ເອຊາຢາ53

1ຜູ້ໃດ​ແດ່​ໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ພວກເຮົາແລະ ແຂນ​ຂອງ​ພຣະເຈົ້າ​ຢາເວ ໄດ້​ສະແດງ​ແກ່​ຜູ້ໃດ?2ເພິ່ນ​ໃຫຍ່​ຂຶ້ນ​ຕໍ່ໜ້າ​ພຣະອົງ​ດັ່ງ​ໜໍ່​ອ່ອນ,ແລະ ເໝືອນ​ຮາກ​ທີ່​ພົ້ນ​ອອກ​ມາ​ເທິງ​ພື້ນດິນ​ແຫ້ງ.ເພິ່ນ​ບໍ່​ມີ​ຄວາມ​ງາມ ຫລື ຄວາມ​ສະຫງ່າຜ່າເຜີຍ​ທີ່​ຈະ​ດຶງ​ດູດ​ພວກເຮົາ​ເຂົ້າ​ໄປ​ຫາ​ເພິ່ນ,ຮູບ​ລັກສະນະ​ຂອງ​ເພິ່ນ​ບໍ່​ມີ​ສິ່ງ​ໃດ​ໃຫ້​ປາຖະໜາ.3ເພິ່ນ​ຖືກ​ມະນຸດ​ດູໜິ່ນ ແລະ ປະຖິ້ມ,ເປັນ​ຄົນ​ທຸກ ແລະ ຄຸ້ນເຄີຍ​ກັບ​ຄວາມ​ທຸກ​ທໍລະມານ.ເປັນ​ຄົນ​ທີ່​ໃຜ​ກໍ​ປິ່ນ​ໜ້າ​ໜີເພິ່ນ​ຖືກ​ດູຖູກ​ຢຽບຢາມ, ແລະ ພວກເຮົາ​ກໍ​ບໍ່​ນັບ​ຖື​ເພິ່ນ.
4ແທ້ຈິງ ເພິ່ນ​ໄດ້​ຮັບ​ຄວາມ​ເຈັບປວດ​ທັງຫລາຍ​ຂອງ​ພວກເຮົາແລະ ແບກ​ຮັບ​ຄວາມ​ທຸກ​ໂສກ​ຂອງ​ພວກເຮົາ,ເຖິງປານນັ້ນ ພວກເຮົາ​ກໍ​ຖື​ວ່າ​ເພິ່ນ​ຖືກ​ພຣະເຈົ້າ​ລົງໂທດ,ຄື​ຖືກ​ພຣະອົງ​ຂ້ຽນຕີ, ແລະ ທໍລະມານ.5ແຕ່​ເພິ່ນ​ຖືກ​ແທງ​ເພາະ​ການ​ລ່ວງລະເມີດ​ຂອງ​ພວກເຮົາ,ເພິ່ນ​ເຈັບຊ້ຳ​ເພາະ​ຄວາມ​ຊົ່ວຊ້າ​ຂອງ​ພວກເຮົາ;ເພິ່ນ​ຮັບ​ໂທດ​ເພື່ອ​ພວກເຮົາ​ຈະ​ມີ​ສັນຕິສຸກ,ແລະ ດ້ວຍ​ບາດແຜ​ຂອງ​ພຣະອົງ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍ.6ພວກເຮົາ​ທຸກຄົນ, ຫລົງ​ເສຍ​ໄປ, ດັ່ງ​ແກະ,ແຕ່ລະຄົນ​ຫັນ​ໄປ​ຕາມ​ທາງ​ຂອງ​ຕົນ;ແລະ ພຣະເຈົ້າ​ຢາເວ​ໄດ້​ວາງ​ໂທດ​ຂອງ​ພວກເຮົາ​ທຸກຄົນໄວ້​ເທິງ​ໂຕ​ເພິ່ນ.
7ເພິ່ນ​ຖືກ​ກົດຂີ່​ຂົ່ມເຫັງ ແລະ ທົນທຸກ​ທໍລະມານ,ແຕ່​ກໍ​ບໍ່​ເຄີຍ​ເປີດ​ປາກ​ເວົ້າ;ເພິ່ນ​ຖືກ​ນຳ​ໂຕ​ໄປ​ເໝືອນ​ລູກແກະ​ທີ່​ຖືກ​ນຳ​ໄປ​ຂ້າ,ແລະ ເໝືອນ​ແກະແມ່​ທີ່​ງຽບ​ຢູ່​ຕໍ່ໜ້າ​ຄົນ​ຕັດ​ຂົນ,ດັ່ງນັ້ນ ເພິ່ນ​ກໍ​ບໍ່​ໄດ້​ເປີດ​ປາກ​ຂອງ​ເພິ່ນ.8ເພິ່ນ​ຖືກ​ນຳ​ໂຕ​ອອກ​ໄປ​ໂດຍ​ການ​ກົດຂີ່ຂົມເຫັງ ແລະ​ການ​ພິພາກສາແລະ ຜູ້ໃດ​ແດ່​ຈະ​ເວົ້າ​ເຖິງ​ເຊື້ອສາຍ​ຂອງ​ເພິ່ນ​ໄດ້?ເພາະ​ເພິ່ນ​ຖືກ​ຕັດ​ຂາດ​ຈາກ​ດິນແດນ​ຜູ້​ມີ​ຊີວິດ;ເພິ່ນ​ຖືກ​ຕີ​ເພາະ​ການ​ລ່ວງລະເມີດ​ຂອງ​ປະຊາຊົນ​ຂອງ​ເຮົາ.9ເພິ່ນ​ຖືກ​ຝັງ​ໃນ​ຂຸມຝັງສົບ​ຮ່ວມ​ກັບ​ຄົນ​ຊົ່ວ,ແລະ ຝັງ​ຮ່ວມ​ກັບ​ເສດ​ຖີ​ໃນ​ຄວາມ​ຕາຍ​ຂອງ​ທ່ານ,ທັງໆ​ທີ່​ເພິ່ນ​ບໍ່​ເຄີຍ​ເຮັດຫຍັງ​ຮຸນແຮງ,ຫລື ບໍ່​ເຄີຍ​ເວົ້າ​ຄຳຕົວະ​ຫລອກລວງ.
10ເຖິງປານນັ້ນ​ກໍ​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຈະ​ບຸກໂຈມຕີ ແລະ ເຮັດ​ໃຫ້​ເພິ່ນ​ທຸກທໍລະມານ,ແລະ ເຖິງ​ແມ່ນ​ພຣະອົງ​ໃຊ້​ຊີວິດ​ຂອງ​ເພິ່ນ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ບາບ,ແຕ່​ເພິ່ນ​ຈະ​ເຫັນ​ເຊື້ອສາຍ​ຂອງ​ຕົນ ແລະ ວັນ​ຄືນ​ຂອງ​ເພິ່ນ​ກໍ​ຈະ​ຍາວນານ,ພຣະປະສົງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ​ໃນ​ມື​ຂອງ​ເພິ່ນ.11ຫລັງຈາກ​ທີ່​ຊີວິດ​ຈິດໃຈ​ຂອງ​ເພິ່ນ ຕ້ອງ​ທຸກທໍລະມານ​ແລ້ວ,ເພິ່ນ​ຈະ​ໄດ້​ເຫັນ​ແສງສະຫວ່າງ​ແຫ່ງ​ຊີວິດ ແລະ​ເພິ່ນ​ຈະ​ພໍໃຈ;ໂດຍ​ຄວາມ​ຮູ້​ຂອງ​ເພິ່ນ​ຄື​ຜູ້ຮັບໃຊ້​ທີ່​ຊອບທໍາ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ເປັນ​ຈຳນວນ​ຫລາຍ​ກາຍເປັນ​ຜູ້​ຊອບທຳ,ແລະ ເພິ່ນ​ຈະ​ແບກ​ຄວາມ​ຊົ່ວ​ຊ້າ​ຂອງ​ຄົນ​ເຫລົ່ານັ້ນ.12ເຫດສະນັ້ນ ເຮົາ​ຈະ​ໃຫ້​ເພິ່ນ​ມີ​ສ່ວນ​ແບ່ງ​ໃນ​ໝູ່​ຜູ້​ຍິ່ງໃຫຍ່,ແລະ ເພິ່ນ​ຈະ​ແບ່ງ​ລາງວັນ​ກັບ​ຜູ້​ແຂງແຮງ,ເພາະ​ເພິ່ນ​ຍອມ​ມອບ​ຊີວິດແລະ ຖືກ​ນັບ​ເປັນ​ພວກ​ດຽວ​ກັບ​ຄົນ​ທີ່​ລ່ວງລະເມີດ.ເພາະ​ເພິ່ນ​ແບກ​ຮັບ​ບາບ​ຂອງ​ຄົນ​ເປັນ​ຈຳນວນຫລາຍ,ແລະ ໄດ້​ອະທິຖານ​ເພື່ອ​ຄົນ​ທີ່​ລ່ວງ​ລະເມີດ

Biblica, Inc.

https://app.library.bible/content/eab9312f9f16b3a2