ເອຊາຢາ5
ບົດເພງຂອງສວນອະງຸ່ນ
1ຂ້ອຍຈະຮ້ອງບົດເພງແກ່ຜູ້ທີ່ຂ້ອຍຮັກບົດເພງກ່ຽວກັບສວນອະງຸ່ນຂອງລາວ:ທີ່ຮັກຂອງຂ້ອຍມີສວນອະງຸ່ນບ່ອນໜຶ່ງເທິງພູເຂົາອັນອຸດົມສົມບູນ.2ລາວໄຖດິນ ແລະ ເກັບຫີນອອກແລະ ປູກອະງຸ່ນພັນດີ.ລາວສ້າງຫໍຄອຍຂຶ້ນແລະ ເຈາະອ່າງບີບໝາກອະງຸ່ນໄວ້.ຈາກນັ້ນລາວຖ້າເກັບໝາກອະງຸ່ນຊັ້ນດີ,ແຕ່ພັດໄດ້ອະງຸ່ນສົ້ມ.3“ໂອ ປະຊາຊົນໃນເຢຣູຊາເລັມ ແລະ ປະຊາຊົນແຫ່ງຢູດາຍ,ຈົ່ງຕັດສິນຄວາມລະຫວ່າງເຮົາກັບສວນອະງຸ່ນຂອງເຮົາ.4ເຮົາຈະເຮັດຫຍັງໄດ້ອີກເພື່ອສວນອະງຸ່ນຂອງເຮົາ?ຫລາຍກວ່າທີ່ເຮົາເຄີຍໄດ້ເຮັດເພື່ອມັນ?ເມື່ອເຮົາຫວັງຜົນໝາກອະງຸ່ນທີ່ດີ,ເປັນຫຍັງຈຶ່ງໄດ້ແຕ່ໝາກອະງຸ່ນສົ້ມ?5ບັດນີ້ເຮົາຈະບອກເຈົ້າສິ່ງທີ່ເຮົາຈະເຮັດກັບສວນອະງຸ່ນຂອງເຮົາ:ເຮົາຈະຮື້ຮົ້ວໜາມລົງ,ແລະ ປ່ອຍໃຫ້ສວນນັ້ນຖືກທຳລາຍ;ເຮົາຈະທໍາລາຍກຳແພງລົງ,ແລະ ມັນຈະຖືກຢຽບຢ່ຳ.6ເຮົາຈະຖິ້ມໃຫ້ຮ້າງເປົ່າ,ບໍ່ຫັກກິ່ງ ຫລື ພວນດິນໃຫ້,ປ່ອຍໃຫ້ໜາມຮົກຂຶ້ນຢູ່ທີ່ນັ້ນ.ເຮົາຈະສັ່ງເມກບໍ່ໃຫ້ສົ່ງຝົນມາຫົດມັນອີກຕໍ່ໄປ”.7ສວນອະງຸ່ນຂອງພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຄືຊົນຊາດອິດສະຣາເອນ,ປະຊາຊົນຢູດາຍຄືເຄືອອະງຸ່ນທີ່ພຣະອົງຊື່ນຊົມຍິນດີ.ແລະ ພຣະອົງຊອກຫາຄວາມຍຸຕິທຳ, ແຕ່ໄດ້ເຫັນແຕ່ການນອງເລືອດ;ຄາດຫວັງຄວາມຊອບທຳ, ແຕ່ໄດ້ຍິນສຽງຮ້ອງໄຫ້ແຫ່ງຄວາມທຸກໃຈ.ວິບັດ ແລະ ການພິພາກສາ
8ວິບັດແກ່ເຈົ້າຜູ້ເພີ່ມເຮືອນຕໍ່ເຮືອນແລະ ລວມທົ່ງນານີ້ໃສ່ທົ່ງນາອື່ນຈົນບໍ່ມີທີ່ດິນເຫລືອຢູ່ແລະ ເຈົ້າອາໄສຢູ່ຕາມລຳພັງໃນດິນແດນນັ້ນ.9ຂ້າພະເຈົ້າໄດ້ຍິນພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດວ່າ:“ບັນດາບ້ານໃຫຍ່ຈະຮົກຮ້າງຢ່າງແນ່ນອນ,ຜາສາດງົດງາມກໍຈະບໍ່ມີຜູ້ຢູ່ອາໄສ.10ສວນອະງຸ່ນສິບແອກ ຈະຜະລິດເຫລົ້າອະງຸ່ນໄດ້ພຽງບັດດຽວ;ເມັດພືດໜຶ່ງໂຮເມີຈະໃຫ້ຜົນພຽງເອຟາດຽວ ”.11ວິບັດແກ່ບັນດາຜູ້ທີ່ລຸກຂຶ້ນແຕ່ເຊົ້າມືດເພື່ອໄປດື່ມເຫລົ້າຂອງພວກເຂົາ,ຜູ້ທີ່ນອນເດິກຕອນກາງຄືນຈົນພວກເຂົາເກີດອາການອັກເສບຍ້ອນເຫລົ້າອະງຸ່ນ.12ໃນງານລ້ຽງ ພວກເຂົາຈັດໃຫ້ມີພິນເຂົາຄູ່ ແລະ ພິນໃຫຍ່,ມີປີ່, ກອງແຊັກ ແລະ ເຫລົ້າອະງຸ່ນ,ແຕ່ບໍ່ໄດ້ສົນໃຈໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳ,ບໍ່ເຄົາລົບນັບຖືສິ່ງທີ່ມືພຣະອົງໄດ້ເຮັດ.13ເຫດສະນັ້ນ ປະຊາຊົນຂອງເຮົາຈະຕົກເປັນຊະເລີຍເພາະຂາດຄວາມເຂົ້າໃຈ;ບັນດານາຍໃຫຍ່ທີ່ມີກຽດຈະຕາຍຍ້ອນຄວາມອຶດຫິວສ່ວນປະຊາຊົນທົ່ວໄປກໍແຫ້ງແລ້ງຍ້ອນຄວາມກະຫາຍ.14ເຫດສະນັ້ນ ຄວາມຕາຍຈຶ່ງຂະຫຍາຍຄາງກະໄຕຂອງມັນແລະ ອ້າປາກກວ້າງ;ກືນກິນທັງພວກຂຸນນາງ ແລະ ຄົນທໍາມະດາພ້ອມທັງຄົນທີ່ວິວາດຜິດຖຽງກັນ ແລະ ພວກທີ່ຂີ້ເມົາ.15ດັ່ງນັ້ນ ມະນຸດຈຶ່ງຖືກເຮັດໃຫ້ຕົກຕ່ຳລົງແລະ ທຸກຄົນຖືກເຮັດໃຫ້ຖ່ອມລົງ,ຕາຂອງຄົນຈອງຫອງຖືກເຮັດໃຫ້ຖ່ອມລົງ.16ແຕ່ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະເປັນທີ່ຍົກຍ້ອງຍ້ອນຄວາມຍຸຕິທຳຂອງພຣະອົງ,ແລະ ພຣະເຈົ້າຜູ້ບໍລິສຸດຈະພິສູດພຣະອົງວ່າບໍລິສຸດໂດຍຄວາມຊອບທຳຂອງພຣະອົງ.17ຕໍ່ມາແກະຈະກິນຫຍ້າຢູ່ໃນທົ່ງຫຍ້າຂອງພວກມັນເອງ;ລູກແກະຈະກິນ ອາຫານທ່າມກາງຊາກຫັກພັງຂອງຄົນຮັ່ງມີ.18ວິບັດແກ່ຜູ້ທີ່ດຶງບາບມາດ້ວຍກົນອຸບາຍ,ແລະ ດຶງຄວາມຊົ່ວຮ້າຍເໝືອນດຶງເຊືອກກວຽນ,19ວິບັດແກ່ພວກທີ່ເວົ້າວ່າ, “ຂໍໃຫ້ພຣະເຈົ້າໄວໆແດ່;ຂໍພຣະອົງເຮັດວຽກຂອງພຣະອົງໄວໆເພື່ອພວກເຮົາຈະໄດ້ເຫັນມັນ.ຂໍໃຫ້ແຜນການຂອງອົງບໍລິສຸດແຫ່ງອິດສະຣາເອນຂໍໃຫ້ມັນເຂົ້າມາໃກ້, ຂໍໃຫ້ແຜນການນັ້ນປາກົດ,ເພື່ອພວກເຮົາຈະໄດ້ຮູ້”.20ວິບັດແກ່ຜູ້ທີ່ເອີ້ນຊົ່ວວ່າດີແລະ ເອີ້ນດີວ່າຊົ່ວ,ຜູ້ເອີ້ນມືດວ່າແຈ້ງແລະ ບ່ອນແຈ້ງພັດວ່າມືດ,ຜູ້ເອີ້ນຂົມວ່າຫວານແລະ ຫວານພັດວ່າຂົມ.21ວິບັດແກ່ຜູ້ທີ່ຄິດວ່າຕົນເອງມີປັນຍາໃນສາຍຕາຂອງຕົນເອງແລະ ສະຫລາດໃນສາຍຕາຂອງຕົນເອງ.22ວິບັດແກ່ຜູ້ທີ່ອວດເກັ່ງໃນເລື່ອງດື່ມເຫລົ້າອະງຸ່ນແລະ ເປັນຜູ້ຊະນະເລີດໃນການປະສົມເຫລົ້າ,23ຜູ້ປ່ອຍຕົວຄົນເຮັດຜິດເພື່ອສິນບົນ,ແລະ ບໍ່ຍອມໃຫ້ຄວາມຍຸຕິທໍາແກ່ຜູ້ບໍລິສຸດ.24ເຫດສະນັ້ນ, ເໝືອນລີ້ນຂອງແປວໄຟໄໝ້ເຟືອງແລະ ເໝືອນຫຍ້າແຫ້ງຈົມລົງໃນແປວໄຟ,ດັ່ງນັ້ນ ຮາກຂອງມັນຈະເນົ່າແລະ ດອກຂອງພວກມັນຈະຖືກພັດປິວໄປເໝືອນຂີ້ຝຸ່ນ;ເພາະພວກເຂົາໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ແລະ ປະຕິເສດຖ້ອຍຄໍາຂອງອົງບໍລິສຸດແຫ່ງອິດສະຣາເອນ.25ເຫດສະນັ້ນຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງເຜົາຜານປະຊາຊົນຂອງພຣະອົງ;ມືຂອງພຣະອົງຍົກຂຶ້ນ ແລະ ຕີພວກເຂົາລົງ.ພູເຂົາທັງຫລາຍກໍສັ່ນສະທ້ານ,ແລະ ຊາກສົບເໝືອນກອງຂີ້ເຫຍື້ອກາງຖະໜົນ.ເຖິງປານນັ້ນແລ້ວ, ຄວາມໂກດຮ້າຍຂອງພຣະອົງກໍຍັງບໍ່ປ່ຽນໄປ,ມືຂອງພຣະອົງຍັງຄົງຍົກຄ້າງຢູ່.26ພຣະອົງຍົກທຸງໃຫ້ສັນຍານແກ່ຊົນຊາດທັງຫລາຍທີ່ຢູ່ໄກ,ພຣະອົງຜິວປາກເອີ້ນບັນດາຜູ້ທີ່ຢູ່ສຸດປາຍແຜ່ນດິນໂລກ.ພວກເຂົາກໍມາ,ມາຢ່າງໄວ ແລະ ວ່ອງໄວ!27ບໍ່ມີຈັກຄົນທີ່ອິດເມື່ອຍ ຫລື ສະດຸດລົ້ມ.ບໍ່ເຫງົານອນ ຫລື ນອນຫລັບ;ສາຍແອວກໍບໍ່ຫລຸດອອກຈາກແອວ,ສາຍຮັດເກີບບໍ່ຂາດຈັກເສັ້ນ.28ລູກສອນຂອງພວກເຂົາແຫລມຄົມ,ຄັນທະນູຂອງພວກເຂົາກົ່ງໄວ້;ກີບມ້າຂອງພວກເຂົາເໝືອນຫີນເຫລັກໄຟ,ລໍ້ລົດຮົບຂອງພວກເຂົາເໝືອນພະຍຸໝູນ.29ສຽງຮ້ອງຂອງພວກເຂົາເໝືອນສິງ,ພວກເຂົາຮ້ອງເໝືອນສິງໜຸ່ມ;ພວກເຂົາສົ່ງສຽງຮ້ອງຂະນະທີ່ຄຸບເຫຍື່ອຢູ່ແລະ ລາກຖິ້ມໄປໂດຍບໍ່ມີຜູ້ໃດຊ່ວຍ.30ໃນວັນນັ້ນພວກເຂົາຈະຮ້ອງເຂົ້າໃສ່ເຫຍື່ອເໝືອນສຽງທະເລກ້ອງກັງວານ.ແລະ ເມື່ອຜູ້ໃດແນມເບິ່ງດິນແດນນັ້ນ,ຈະເຫັນຄວາມມືດ ແລະ ຄວາມທຸກໂສກ;ແມ່ນແຕ່ຕາເວັນກໍຖືກເມກປົກບັງຈົນມືດມິດ.Biblica, Inc.