ເອຊາຢາ47

ບາບີໂລນ​ລົ້ມ​ສະຫລາຍ

1“ລູກສາວ​ພົມມະຈາລີ​ແຫ່ງ​ບາບີໂລນ,ຈົ່ງ​ນັ່ງ​ລົງ​ເກືອກ​ຝຸ່ນ;ຈົ່ງ​ນັ່ງ​ລົງ​ກັບ​ພື້ນ​ໂດຍ​ປາດສະຈາກ​ບັນລັງ,ລາຊີນີ​ແຫ່ງ​ເມືອງ​ບາບີໂລນ,ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າອ່ອນໂຍນ ຫລື ລະອຽດ​ອ່ອນ​ອີກ​ຕໍ່ໄປ.2ຈົ່ງ​ເອົາ​ໂມ້​ຫີນ​ມາ​ໂມ້​ແປ້ງ;ປົດ​ຜ້າປົກໜ້າ​ຂອງ​ເຈົ້າ​ອອກ.ຈົ່ງ​ຮື້​ກະໂປ່ງ​ຂຶ້ນ, ໃຫ້​ເຫັນ​ຂາ,ແລະ ຍ່າງ​ຂ້າມ​ນ້ຳ​ໄປ.3ການ​ເປືອຍ​ກາຍ​ຂອງ​ເຈົ້າ ຈະ​ຖືກ​ເປີດເຜີຍແລະ ຄວາມ​ອັບອາຍ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ເປີດເຜີຍ.ເຮົາ​ຈະ​ແກ້ແຄ້ນ​ເຈົ້າ:ເຮົາ​ຈະ​ບໍ່​ລະ​ເວັ້ນ​ຜູ້ໃດ​ເລີຍ”.
4ພຣະຜູ້ໄຖ່​ຂອງ​ເຮົາ​ມີ​ຊື່​ວ່າ​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດອໍານາດ​ຍິ່ງໃຫຍ່ເປັນ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ.
5“ລາຊີນີ​ແຫ່ງ​ເມືອງ​ບາບີໂລນ,ຈົ່ງ​ນັ່ງ​ງຽບໆ​ໃນ​ຄວາມ​ມືດ,ເຈົ້າ​ຈະ​ບໍ່​ໄດ້​ຊື່​ວ່າລາຊີນີ​ແຫ່ງ​ອານາຈັກ​ທັງຫລາຍ​ອີກ​ຕໍ່ໄປ;6ເຮົາ​ໃຈຮ້າຍ​ປະຊາຊົນ​ຂອງ​ເຮົາແລະ ແກວ່ງ​ມໍລະດົກ​ຂອງ​ເຮົາ​ຖິ້ມ;ເຮົາ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ,ແລະ ເຈົ້າ​ກໍ​ບໍ່​ໄດ້​ເມດຕາ​ປານີ​ພວກເຂົາ.ແມ່ນແຕ່​ຄົນ​ເຖົ້າ​ແກ່ເຈົ້າ​ກໍ​ບັງຄັບ​ໃຫ້​ແບກ​ແອກ​ໜັກ​ຫລາຍ.7ເຈົ້າ​ເວົ້າ​ວ່າ, ‘ຂ້ອຍ​ຈະ​ເປັນ​ລາຊີນີຕະຫລອດໄປ​ເປັນນິດ!’ແຕ່​ເຈົ້າ​ບໍ່​ໄດ້​ພິຈາລະນາ​ສິ່ງ​ເຫລົ່ານີ້ຫລື ບໍ່​ໄດ້​ສຳນຶກ​ສິ່ງ​ທີ່​ອາດຈະ​ເກີດ​ຂຶ້ນ.
8“ສະນັ້ນ ຈົ່ງ​ຟັງ, ເຈົ້າ​ຜູ້​ຮັກ​ຄວາມ​ສະໜຸກ,ຜູ້​ຢູ່​ຢ່າງ​ປອດໄພແລະ ບອກ​ໂຕ​ເອງ​ວ່າ,‘ຂ້ອຍ​ນີ້​ແຫລະ, ແລະ ບໍ່​ມີ​ຜູ້ໃດ​ອື່ນ​ນອກ​ຈາກ​ຂ້ອຍ.ຂ້ອຍ​ຈະ​ບໍ່​ມີ​ວັນ​ເປັນ​ໝ້າຍຫລື ຕ້ອງ​ສູນເສຍ​ລູກ’.9ທັງ​ສອງ​ສິ່ງ​ນີ້​ຈະ​ໂຈມຕີ​ເຈົ້າໃນ​ຊົ່ວ​ພັບ​ຕາ, ພາຍໃນ​ມື້​ດຽວ:ທັງ​ຄວາມ​ເປັນ​ໝ້າຍ ແລະ ການ​ສູນເສຍ​ລູກ.ມັນ​ຈະ​ມາ​ເຖິງ​ເຈົ້າ​ເຕັມ​ຂະໜາດ,ທັງໆ​ທີ່​ເຈົ້າ​ມີ​ເວດມົນແລະ ຄາຖາ​ອາຄົມ​ທັງໝົດ.10ເຈົ້າ​ໄວ້ວາງໃຈ​ໃນ​ຄວາມ​ຊົ່ວຮ້າຍ​ຂອງ​ເຈົ້າແລະ ເວົ້າ​ວ່າ, ‘ບໍ່​ມີ​ຜູ້ໃດ​ເຫັນ​ເຮົາ​ດອກ’.ສະຕິປັນຍາ ແລະ ຄວາມ​ຮູ້​ຂອງ​ເຈົ້າ​ພາ​ເຈົ້າ​ຫລົງຜິດເມື່ອ​ເຈົ້າ​ບອກ​ໂຕ​ເອງ​ວ່າ‘ຂ້ອຍ​ນີ້​ແຫລະ, ບໍ່​ມີ​ຜູ້ໃດ​ອື່ນ​ນອກ​ຈາກ​ຂ້ອຍ’.11ໄພພິບັດ​ຈະ​ມາ​ເຖິງ​ເຈົ້າ,ແລະ ເຈົ້າ​ຈະ​ບໍ່​ຮູ້​ວ່າ​ຈະ​ກຳຈັດ​ມັນ​ອອກ​ໄປ​ໄດ້​ແນວໃດ.ຄວາມ​ຈິບຫາຍ​ຈະ​ຕົກ​ຖືກ​ເຈົ້າເຊິ່ງ​ເຈົ້າ​ບໍ່​ສາມາດ​ລຶບລ້າງ​ໄດ້;ຫາຍະນະ​ທີ່​ເຈົ້າ​ບໍ່​ຄາດຄິດຈະ​ມາ​ເຖິງ​ເຈົ້າ​ໂດຍ​ທັນທີ​ທັນໃດ.
12“ຈົ່ງ​ຫລິ້ນ​ຄາຖາ​ອາຄົມ​ຂອງ​ເຈົ້າ,ແລະ ໃຊ້​ເວດມົນ​ທັງຫລາຍ​ຕໍ່ໄປ,ດັ່ງ​ທີ່​ເຈົ້າ​ໄດ້​ເຮັດ​ມາ​ຕັ້ງ​ແຕ່​ຍັງ​ນ້ອຍ.ບາງ​ທີ​ເຈົ້າ​ອາດຈະ​ເຮັດ​ສຳເລັດ,ບາງ​ທີ​ເຈົ້າ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຢ້ານ.13ຄຳ​ປຶກສາ​ທັງໝົດ​ທີ່​ເຈົ້າ​ໄດ້​ຮັບ ມີ​ແຕ່​ຈະ​ເຮັດ​ໃຫ້​ເຈົ້າ​ໝົດແຮງ!ໃຫ້​ນັກ​ໂຫລາສາດ​ທັງຫລາຍ​ຂອງ​ເຈົ້າ​ອອກ​ມາ​ທາງ​ໜ້າ,ໃຫ້​ນັກ​ເບິ່ງ​ດາວ​ທັງຫລາຍ​ທຳນວາຍ​ໂຊກຊະຕາ​ທຸກ​ເດືອນ,ມາ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ.14ແນ່ນອນ ພວກເຂົາ​ເປັນ​ເໝືອນ​ຕໍ​ເຂົ້າ;ໄຟ​ຈະ​ເຜົາຜານ​ພວກເຂົາ​ໝົດ.ພວກເຂົາ​ບໍ່​ສາມາດ​ຊ່ວຍ​ແມ່ນ​ແຕ່​ຕົນ​ເອງ​ໃຫ້​ພົ້ນຈາກ​ລິດ​ຂອງ​ແປວໄຟ.ນີ້​ບໍ່​ແມ່ນ​ຖ່ານ​ໄຟ​ເຮັດ​ໃຫ້​ອຸ່ນ​ສະບາຍ;ບໍ່​ແມ່ນ​ໄຟ​ເພື່ອ​ນັ່ງ​ຝີງ.15ຄົນ​ເຫລົ່ານີ້​ທີ່​ເຈົ້າ​ເມື່ອຍ​ນຳແລະ ເຮັດວຽກ​ນຳ​ຕັ້ງ​ແຕ່​ຍັງ​ເປັນ​ເດັກນ້ອຍກໍ​ເປັນ​ໄດ້​ແຕ່​ເທົ່າ​ນີ້​ເອງ.ພວກເຂົາ​ທັງໝົດ​ຫລົງ​ໄປ​ຕາມ​ຄວາມ​ຜິດພາດ​ຂອງ​ຕົນ;ບໍ່​ມີ​ຈັກ​ຄົນ​ທີ່​ສາມາດ​ຊ່ວຍ​ເຈົ້າ​ໄດ້.

Biblica, Inc.

https://app.library.bible/content/eab9312f9f16b3a2