ເອຊາຢາ49

ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ

1ຈົ່ງ​ຟັງ​ເຮົາ, ເກາະ​ແກ້ງ​ທັງຫລາຍ;ຊົນຊາດ​ໄກ​ທັງຫລາຍ, ຟັງ​ທາງ​ນີ້:ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ຂ້ານ້ອຍ​ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ບໍ່​ເກີດ;ພຣະອົງ​ໄດ້​ເອີ້ນ​ຊື່​ຂອງ​ຂ້ານ້ອຍ​ຕັ້ງ​ແຕ່​ຂ້ານ້ອຍ​ຢູ່​ໃນ​ທ້ອງແມ່.2ພຣະອົງ​ໄດ້​ເຮັດ​ໃຫ້​ປາກ​ຂອງ​ຂ້ານ້ອຍ​ຄົມ​ດັ່ງ​ດາບ,ໄດ້​ເຊື່ອງ​ຂ້ານ້ອຍ​ໄວ້​ໃນ​ຮົ່ມ​ເງົາ​ແຫ່ງ​ມື​ຂອງ​ພຣະອົງ;ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ລູກທະນູ​ແຫລມ​ຄົມແລະ ໄດ້​ເກັບ​ຂ້ານ້ອຍ​ໄວ້​ໃນ​ບັ້ງ​ທະນູ​ຂອງ​ພຣະອົງ.3ພຣະອົງ​ກ່າວ​ແກ່​ຂ້ານ້ອຍ​ວ່າ, “ອິດສະຣາເອນ, ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງ​ເຮົາ,ເຮົາ​ຈະ​ສະແດງ​ຄວາມ​ງົດງາມ​ຂອງ​ເຮົາ​ໃນ​ໂຕ​ເຈົ້າ”.4ແຕ່​ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດວຽກ​ຢ່າງ​ບໍ່ມີ​ປະໂຫຍດ;ລົງ​ແຮງ​ໄປ​ໂດຍ​ບໍ່ມີ​ຫຍັງ ແລະ ໄຮ້​ຄ່າ.ເຖິງ​ປານ​ນັ້ນ​ສິ່ງ​ທີ່​ຂ້ານ້ອຍ​ຄວນ​ໄດ້​ກໍ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຢາເວ,ບຳເໜັດ​ຂອງ​ຂ້ານ້ອຍ​ຢູ່​ທີ່​ພຣະເຈົ້າ​ຂອງ​ຂ້ານ້ອຍ”.
5ແລະ ບັດນີ້​ພຣະເຈົ້າ​ຢາເວ​ກ່າວ​ວ່າພຣະອົງ​ຜູ້​ໄດ້​ສ້າງ​ຂ້ານ້ອຍ​ໃນ​ມົດລູກ​ແມ່​ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງເພື່ອ​ນຳ​ຢາໂຄບ​ກັບ​ມາ​ຫາ​ພຣະອົງແລະ ຮວບຮວມ​ອິດສະຣາເອນ​ມາ​ຫາ​ພຣະອົງ​ເອງ,ເພາະ​ຂ້ານ້ອຍ​ມີ​ກຽດ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ​ກຳລັງ​ຂອງ​ຂ້ານ້ອຍ6ພຣະອົງ​ກ່າວ​ວ່າ:“ມັນ​ເປັນ​ເລື່ອງ​ນ້ອຍ​ເກີນ​ໄປ​ທີ່​ຈະ​ໃຫ້​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງ​ເຮົາເພື່ອ​ຟື້ນຟູ​ຊົນເຜົ່າ​ຕ່າງໆ​ຂອງ​ຢາໂຄບ​ໃຫ້​ກັບ​ສູ່​ສະພາບ​ເດີມແລະ ນຳ​ຊົນຊາດ​ອິດສະຣາເອນ​ທີ່​ເຮົາ​ຮັກສາ​ໄວ້​ກັບ​ມາ​ຫາ​ເຮົາ.ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ແສງສະຫວ່າງ​ສຳລັບ​ຄົນ​ຕ່າງຊາດ.ເພື່ອ​ເຈົ້າ​ຈະ​ນຳ​ຄວາມພົ້ນ​ຂອງ​ເຮົາ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ”.
7ພຣະເຈົ້າ​ຢາເວ ພຣະຜູ້ໄຖ່ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນກ່າວ​ແກ່​ຜູ້​ນັ້ນ​ທີ່​ຄົນ​ທັງ​ຊາດ​ກຽດຊັງ ແລະ ດູໝິ່ນ,ເຖິງ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງ​ບັນດາ​ຜູ້​ປົກຄອງ​ນັ້ນ​ວ່າ:“ກະສັດ​ທັງຫລາຍ​ຈະ​ເຫັນ​ເຈົ້າ ແລະ ຢືນ​ຂຶ້ນ,ເຈົ້ານາຍ​ທັງຫລາຍ​ຈະ​ເຫັນ​ເຈົ້າ ແລະ ກົ້ມ​ກາບ​ລົງ,ເພາະ​ພຣະເຈົ້າ​ຢາເວ, ຜູ້​ສັດຊື່,ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ, ຜູ້​ໄດ້​ເລືອກ​ເຈົ້າ”.

ການ​ຟື້ນຟູ​ອິດສະຣາເອນ

8ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ໃນ​ເວລາ​ແຫ່ງ​ຄວາມ​ກະລຸນາ​ຂອງ​ເຮົາ ເຮົາ​ຈະ​ຕອບ​ເຈົ້າ,ແລະ ໃນ​ວັນ​ແຫ່ງ​ຄວາມພົ້ນ ເຮົາ​ຈະ​ຊ່ວຍ​ເຈົ້າ:ເຮົາ​ຈະ​ຮັກສາ ແລະ ເຮັດ​ໃຫ້​ເຈົ້າເປັນ​ຄຳໝັ້ນສັນຍາ​ແກ່​ປະຊາຊົນ​ທັງຫລາຍ,ເພື່ອ​ໃຫ້​ດິນແດນ​ນັ້ນ​ກັບ​ຄືນ​ສູ່​ສະພາບ​ປົກກະຕິແລະ ຮື້ຟື້ນ​ກຳມະສິດ​ທີ່​ຖືກ​ຖິ້ມ​ຮ້າງ​ຂຶ້ນ​ມາ​ໃໝ່,9ເພື່ອ​ກ່າວ​ແກ່​ຊະເລີຍ​ວ່າ, ‘ຈົ່ງ​ອອກ​ມາ’,ແລະ ກ່າວ​ແກ່​ຜູ້​ຢູ່​ໃນ​ຄວາມ​ມືດມົນ​ວ່າ, ‘ຈົ່ງ​ເປັນ​ອິດສະຫລະ!’“ພວກເຂົາ​ຈະ​ຖືກ​ລ້ຽງ​ຢູ່​ແຄມ​ທາງແລະ ພົບ​ທົ່ງຫຍ້າ​ເທິງ​ເນີນພູ​ແຫ້ງແລ້ງ​ທຸກ​ແຫ່ງ.10ພວກເຂົາ​ຈະ​ບໍ່​ຫິວ ຫລື ກະຫາຍ,ແສງ​ຕາເວັນ​ແຮງ​ກ້າ ແລະ ລົມ​ທະເລຊາຍ​ອັນ​ຮ້ອນ​ເອົ້າ​ຈະ​ບໍ່​ແຜດເຜົາ​ພວກເຂົາ​ອີກ​ຕໍ່ໄປ.ພຣະອົງ​ຜູ້​ເມດຕາ​ສົງສານ​ພວກເຂົາ​ຈະ​ນຳ​ພວກເຂົາແລະ ພາ​ພວກເຂົາ​ມາ​ຍັງ​ແຄມ​ນ້ຳພຸ.11ເຮົາ​ຈະ​ປ່ຽນ​ພູເຂົາ​ທຸກ​ໜ່ວຍ​ຂອງ​ເຮົາ​ໃຫ້ເປັນ​ທາງ​ລຽບ,ແລະ ທາງ​ຫລວງ​ຂອງ​ເຮົາ​ຈະ​ຖືກ​ຍົກ​ຂຶ້ນ.12ເບິ່ງ​ແມ, ພວກເຂົາ​ຈະ​ມາ​ຈາກ​ແດນ​ໄກ,ບາງຄົນ​ມາ​ຈາກ​ທິດ​ເໜືອ, ບາງຄົນ​ມາ​ຈາກ​ທິດ​ຕາເວັນຕົກ,ບາງຄົນ​ກໍ​ມາ​ຈາກ​ອາຊວານ”
13ຟ້າ​ສະຫວັນ, ຈົ່ງ​ໂຫ່​ຮ້ອງ​ຍິນດີ;ແຜ່ນດິນໂລກ, ຈົ່ງ​ຊື່ນຊົມ;ພູເຂົາ​ທັງຫລາຍ, ຈົ່ງ​ເປັ່ງ​ສຽງ​ຮ້ອງເພງ!ເພາະ​ພຣະເຈົ້າ​ຢາເວ​ເລົ້າໂລມ​ຈິດໃຈ​ປະຊາຊົນ​ຂອງ​ພຣະອົງແລະ ຈະ​ເມດຕາ​ຜູ້​ທີ່​ທຸກທໍລະມານ​ຂອງ​ພຣະອົງ.
14ແຕ່​ຊີໂອນ​ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ປະຖິ້ມ​ຂ້ານ້ອຍ​ແລ້ວ,ອົງພຣະຜູ້ເປັນເຈົ້າ​ລືມ​ຂ້ານ້ອຍ​ໄປ​ແລ້ວ”.
15“ແມ່​ຈະ​ລືມ​ລູກ​ນ້ອຍ​ໃນ​ເອິກ​ຂອງ​ນາງແລະ ຈະ​ບໍ່​ສົງສານ​ລູກ​ທີ່​ນາງ​ໃຫ້​ກຳ​ເນີດ​ໄດ້​ບໍ?ແມ່ນ​ນາງ​ອາດ​ຈະ​ລືມ​ໄດ້,ແຕ່​ເຮົາ​ຈະ​ບໍ່​ລືມ​ເຈົ້າ!16ເບິ່ງ​ແມ, ເຮົາ​ໄດ້​ສະຫລັກ​ຊື່​ຂອງ​ເຈົ້າ​ໄວ້​ເທິງ​ຝາມື​ຂອງ​ເຮົາ;ກຳແພງ​ຂອງ​ເຈົ້າ​ຢູ່​ຕໍ່ໜ້າ​ເຮົາ​ສະເໝີ.17ພວກລູກ​ຂອງ​ເຈົ້າ​ຮີບ​ກັບ​ມາ,ແລະ ບັນດາ​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ຮ້າງເປົ່າ​ກໍ​ໄປ​ຈາກ​ເຈົ້າ.18ຈົ່ງ​ຫລຽວ​ເບິ່ງ​ໄປ​ຮອບໆ;ລູກ​ທັງໝົດ​ຂອງ​ເຈົ້າ​ພາ​ກັນ​ມາ​ຫາ​ເຈົ້າ”.ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດພວກເຂົາ​ກໍ​ຈະ​ເປັນ​ເຄື່ອງປະດັບ​ຕົກແຕ່ງ​ຂອງ​ເຈົ້າ​ສັນນັ້ນ;ເຈົ້າ​ຈະ​ເປັນ​ເໝືອນ​ເຈົ້າ​ສາວ ມີ​ພວກເຂົາ​ເປັນ​ເຄື່ອງນຸ່ງ​ປະດັບ.
19“ເຖິງແມ່ນວ່າ​ເຈົ້າ​ຖືກ​ເຮັດ​ໃຫ້ເປັນ​ຊາກ​ຫັກພັງ ແລະ ຫົກ​ຮ້າງດິນແດນ​ຂອງ​ເຈົ້າ​ຖືກ​ຖິ້ມຮ້າງ,ແຕ່​ບັດນີ້​ຈະ​ຄັບແຄບ​ເກີນ​ໄປ​ສຳລັບ​ປະຊາຊົນ​ຂອງ​ເຈົ້າ,ແລະ ຜູ້​ທີ່​ຮ້າງ​ເຈົ້າ​ຈະ​ອອກໄປ​ໄກ​ລັບ.20ລູກ​ຫລານ​ທີ່​ເກີດ​ໃນ​ໄລຍະ​ທີ່​ເຈົ້າ​ເປັນ​ຊະເລີຍຈະ​ເວົ້າ​ໃຫ້​ເຈົ້າ​ໄດ້​ຍິນ​ວ່າ,‘ບ່ອນ​ນີ້​ຄັບ​ແຄບ​ເກີນ​ໄປ​ສຳລັບ​ພວກເຮົາ;ຂໍ​ບ່ອນ​ອາໄສ​ກວ້າງຂວາງ​ກວ່າ​ນີ້​ແດ່’.21ແລ້ວ​ເຈົ້າ​ຈະ​ຄິດ​ໃນ​ໃຈ​ວ່າ,‘ຜູ້ໃດ​ໄດ້​ເກີດ​ຄົນ​ເຫລົ່ານີ້​ໃຫ້​ເຮົາ?ເຮົາ​ຖືກ​ພັດພາກ ແລະ ເປັນ​ໝັນ;ຕົກ​ເປັນ​ຊະເລີຍ ແລະ ຖືກ​ປະຖິ້ມ.ຜູ້ໃດ​ລ້ຽງດູ​ຄົນ​ເຫລົ່ານີ້​ຂຶ້ນ​ມາ?ເຮົາ​ຖືກ​ຖິ້ມ​ໄວ້​ຄົນດຽວ,ແລ້ວ​ຄົນ​ເຫລົ່ານີ້​ມາ​ຈາກໃສ?’ ”
22ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ:“ເບິ່ງ​ແມ, ເຮົາ​ຈະ​ສົ່ງ​ສັນຍານ​ແກ່​ບັນດາ​ຊົນຊາດ​ຕ່າງໆ,ເຮົາ​ຈະ​ຍົກ​ທຸງ​ຂອງ​ເຮົາ​ໃຫ້​ຊົນຊາດ​ທັງຫລາຍ;ພວກເຂົາ​ຈະ​ອຸ້ມ​ລູກຊາຍ​ຂອງ​ເຈົ້າ​ໄວ້​ໃນ​ອ້ອມແຂນ​ພາ​ກັບ​ມາ​ຫາ​ເຈົ້າສ່ວນ​ລູກສາວ​ຂອງ​ເຈົ້າ​ຈະ​ໃຫ້​ຂີ່​ຄໍ​ພວກເຂົາ​ມາ.23ກະສັດ​ທັງຫລາຍ​ຈະ​ເປັນ​ພໍ່​ລ້ຽງ​ຂອງ​ເຈົ້າແລະ ລາຊິນີ​ທັງຫລາຍ​ຈະ​ເປັນ​ແມ່​ຜູ້​ລ້ຽງດູ​ເຈົ້າ.ພວກເຂົາ​ຈະ​ກົ້ມ​ກາບ​ກົ້ມ​ໜ້າ​ລົງ​ພື້ນດິນ​ຕໍ່ໜ້າ​ເຈົ້າ;ພວກເຂົາ​ຈະ​ເລຍ​ດິນ​ໃຕ້​ຕີນ​ເຈົ້າ.ເມື່ອ​ນັ້ນ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ;ບັນດາ​ຜູ້​ທີ່​ຫວັງ​ໃນ​ເຮົາ​ຈະ​ບໍ່​ຜິດ​ຫວັງ”.
24ຈະ​ຍາດ​ເຍື່ອ​ໄປ​ຈາກ​ນັກຮົບ,ຫລື ຈະ​ຊ່ວຍ​ຊະເລີຍ​ຈາກ​ບັນດາ​ຜູ້​ໂຫດຮ້າຍ​ໄດ້​ບໍ?
25ແຕ່​ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ຊະເລີຍ​ຈະ​ຖືກ​ປຸ້ນ​ຄືນ​ຈາກ​ນັກຮົບ,ສິ່ງ​ທີ່​ຖືກ​ປຸ້ນ​ຈະ​ຖືກ​ປຸ້ນ​ຄືນ​ຈາກ​ຜູ້​ໂຫດຮ້າຍ;ເຮົາ​ຈະ​ຕໍ່ສູ້​ກັບ​ບັນດາ​ຜູ້​ທີ່​ຕໍ່ສູ້​ເຈົ້າ,ແລະ ເຮົາ​ຈະ​ຊ່ວຍ​ພວກລູກ​ຂອງ​ເຈົ້າ​ໃຫ້​ລອດພົ້ນ.26ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ເຈົ້າ​ກິນ​ຊີ້ນ​ຂອງ​ຕົນ​ເອງ,ພວກເຂົາ​ຈະ​ເມົາ​ດ້ວຍ​ເລືອດ​ຂອງ​ຕົນ​ເອງ​ເໝືອນ​ເມົາ​ເຫລົ້າ​ອະງຸ່ນ.ແລະ ມະນຸດຊາດ​ທັງໝົດ​ຈະ​ຮູ້​ວ່າ,ເຮົາ, ພຣະເຈົ້າ​ຢາເວ​ຄື​ພຣະຜູ້ຊ່ວຍ​ໃຫ້​ພົ້ນ​ຂອງ​ເຈົ້າ,ເປັນ​ພຣະຜູ້ໄຖ່​ຂອງ​ເຈົ້າ, ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຂອງ​ຢາໂຄບ”.

Biblica, Inc.

https://app.library.bible/content/eab9312f9f16b3a2