ເອຊາຢາ44

ອິດສະຣາເອນ​ຜູ້​ທີ່​ຖືກ​ເລືອກ

1“ແຕ່​ບັດນີ້ ຈົ່ງ​ຟັງ, ຢາໂຄບ, ຜູ້ຮັບໃຊ້​ຂອງ​ເຮົາ,ອິດສະຣາເອນ, ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້.2ພຣະເຈົ້າ​ຢາເວ​ກ່າວ​ວ່າພຣະອົງ​ຜູ້​ໄດ້​ປັ້ນ​ເຈົ້າ, ຜູ້​ໄດ້​ສ້າງ​ເຈົ້າ​ໄວ້​ໃນ​ມົດລູກ,ແລະ ຜູ້​ທີ່​ຈະ​ຊ່ວຍເຫລືອ​ເຈົ້າ​ກ່າວ​ວ່າ:ຢ່າ​ຢ້ານ​ເລີຍ, ຢາໂຄບ, ຜູ້ຮັບໃຊ້​ຂອງ​ເຮົາ,ເຢຊູຣຸນ, ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້.3ເພາະ​ເຮົາ​ຈະ​ເທ​ນ້ຳ​ລົງ​ເທິງ​ດິນ​ທີ່​ກະຫາຍ,ແລະ ໃຫ້​ມີ​ແມ່ນ້ຳ​ເທິງ​ພື້ນດິນ​ທີ່​ແຫ້ງແລ້ງ;ເຮົາ​ຈະ​ເທ​ວິນຍານ​ຂອງ​ເຮົາ​ລົງ​ເໜືອ​ເຊື້ອສາຍ​ຂອງ​ເຈົ້າ,ແລະ ເທ​ພອນ​ຂອງ​ເຮົາ​ໃຫ້​ລູກ​ຫລານ​ຂອງ​ເຈົ້າ.4ພວກເຂົາ​ຈະ​ງອກງາມ​ເໝືອນ​ດັ່ງ​ຫຍ້າ​ໃນ​ທົ່ງຫຍ້າ,ເໝືອນ​ດັ່ງ​ຕົ້ນປໍປາ​ແຄມ​ແມ່ນ້ຳ.5ບາງຄົນ​ຈະ​ເວົ້າ​ຂຶ້ນ​ວ່າ, ‘ຂ້ອຍ​ເປັນ​ກຳມະສິດ​ຂອງ​ພຣະເຈົ້າ​ຢາເວ’;ຄົນອື່ນ​ຈະ​ເອີ້ນ​ພວກເຂົາເອງ​ຕາມ​ຊື່​ຂອງ​ຢາໂຄບ;ສ່ວນ​ຄົນ​ອື່ນໆ​ຈະ​ຂຽນ​ໃສ່​ມື​ຂອງ​ຕົນ​ວ່າ, ‘ເປັນ​ຂອງ​ພຣະເຈົ້າ​ຢາເວ’,ແລະ ຈະ​ໃຊ້​ຊື່​ວ່າ​ອິດສະຣາເອນ.

ພຣະເຈົ້າ​ຢາເວ, ບໍ່ແມ່ນ​ຮູບເຄົາລົບ

6“ພຣະເຈົ້າ​ຢາເວ​ຜູ້​ເປັນ​ກະສັດ ແລະ ພຣະຜູ້ໄຖ່​ຂອງ​ອິດສະຣາເອນ,ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ:ເຮົາ​ເປັນ​ຜູ້​ຕົ້ນ ແລະ ຜູ້​ປາຍ;ນອກ​ຈາກ​ເຮົາ​ແລ້ວ​ບໍ່​ມີ​ພະ​ອື່ນ​ໃດ.7ມີ​ຜູ້ໃດ​ເປັນ​ຄື​ເຮົາ? ໃຫ້​ລາວ​ປະກາດ​ອອກ​ມາ.ໃຫ້​ລາວ​ປະກາດ ແລະ ຊີ້ແຈງ​ຕໍ່ໜ້າ​ເຮົາວ່າ​ເກີດ​ຫຍັງ​ຂຶ້ນ​ແດ່ ນັບ​ຕັ້ງ​ແຕ່​ເຮົາ​ຕັ້ງ​ປະຊາຊົນ​ເກົ່າແກ່​ຂອງ​ເຮົາ,ແລະ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແດ່​ໃນ​ອະນາຄົດໃຫ້​ພວກເຂົາ​ທຳນວາຍ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ.8ຢ່າ​ຢ້ານ​ເລີຍ, ຢ່າ​ສັ່ນ​ສະ​ທ້ານ.ເຮົາ​ບໍ່​ໄດ້​ປະກາດ​ເລື່ອງ​ນີ້ ແລະ ທຳນວາຍ​ໄວ້​ຕັ້ງແຕ່​ດົນນານ​ມາ​ແລ້ວ​ບໍ?ເຈົ້າ​ເປັນ​ພະຍານ​ຂອງ​ເຮົາ. ມີ​ພຣະເຈົ້າ​ອົງ​ອື່ນ​ນອກ​ຈາກ​ເຮົາ​ບໍ?ບໍ່​ມີ​ເລີຍ, ບໍ່​ມີ​ພະ​ສີລາ​ອື່ນ​ໃດ​ອີກ; ເຮົາ​ບໍ່​ຮູ້​ຈັກ​ແມ່ນ​ແຕ່​ອົງ​ດຽວ”.
9ທຸກຄົນ​ທີ່​ເຮັດ​ຮູບເຄົາລົບ​ກໍ​ບໍ່​ມີ​ຄ່າ,ສິ່ງ​ຕ່າງໆ​ທີ່​ພວກເຂົາ​ເທີດທູນ​ກໍ​ບໍ່​ມີ​ປະໂຫຍດ.ບັນດາ​ຜູ້​ທີ່​ເວົ້າ​ແທນ​ພວກເຂົາ​ກໍ​ຕາບອດ;ພວກເຂົາ​ໂງ່ຈ້າ, ແລະ ເປັນ​ຄວາມ​ອັບອາຍ​ຂອງ​ພວກເຂົາເອງ.10ຜູ້ໃດ​ປັ້ນ​ຮູບເຄົາລົບ ແລະ ຫລໍ່​ຮູບເຄົາລົບ,ທີ່​ບໍ່​ເປັນ​ປະໂຫຍດ​ຫຍັງ​ແກ່​ຕົນ?11ປະຊາຊົນ​ທີ່​ເຮັດ​ສິ່ງນັ້ນ​ຈະ​ຕ້ອງ​ອັບອາຍ;ຊ່າງ​ຝີ​ມື​ກໍ​ເປັນ​ພຽງ​ມະນຸດ.ໃຫ້​ພວກເຂົາ​ທຸກຄົນ​ມາ​ຊຸມນຸມ​ກັນ ແລະ ຢືນ​ຢູ່​ບ່ອນ​ຂອງ​ພວກເຂົາ;ພວກເຂົາ​ຈະ​ຖືກ​ເຮັດ​ໃຫ້​ຕົກລົງ​ໄປ​ໃນ​ຄວາມ​ຢ້ານ ແລະ ຄວາມ​ອັບອາຍ.
12ຊ່າງ​ເຫລັກ​ເອົາ​ເຄື່ອງ​ມືມາ​ຫລອມ​ຮູບເຄົາລົບ​ໃນ​ເຕົາ​ຖ່ານ;ລາວ​ໃຊ້​ຄ້ອນຕີ​ແຕ່ງ​ຮູບເຄົາລົບ,ລາວ​ທຸບ​ສຸດ​ກຳລັງ​ແຂນ​ຂອງ​ລາວ.ລາວ​ຫິວ ແລະ ໝົດ​ແຮງ;ລາວ​ບໍ່​ໄດ້​ດື່ມ​ນ້ຳ ແລະ ອິດເມື່ອຍ.13ຊ່າງໄມ້​ດຶງ​ເຊືອກ​ວັດແທກແລະ ເຮັດ​ໂຄງຮ່າງ​ດ້ວຍ​ສໍຂາວ;ລາວ​ໃຊ້​ກົບເອົາ​ສໍ​ໝາຍ​ມັນ​ໄວ້ລາວ​ແກະສະລັກ​ໃຫ້​ເປັນ​ຮູບ​ຄົນ,ມີ​ລັກສະນະ​ງາມ​ຄົບ​ຖ້ວນ​ຄື​ມະນຸດ,ເພື່ອ​ໃຫ້​ຢູ່​ໃນ​ສະຖານ​ບູຊາ.14ລາວ​ຕັດ​ຕົ້ນໄມ້ສີດາ​ລົງ,ຫລື ບາງຄັ້ງ​ກໍ​ໃຊ້​ໄມ້​ສົນ​ເທດ ຫລື ຕົ້ນໂອກລາວ​ປ່ອຍ​ໃຫ້​ມັນ​ໃຫຍ່​ຂຶ້ນ​ທ່າມກາງ​ຕົ້ນໄມ້​ໃນ​ປ່າ,ຫລື ປູກ​ຕົ້ນແປກ, ແລະ ຝົນ​ເຮັດ​ໃຫ້​ມັນ​ເຕີບໃຫຍ່​ຂຶ້ນ.15ມັນ​ຖືກ​ໃຊ້​ເປັນ​ເຊື້ອໄຟ​ໃຫ້​ຄົນ​ເຜົາ;ບາງ​ສ່ວນ​ລາວ​ກໍ​ໃຊ້​ຝີງ​ໄຟລາວ​ຈູດ​ໄຟ​ປິ້ງ​ເຂົ້າຈີ່.ແຕ່​ລາວ​ກໍ​ຍັງ​ເອົາ​ມາ​ຕົກ​ແຕ່ງ​ເປັນ​ພະ ແລະ ນະມັດສະການ​ມັນ;ລາວ​ສ້າງ​ໃຫ້​ເປັນ​ຮູບເຄົາລົບ ແລະ ກົ້ມ​ກາບ​ມັນ.16ລາວ​ໃຊ້​ໄມ້​ເຄິ່ງ​ໜຶ່ງ​ດັງ​ໄຟ;ທີ່​ເຫລືອ​ນັ້ນ​ລາວ​ໃຊ້​ເພື່ອ​ແຕ່ງ​ອາຫານ​ຂອງ​ລາວ,ລາວ​ໃຊ້​ປີ້ງ​ຊີ້ນ ແລະ ກິນ​ຈົນ​ອິ່ມ,ລາວ​ຍັງ​ໃຊ້​ດັງ​ໄຟ​ຝີງ ແລະ ເວົ້າ​ວ່າ“ເອີ! ຂ້ອຍ​ອຸ່ນ​ດີ; ຂ້ອຍ​ເຫັນ​ໄຟ​ແລ້ວ”.17ສ່ວນ​ທີ່​ເຫລືອ​ລາວ​ໃຊ້​ເຮັດ​ພະ, ເປັນ​ຮູບເຄົາລົບ​ຂອງ​ລາວ;ແລ້ວ​ລາວ​ກໍ​ກົ້ມລົງ​ກາບ​ນະມັດສະການ​ມັນ.ລາວ​ອະທິຖານ​ຕໍ່​ມັນ ແລະ ເວົ້າ​ວ່າ,“ຂໍ​ຊ່ວຍ​ລູກ​ແດ່! ພະເຈົ້າ​ຂອງ​ລູກ!”18ພວກເຂົາ​ບໍ່​ຮູ້​ຫຍັງ​ເລີຍ, ພວກເຂົາ​ບໍ່​ເຂົ້າໃຈ​ສິ່ງໃດ;ຕາ​ຂອງ​ພວກເຂົາ​ຖືກ​ປິດ​ຈຶ່ງ​ເບິ່ງ​ບໍ່​ເຫັນ,ໃຈ​ຂອງ​ພວກເຂົາ​ກໍ​ຖືກ​ບັງ​ພວກເຂົາ​ຈຶ່ງ​ບໍ່​ສາມາດ​ເຂົ້າໃຈ.19ບໍ່​ມີ​ຜູ້ໃດ​ຢຸດ​ຄິດ,ບໍ່​ມີ​ຜູ້ໃດ​ມີ​ຄວາມ​ຮູ້ ຫລື ຄວາມ​ເຂົ້າໃຈ​ທີ່​ຈະ​ເວົ້າ,“ເຮົາ​ໃຊ້​ໄມ້​ເຄິ່ງ​ໜຶ່ງ​ເຮັດ​ຟືນ;ເຮົາ​ປິ້ງ​ເຂົ້າຈີ່​ເທິງ​ຖ່ານ​ໄມ້,ເຮົາ​ປິ້ງ​ຊີ້ນ ແລະ ເຮົາ​ກິນ.ເຮົາ​ຈະ​ເອົາ​ໄມ້​ສ່ວນ​ທີ່​ເຫລືອ​ມາ​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ບໍ?ເຮົາ​ຄວນ​ທີ່​ຈະ​ກົ້ມ​ກາບ​ລົງ​ຕໍ່​ໜ້າ​ທ່ອນ​ໄມ້​ບໍ?”20ລາວ​ລ້ຽງ​ຊີບ​ດ້ວຍ​ຂີ້ເຖົ່າ; ໃຈ​ທີ່​ຫລອກລວງ​ເຮັດ​ໃຫ້​ລາວ​ຫລົງ​ໄປ;ລາວ​ບໍ່​ອາດ​ຊ່ວຍເຫລືອ​ໂຕ​ເອງ, ຫລື ເວົ້າ​ວ່າ,“ສິ່ງ​ທີ່​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ​ນີ້​ເປັນ​ສິ່ງ​ທີ່​ຫລອກລວງ​ແມ່ນ​ບໍ?”
21“ຢາໂຄບ, ຈົ່ງ​ຈົດຈຳ​ສິ່ງ​ເຫລົ່ານີ້,ອິດສະຣາເອນ, ເພາະ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງ​ເຮົາ.ເຮົາ​ໄດ້​ສ້າງ​ເຈົ້າ​ມາ, ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງ​ເຮົາ;ອິດສະຣາເອນ, ເຮົາ​ຈະ​ບໍ່​ລືມ​ເຈົ້າ.22ເຮົາ​ໄດ້​ກວາດລ້າງ​ການ​ບໍ່ເຊື່ອຟັງ​ຂອງ​ເຈົ້າ​ອອກ​ໄປ​ເໝືອນ​ເມກ,ໄດ້​ລຶບລ້າງ​ບາບ​ຂອງ​ເຈົ້າ​ເໝືອນ​ດັ່ງ​ໝອກ​ຍາມ​ເຊົ້າ.ຈົ່ງ​ກັບ​ມາ​ຫາ​ເຮົາ,ເພາະ​ເຮົາ​ໄດ້​ໄຖ່​ເຈົ້າ​ແລ້ວ”.
23ຟ້າ​ສະຫວັນ, ເຈົ້າ​ຈົ່ງ​ຮ້ອງເພງ​ດ້ວຍ​ຄວາມ​ຍິນດີ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ສິ່ງ​ນີ້;ແຜ່ນດິນ​ໂລກ​ເບື້ອງລຸ່ມ, ຈົ່ງ​ໂຫ່​ຮ້ອງ​ສຽງ​ດັງ.ພູເຂົາ​ທັງຫລາຍ, ຈົ່ງ​ຮ້ອງເພງ,ປ່າໄມ້​ທັງຫລາຍ ແລະ ຕົ້ນໄມ້​ທັງໝົດ,ເພາະ​ພຣະເຈົ້າ​ຢາເວ​ໄດ້​ໄຖ່​ຢາໂຄບ​ແລ້ວ,ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ໃນ​ອິດສະຣາເອນ.

ເຢຣູຊາເລັມ​ຈະ​ມີ​ຜູ້​ຢູ່​ອາໄສ

24“ພຣະເຈົ້າ​ຢາເວ​ພຣະຜູ້ໄຖ່​ຂອງ​ເຈົ້າ,ຜູ້​ໄດ້​ປັ້ນ​ເຈົ້າ​ໃນ​ມົດລູກ​ແມ່​ກ່າວ​ດັ່ງ​ນີ້​ວ່າ:ເຮົາ​ຄື​ພຣະເຈົ້າ​ຢາເວຜູ້​ສ້າງ​ສັບພະ​ທຸກສິ່ງ,ຜູ້​ກາງ​ຟ້າ​ສະຫວັນ​ອອກ​ມາ,ຜູ້​ກາງ​ແຜ່ນດິນ​ໂລກ​ອອກ,25ຜູ້​ໄດ້​ທຳລາຍ​ໝາຍສຳຄັນ​ຂອງ​ຜູ້ທຳນວາຍ​ປອມແລະ ເຮັດ​ໃຫ້​ຜູ້ທໍານວາຍ​ກາຍເປັນ​ຄົນ​ໂງ່ຈ້າ,ຜູ້​ໄດ້​ຂວໍ້າ​ຄວາມ​ຮູ້​ຂອງ​ຄົນ​ສະຫລາດແລະ ໄດ້​ປ່ຽນ​ມັນ​ເປັນ​ສິ່ງ​ໄຮ້​ປະໂຫຍດ,26ຜູ້​ປະຕິບັດ​ຕາມ​ຖ້ອຍ​ຄຳ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງແລະ ເຮັດ​ໃຫ້​ຄໍາທໍານວາຍ​ຕ່າງໆ​ຂອງ​ຜູ້ສົ່ງຂ່າວ​ຂອງ​ພຣະອົງ​ກາຍ​ເປັນ​ຈິງ,ຜູ້​ກ່າວ​ເຖິງ​ເຢຣູຊາເລັມ​ວ່າ, ‘ຈະ​ມີ​ຜູ້​ອາໄສ​ຢູ່’,ກ່າວເຖິງ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ວ່າ, ‘ພວກມັນ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່’,ແລະ ກ່າວ​ເຖິງ​ຫາຍະນະ​ຂອງ​ພວກມັນ​ວ່າ, ‘ເຮົາ​ຈະ​ຟື້ນ​ຟູ​ພວກມັນ​ຂຶ້ນ​ໃໝ່’,27ຜູ້​ກ່າວ​ກັບ​ນ້ຳ​ເລິກ​ວ່າ, ‘ຈົ່ງ​ແຫ້ງ​ໄປ,ແລະ ເຮົາ​ຈະ​ເຮັດ​ໃຫ້​ແມ່ນໍ້າ​ທັງຫລາຍ​ຂອງ​ເຈົ້າ​ເຫືອດແຫ້ງ’,28ຜູ້​ກ່າວເຖິງ​ໄຊຣັດ​ວ່າ, ‘ລາວ​ເປັນ​ຄົນລ້ຽງແກະ​ຂອງ​ເຮົາແລະ ຈະ​ເຮັດ​ທຸກສິ່ງ​ໃຫ້​ສຳ​ເລັດ​ຕາມ​ທີ່​ເຮົາ​ພໍໃຈ;ລາວ​ຈະ​ກ່າວເຖິງ​ເຢຣູຊາເລັມ​ວ່າ, “ໃຫ້​ສ້າງ​ເຢຣູຊາເລັມ​ຂຶ້ນ​ໃໝ່”,ແລະ ກ່າວເຖິງ​ວິຫານ​ວ່າ, “ໃຫ້​ວາງ​ຮາກຖານ​ຂອງ​ວິຫານ” ’.

Biblica, Inc.

https://app.library.bible/content/eab9312f9f16b3a2