ເອຊາຢາ51

ຄວາມພົ້ນ​ນິລັນດອນ​ສຳລັບ​ຊີໂອນ

1“ຈົ່ງ​ຟັງ​ເຮົາ, ພວກເຈົ້າ​ຜູ້​ສະແຫວງ​ຫາ​ຄວາມ​ຊອບທຳແລະ ຜູ້​ສະແຫວງຫາ​ພຣະເຈົ້າ​ຢາເວ:ຈົ່ງ​ເບິ່ງ​ສີລາ​ທີ່​ເຈົ້າ​ຕັດ​ອອກ​ມາແລະ ເບິ່ງ​ບໍ່​ຫີນ​ທີ່​ເຈົ້າ​ຖືກ​ຂຸດ​ອອກ​ມາ;2ຈົ່ງ​ເບິ່ງ​ອັບຣາຮາມ, ບັນພະບຸລຸດ​ຂອງ​ເຈົ້າ,ແລະ ຊາຣາ, ຜູ້​ເກີດ​ເຈົ້າ.ເມື່ອ​ເຮົາ​ເອີ້ນ​ລາວ ມີ​ລາວ​ພຽງ​ຄົນ​ດຽວ,ແລະ ເຮົາ​ກໍ​ອວຍພອນ​ລາວ ແລະ ເຮັດ​ໃຫ້​ລາວ​ມີ​ຈຳນວນ​ຫລາຍ.3ພຣະເຈົ້າ​ຢາເວ​ຈະ​ເລົ້າໂລມ​ໃຈ​ຊີໂອນ​ຢ່າງ​ແນ່ນອນແລະ ຈະ​ແນມເບິ່ງ​ຊາກ​ຫັກພັງ​ທັງໝົດ​ຂອງ​ຊີໂອນ​ດ້ວຍ​ຄວາມ​ເມດຕາ;ພຣະອົງ​ຈະ​ເຮັດ​ໃຫ້​ທະເລຊາຍ​ຂອງ​ຊີໂອນ​ເປັນ​ເໝືອນ​ສວນ​ເອເດນ,ບ່ອນ​ຖິ້ມ​ຮ້າງ​ຂອງ​ນາງ​ເປັນ​ເໝືອນ​ອຸທິຍານ​ຂອງ​ພຣະເຈົ້າ​ຢາເວ.ທີ່ນັ້ນ​ຈະ​ມີ​ຄວາມ​ຊື່ນຊົມ​ຍິນດີມີ​ການ​ຂອບພຣະຄຸນ​ພຣະເຈົ້າ ແລະ ສຽງ​ຮ້ອງ​ເພງ.
4“ຈົ່ງ​ຟັງ​ເຮົາ, ປະຊາຊົນ​ຂອງ​ເຮົາ;ຈົ່ງ​ຟັງ​ເຮົາ, ຊົນຊາດ​ຂອງ​ເຮົາ;ກົດບັນຍັດ​ຈະ​ອອກ​ມາ​ຈາກ​ເຮົາ;ຄວາມ​ຍຸຕິທຳ​ຂອງ​ເຮົາ​ຈະ​ເປັນ​ແສງສະຫວ່າງ​ແກ່​ຊົນຊາດ​ຕ່າງໆ:5ຄວາມ​ຊອບທຳ​ຂອງ​ເຮົາ​ເຂົ້າ​ມາ​ໃກ້​ຢ່າງ​ວ່ອງໄວ,ຄວາມພົ້ນ​ຂອງ​ເຮົາ​ກຳລັງ​ມາ,ແຂນ​ຂອງ​ເຮົາ​ຈະ​ນຳ​ຄວາມ​ຍຸຕິທຳ​ມາ​ໃຫ້​ຊົນຊາດ​ຕ່າງໆ.ເກາະ​ແກ້ງ​ຕ່າງໆ​ຈະ​ແນມເບິ່ງ​ເຮົາແລະ ລໍ​ຖ້າ​ແຂນ​ຂອງ​ເຮົາ​ດ້ວຍ​ຄວາມ​ຫວັງ.6ຈົ່ງ​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ຟ້າ​ສະຫວັນ,ແລະ ເບິ່ງ​ໂລກ​ເບື້ອງ​ລຸ່ມ;ຟ້າ​ສະຫວັນ​ຈະ​ລັບ​ຫາຍ​ໄປ​ເໝືອນ​ຄວັນໄຟ,ໂລກ​ຈະ​ເປັນ​ເໝືອນ​ເຄື່ອງນຸ່ງ​ເກົ່າ​ທີ່​ຂາດ​ໄປແລະ ຄົນ​ໃນ​ໂລກ​ຈະ​ຕາຍ​ໄປ​ເໝືອນ​ດັ່ງ​ແມງໄມ້.ແຕ່​ຄວາມພົ້ນ​ຂອງ​ເຮົາ​ຈະ​ດຳລົງ​ຢູ່​ຕະຫລອດໄປ.ຄວາມ​ຊອບທຳ​ຂອງ​ເຮົາ​ຈະ​ບໍ່​ສິ້ນສຸດ.
7“ຈົ່ງ​ຟັງ​ເຮົາ, ພວກເຈົ້າ​ຜູ້​ຮູ້​ວ່າ​ແມ່ນຫຍັງ​ຄື​ຄວາມ​ຖືກຕ້ອງ,ຊົນຊາດ​ທີ່​ຖື​ຮັກສາ​ກົດບັນຍັດ​ຂອງ​ເຮົາ​ໄວ້​ໃນ​ໃຈ:ຢ່າ​ຢ້ານ​ການ​ຕຳໜິ​ຕິ​ຕຽນ​ຂອງ​ມະນຸດຫລື ຢ່າ​ຫວັ່ນໄຫວ​ໄປ​ກັບ​ຄຳ​ໝິ່ນປະໝາດ​ຂອງ​ພວກເຂົາ.8ເພາະ​ແມງໄມ້​ຈະ​ເຈາະ​ກິນ​ພວກເຂົາ​ເໝືອນ​ດັ່ງ​ເຄື່ອງນຸ່ງ;ໜອນ​ຈະ​ກັດ​ກິນ​ພວກເຂົາ​ເໝືອນ​ດັ່ງ​ຂົນແກະ.ແຕ່​ຄວາມ​ຊອບທຳ​ຂອງ​ເຮົາ​ຈະ​ດຳລົງ​ຢູ່​ຕະຫລອດໄປ,ຄວາມ​ພົ້ນ​ຂອງ​ເຮົາ​ຈະ​ດໍາລົງ​ຢູ່​ສືບໄປ​ທຸກ​ຊົ່ວ​ອາຍຸ​ຄົນ”.
9ຈົ່ງ​ລຸກ​ຂຶ້ນ! ແຂນ​ຂອງ​ພຣະເຈົ້າ​ຢາເວ,ຈົ່ງ​ຫົ່ມ​ຕົວເອງ​ດ້ວຍ​ກຳລັງ!ຈົ່ງ​ຕື່ນ​ຂຶ້ນ, ເໝືອນ​ໃນ​ອະ​ດີດ​ທີ່​ຜ່ານມາ,ເໝືອນ​ຄົນ​ລຸ້ນ​ກ່ອນ.ບໍ່ແມ່ນ​ພຣະອົງ​ບໍ​ທີ່​ຕັດ​ຣາຮາບ​ອອກ​ເປັນ​ຕ່ອນໆ,ແລະ ແທງ​ສັດຮ້າຍ​ໂຕ​ນັ້ນ?10ບໍ່​ແມ່ນ​ພຣະອົງ​ບໍ​ທີ່​ເຮັດ​ໃຫ້​ທະເລ​ແຫ້ງ?ຄື​ເຮັດ​ໃຫ້​ມະຫາສະໝຸດ​ອັນ​ເລິກ​ແຫ້ງ​ໄປ,ຜູ້​ໄດ້​ເຮັດ​ທາງ​ໄວ້​ໃນ​ທະເລ​ເລິກເພື່ອ​ຜູ້​ທີ່​ພຣະອົງ​ໄດ້​ໄຖ່​ໄວ້​ຈະ​ຂ້າມ​ຟາກ​ໄປ​ໄດ້?11ບັນດາ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ໄຖ່​ໄວ້​ຈະ​ກັບມາ.ພວກເຂົາ​ຈະ​ຮ້ອງເພງ​ເຂົ້າ​ເມືອງ​ຊີໂອນ;ຄວາມ​ສຸກ​ນິລັນດອນ​ເປັນ​ມົງກຸດ​ປະດັບ​ຫົວ​ຂອງ​ພວກເຂົາ.ຄວາມ​ປິຕິ ແລະ ຄວາມ​ຊື່ນຊົມຍິນດີ​ຢ່າງ​ເຕັມລົ້ນ​ຈະ​ປົກຄຸມ​ພວກເຂົາ,ຄວາມ​ທຸກ​ໂສກ ແລະ ການ​ທໍ້ຖ້ອຍ​ໃຈ​ຈະ​ໝົດ​ໄປ.
12“ເຮົາ, ເຮົາ​ນີ້​ແຫລະ, ເປັນ​ຜູ້​ເລົ້າໂລມໃຈ​ເຈົ້າ.ເຈົ້າ​ແມ່ນ​ໃຜ​ຈຶ່ງ​ຢ້ານ​ມະນຸດ​ທໍາມະດາ,ຢ້ານ​ລູກ​ຫລານ​ຂອງ​ມະນຸດ​ທີ່​ເປັນ​ພຽງ​ຕົ້ນຫຍ້າ,13ພວກເຈົ້າ​ລືມ​ພຣະເຈົ້າ​ຢາເວ​ພຣະຜູ້ສ້າງ​ຂອງ​ພວກເຈົ້າ,ຜູ້​ກາງ​ຟ້າ​ສະຫວັນ​ອອກ​ມາແລະ ວາງ​ຮາກຖານ​ຂອງ​ໂລກ,ເປັນຫຍັງ​ເຈົ້າ​ຈຶ່ງ​ມີ​ຊີວິດ​ຢູ່​ທຸກ​ມື້​ດ້ວຍ​ຄວາມ​ຢ້ານເພາະ​ຄວາມ​ໂກດຮ້າຍ​ຂອງ​ຜູ້​ຂົ່ມເຫັງ,ຜູ້​ຫວັງ​ທໍາລາຍ?ຄວາມ​ໂກດຮ້າຍ​ຂອງ​ຜູ້​ຂົ່ມເຫັງ​ຢູ່​ໃສ?14ພວກ​ນັກໂທດ​ທີ່​ຢ້ານກົວ​ຈະ​ໄດ້​ຮັບ​ການ​ປົດປ່ອຍ​ໃນ​ໄວໆ​ນີ້;ພວກເຂົາ​ຈະ​ບໍ່​ຕາຍ​ໃນ​ຄຸກ​ຂອງ​ພວກເຂົາ,ແລະ ພວກເຂົາ​ຈະ​ບໍ່​ຂາດ​ອາຫານ,15ເພາະ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ,ຜູ້​ປຸກ​ທະເລ​ເຮັດ​ໃຫ້​ຄຶກຄະນອງພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຄື​ນາມ​ຂອງ​ພຣະອົງ.16ເຮົາ​ໄດ້​ໃສ່​ຄໍາເວົ້າ​ຂອງ​ເຮົາ​ໄວ້​ໃນ​ປາກ​ຂອງ​ເຈົ້າແລະ ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້​ດ້ວຍ​ຮົ່ມ​ເງົາ​ແຫ່ງ​ມື​ຂອງ​ເຮົາເຮົາ​ເປັນ​ຜູ້​ຕັ້ງ​ຟ້າ​ສະຫວັນ​ໄວ້​ໃນ​ບ່ອນ​ຂອງ​ມັນ,ເປັນ​ຜູ້​ວາງ​ຮາກຖານ​ຂອງ​ໂລກ,ແລະ ເປັນ​ຜູ້​ກ່າວ​ກັບ​ຊີໂອນ​ວ່າ, ‘ເຈົ້າ​ເປັນ​ປະຊາຊົນ​ຂອງ​ເຮົາ’ ”.

ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ

17ຕື່ນ​ຂຶ້ນ, ຕື່ນ​ຂຶ້ນ!ຈົ່ງ​ລຸກ​ຂຶ້ນ, ນະຄອນ​ເຢຣູຊາເລັມ,ເຈົ້າ​ຜູ້​ໄດ້​ດື່ມ​ຈາກ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ,ທີ່​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຢາເວ,ເຈົ້າ​ດື່ມ​ຈົນ​ໝົດ​ຈອກທີ່​ເຮັດ​ໃຫ້​ເຈົ້າ​ໂຊເຊ​ໄປ​ມາ.18ລູກຊາຍ​ທັງໝົດ​ທີ່​ນາງ​ເກີດ​ອອກ​ມາບໍ່​ມີ​ຈັກຄົນ​ດຽວ​ທີ່​ຈະ​ນຳ​ທາງ​ນາງ:ລູກຊາຍ​ທັງໝົດ​ທີ່​ນາງ​ລ້ຽງດູ​ມາບໍ່​ມີ​ຈັກ​ຄົນ​ດຽວ​ທີ່​ຈະ​ຈູງ​ນາງ​ໄປ.19ໄພພິບັດ​ອັນ​ໃຫຍ່​ເກີດ​ຂຶ້ນ​ກັບ​ເຈົ້າ​ສອງ​ເທົ່າໃຜ​ຈະ​ສາມາດ​ເລົ້າໂລມ​ໃຈ​ເຈົ້າ​ໄດ້?ຫາຍະນະ ແລະ ຄວາມ​ຈິບຫາຍ ການ​ກັນດານ​ອາຫານ ແລະ ການ​ສູ້ຮົບໃຜ​ຈະ​ສາມາດ​ໜູນໃຈ​ເຈົ້າ​ໄດ້?20ພວກລູກ​ຂອງ​ເຈົ້າ​ເປັນ​ລົມ​ໄປ​ແລ້ວ;ພວກເຂົາ​ນອນ​ຢູ່​ທຸກ​ແຈ​ຂອງ​ຖະໜົນ​ທຸກ​ເສັ້ນ,ດັ່ງ​ເຍືອງ​ຕິດ​ຢູ່​ໃນ​ຕາໜ່າງ.ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ,ແລະ ການ​ຕຳໜິ​ຈາກ​ພຣະເຈົ້າ​ຂອງ​ເຈົ້າ.
21ເຫດສະນັ້ນ ຈົ່ງ​ຟັງ​ສິ່ງ​ນີ້, ເຈົ້າ​ຜູ້​ທຸກ​ທໍລະມານ,ຜູ້​ມຶນເມົາ​ແຕ່​ບໍ່​ແມ່ນ​ດ້ວຍ​ລິດ​ເຫລົ້າ​ອະງຸ່ນ.22ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ,ພຣະເຈົ້າ​ຂອງ​ເຈົ້າ, ຜູ້​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ກ່າວ​ວ່າ:“ເບິ່ງ​ແມ, ເຮົາ​ໄດ້​ນຳ​ຖ້ວຍ​ທີ່​ເຮັດ​ໃຫ້​ເຈົ້າ​ໂຊເຊອອກ​ໄປ​ຈາກ​ມື​ຂອງ​ເຈົ້າ;ເຈົ້າ​ຈະ​ບໍ່​ດື່ມ​ຈາກ​ຖ້ວຍ​ນັ້ນ,ຄື​ຖ້ວຍ​ແຫ່ງ​ໂກດຮ້າຍ​ຂອງ​ເຮົາ​ອີກ​ຕໍ່ໄປ.23ເຮົາ​ຈະ​ເອົາ​ຖ້ວຍ​ນັ້ນ​ໃສ່​ໃນ​ມື​ຂອງ​ບັນດາ​ຜູ້​ທີ່​ທໍລະມານ​ເຈົ້າ,ຜູ້​ກ່າວ​ກັບ​ເຈົ້າ​ວ່າ,‘ຈົ່ງ​ນອນ​ລົງ​ເພື່ອ​ພວກເຮົາ​ຈະ​ໄດ້​ຢຽບ​ຢໍ່າ​ເຈົ້າ’.ແລະ ເຈົ້າ​ໄດ້​ເຮັດ​ໃຫ້​ຫລັງ​ຂອງ​ເຈົ້າ​ເປັນ​ດັ່ງ​ພື້ນດິນ,ເໝືອນ​ດັ່ງ​ພື້ນ​ຖະໜົນ​ໃຫ້​ຢຽບຢໍ່າ”.

Biblica, Inc.

https://app.library.bible/content/eab9312f9f16b3a2