ເອຊາຢາ50

ບາບ​ຂອງ​ອິດສະຣາເອນ ແລະ ການ​ເຊື່ອຟັງ​ຂອງ​ຜູ້ຮັບໃຊ້

1ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ໜັງສື​ຢ່າຮ້າງ​ຂອງ​ແມ່​ເຈົ້າທີ່​ເຮົາ​ໄດ້​ໄລ່​ນາງ​ໄປ​ຢູ່​ໃສ?ຫລື ເຮົາ​ຂາຍ​ເຈົ້າ​ໄປໃຫ້​ເຈົ້າ​ໜີ້​ຄົນ​ໃດ?ເຈົ້າ​ຖືກ​ຂາຍ​ໄປ​ເພາະ​ຄວາມ​ບາບ​ຂອງ​ເຈົ້າ;ແມ່​ຂອງ​ເຈົ້າ​ຖືກ​ໄລ່​ອອກ​ໄປ​ເພາະ​ການ​ລ່ວງລະເມີດ​ຂອງ​ເຈົ້າ.2ເມື່ອ​ເຮົາ​ມາ​ຮອດ, ເປັນຫຍັງ​ຈຶ່ງ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ?ເມື່ອ​ເຮົາ​ເອີ້ນ, ເປັນຫຍັງ​ຈຶ່ງ​ບໍ່​ມີ​ຜູ້ໃດ​ຕອບ?ແຂນ​ຂອງ​ເຮົາ​ສັ້ນ​ເກີນ​ກວ່າ​ທີ່​ຈະ​ໄຖ່​ເຈົ້າ​ບໍ?ເຮົາ​ຂາດ​ກຳລັງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ບໍ?ເຮົາ​ສັ່ງ​ພຽງ​ຄຳ​ດຽວ ທະເລ​ກໍ​ແຫ້ງ,ເຮົາ​ເຮັດ​ໃຫ້​ແມ່ນ້ຳ​ກາຍ​ເປັນ​ຖິ່ນແຫ້ງແລ້ງກັນດານ;ປາ​ຂອງ​ພວກເຂົາ​ເນົ່າເໝັນ​ເພາະ​ຂາດ​ນ້ຳແລະ ຕາຍ​ເພາະ​ຄວາມ​ກະຫາຍ.3ເຮົາ​ເອົາ​ຄວາມ​ມືດ​ຫຸ້ມ​ຫໍ່​ຟ້າ​ສະຫວັນແລະ ເຮັດ​ຜ້າ​ກະສອບ​ປົກ​ມັນ​ໄວ້”.
4ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ ໃຫ້​ລີ້ນ​ທີ່​ໄດ້​ຮັບ​ການ​ເຟິກ​ເປັນ​ຢ່າງ​ດີ​ແລ້ວ​ແກ່​ຂ້ານ້ອຍ,ເພື່ອ​ໃຫ້​ຮູ້​ຈັກ​ຖ້ອຍຄຳ​ທີ່​ຊ່ວຍ​ຄ້ຳຊູ​ຜູ້​ອ່ອນແຮງ.ທຸກໆ​ເຊົ້າ​ພຣະອົງ​ໄດ້​ປຸກ​ຂ້ານ້ອຍ,ປຸກ​ຫູ​ຂອງ​ຂ້ານ້ອຍ​ໃຫ້​ຟັງ​ດັ່ງ​ຜູ້​ທີ່​ພຣະອົງ​ໄດ້​ສອນ.5ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ ໄດ້​ເປີດ​ຫູ​ຂອງ​ຂ້ານ້ອຍ;ແລະ ຂ້ານ້ອຍ​ບໍ່​ໄດ້​ກະບົດ,ຫລື ຫັນ​ໜີ.6ຂ້ານ້ອຍ​ຍອມ​ແບ​ຫລັງ​ໃຫ້​ແກ່​ຜູ້​ທີ່​ຕີ​ຂ້ານ້ອຍ.ແລະ ປິ່ນ​ແກ້ມ​ໃຫ້​ແກ່​ຜູ້​ທີ່​ດຶງ​ເຄົາ​ຂອງ​ຂ້ານ້ອຍ;ຂ້ານ້ອຍ​ບໍ່​ໄດ້​ເຊື່ອງ​ໜ້າ​ໜີຈາກ​ຜູ້​ທີ່​ເຢາະເຍີ້ຍ ແລະ ຖົ່ມ​ນ້ຳລາຍ​ໃສ່.7ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ຊ່ວຍ​ຂ້ານ້ອຍ,ຂ້ານ້ອຍ​ຈະ​ບໍ່​ອັບອາຍ.ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ເຮັດ​ໜ້າ​ຄື​ຫີນ​ເຫລັກ​ໄຟ,ແລະ ຮູ້​ວ່າ​ຕົນເອງ​ຈະ​ບໍ່​ຕ້ອງ​ອັບອາຍ.8ພຣະອົງ​ຜູ້​ຕັດສິນ​ວ່າ​ຂ້ານ້ອຍ​ເປັນ​ຝ່າຍ​ຖືກ​ນັ້ນ​ຢູ່​ໃກ້.ແລ້ວ​ຜູ້ໃດ​ຈະ​ມາ​ຟ້ອງ​ຂ້ານ້ອຍ?ໃຫ້​ພວກເຮົາ​ມາ​ຊ້ອງ​ໜ້າ​ກັນ!ໃຜ​ເປັນ​ຜູ້​ຟ້ອງ​ຂອງ​ຂ້ານ້ອຍ?ໃຫ້​ລາວ​ມາ​ຊ້ອງ​ໜ້າ​ກັບ​ຂ້ານ້ອຍ!9ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຄື​ຜູ້ຊ່ວຍ​ຂ້ານ້ອຍ.ຜູ້ໃດ​ກ່າວໂທດ​ຂ້ານ້ອຍ?ພວກເຂົາ​ຈະ​ເກົ່າ​ໄປ​ເໝືອນ​ດັ່ງ​ເຄື່ອງນຸ່ງແລະ ຖືກ​ແມງໄມ້​ກິນ​ໝົດ.
10ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຳເກງ​ພຣະເຈົ້າ​ຢາເວແລະ ເຊື່ອຟັງ​ຖ້ອຍ​ຄຳ​ຜູ້ຮັບໃຊ້​ຂອງ​ພຣະອົງ?ໃຫ້​ຜູ້​ທີ່​ດຳເນີນ​ໃນ​ຄວາມ​ມືດ,ຜູ້​ທີ່​ບໍ່​ມີ​ແສງສະຫວ່າງ,ຈົ່ງ​ໄວ້ວາງໃຈ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວແລະ ເພິ່ງພາ​ພຣະເຈົ້າ​ຂອງ​ຕົນ.11ແຕ່​ບັດນີ້, ພວກເຈົ້າ​ທຸກຄົນ​ທີ່​ຈູດ​ໄຟແລະ ຈັດຕຽມ​ທວນໄຟ​ໃຫ້​ໂຕ​ເອງ,ຈົ່ງ​ດໍາເນີນ​ຢູ່​ໃນ​ແສງສະຫວ່າງ​ຈາກ​ໄຟ​ຂອງ​ເຈົ້າແລະ ຈາກ​ທວນໄຟ​ທີ່​ເຈົ້າ​ຈູດ​ຂຶ້ນ.ສິ່ງ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ຈາກ​ມື​ຂອງ​ເຮົາຄື​ເຈົ້າ​ຈະ​ນອນ​ລົງ​ໃນ​ຄວາມ​ທຸກທໍລະມານ.

Biblica, Inc.

https://app.library.bible/content/eab9312f9f16b3a2