ເອຊາຢາ59
ບາບ, ການສາລະພາບ ແລະ ການໄຖ່
1ແນ່ນອນ ແຂນຂອງພຣະເຈົ້າຢາເວບໍ່ໄດ້ສັ້ນເກີນກວ່າທີ່ຈະຊ່ວຍໃຫ້ພົ້ນ,ທັງຫູຂອງພຣະອົງກໍບໍ່ໄດ້ໜວກເກີນກວ່າຈະໄດ້ຍິນ.2ແຕ່ຄວາມຊົ່ວຊ້າຂອງພວກເຈົ້າທີ່ໄດ້ແຍກພວກເຈົ້າອອກຈາກພຣະເຈົ້າຂອງພວກເຈົ້າ;ບາບຂອງເຈົ້າເຮັດໃຫ້ພຣະອົງເຊື່ອງໜ້າຂອງພຣະອົງຈາກເຈົ້າ,ດັ່ງນັ້ນ ພຣະອົງຈຶ່ງບໍ່ຮັບຟັງ.3ເພາະມືຂອງພວກເຈົ້າເປື້ອນດ້ວຍເລືອດ,ນິ້ວມືຂອງເຈົ້າເຕັມໄປດ້ວຍຄວາມຮູ້ສຶກຜິດ.ຮີມສົບຂອງພວກເຈົ້າເວົ້າຕົວະ,ແລະ ລີ້ນຂອງພວກເຈົ້າຈົ່ມເຖິງສິ່ງຊົ່ວຮ້າຍ.4ບໍ່ມີຜູ້ໃດຮຽກຮ້ອງໃຫ້ມີຄວາມຍຸຕິທຳ;ບໍ່ມີຜູ້ໃດດຳເນີນຄະດີດ້ວຍຄວາມຊື່ສັດສຸດຈະລິດ.ພວກເຂົາວາງໃຈໃນການຂັດແຍ້ງອັນບໍ່ມີປະໂຫຍດ, ພວກເຂົາເວົ້າຕົວະພວກເຂົາກໍ່ຄວາມເດືອດຮ້ອນ ແລະ ໃຫ້ກຳເນີດຄວາມຊົ່ວຮ້າຍ.5ພວກເຂົາຟັກໄຂ່ງູພິດແລະ ປັ່ນໃຍແມງມູມ.ຜູ້ໃດກິນໄຂ່ຂອງພວກເຂົາກໍຈະຕາຍ,ແລະ ເມື່ອໄຂ່ໜ່ວຍໃດແຕກ, ງູພິດກໍເລືອອອກມາ.6ໃຍແມງມຸມທີ່ພວກເຂົາປັ່ນຂຶ້ນມາກໍໃຊ້ປະໂຫຍດເປັນເຄື່ອງນຸ່ງບໍ່ໄດ້;ພວກເຂົາບໍ່ສາມາດປົກຄຸມໂຕເອງດ້ວຍສິ່ງທີ່ຕົນເຮັດຂຶ້ນ.ການກະທໍາຂອງພວກເຂົາຄືການກະທໍາທີ່ຊົ່ວຮ້າຍ,ແລະ ການກະທໍາອັນຮຸນແຮງຢູ່ໃນມືຂອງພວກເຂົາ.7ຕີນຂອງພວກເຂົາແລ່ນເຂົ້າຫາບາບ;ແລະ ພວກເຂົາວ່ອງໄວທີ່ຈະເອົາຊີວິດຜູ້ບໍລິສຸດ.ພວກເຂົາດໍາເນີນຕາມແຜນການຊົ່ວຮ້າຍ;ການກະທໍາອັນຮຸນແຮງເປັນສັນຍາລັກບົ່ງບອກທາງຂອງພວກເຂົາ.8ພວກເຂົາບໍ່ຮູ້ຈັກທາງແຫ່ງສັນຕິສຸກ;ບໍ່ມີຄວາມຍຸຕິທຳໃນຫົນທາງຂອງພວກເຂົາ.ພວກເຂົາເຮັດໃຫ້ມັນກາຍເປັນຖະໜົນທີ່ຄົດລ້ຽວ;ບໍ່ມີຜູ້ໃດທີ່ດຳເນີນໃນທາງຂອງພວກເຂົາຈະຮູ້ຈັກສັນຕິສຸກ.9ດັ່ງນັ້ນ ຄວາມຍຸຕິທຳຈຶ່ງຫ່າງໄກຈາກພວກເຮົາ,ແລະ ຄວາມຊອບທຳບໍ່ໄດ້ມາເຖິງພວກເຮົາ.ພວກເຮົາຊອກຫາຄວາມສະຫວ່າງ, ແຕ່ກໍພົບແຕ່ຄວາມມືດ;ພວກເຮົາຊອກຫາຄວາມສົດໃສ, ແຕ່ເຮົາກໍເດີນຢູ່ໃນເງົາມືດມິດ.10ພວກເຮົາຄຳໄປຕາມກຳແພງຄືຄົນຕາບອດ,ຄຳຫາທາງຄືຄົນບໍ່ມີຕາ.ກາງເວັນພວກເຮົາກໍສະດຸດລົ້ມຄືຕອນກາງຄືນ;ພວກເຮົາຈຶ່ງເປັນຄືຄົນຕາຍທ່າມກາງຄົນເຂັ້ມແຂງ.11ພວກເຮົາທຸກຄົນຄາງຄືໝີ;ຄວນຄາງສຽງເສົ້າຄືນົກກາງແກ.ພວກເຮົາຊອກຫາຄວາມຍຸຕິທຳ, ແຕ່ບໍ່ພົບຫຍັງເລີຍ;ແນມຫາການຊ່ວຍກູ້ໃຫ້ພົ້ນ, ແຕ່ມັນຢູ່ໄກ.12ເພາະຄວາມຜິດຂອງພວກເຮົາໜັກຫລາຍໃນສາຍຕາຂອງພຣະອົງ,ແລະ ຄວາມບາບທັງຫລາຍຂອງພວກເຮົາກໍຕໍ່ສູ້ພວກເຮົາ.ຄວາມຜິດຂອງພວກເຮົາຢູ່ກັບພວກເຮົາຕະຫລອດ,ແລະ ພວກເຮົາຍອມຮັບຄວາມຊົ່ວຊ້າທັງຫລາຍຂອງພວກເຮົາ,13ພວກເຮົາກະບົດທໍລະຍົດຕໍ່ພຣະເຈົ້າຢາເວ,ຫັນຫລັງໃຫ້ພຣະເຈົ້າຂອງພວກເຮົາ,ປັ່ນປ່ວນໃຫ້ເກີດການກະບົດ ແລະ ການກົດຂີ່,ເວົ້າຄຳຕົວະທີ່ໃຈພວກເຮົາຄິດໄວ້ໃນໃຈ.14ດັ່ງນັ້ນ ຄວາມຍຸຕິທຳຈຶ່ງຂັບໄລ່ໄປ,ແລະ ຄວາມຊອບທຳໜີຫ່າງ;ຄວາມຈິງສະດຸດກາງທາງ,ຄວາມສັດຊື່ບໍ່ສາມາດເຂົ້າມາໄດ້.15ບໍ່ສາມາດຫາຄວາມຈິງຢູ່ໃສໄດ້ເລີຍ,ຜູ້ທີ່ຫລີກໜີຈາກຄວາມຊົ່ວກັບຕົກເປັນເຫຍື່ອ.ພຣະເຈົ້າຢາເວໄດ້ຫລຽວເບິ່ງ ແລະ ບໍ່ພໍໃຈເພາະບໍ່ມີຄວາມຍຸຕິທຳເລີຍ.16ພຣະອົງເຫັນວ່າບໍ່ມີຜູ້ໃດເລີຍ,ແລະ ເສຍໃຈທີ່ບໍ່ມີຜູ້ໃດຍ່າງເຂົ້າມາຊ່ວຍ;ດັ່ງນັ້ນ ແຂນຂອງພຣະອົງເອງຈຶ່ງນຳຄວາມພົ້ນມາ,ແລະ ຄວາມຊອບທຳຂອງພຣະອົງກໍຄ້ຳຊູພຣະອົງໄວ້.17ພຣະອົງໃສ່ຄວາມຊອບທຳເປັນເສື້ອຫຸ້ມເກາະ,ແລະ ໄດ້ໃສ່ໝວກເຫລັກແຫ່ງຄວາມພົ້ນໄວ້ເທິງຫົວຂອງພຣະອົງ;ພຣະອົງໃສ່ເສື້ອຄຸມແຫ່ງການແກ້ແຄ້ນແລະ ໄດ້ຫໍ່ໂຕດ້ວຍຄວາມກະຕືລືລົ້ນຄືໃສ່ເສື້ອຄຸມ.18ພຣະອົງຈະຕອບແທນສັດຕູທັງຫລາຍຂອງພຣະອົງຕາມສິ່ງທີ່ພວກເຂົາໄດ້ເຮັດແລະ ຈະແກ້ແຄ້ນສັດຕູທັງຫລາຍຂອງພຣະອົງໃຫ້ສົມກັບການກະທໍາຂອງພວກເຂົາ;ພຣະອົງຈະຕອບແທນເກາະແກ້ງຕ່າງໆຕາມທີ່ພວກມັນສົມຄວນຈະໄດ້ຮັບ.19ປະຊາຊົນຈາກຕາເວັນຕົກຈະຢຳເກງຊື່ຂອງພຣະເຈົ້າຢາເວ,ແລະ ຈາກບ່ອນທີ່ຕາເວັນຂຶ້ນ, ພວກເຂົາຈະຍົກຍ້ອງສະຫງ່າລາສີຂອງພຣະອົງ.ເພາະພຣະອົງຈະມາເໝືອນກະແສນ້ຳແຮງທີ່ຂັບເຄື່ອນດ້ວຍລົມຫາຍໃຈຂອງພຣະເຈົ້າຢາເວ.20“ພຣະຜູ້ໄຖ່ຈະມາຍັງຊີໂອນ,ມາຫາຄົນໃນເຊື້ອສາຍຂອງຢາໂຄບທີ່ກັບໃຈຈາກບາບຂອງພວກເຂົາ”,ພຣະເຈົ້າຢາເວ ປະກາດດັ່ງນັ້ນ.21ພຣະເຈົ້າຢາເວກ່າວວ່າ, “ສໍາລັບເຮົາ, ນີ້ແມ່ນຄຳໝັ້ນສັນຍາຂອງເຮົາກັບພວກເຂົາ. ຈິດວິນຍານຂອງເຮົາ, ທີ່ຢູ່ກັບເຈົ້າ, ແລະ ຖ້ອຍຄຳຂອງເຮົາທີ່ເຮົາໃສ່ໄວ້ໃນປາກຂອງເຈົ້າ, ຈະບໍ່ພາກໄປຈາກປາກຂອງເຈົ້າ, ຫລື ຈາກປາກພວກລູກຂອງເຈົ້າ ຫລື ຈາກປາກເຊື້ອສາຍຂອງພວກເຂົານັບແຕ່ບັດນີ້ ແລະ ຕະຫລອດໄປ”, ພຣະເຈົ້າຢາເວກ່າວດັ່ງນັ້ນ.Biblica, Inc.