ເອຊາຢາ57
1ຄົນຊອບທຳຈິບຫາຍໄປ,ແລະ ບໍ່ມີຜູ້ໃດເອົາໃຈໃສ່;ຄົນທີ່ດຳເນີນໃນທາງຂອງພຣະເຈົ້າຖືກເອົາໄປ,ແລະ ບໍ່ມີຜູ້ໃດເຂົ້າໃຈວ່າ,ຄົນຊອບທຳຖືກຮັບໄປເພື່ອໃຫ້ພົ້ນຈາກຄວາມຊົ່ວຮ້າຍ.2ບັນດາຜູ້ທີ່ດຳເນີນຊີວິດຢ່າງທ່ຽງທຳກໍເຂົ້າສູ່ສັນຕິສຸກ;ພວກເຂົາໄດ້ພັກສະຫງົບເມື່ອພວກເຂົາຕາຍ.3“ສ່ວນພວກເຈົ້າ ຈົ່ງມາທີ່ນີ້, ພວກເຈົ້າລູກຂອງແມ່ມົດ,ພວກເຈົ້າຜູ້ເປັນລູກຫລານຂອງຄົນຜິດປະເວນີ ແລະ ຍິງໂສເພນີ!4ພວກເຈົ້າກໍາລັງເຢາະເຢີ້ຍຜູ້ໃດ?ພວກເຈົ້າເຢາະເຢີ້ຍຜູ້ໃດແລະ ພວກເຈົ້າແຫລບລິ້ນປີ້ນຕາໃສ່ຜູ້ໃດ?ພວກເຈົ້າເປັນສາຍເລືອດຂອງຄົນທໍລະຍົດ,ແລະ ເປັນເຊື້ອສາຍຂອງຄົນຕົວະບໍ່ແມ່ນບໍ?5ພວກເຈົ້າເຜົາໄໝ້ດ້ວຍຕັນຫາທ່າມກາງຕົ້ນໂອກແລະ ກ້ອງຕົ້ນໄມ້ແຜ່ທຸກຕົ້ນ;ພວກເຈົ້າຖວາຍລູກຂອງພວກເຈົ້າໃນຮ່ອມພູເລິກແລະ ກ້ອງຫນ້າຜາທີ່ເດ່ອອກໄປ.6ຮູບເຄົາລົບທັງຫລາຍທ່າມກາງຫີນລຽບໃນຮ່ອມພູເລິກເປັນຂອງພວກເຈົ້າ;ແທ້ຈິງ, ພະເຫລົ່ານັ້ນເປັນສ່ວນຂອງພວກເຈົ້າ.ແມ່ນແລ້ວ, ພວກເຈົ້າໄດ້ຖວາຍເຄື່ອງດື່ມບູຊາແລະ ຖວາຍພືດຜົນເປັນເມັດແກ່ພວກມັນ.ເພາະສິ່ງທັງໝົດນີ້, ເຮົາຄວນຈະຍົກໂທດໃຫ້ພວກເຈົ້າບໍ?7ພວກເຈົ້າໄດ້ເຮັດຕຽງຂອງພວກເຈົ້າໄວ້ເທິງບ່ອນສູງ ແລະ ເທິງເນີນພູທີ່ງົດງາມ;ພວກເຈົ້າຂຶ້ນໄປຖວາຍເຄື່ອງບູຊາຂອງພວກເຈົ້າຢູ່ທີ່ນັ້ນ.8ທາງຫລັງປະຕູ ແລະ ເສົາປະຕູຂອງພວກເຈົ້າພວກເຈົ້າໄດ້ຕັ້ງສັນຍະລັກນອກສາສະໜາໄວ້.ພວກເຈົ້າປະຖິ້ມເຮົາ, ພວກເຈົ້າເປີດຜ້າຄຸມຕຽງຂອງພວກເຈົ້າ,ພວກເຈົ້າຂຶ້ນໄປເທິງຕຽງ ແລະ ເປີດຕຽງອອກກວ້າງ;ພວກເຈົ້າເຮັດສັນຍາກັບບັນດາເຈົ້າຂອງຕຽງທີ່ພວກເຈົ້າຮັກ,ແລະ ພວກເຈົ້າໄດ້ເບິ່ງຄວາມເປືອຍກາຍຂອງພວກເຂົາດ້ວຍໃຈປາຖະໜາ.9ພວກເຈົ້າໄປຫາພະໂມເຫລັກພ້ອມກັບນ້ຳມັນໝາກກອກແລະ ເພີ່ມນ້ຳຫອມຂອງພວກເຈົ້າ.ພວກເຈົ້າໄດ້ສົ່ງຄະນະທູດ ຂອງພວກເຈົ້າໄປໄກ;ພວກເຈົ້າໄດ້ລົງໄປຍັງແດນຄົນຕາຍແລ້ວ!10ພວກເຈົ້າອິດເມື່ອຍເພາະວິຖີຂອງພວກເຈົ້າ,ແຕ່ພວກເຈົ້າກໍບໍ່ເຄີຍເວົ້າວ່າ, ‘ໝົດຫວັງ’.ພວກເຈົ້າພົບວ່າກຳລັງຂອງພວກເຈົ້າໄດ້ຟື້ນຄືນແລ້ວ,ສະນັ້ນ ພວກເຈົ້າຈຶ່ງບໍ່ທໍ້ຖ້ອຍ.11“ພວກເຈົ້າຢ້ານຜູ້ໃດແທ້?ຈຶ່ງບໍ່ໄດ້ຊື່ສັດຕໍ່ເຮົາ,ແລະ ບໍ່ໄດ້ລະນຶກເຖິງເຮົາຫລື ບໍ່ສຳນຶກສິ່ງນີ້ໃນໃຈ?ມັນເປັນເພາະເຮົາມິດງຽບຢູ່ດົນບໍພວກເຈົ້າຈຶ່ງບໍ່ຢ້ານເຮົາ?12ເຮົາຈະເປີດເຜີຍຄວາມຊອບທຳ ແລະ ການກະທໍາທັງຫລາຍຂອງພວກເຈົ້າ,ແລະ ມັນຈະບໍ່ເປັນປະໂຫຍດອັນໃດແກ່ພວກເຈົ້າ.13ເມື່ອພວກເຈົ້າຮ້ອງຂໍຄວາມຊ່ວຍເຫລືອ,ໃຫ້ຮູບເຄົາລົບທັງຫລາຍຂອງພວກເຈົ້າຊ່ວຍເຈົ້າ!ລົມຈະຫອບເອົາພວກມັນໄປໝົດ,ພຽງລົມຫາຍໃຈດຽວກໍພັດພວກມັນປິວໄປໄດ້.ແຕ່ຜູ້ໃດກໍຕາມທີ່ລີ້ໄພໃນເຮົາຈະໄດ້ຮັບດິນແດນເປັນກຳມະສິດແລະ ມີສິດຄອບຄອງພູເຂົາສັກສິດຂອງເຮົາ”.
ການເລົ້າໂລມຜູ້ສຳນຶກຜິດ
14ແລະ ຈະມີສຽງກ່າວວ່າ:“ຈົ່ງສ້າງຂຶ້ນ, ຈົ່ງສ້າງຂຶ້ນ, ຈົ່ງຕຽມທາງໄວ້!ຈົ່ງກຳຈັດອຸປະສັກຕ່າງໆອອກຈາກທາງຂອງປະຊາຊົນຂອງເຮົາ”.15ເພາະນີ້ຄືສິ່ງທີ່ພຣະອົງຜູ້ສູງສຸດ ແລະ ໄດ້ຮັບການຍົກຂຶ້ນພຣະອົງຜູ້ດໍາລົງຢູ່ຕະຫລອດໄປ, ຊື່ຂອງພຣະອົງແມ່ນບໍລິສຸດກ່າວວ່າ:“ເຮົາອາໄສຢູ່ໃນບ່ອນສູງ ແລະ ບໍລິສຸດ,ແຕ່ກໍສະຖິດກັບຄົນທີ່ສຳນຶກຜິດ ແລະ ຖ່ອມໃຈລົງ,ເພື່ອຟື້ນຈິດວິນຍານຂອງຄົນທີ່ຖ່ອມໃຈແລະ ຟື້ນໃຈຄົນທີ່ສຳນຶກຜິດ.16ເຮົາຈະບໍ່ກ່າວໂທດພວກເຂົາຕະຫລອດໄປ,ແລະ ເຮົາຈະບໍ່ໃຈຮ້າຍຢູ່ຕະຫລອດໄປ.ເພາະມື້ນັ້ນ ພວກເຂົາຈະໝົດແຮງຕໍ່ໜ້າເຮົາຄືມະນຸດທີ່ເຮົາໄດ້ສ້າງຂຶ້ນມາ.17ເຮົາໂກດຮ້າຍເພາະຄວາມໂລບທີ່ເປັນບາບໜາຂອງພວກເຂົາ;ເຮົາລົງໂທດພວກເຂົາ ແລະ ຫັນໜ້າໜີດ້ວຍຄວາມໃຈຮ້າຍ,ແຕ່ພວກເຂົາກໍຍັງສືບຕໍ່ເຮັດຕາມໃຈມັກຂອງຕົນ.18ເຮົາໄດ້ເຫັນວິຖີທາງຂອງພວກເຂົາແລ້ວ, ແຕ່ເຮົາຈະຮັກສາພວກເຂົາໃຫ້ຫາຍ;ເຮົາຈະນຳທາງພວກເຂົາ ແລະ ຄືນຄວາມສຸກແກ່ຜູ້ໂສກເສົ້າຂອງອິດສະຣາເອນ,19ໃຫ້ຮິມສົບຂອງບັນດາຜູ້ໄວ້ທຸກໃນອິດສະຣາເອນກ່າວຄຳສັນລະເສີນ.ສັນຕິສຸກ, ສັນຕິສຸກແກ່ທັງຄົນທີ່ຢູ່ໄກ ແລະ ຢູ່ໃກ້,ເພາະເຮົາຈະຮັກສາພວກເຂົາ”.ພຣະເຈົ້າຢາເວກ່າວດັ່ງນັ້ນ.20ແຕ່ຄົນຊົ່ວຮ້າຍຄືທະເລປັ່ນປ່ວນ,ທີ່ບໍ່ສາມາດສະຫງົບໄດ້,ຄື້ນຂອງພວກມັນກວດຂີ້ດິນ ແລະ ຂີ້ຕົມຂຶ້ນມາ.21ພຣະເຈົ້າຂອງເຮົາກ່າວວ່າ, “ບໍ່ມີສັນຕິສຸກສຳລັບຄົນຊົ່ວ”.Biblica, Inc.