງຫລາຍຂອງເຈົ້າມາຈາກແດນໄກພຸ້ນ,ແລະ ລູກສາວທັງຫລາຍຂອງເຈົ້າມີຄົນອຸ້ມມາ.5ຫລັງຈາກນັ້ນ ເຈົ້າຈະເຫັນ ແລະ ຊື່ນຊົມ,ຫົວໃຈຂອງເຈົ້າຈະເບີກບານຕື່ນເຕັ້ນ ແລະ ຍິນດີ;ຄວາມຮັ່ງມີແຫ່ງຈາກທະເລຈະຖືກນຳມາມອບໃຫ້ເຈົ້າ,ຊັບສົມບັດຂອງຊົນຊາດຕ່າງໆຈະມາຫາເຈົ້າ.6ຝູງອູດປົກຄຸມທົ່ວດິນແດນຂອງເຈົ້າ,ອູດໜຸ່ມມາຈາກມີດີອານ ແລະ ເອຟາ.ແລະ ອູດທັງໝົດຈາກເຊບາກໍຈະມາ,ບັນທຸກຄໍາ ແລະ ເຄື່ອງຫອມແລະ ປະກາດຄຳສັນລະເສີນພຣະເຈົ້າຢາເວ.7ຝູງແກະທັງໝົດແຫ່ງເກດາຈະຖືກຮວບຮວມມາຫາເຈົ້າ,ແກະຜູ້ທັງຫລາຍຂອງເນບາໂຢດຈະຮັບໃຊ້ເຈົ້າ;ພວກມັນຈະໄດ້ຮັບການຍອມຮັບ ເປັນເຄື່ອງບູຊາເທິງແທ່ນບູຊາຂອງເຮົາ,ແລະ ເຮົາຈະຕົກແຕ່ງວິຫານທີ່ມີສະຫງ່າລາສີຂອງເຮົາ.8“ຄົນເຫລົ່ານີ້ແມ່ນໃຜທີ່ພາກັນເຄື່ອນມາດັ່ງເມກ,ເໝືອນນົກເຂົາບິນກັບຮັງ?9ແນ່ນອນ ເກາະແກ້ງທັງຫລາຍແນມມາຫາເຮົາ;ທີ່ແລ່ນນຳໜ້າມາຄືຂະບວນເຮືອໃຫຍ່ຂອງເມືອງຕາກຊິດ,ນຳພວກລູກຂອງເຈົ້າມາຈາກແດນໄກ,ພ້ອມດ້ວຍເງິນ ແລະ ຄໍາຂອງພວກເຂົາ,ເພື່ອກຽດຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,ອົງບໍລິສຸດແຫ່ງອິດສະຣາເອນ,ເພາະພຣະອົງໃຫ້ຄວາມຮຸ່ງເຮືອງແກ່ເຈົ້າ.10“ຄົນຕ່າງຊາດຈະສ້າງກຳແພງຂອງເຈົ້າຂຶ້ນໃໝ່,ບັນດາກະສັດຂອງພວກເຂົາຈະຮັບໃຊ້ເຈົ້າ.ຜ່ານຄວາມໃຈຮ້າຍເຮົາໄດ້ລົງໂທດເຈົ້າ,ແຕ່ໃນຄວາມກະລຸນາ ເຮົາຈະສະແດງຄວາມເມດຕາແກ່ເຈົ້າ.11ປະຕູທັງຫລາຍຂອງເຈົ້າຈະເປີດໄວ້ຕະຫລອດ,ພວກມັນຈະບໍ່ປິດເລີຍ, ທັງກາງເວັນກາງຄືນ,ເພື່ອຄົນເຫລົ່ານັ້ນຈະນຳຄວາມຮັ່ງມີຂອງບັນດາຊົນຊາດທັງຫລາຍມາໃຫ້ເຈົ້າທີ່ບັນດາກະສັດຂອງພວກເຂົາເປັນຜູ້ນຳຂະບວນສະຫລອງໄຊ.12ເພາະຊົນຊາດ ຫລື ອານາຈັກໃດທີ່ບໍ່ຍອມຮັບໃຊ້ເຈົ້າຈະຈິບຫາຍ;ມັນຈະຖືກທຳລາຍໃຫ້ພິນາດ.13“ຄວາມງົດງາມແຫ່ງເລບານອນຈະມາຫາເຈົ້າ,ທັງຕົ້ນໄມ້ສີດາ, ຕົ້ນແປກ ແລະ ຕົ້ນໄຊເປດເພື່ອຕົບແຕ່ງບ່ອນນະມັດສະການຂອງເຮົາ.ແລະ ເຮົາຈະເຊີດຊູບ່ອນວາງຕີນຂອງເຮົາ.14ລູກທັງຫລາຍຂອງຜູ້ທີ່ກົດຂີ່ຂົ່ມເຫັງເຈົ້າຈະມາກົ້ມກາບຕໍ່ໜ້າເຈົ້າ;ຄົນທັງໝົດທີ່ດູຖູກເຈົ້າຈະກົ້ມລົງທີ່ຕີນຂອງເຈົ້າແລະ ຈະເອີ້ນເຈົ້າວ່າ ‘ນະຄອນຂອງພຣະເຈົ້າຢາເວ,’‘ຊີໂອນຂອງອົງບໍລິສຸດແຫ່ງອິດສະຣາເອນ’.15“ເຖິງວ່າເຈົ້າເຄີຍຖືກປະຖິ້ມ ແລະ ກຽດຊັງ,ບໍ່ມີຜູ້ໃດເດີນທາງຜ່ານ,ເຮົາຈະເຮັດໃຫ້ເຈົ້າເປັນພູມໃຈຕະຫລອດໄປແລະ ເປັນຄວາມຊື່ນຊົມຍິນດີຂອງຄົນທຸກລຸ້ນ.16ເຈົ້າຈະດື່ມນົມຂອງຊົນຊາດຕ່າງໆແລະ ເຈົ້າຈະໄດ້ຮັບການລ້ຽງດູຈາກເອິກຂອງກະສັດ.ຈາກນັ້ນ ເຈົ້າຈະຮູ້ວ່າ ເຮົາ, ພຣະເຈົ້າຢາເວເປັນພຣະຜູ້ໄຖ່ໃຫ້ພົ້ນຂອງເຈົ້າ,ເປັນພຣະຜູ້ໄຖ່ຂອງເຈົ້າ, ເປັນອົງຜູ້ມີລິດອໍານາດຍິ່ງໃຫຍ່ຂອງຢາໂຄບ.17ເຮົາຈະນຳຄຳມາໃຫ້ເຈົ້າແທນທອງສຳລິດ,ນຳເງິນມາແທນເຫລັກ.ເຮົານຳທອງສຳລິດມາໃຫ້ເຈົ້າແທນໄມ້,ແລະ ນຳເຫລັກມາແທນຫີນ.ເຮົາຈະເຮັດໃຫ້ສັນຕິສຸກເປັນເຈົ້າເມືອງຂອງເຈົ້າແລະ ຄວາມຊອບທຳເປັນຜູ້ປົກຄອງຂອງເຈົ້າ.18ຈະບໍ່ໄດ້ຍິນເລື່ອງຄວາມຮຸນແຮງໃນດິນແດນຂອງເຈົ້າອີກ,ບໍ່ມີຄວາມຈິບຫາຍ ຫລື ການທຳລາຍໃນເຂດແດນຂອງເຈົ້າ,ແຕ່ເຈົ້າຈະເອີ້ນກຳແພງຂອງເຈົ້າວ່າ ‘ຄວາມພົ້ນ’ແລະ ປະຕູຂອງເຈົ້າວ່າ ‘ສັນລະເສີນ’.19ເຈົ້າບໍ່ຕ້ອງອາໄສແສງຕາເວັນຍາມກາງເວັນ,ຫລື ຄວາມແຈ້ງສະຫວ່າງຂອງດວງເດືອນອີກຕໍ່ໄປ,ເພາະພຣະເຈົ້າຢາເວເປັນສະຫງ່າລາສີນິລັນດອນສຳລັບເຈົ້າ.ແລະ ພຣະເຈົ້າຂອງເຈົ້າຈະເປັນຄວາມສະຫວ່າງຂອງເຈົ້າ.20ດວງຕາເວັນຂອງເຈົ້າຈະບໍ່ຫລັບໄປອີກ,ແລະ ດວງຈັນຂອງເຈົ້າກໍຈະບໍ່ມີແຮມ;ພຣະເຈົ້າຢາເວຈະເປັນຄວາມສະຫວ່າງນິລັນດອນສຳລັບເຈົ້າ,ວັນຄືນອັນທຸກໂສກຂອງເຈົ້າຈະສິ້ນສຸດລົງ.21ເມື່ອນັ້ນປະຊາຊົນທັງໝົດຂອງເຈົ້າຈະເປັນຄົນຊອບທຳພວກເຂົາຈະຄອບຄອງດິນແດນຕະຫລອດໄປ.ພວກເຂົາເປັນຕົ້ນອ່ອນທີ່ເຮົາໄດ້ປູກໄວ້,ເປັນຜົນງານຈາກມືຂອງເຮົາ,ເພື່ອສະແດງຄວາມຮຸ່ງເຮືອງຂອງເຮົາ.22ຜູ້ທີ່ເລັກນ້ອຍທີ່ສຸດຂອງເຈົ້າຈະກາຍເປັນພັນ,ແລະ ຜູ້ນ້ອຍໆທີ່ສຸດຈະເປັນຊາດທີ່ຍິ່ງໃຫຍ່.ເຮົາຄືພຣະເຈົ້າຢາເວ;ເມື່ອເຖິງເວລາ ເຮົາກໍຈະເຮັດສິ່ງນີ້ຢ່າງວ່ອງໄວ”.Biblica, Inc.