ເອຊາຢາ4
1ໃນວັນນັ້ນຍິງເຈັດຄົນຈະເອົາຜູ້ຊາຍຄົນດຽວແລະ ເວົ້າວ່າ,“ພວກເຮົາຈະຫາອາຫານກິນເອງແລະ ຈັດຕຽມເຄື່ອງນຸ່ງສຳລັບພວກເຮົາເອງ;ຂໍແຕ່ໃຫ້ພວກເຮົາໃຊ້ນາມສະກຸນຂອງເຈົ້າເທົ່ານັ້ນ.ເພື່ອຊ່ວຍລົບລ້າງຄວາມອັບອາຍໃຫ້ພວກເຮົາດ້ວຍ!”
ກິ່ງຂອງພຣະເຈົ້າຢາເວ
2ໃນວັນນັ້ນ ກິ່ງ ຂອງພຣະເຈົ້າຢາເວຈະງາມ ແລະ ເຕັມດ້ວຍສະຫງ່າລາສີ, ຜົນແຫ່ງດິນແດນນັ້ນຈະເປັນສະຫງ່າລາສີ ແລະ ຄວາມພາກພູມໃຈຂອງຊາວອິດສະຣາເອນທີ່ເຫລືອ.3ບັນດາຄົນທີ່ເຫລືອຢູ່ໃນຊີໂອນ, ຄືຜູ້ທີ່ຢູ່ໃນເຢຣູຊາເລັມ, ຈະຖືກເອີ້ນວ່າຜູ້ບໍລິສຸດ, ຄືທຸກຄົນທີ່ມີຊື່ບັນທຶກຢູ່ໃນທະບຽນພົນລະເມືອງເຢຣູຊາເລັມ.4ອົງພຣະຜູ້ເປັນເຈົ້າຈະຊຳລະມົນທິນຂອງພວກແມ່ຍິງຊີໂອນ; ພຣະອົງຈະຊຳລະຮອຍເລືອດຈາກເຢຣູຊາເລັມໂດຍວິນຍານ ແຫ່ງໄຟ ແລະ ການພິພາກສາ.5ຈາກນັ້ນພຣະເຈົ້າຢາເວຈະສ້າງກຸ່ມເມກຄວັນໃນຍາມກາງເວັນ ແລະ ເເປວໄຟລຸກໃຫຍ່ໃນຍາມກາງຄືນເໜືອພູເຂົາຊີໂອນ ແລະ ເໜືອບັນດາຜູ້ທີ່ຊຸມນຸມກັນຢູ່ທີ່ນັ້ນ; ເໜືອສິ່ງທັງໝົດເຫລົ່ານັ້ນຄືສະຫງ່າລາສີຂອງພຣະເຈົ້າຈະເປັນເພດານຟ້າ.6ມັນຈະເປັນບ່ອນລີ້ໄພ ແລະ ຮົ່ມເງົາບັງຄວາມຮ້ອນເອົ້າໃນຍາມກາງເວັນ ແລະ ເປັນບ່ອນປົກປ້ອງ ແລະ ບ່ອນລີ້ໄພຈາກພະຍຸ ແລະ ຝົນ.Biblica, Inc.