ເອຊາຢາ54
ສະຫງ່າລາສີໃນອະນາຄົດຂອງຊີໂອນ
1“ຈົ່ງຮ້ອງເພງ, ຍິງໝັນ,ເຈົ້າຜູ້ບໍ່ເຄີຍເກີດລູກ;ຈົ່ງເປັ່ງສຽງຮ້ອງເພງ, ແລະ ຈົ່ງໂຫ່ຮ້ອງຍິນດີ,ເຈົ້າຜູ້ບໍ່ເຄີຍເຈັບທ້ອງເກີດລູກ;ເພາະລູກຂອງຍິງທີ່ໂດດດ່ຽວກໍຍັງມີຫລາຍກວ່າລູກຂອງຍິງຜູ້ມີຜົວ”,ພຣະເຈົ້າຢາເວກ່າວດັ່ງນັ້ນ.2“ຈົ່ງຂະຫຍາຍບ່ອນກາງເຕັນຂອງເຈົ້າ,ກາງຜ້າເຕັນອອກໃຫ້ກວ້າງ,ຢ່າດຶງໄວ້;ຈົ່ງຕໍ່ເຊືອກເຕັນແລະ ຕອກຫລັກເຕັນໃຫ້ໝັ້ນຄົງ.3ເພາະເຈົ້າຈະຂະຫຍາຍອອກໄປທັງດ້ານຊ້າຍ ແລະ ຂວາ;ເຊື້ອສາຍຂອງເຈົ້າຈະຢຶດກຳມະສິດຂອງຊົນຊາດຕ່າງໆແລະ ຕັ້ງຖິ່ນຖານໃນເມືອງຮ້າງຕ່າງໆຂອງພວກເຂົາ.4“ຢ່າຢ້ານ; ເຈົ້າຈະບໍ່ຖືກອັບອາຍ.ຢ່າຢ້ານຄວາມອັບອາຍ; ເຈົ້າຈະບໍ່ຖືກອັບອາຍ.ເຈົ້າຈະລືມຄວາມອັບອາຍໃນໄວໜຸ່ມແລະ ບໍ່ຈົດຈຳຄຳຕໍານິເລື່ອງຄວາມເປັນໝ້າຍຂອງເຈົ້າອີກ.5ເພາະພຣະຜູ້ສ້າງຂອງເຈົ້າເປັນຜົວຂອງເຈົ້າຊື່ຂອງພຣະອົງຄື ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ອົງບໍລິສຸດແຫ່ງອິດສະຣາເອນຄືພຣະຜູ້ໄຖ່ຂອງເຈົ້າ;ເພິ່ນຈະຖືກເອີ້ນວ່າພຣະເຈົ້າແຫ່ງແຜ່ນດິນໂລກທັງໝົດ.6ພຣະເຈົ້າຢາເວ ຈະເອີ້ນເຈົ້າກັບມາດັ່ງເຈົ້າເປັນເມຍທີ່ຖືກປະຖິ້ມ ແລະ ເປັນທຸກຝ່າຍຈິດວິນຍານເປັນເມຍທີ່ແຕ່ງງານຕັ້ງແຕ່ຍັງໜຸ່ມ,ພຽງເພື່ອຈະຖືກປະຖິ້ມ”, ພຣະເຈົ້າຂອງເຈົ້າກ່າວດັ່ງນັ້ນ.7“ເຮົາໄດ້ປະຖິ້ມເຈົ້າໄລຍະໜຶ່ງ,ແຕ່ດ້ວຍຄວາມເມດຕາຢ່າງເລິກຊຶ້ງ ເຮົາຈະນໍາເຈົ້າກັບຄືນມາ.8ໃນຊົ່ວຂະນະໜຶ່ງຂອງຄວາມໂກດຮ້າຍເຮົາເຊື່ອງໜ້າໜີໄປຈາກເຈົ້າ,ແຕ່ດ້ວຍຄວາມກະລຸນານິລັນດອນເຮົາຈະເມດຕາເຈົ້າ,ພຣະເຈົ້າຢາເວ ພຣະຜູ້ໄຖ່ຂອງເຈົ້າກ່າວໄວ້ດັ່ງນັ້ນ.9“ສຳລັບເຮົາແລ້ວເລື່ອງນີ້ເປັນຄືສະໄໝໂນອາ,ເຮົາສັນຍາໄວ້ວ່າຈະບໍ່ໃຫ້ນ້ຳຂອງໂນອາຖ້ວມໂລກອີກ.ບັດນີ້ເຮົາກໍສັນຍາວ່າຈະບໍ່ໂກດຮ້າຍແລະ ບໍ່ຕຳໜິເຈົ້າອີກ.10ແມ່ນວ່າພູເຂົາຈະສັ່ນສະເທືອນແລະ ເນີນພູຖືກເຄື່ອນຍ້າຍໄປ,ແຕ່ຄວາມຮັກໝັ້ນຄົງທີ່ເຮົາມີຕໍ່ເຈົ້າຈະບໍ່ສັ່ນຄອນຫລື ຄຳໝັ້ນສັນຍາແຫ່ງສັນຕິສຸກຂອງເຮົາຈະບໍ່ປ່ຽນໄປ”,ພຣະເຈົ້າຢາເວ, ຜູ້ເມດຕາເຈົ້າກ່າວໄວ້ດັ່ງນັ້ນ.11“ນະຄອນທີ່ທົນທຸກ, ຖືກພະຍຸທໍາລາຍ ແລະ ບໍ່ໄດ້ຮັບການເລົ້າໂລມ,ເຮົາຈະສ້າງເຈົ້າຂຶ້ນໃໝ່ດ້ວຍແກ້ວໄພທູນ,ຮາກຖານຂອງເຈົ້າຄືຫີນປະເສີດ.12ເຮົາຈະສ້າງຫໍຄອຍຂອງເຈົ້າດ້ວຍທັບທິມ,ປະຕູຂອງເຈົ້າເຮັດຈາກແກ້ວເຈຍລະໄນ,ແລະ ກຳແພງທັງໝົດເຮັດຈາກຫີນລ້ຳຄ່າ.13ລູກທຸກຄົນຂອງເຈົ້າຈະຮັບການສອນຈາກພຣະເຈົ້າຢາເວ,ພວກເຂົາຈະມີສັນຕິສຸກອັນຍິ່ງໃຫຍ່.14ເຈົ້າຈະໄດ້ຮັບການສະຖາປະນາຂຶ້ນໃນຄວາມຊອບທຳ:ການກົດຂີ່ຂົ່ມເຫັງຈະຫ່າງໄກຈາກເຈົ້າ;ເຈົ້າຈະບໍ່ຕ້ອງຢ້ານສິ່ງໃດ.ຄວາມຢ້ານຈະຖືກກຳຈັດໄປໄກ;ມັນຈະບໍ່ມາໃກ້ເຈົ້າ.15ຖ້າມີຜູ້ໃດໂຈມຕີເຈົ້າ, ມັນຈະບໍ່ແມ່ນເຮົາ;ຜູ້ທີ່ໂຈມຕີເຈົ້າຈະຍອມຍອມຈໍານົນຕໍ່ເຈົ້າ.16“ເບິ່ງແມ, ເຮົາເອງເປັນຜູ້ສ້າງຊ່າງເຫລັກຜູ້ພັດຖ່ານໃຫ້ລຸກເປັນໄຟແລະ ຜະລິດອາວຸດທີ່ເໝາະສົມກັບວຽກງານຂອງມັນ.ແລະ ເຮົາເອງທີ່ສ້າງຜູ້ທຳລາຍເພື່ອສ້າງຄວາມຈິບຫາຍ;17ບໍ່ມີອາວຸດອັນໃດທີ່ຕໍ່ສູ້ເຈົ້າແລ້ວເອົາຊະນະເຈົ້າໄດ້,ແລະ ເຈົ້າຈະມີຄໍາຕອບແກ່ທຸກລີ້ນທີ່ກ່າວຟ້ອງເຈົ້າ.ນີ້ຄືມໍລະດົກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຢາເວ,ແລະ ເປັນການພິສູດຢືນຢັນຈາກເຮົາວ່າພວກເຂົາບໍ່ຜິດ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.Biblica, Inc.