ເອຊາຢາ52

1ຕື່ນ​ຂຶ້ນ, ຕື່ນ​ຂຶ້ນ, ຊີໂອນ,ຈົ່ງ​ສວມ​ກຳລັງ!ເຢຣູຊາເລັມ, ນະຄອນ​ບໍລິສຸດ.ຈົ່ງ​ສວມ​ເຄື່ອງນຸ່ງ​ອັນ​ສະຫງ່າລາສີ​ຂອງ​ເຈົ້າ,ຜູ້​ທີ່​ບໍ່​ໄດ້​ຮັບ​ພິທີຕັດ ແລະ ຜູ້​ທີ່​ມີ​ມົນທິນຈະ​ບໍ່​ເຂົ້າ​ມາ​ໃນ​ເຈົ້າ​ອີກ.2ຈົ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ໄປ;ຈົ່ງ​ລຸກ​ຂຶ້ນ, ນັ່ງ​ເທິງ​ບັນລັງ, ນະຄອນ​ເຢຣູຊາເລັມ.ຈົ່ງ​ປົດປ່ອຍ​ຕົນເອງ​ອອກ​ຈາກ​ໂສ້​ທີ່​ລ່າມ​ຄໍ​ຂອງ​ເຈົ້າ,ລູກສາວ​ແຫ່ງ​ຊີໂອນ, ຜູ້​ຕົກ​ເປັນ​ຊະເລີຍ.
3ເພາະ​ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ເຈົ້າ​ຖືກ​ຂາຍ​ໂດຍ​ບໍ່​ມີ​ລາຄາ,ແລະ ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ໄຖ່ຄືນ​ມາ​ໂດຍ​ບໍ່​ຕ້ອງ​ຈ່າຍ​ເງິນ”.
4ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ:“ທໍາອິດ​ປະຊາຊົນ​ຂອງ​ເຮົາ​ລົງ​ໄປ​ອາໄສ​ຢູ່​ເອຢິບ;ບັດນີ້, ອັດຊີເຣຍ​ໄດ້​ກົດຂີ່​ຂົ່ມເຫັງ​ພວກເຂົາ”.
5ພຣະເຈົ້າ​ຢາເວ​ປະກາດ​ວ່າ. “ແລະ ບັດນີ້​ເຮົາ​ມີ​ຫຍັງ​ຢູ່​ນີ້?”“ເພາະ​ປະຊາຊົນ​ຂອງ​ເຮົາ​ຖືກ​ຈັບ​ໂຕ​ໄປ​ໂດຍ​ບໍ່ມີ​ປະໂຫຍດ,ແລະ ຜູ້​ປົກຄອງ​ພວກເຂົາ​ກໍ​ເຢາະເຍີ້ຍ”,ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.“ຕະຫລອດ​ທັງ​ວັນນາມ​ຂອງ​ເຮົາ​ຖືກ​ໝິ່ນປະມາດ​ຕະຫລອດ​ເວລາ.6ເຫດສະນັ້ນ ປະຊາຊົນ​ຂອງ​ເຮົາ​ຈະ​ຮູ້​ຈັກ​ຊື່​ຂອງ​ເຮົາ;ເຫດສະນັ້ນ ໃນ​ມື້​ນັ້ນ​ພວກເຂົາ​ຈະ​ຮູ້​ວ່າເຮົາ​ເອງ​ເປັນ​ຜູ້​ບອກ​ໄວ້​ລ່ວງ​ໜ້າ.ແມ່ນແລ້ວ, ມັນ​ຄື​ເຮົາ​ເອງ”.
7ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວ​ດີ​ມາ​ເທິງ​ພູເຂົາກໍ​ງົດ​ງາມ​ຫລາຍ,ຜູ້​ປະກາດ​ສັນຕິສຸກ,ຜູ້​ນໍາ​ຂ່າວ​ດີ​ມາ,ຜູ້​ປະກາດ​ຄວາມ​ພົ້ນ,ຜູ້​ເວົ້າ​ກັບ​ຊີໂອນ​ວ່າ,“ພຣະເຈົ້າ​ຂອງ​ເຈົ້າ​ປົກຄອງ!”8ຈົ່ງ​ຟັງ! ພວກ​ຍາມ​ຂອງ​ເຈົ້າ​ສົ່ງ​ສຽງ​ຮ້ອງ;ພວກເຂົາ​ຮ່ວມກັນ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນຊົມຍິນດີ.ເມື່ອ​ພຣະເຈົ້າ​ຢາເວ​ກັບ​ມາ​ຍັງ​ຊີໂອນ,ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ​ຂອງ​ພວກເຂົາ​ເອງ.9ຈົ່ງ​ຮ່ວມກັນ​ເປັ່ງ​ສຽງ​ຮ້ອງເພງ​ດ້ວຍ​ຄວາມ​ຍິນດີ,ຊາກ​ຫັກພັງ​ຂອງ​ເຢຣູຊາເລັມ,ເພາະ​ພຣະເຈົ້າ​ຢາເວ​ໄດ້​ເລົ້າໂລມ​ໃຈ​ປະຊາຊົນ​ຂອງ​ພຣະອົງ,ພຣະອົງ​ໄດ້​ໄຖ່​ນະຄອນ​ເຢຣູຊາເລັມ​ແລ້ວ.10ພຣະເຈົ້າ​ຢາເວ​ຈະ​ວາງ​ແຂນ​ອັນ​ບໍລິສຸດຂອງ​ພຣະອົງ​ຕໍ່ໜ້າ​ຕໍ່​ຕາ​ຊົນຊາດ​ທັງຫລາຍ,ແລະ ທົ່ວ​ທັງ​ໂລກ​ຈະ​ເຫັນຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.
11ຈົ່ງ​ໄປ, ຈົ່ງ​ໄປ, ຈົ່ງ​ອອກ​ຈາກ​ທີ່​ນັ້ນ!ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ!ຈົ່ງ​ອອກ​ມາ​ຈາກ​ບ່ອນ​ນັ້ນ ແລະ ຮັກສາ​ໂຕ​ໃຫ້​ບໍລິສຸດ,ພວກເຈົ້າ​ຜູ້​ຖື​ສິ່ງຂອງ​ທີ່​ໃຊ້​ໃນ​ເຮືອນ​ຂອງ​ພຣະເຈົ້າ​ຢາເວ.12ແຕ່​ພວກເຈົ້າ​ຈະ​ບໍ່​ຈາກ​ໄປ​ດ້ວຍ​ຄວາມ​ຟ້າວຫລື ຕະເຫລີດ​ອອກ​ມາ:ເພາະ​ພຣະເຈົ້າ​ຢາເວ​ຈະ​ນຳ​ໜ້າ​ເຈົ້າ,ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຈະ​ປ້ອງກັນ​ດ້ານຫລັງ​ໃຫ້​ເຈົ້າ.

ການ​ທົນ​ທຸກ ແລະ ສະຫງ່າລາສີ​ຂອງ​ຜູ້ຮັບໃຊ້

13ເບິ່ງ​ແມ, ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ກະທຳ​ການ​ຢ່າງ​ສະຫລາດ;ລາວ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ ແລະ ໄດ້​ຮັບ​ການ​ຍົກ​ຂຶ້ນ ແລະ ໄດ້​ຮັບ​ການ​ຍົກ​ຂຶ້ນ​ຢ່າງ​ສູງ​ສົ່ງ.14ຄົນ​ເປັນ​ຈຳນວນ​ຫລາຍ​ຕື່ນ​ຕົກໃຈ​ເພາະ​ລາວເພາະ​ຮູບ​ລັກສະນະ​ຂອງ​ລາວ​ເສຍ​ໂສມ​ໄປ​ຈົນ​ບໍ່​ມີ​ຜູ້ໃດ​ຄືແລະ ຮູບ​ຮ່າງ​ຂອງ​ລາວ​ກໍ​ເສຍ​ໄປ​ຈົນ​ເບິ່ງ​ບໍ່​ຄື​ມະນຸດ15ສະນັ້ນ ລາວ​ກໍ​ຈະ​ເຮັດ​ໃຫ້​ຫລາຍ​ຊົນຊາດ​ຕົກໃຈ,ແລະ ລາວ​ຈະ​ເຮັດ​ໃຫ້​ບັນດາ​ກະສັດ​ມິດງຽບ.ເພາະ​ພວກເຂົາ​ຈະ​ເຫັນ​ສິ່ງ​ທີ່​ບໍ່​ເຄີຍ​ມີ​ຜູ້ໃດ​ບອກ​ພວກເຂົາ​ຈັກເທື່ອ,ແລະ ຈະ​ເຂົ້າໃຈ​ສິ່ງ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ໄດ້​ຟັງ​ມາ​ກ່ອນ.

Biblica, Inc.

https://app.library.bible/content/eab9312f9f16b3a2