ເອຊາຢາ48
ອິດສະຣາເອນຜູ້ດື້ດ້ານ
1“ຈົ່ງຟັງສິ່ງນີ້, ເຊື້ອສາຍຂອງຢາໂຄບ,ເຈົ້າຜູ້ໄດ້ຖືກເອີ້ນຕາມຊື່ຂອງອິດສະຣາເອນແລະ ສືບເຊື້ອສາຍຈາກຢູດາ,ເຈົ້າຜູ້ສາບານໃນນາມຂອງພຣະເຈົ້າຢາເວແລະ ອ້ອນວອນຫາພຣະເຈົ້າແຫ່ງອິດສະຣາເອນແຕ່ບໍ່ແມ່ນດ້ວຍຄວາມຈິງ ຫລື ຄວາມຊອບທຳ2ເຈົ້າຜູ້ອ້າງຕົນວ່າເປັນພົນລະເມືອງຂອງນະຄອນສັກສິດແລະ ອ້າງວ່າເພິ່ງໃນພຣະເຈົ້າແຫ່ງອິດສະຣາເອນຜູ້ມີຊື່ວ່າພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່:3ເຮົາໄດ້ກ່າວເຖິງສິ່ງເກົ່າໄວ້ລ່ວງໜ້າດົນນານມາແລ້ວ,ປາກຂອງເຮົາໄດ້ປະກາດເຖິງສິ່ງເຫລົ່ານັ້ນ ແລະ ເຮົາໄດ້ບອກໃຫ້ຮູ້ເຫດການເຫລົ່ານັ້ນ;ຈາກນັ້ນ ເຮົາກໍເຮັດຕາມທັນທີ, ແລະ ພວກມັນກໍເປັນໄປຕາມນັ້ນ.4ເພາະເຮົາຮູ້ວ່າເຈົ້າດື້ດ້ານຫົວແຂງສໍ່າໃດ;ກ້າມຊີ້ນຄໍຂອງເຈົ້າເປັນເຫລັກໜ້າຜາກຂອງເຈົ້າຄືທອງສຳລິດ.5ເຫດສະນັ້ນ ເຮົາຈຶ່ງບອກສິ່ງເຫລົ່ານີ້ແກ່ເຈົ້າໄວ້ລ່ວງໜ້າດົນນານມາແລ້ວ;ກ່ອນທີ່ມັນຈະເກີດຂຶ້ນ ເຮົາກໍໄດ້ແຈ້ງເຈົ້າແລ້ວເພື່ອເຈົ້າຈະບໍ່ສາມາດເວົ້າໄດ້ວ່າ,‘ຮູບເຄົາລົບຂອງຂ້ານ້ອຍເຮັດສິ່ງເຫລົ່ານີ້;ພະໄມ້ ແລະ ພະໂລຫະຂອງຂ້ານ້ອຍເຮັດໃຫ້ເກີດຂຶ້ນ’.6ເຈົ້າເຄີຍໄດ້ຍິນເຖິງສິ່ງເຫລົ່ານີ້ມາແລ້ວ; ຈົ່ງວິເຄາະເບິ່ງໃຫ້ຖີ່ຖ້ວນເຈົ້າຈະບໍ່ຍອມຮັບບໍ?“ນັບຈາກນີ້ໄປ ເຮົາຈະບອກສິ່ງໃໝ່ໆ,ຄືສິ່ງເລິກລັບທີ່ເຈົ້າບໍ່ຮູ້ນັ້ນແກ່ເຈົ້າ.7ເປັນສິ່ງທີ່ຖືກສ້າງຂຶ້ນໃນປັດຈຸບັນນີ້, ແລະ ບໍ່ແມ່ນດົນມາແລ້ວ;ກ່ອນໜ້ານີ້ ເຈົ້າບໍ່ເຄີຍໄດ້ຍິນມາກ່ອນ.ເຈົ້າຈຶ່ງບໍ່ສາມາດເວົ້າໄດ້ວ່າ,‘ເຮົາຮູ້ແລ້ວ’.8ເຈົ້າບໍ່ເຄີຍໄດ້ຍິນ ຫລື ເຂົ້າໃຈ;ແຕ່ເດີມມາຫູຂອງເຈົ້າບໍ່ໄດ້ເປີດອອກ.ເຮົາຮູ້ດີວ່າເຈົ້າທໍລະຍົດເທົ່າໃດ;ເຈົ້າໄດ້ຊື່ວ່າກະບົດມາຕັ້ງແຕ່ເກີດ.9ເພາະເຫັນແກ່ນາມຂອງເຮົາ ເຮົາຈຶ່ງອົດກັ້ນຄວາມໂກດຮ້າຍໄວ້;ເພາະເຫັນແກ່ສັນລະເສີນຂອງເຮົາ ເຮົາຈຶ່ງຢັບຢັ້ງຄວາມໂກດຮ້າຍໄວ້,ເພື່ອຈະບໍ່ໄດ້ທໍາລາຍພວກເຈົ້າຈົນໝົດ.10ເບິ່ງແມ ເຮົາໄດ້ທົດສອບເຈົ້າ, ເຖິງວ່າບໍ່ແມ່ນຄືຫລອມເງິນ;ເຮົາໄດ້ທົດສອບເຈົ້າໃນເຕົາຫລອມແຫ່ງຄວາມທຸກລະທົມ.11ເພາະເຫັນແກ່ເຮົາເອງ, ເຮົາຈຶ່ງເຮັດການນີ້, ເພາະເຫັນແກ່ເຮົາເອງ.ເຮົາຈະປ່ອຍໃຫ້ໂຕເອງເສຍຊື່ໄດ້ແນວໃດ?ເຮົາຈະບໍ່ຍົກສະຫງ່າລາສີຂອງເຮົາໃຫ້ຜູ້ອື່ນ?ເຕົາແຫ່ງຄວາມທົນທຸກ
12“ຢາໂຄບ, ຈົ່ງຟັງເຮົາ,ອິດສະຣາເອນ, ຜູ້ທີ່ເຮົາໄດ້ເອີ້ນມາ:ເຮົາຄືຜູ້ນັ້ນ;ເຮົາຄືຜູ້ທໍາອິດ ແລະ ຜູ້ສຸດທ້າຍ.13ມືຂອງເຮົາເອງທີ່ໄດ້ວາງຮາກຖານຂອງໂລກ,ແລະ ມືຂວາຂອງເຮົາກາງຟ້າສະຫວັນອອກມາ;ເມື່ອເຮົາເອີ້ນພວກມັນ,ພວກມັນກໍມາຊຸມນຸມກັນ.14“ພວກເຈົ້າທຸກຄົນ, ຈົ່ງມາຊຸມນຸມກັນ, ແລະ ຈົ່ງຟັງ:ຮູບເຄົາລົບຕົນໃດໄດ້ທຳນວາຍສິ່ງເຫລົ່ານີ້ໄວ້?ພັນທະມິດທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈະເຮັດໃຫ້ເປົ້າໝາຍຂອງພຣະອົງຕໍ່ສູ້ບາບີໂລນສຳເລັດ;ແຂນຂອງພຣະອົງຈະລົງໂທດຊາວບາບີໂລນ.15ເຮົາ, ເຮົາເອງ, ໄດ້ກ່າວໄວ້ວ່າ;ແມ່ນແລ້ວ, ເຮົາໄດ້ເອີ້ນລາວ.ເຮົາຈະນຳລາວມາ,ແລະ ລາວຈະເຮັດພັນທະກິດຂອງລາວສຳເລັດ.16“ຈົ່ງເຂົ້າມາໃກ້ເຮົາ ແລະ ຟັງສິ່ງນີ້:“ນັບຕັ້ງແຕ່ທຳອິດທີ່ເຮົາກ່າວໄວ້ ເຮົາບໍ່ໄດ້ເວົ້າແບບລັບໆ;ເຮົາຢູ່ທີ່ນັ້ນແລ້ວຕັ້ງແຕ່ເວລາທີ່ມັນໄດ້ເກີດຂຶ້ນ”.ແລະ ບັດນີ້ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ໃຊ້ຂ້າພະເຈົ້າມາດ້ວຍພຣະວິນຍານຂອງພຣະອົງ.17ພຣະເຈົ້າຢາເວ ພຣະຜູ້ໄຖ່ຂອງເຈົ້າ,ອົງບໍລິສຸດແຫ່ງອິດສະຣາເອນກ່າວວ່າ:“ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,ຜູ້ສອນເຈົ້າວ່າອັນໃດດີທີ່ສຸດສຳລັບເຈົ້າ,ຜູ້ນຳເຈົ້າໄປຕາມທາງທີ່ເຈົ້າຄວນໄປ.18ຖ້າພຽງແຕ່ເຈົ້າເອົາໃຈໃສ່ໃນຄຳສັ່ງຂອງເຮົາ,ຕອນນີ້ເຈົ້າກໍມີສັນຕິສຸກຫລັ່ງໄຫລດັ່ງແມ່ນ້ຳ,ຄວາມເປັນຢູ່ທີ່ດີດັ່ງຄື້ນໃນທະເລ.19ລູກຫລານຂອງເຈົ້າຈະເປັນເໝືອນເມັດດິນຊາຍ,ລູກຫລານຂອງເຈົ້າຈະເປັນເໝືອນເມັດເຂົ້ານັບບໍ່ຖ້ວນ;ຊື່ຂອງພວກເຂົາຈະບໍ່ຖືກຕັດອອກຫລື ຖືກທຳລາຍຕໍ່ໜ້າເຮົາ”.20ຈົ່ງອອກຈາກບາບີໂລນ,ຈົ່ງໜີອອກຈາກຊາວບາບີໂລນ!ຈົ່ງປະກາດແບບນີ້ດ້ວຍສຽງໂຫ່ຮ້ອງຍິນດີ.ຈົ່ງປະກາດມັນ.ຈົ່ງແຈ້ງໄປເຖິງທີ່ສຸດປາຍແຜ່ນດິນໂລກວ່າ;“ພຣະເຈົ້າຢາເວໄດ້ໄຖ່ຢາໂຄບຜູ້ຮັບໃຊ້ຂອງພຣະອົງແລ້ວ”.21ພວກເຂົາບໍ່ກະຫາຍເມື່ອພຣະອົງນຳພວກເຂົາຜ່ານທະເລຊາຍ;ພຣະອົງໄດ້ເຮັດໃຫ້ນ້ຳໄຫລອອກຈາກສີລາເພື່ອພວກເຂົາ;ພຣະອົງຍະສີລາແລະ ນ້ຳກໍໄຫລອອກມາ.22ພຣະເຈົ້າຢາເວກ່າວວ່າ, “ບໍ່ມີສັນຕິສຸກສຳລັບຄົນຊົ່ວ”.Biblica, Inc.