ເອຊາຢາ56
ຄວາມພົ້ນສຳລັບຄົນອື່ນໆ
1ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ຈົ່ງຮັກສາຄວາມຍຸຕິທຳແລະ ເຮັດສິ່ງທີ່ຖືກຕ້ອງ,ເພາະຄວາມພົ້ນຂອງເຮົາໃກ້ເຂົ້າມາແລ້ວແລະ ຄວາມຊອບທຳຂອງເຮົາຈະຖືກເປີດເຜີຍໄວໆນີ້.2ຄວາມສຸກເປັນຂອງຜູ້ທີ່ເຮັດແບບນີ້ຄືບຸກຄົນທີ່ຢຶດຖືໄວ້ຢ່າງໝັ້ນຄົງ,ຜູ້ຖືຮັກສາວັນຊະບາໂຕໂດຍບໍ່ໝິ່ນປະໝາດ,ແລະ ຮັກສາມືຂອງຕົນຈາກການເຮັດຊົ່ວຕ່າງໆ”.3ຢ່າໃຫ້ຄົນຕ່າງຊາດຜູ້ອຸທິດຕົນແກ່ພຣະເຈົ້າຢາເວກ່າວວ່າ,“ພຣະເຈົ້າຢາເວຈະແຍກຂ້ອຍຈາກປະຊາຊົນຂອງພຣະອົງແນ່ນອນ”.ແລະ ຢ່າໃຫ້ຂັນທີຈົ່ມວ່າ,“ຂ້ອຍເປັນພຽງຕົ້ນໄມ້ແຫ້ງ”.4ເພາະພຣະເຈົ້າຢາເວກ່າວວ່າ:“ບັນດາຂ້າລາຊະການທີ່ຮັກສາວັນຊະບາໂຕຂອງເຮົາຜູ້ເລືອກເຮັດສິ່ງທີ່ເຮົາພໍໃຈແລະ ຍຶດໝັ້ນໃນຄຳໝັ້ນສັນຍາຂອງເຮົາ5ເຮົາຈະມອບອະນຸສອນ ແລະ ຊື່ທີ່ຢູ່ພາຍໃນວິຫານ ແລະ ພາຍໃນກຳແພງວິຫານຂອງເຮົາແກ່ພວກເຂົາເຊິ່ງດີກວ່າບັນດາລູກຊາຍ ແລະ ລູກສາວອີກ;ເຮົາຈະໃຫ້ຊື່ນິລັນດອນແກ່ພວກເຂົາ;ເປັນຊື່ທີ່ດໍາລົງຢູ່ຕະຫລອດໄປ.6ແລະ ຄົນຕ່າງຊາດທີ່ຜູກມັດຕົນເອງກັບພຣະເຈົ້າຢາເວເພື່ອບົວລະບັດພຣະອົງ,ເພື່ອຮັກນາມຊື່ຂອງພຣະເຈົ້າຢາເວ,ແລະ ເພື່ອເປັນຜູ້ຮັບໃຊ້ຂອງພຣະອົງ,ທຸກຄົນທີ່ຮັກສາວັນຊະບາໂຕໂດຍບໍ່ໝິ່ນປະໝາດແລະ ຜູ້ທີ່ຍຶດໝັ້ນໃນຄຳໝັ້ນສັນຍາຂອງເຮົາ7ເຮົາຈະພາຄົນເຫລົ່ານີ້ມາທີ່ພູເຂົາສັກສິດຂອງເຮົາແລະ ໃຫ້ພວກເຂົາຊື່ນຊົມຍິນດີໃນວິຫານແຫ່ງການອະທິຖານຂອງເຮົາ.ເຮົາຈະຮັບເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍບູຊາຂອງພວກເຂົາເທິງແທ່ນບູຊາຂອງເຮົາ;ເພາະວິຫານຂອງເຮົາຈະໄດ້ຊື່ວ່າວິຫານແຫ່ງການອະທິຖານສຳລັບທຸກຊົນຊາດ”.8ພຣະເຈົ້າຢາເວ ອົງເຈົ້ານາຍຜູ້ຮວບຮວມຊະເລີຍອິດສະຣາເອນປະກາດວ່າ:“ເຮົາຈະຮວບຮວມຄົນອື່ນມາຮ່ວມກັບພວກເຂົານອກຈາກຄົນທີ່ຮ່ວມກັນຢູ່ແລ້ວ”.ພຣະເຈົ້າກ່າວໂທດຄົນຊົ່ວຮ້າຍ
9ຈົ່ງມາ, ບັນດາສັດປ່າຈາກທົ່ງນາ,ຈົ່ງມາກັດ ແລະ ກິນ, ສັດປ່າທັງໝົດແຫ່ງປ່າດົງພົງໄພ!10ຄົນຍາມຂອງອິດສະຣາເອນຕາບອດ,ພວກເຂົາລ້ວນຂາດຄວາມຮູ້;ພວກເຂົາເປັນໝາໄບ້,ພວກມັນບໍ່ສາມາດເຫົ່າ;ພວກເຂົານອນຢູ່ອ້ອມຮອບ ແລະ ຝັນ,ພວກເຂົາຮັກການນອນ.11ພວກເຂົາເປັນໝາໂລບມາກ;ພວກມັນກິນບໍ່ຮູ້ຈັກພໍ.ພວກເຂົາເປັນຄົນລ້ຽງແກະທີ່ຂາດຄວາມເຂົ້າໃຈ;ທຸກຄົນຫັນໄປຕາມທາງຂອງຕົນ,ພວກເຂົາສະແຫວງຫາຜົນປະໂຫຍດຂອງຕົນເອງ.12ແຕ່ລະຄົນຮ້ອງວ່າ, “ມາແມ, ໃຫ້ພວກເຮົາດື່ມເຫລົ້າອະງຸ່ນນຳກັນ!ໃຫ້ພວກເຮົາດື່ມເບຍເຕັມທີ່!ແລະ ມື້ອື່ນກໍຈະເປັນຄືວັນນີ້ຫລື ດີກວ່າມື້ນີ້ອີກ”.Biblica, Inc.