ເອຊາຢາ58
ການຖືສິນອົດອາຫານທີ່ແທ້ຈິງ
1“ຈົ່ງຮ້ອງສຽງດັງ, ຢ່າກັ້ນສຽງໄວ້.ຈົ່ງເປັ່ງສຽງໃຫ້ດັ່ງຂຶ້ນເໝືອນສຽງແກ.ຈົ່ງປະກາດແກ່ປະຊາຊົນຂອງເຮົາເຖິງການກະບົດຂອງພວກເຂົາແລະ ບອກເຊື້ອສາຍຂອງຢາໂຄບເຖິງບາບທັງຫລາຍຂອງພວກເຂົາ.2ພວກເຂົາຊອກຫາເຮົາວັນຕໍ່ວັນ;ພວກເຂົາເຮັດຄືກະຕືລືລົ້ນຢາກຮູ້ຈັກທາງຂອງເຮົາ,ເໝືອນກັບວ່າພວກເຂົາເປັນຊົນຊາດທີ່ເຮັດສິ່ງທີ່ຖືກຕ້ອງແລະ ບໍ່ໄດ້ປະຖິ້ມຄຳສັ່ງຂອງພຣະເຈົ້າ.ພວກເຂົາຂໍການຕັດສິນຢ່າງຍຸຕິທໍາຈາກເຮົາແລະ ເຮັດຄືວ່າຢາກໃຫ້ພຣະເຈົ້າເຂົ້າມາໃກ້ພວກເຂົາ.3ພວກເຂົາເວົ້າວ່າ, ‘ເປັນຫຍັງພວກຂ້ານ້ອຍຕ້ອງຖືສິນອົດອາຫານ’,‘ແລະ ພຣະອົງກໍບໍ່ໄດ້ເຫັນ?ເປັນຫຍັງພວກຂ້ານ້ອຍຕ້ອງຖ່ອມຕົວລົງ,ແລະ ເປັນຫຍັງພຣະອົງຍັງບໍ່ສັງເກດເຫັນ?’“ເຖິງປານນັ້ນ ໃນມື້ທີເຈົ້າຖືສິນອົດອາຫານ, ເຈົ້າກໍຍັງເຮັດຕາມໃຈແລະ ເອົາປຽບຄົນງານທຸກຄົນຂອງເຈົ້າ.4ການຖືສິນອົດອາຫານຂອງເຈົ້າຈົບລົງດ້ວຍການຜິດຖຽງກັນ ແລະ ການຕໍ່ສູ້,ພວກເຈົ້າຕີກັນເອງດ້ວຍກໍາປັ້ນອັນໂຫດຮ້າຍ.ພວກເຈົ້າບໍ່ສາມາດຖືສິນອົດອາຫານໄດ້ໃນແບບທີ່ພວກເຈົ້າເຮັດໃນມື້ນີ້.ແລະ ຄາດຫວັງໃຫ້ສຽງອ້ອນວອນຂອງພວກເຈົ້າຂຶ້ນໄປເຖິງເບື້ອງເທິງໄດ້.5ນີ້ແມ່ນການຖືສິນອົດອາຫານທີ່ເຮົາເລືອກບໍ,ເປັນພຽງໜຶ່ງມື້ທີ່ໃຫ້ມະນຸດຖ່ອມຕົວຂອງພວກເຂົາລົງບໍ?ເປັນພຽງມື້ທີ່ໃຫ້ພວກເຂົາກົ້ມຫົວລົງເໝືອນດັ່ງຕົ້ນອໍ້ແລະ ໃສ່ຜ້າກະສອບເຂົ້ານອນລົງໃນກອງຂີ້ເຖົ່າບໍ?ນັ້ນຄືສິ່ງທີ່ພວກເຈົ້າເອີ້ນວ່າການຖືສິນອົດອາຫານບໍ?ເປັນວັນທີ່ພຣະເຈົ້າຢາເວພໍໃຈບໍ?6“ການຖືສິນອົດອາຫານແບບນີ້ທີ່ເຮົາເລືອກໄວ້ບໍ່ແມ່ນບໍຄື:ການແກ້ໂສ້ແຫ່ງຄວາມບໍ່ຍຸຕິທຳປົດເຊືອກແອກອອກ,ເພື່ອປົດປ່ອຍຜູ້ຖືກກົດຂີ່ຂົ່ມເຫັງໃຫ້ເປັນອິດສະຫລະແລະ ຫັກແອກທຸກອັນບໍ່ແມ່ນບໍ?7ບໍ່ແມ່ນການແບ່ງປັນອາຫານຂອງພວກເຈົ້າແກ່ຜູ້ອຶດຫິວແລະ ໃຫ້ບ່ອນພັກແກ່ຄົນທຸກຍາກພະເນຈອນບໍ?ເມື່ອພວກເຈົ້າເຫັນຄົນເປືອຍກາຍ, ຈົ່ງເອົາເຄື່ອງນຸ່ງຫົ່ມໃຫ້ພວກເຂົາ,ແລະ ຢ່າຫັນໜີໄປຈາກເລືອດ ແລະ ເນື້ອຂອງພວກເຈົ້າເອງ?8ແລ້ວຄວາມສະຫວ່າງຂອງເຈົ້າຈະສ່ອງແຈ້ງດັ່ງຕາເວັນຂຶ້ນ,ແລະ ການຮັກສາຂອງເຈົ້າກໍຈະປາກົດຂຶ້ນຢ່າງວ່ອງໄວ;ດັ່ງນັ້ນ ຄວາມຊອບທຳຂອງເຈົ້າຈະນຳໜ້າເຈົ້າ,ແລະ ສະຫງ່າລາສີຂອງພຣະເຈົ້າຢາເວຈະປົກປ້ອງດ້ານຫລັງຂອງເຈົ້າ.9ຫລັງຈາກນັ້ນ ເຈົ້າຈະຮ້ອງຫາ, ແລະ ພຣະເຈົ້າຢາເວຈະຕອບ;ເຈົ້າຈະຮ້ອງຂໍຄວາມຊ່ວຍເຫລືອ, ແລະ ພຣະອົງຈະກ່າວວ່າ: ເຮົາຢູ່ບ່ອນນີ້.“ຖ້າເຈົ້າກຳຈັດແອກຂອງການກົດຂີ່ຂົ່ມເຫັງ,ດ້ວຍການໃຊ້ນິ້ວຊີ້ ແລະ ຄຳເວົ້າໃນທາງຊົ່ວຮ້າຍ,10ແລະ ຖ້າເຈົ້າອຸທິດຕົນເພື່ອຜູ້ອຶດຫິວແລະ ໃຫ້ຜູ້ຖືກກົດຂີ່ຂົ່ມເຫັງທີ່ຂັດສົນໄດ້ອິ່ມໃຈ,ຈາກນັ້ນ ຄວາມສະຫວ່າງຂອງເຈົ້າຈະສ່ອງຂຶ້ນມາໃນຄວາມມືດ,ແລະ ກາງຄືນຂອງເຈົ້າຈະກາຍເປັນກາງເວັນ.11ພຣະເຈົ້າຢາເວຈະນຳພາເຈົ້າຕະຫລອດໄປ;ພຣະອົງຈະຕອບສະໜອງຄວາມຕ້ອງການຂອງເຈົ້າໃນດິນແດນທີ່ຕາເວັນແຜດເຜົາພຣະອົງຈະເຮັດໃຫ້ຮ່າງກາຍຂອງເຈົ້າແຂງແຮງຂຶ້ນ.ເຈົ້າຈະເປັນເໝືອນສວນທີ່ໄດ້ຮັບການຫົດນ້ຳຢ່າງດີ,ເໝືອນນ້ຳພຸທີ່ມີນ້ຳໄຫລຢູ່ຕະຫລອດ.12ປະຊາຊົນຂອງເຈົ້າຈະສ້າງຊາກຫັກພັງບູຮານຂຶ້ນໃໝ່ແລະ ຈະຟື້ນຟູຮາກຖານສະໄໝເກົ່າ;ເຈົ້າຈະຖືກເອີ້ນວ່າຜູ້ສ້ອມແປງກຳແພງທີ່ເພພັງ,ຜູ້ແປງຖະໜົນຫົນທາງ ແລະ ບ້ານເຮືອນຂຶ້ນໃໝ່.13“ຖ້າເຈົ້າຮັກສາຕົນບໍ່ລະເມີດວັນຊະບາໂຕແລະ ບໍ່ເຮັດຕາມໃຈໃນວັນບໍລິສຸດຂອງເຮົາ,ຖ້າເຈົ້າເອີ້ນວັນຊະບາໂຕວ່າວັນຍິນດີແລະ ເອີ້ນວັນບໍລິສຸດຂອງພຣະເຈົ້າຢາເວວ່າວັນອັນມີກຽດ,ແລະ ຖ້າເຈົ້າໃຫ້ກຽດວັນນີ້ໂດຍບໍ່ເຮັດຫຍັງຕາມໃຈແລະ ບໍ່ເຮັດຕາມຄວາມພໍໃຈຂອງຕົນເອງ ຫລື ເວົ້າແຕ່ເລື່ອງບໍ່ມີປະໂຫຍດ,14ຈາກນັ້ນ ເຈົ້າຈະພົບຄວາມຍິນດີໃນພຣະເຈົ້າຢາເວ,ແລະ ເຮົາຈະໃຫ້ເຈົ້າຂຶ້ນຂີ່ຢ່າງມີໄຊເທິງບ່ອນສູງຂອງແຜ່ນດິນແລະ ເຮົາຈະລ້ຽງເຈົ້າດ້ວຍມໍລະດົກຂອງຢາໂຄບພໍ່ຂອງເຈົ້າ”.ປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້ດັ່ງນັ້ນ.Biblica, Inc.