ເອຊາຢາ55

ຄຳ​ເຊື້ອເຊີນ​ບັນດາ​ຜູ້​ກະຫາຍ

1“ມາ, ເຊີນ​ທຸກຄົນ​ທີ່​ກະຫາຍມາ​ດື່ມ​ນ້ຳ;ແລະ ຜູ້​ທີ່​ບໍ່​ມີ​ເງິນ,ຈົ່ງ​ມາ, ຊື້ ແລະ ກິນ!ຈົ່ງ​ມາ, ມາ​ຊື້​ເຫລົ້າ​ອະງຸ່ນ ແລະ ນ້ຳນົມໂດຍ​ບໍ່​ເສຍ​ເງິນ ແລະ ບໍ່​ເສຍ​ຄ່າ.2ເປັນຫຍັງ​ເຈົ້າ​ຈຶ່ງ​ໃຊ້​ຈ່າຍ​ເງິນ​ໄປ​ກັບ​ສິ່ງ​ທີ່​ບໍ່​ແມ່ນ​ອາຫານ,ແລະ ລົງ​ແຮງ​ເຮັດ​ສິ່ງ​ທີ່​ບໍ່​ເຮັດ​ໃຫ້​ອິ່ມ​ໃຈ?ຈົ່ງ​ຟັງ, ຈົ່ງ​ຟັງ​ເຮົາ ແລະ ກິນ​ຂອງ​ດີ,ແລະ ເຈົ້າ​ຈະ​ຍິນດີ​ໃນ​ອາຫານ​ລົດຊາດ​ເລີດ​ທີ່ສຸດ.3ຈົ່ງ​ງ່ຽງ​ຫູ ແລະ ມາ​ຫາ​ເຮົາ;ຈົ່ງ​ຟັງ, ເພື່ອ​ເຈົ້າ​ຈະ​ມີ​ຊີວິດ​ຢູ່.ເຮົາ​ຈະ​ເຮັດ​ຄຳໝັ້ນສັນຍາ​ຕະຫລອດໄປ​ກັບ​ເຈົ້າ,ດ້ວຍ​ຄວາມ​ຮັກ​ສັດຊື່​ທີ່​ເຮົາ​ສັນຍາ​ໄວ້​ກັບ​ດາວິດ.4ເບິ່ງ​ແມ, ເຮົາ​ໄດ້​ເຮັດ​ໃຫ້​ລາວ​ເປັນ​ພະຍານ​ແກ່​ຊົນຊາດ​ຕ່າງໆ,ເປັນ​ຜູ້ນຳ ແລະ ຜູ້​ບັນຊາການ​ປະຊາຊົນ​ທັງຫລາຍ.5ແນ່ນອນ​ເຈົ້າ​ຈະ​ເອີ້ນ​ຊົນຊາດ​ທີ່​ເຈົ້າ​ບໍ່​ຮູ້​ຈັກ​ມາ​ຊຸມນຸມ,ແລະ ຊົນຊາດ​ຕ່າງໆ​ທີ່​ບໍ່​ຮູ້​ຈັກ​ເຈົ້າ​ຈະ​ແລ່ນ​ມາ​ຫາ​ເຈົ້າ,ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ,ໄດ້​ໃຫ້​ສະຫງ່າລາສີ​ແກ່​ເຈົ້າ”.
6ຈົ່ງ​ສະແຫວງຫາ​ພຣະເຈົ້າ​ຢາເວ ໃນຂະນະ​ທີ່​ຈະ​ພົບ​ພຣະອົງ​ໄດ້;ຈົ່ງ​ຮ້ອງ​ຫາ​ພຣະອົງ​ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ໃກ້.7ໃຫ້​ຄົນ​ຊົ່ວຮ້າຍ​ປະຖິ້ມ​ວິຖີ​ທາງ​ຂອງ​ຕົນແລະ ໃຫ້​ຄົນ​ຊົ່ວ​ປະຖິ້ມ​ຄວາມ​ຄິດ​ຂອງ​ຕົນ.ໃຫ້​ພວກເຂົາ​ຫັນ​ກັບ​ມາ​ຫາ​ພຣະເຈົ້າ​ຢາເວ, ແລະ ພຣະອົງ​ຈະ​ເມດຕາ​ພວກເຂົາ,ໃຫ້​ພວກເຂົາ​ຫັນ​ກັບ​ມາ​ຫາ​ພຣະເຈົ້າ​ຂອງ​ເຮົາ, ເພາະ​ພຣະອົງ​ຈະ​ໃຫ້​ອະໄພ​ໂດຍ​ບໍ່​ຄິດ​ມູນຄ່າ.
8“ເພາະ​ຄວາມ​ຄິດ​ຂອງ​ເຮົາ​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ເຈົ້າ,ຫລື ວິຖີ​ທາງ​ຂອງ​ເຈົ້າ​ກໍ​ບໍ່​ຄື​ວິຖີ​ທາງ​ຂອງ​ເຮົາ”.ພຣະເຈົ້າ​ຢາເວ​ປະກາດ​ດັ່ງ​ນັ້ນ.9“ຟ້າສະຫວັນ​ສູງ​ກວ່າ​ແຜ່ນດິນ​ໂລກ​ສັນໃດ,ວິຖີ​ຂອງ​ເຮົາ​ກໍ​ສູງ​ກວ່າ​ທາງ​ຂອງ​ເຈົ້າແລະ ຄວາມ​ຄິດ​ຂອງ​ເຮົາ​ກໍ​ສູງ​ກວ່າ​ຄວາມ​ຄິດ​ຂອງ​ເຈົ້າ​ສັນນັ້ນ.10ດັ່ງ​ຝົນ ແລະ ຫິມະທີ່​ລົງ​ມາ​ຈາກ​ຟ້າ​ສະຫວັນ,ແລະ ບໍ່​ກັບ​ຄືນ​ໄປ​ສະຫວັນຈົນ​ກວ່າ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຊຸ່ມ​ເຢັນ,ແລະ ເຮັດ​ໃຫ້​ພືດພັນ​ແຕກ​ໝໍ່​ງອກງາມເພື່ອ​ໃຫ້​ມັນ​ເກີດ​ເມັດ​ສຳລັບ​ຜູ້​ຫວ່ານ ແລະ ອາຫານ​ສຳລັບ​ຜູ້​ກິນ,11ຖ້ອຍ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ເຮົາ​ກໍ​ເປັນ​ດັ່ງ​ນັ້ນ:ມັນ​ຈະ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ​ໂດຍ​ສູນ​ເປົ່າ,ແຕ່​ຈະ​ສຳເລັດ​ຜົນ​ຕາມ​ທີ່​ເຮົາ​ປາຖະໜາແລະ ສຳເລັດ​ຕາມ​ເປົ້າໝາຍ​ທີ່​ເຮົາ​ຕັ້ງ​ໄວ້.12ເຈົ້າ​ຈະ​ອອກ​ໄປ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີແລະ ຖືກ​ນຳ​ອອກ​ໄປ​ດ້ວຍ​ສັນຕິສຸກ;ພູເຂົາ ແລະ ເນີນພູຈະ​ເປັ່ງ​ສຽງ​ຮ້ອງເພງ​ຕໍ່ໜ້າ​ເຈົ້າ,ບັນດາ​ຕົ້ນໄມ້​ໃນ​ທົ່ງນາຈະ​ຕົບ​ມື.13ຕົ້ນສົນ​ຈະ​ງອກ​ຂຶ້ນ​ແທນ​ຕົ້ນໜາມ,ຕົ້ນໄມ້ຫອມ​ຈະ​ງອກ​ຂຶ້ນ​ແທນ​ກໍ​ໜາມ.ສິ່ງ​ນີ້​ຈະ​ເປັນ​ທີ່​ເຊີດຊູ​ພຣະເຈົ້າ​ຢາເວ,ເປັນ​ໝາຍສຳຄັນ​ນິລັນດອນ​ທີ່ຈະ​ບໍ່​ຖືກ​ທຳລາຍ”.

Biblica, Inc.

https://app.library.bible/content/eab9312f9f16b3a2