ເອຊາຢາ45

1“ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ເຖິງ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້,ຄື​ໄຊຣັດ, ຜູ້​ທີ່​ເຮົາ​ໄດ້​ຈັບ​ໄວ້​ດ້ວຍມື​ຂວາໃຫ້​ປາບ​ຊົນຊາດ​ຕ່າງໆ​ທີ່​ຢູ່​ຕໍ່ໜ້າ​ລາວແລະ ປົດ​ອາວຸດ​ຂອງ​ບັນດາ​ກະສັດ,ເພື່ອ​ເປີດ​ປະຕູ​ທີ່​ຢູ່​ຕໍ່ໜ້າ​ລາວເພື່ອ​ບໍ່​ໃຫ້​ມີ​ປະຕູ​ໃດ​ຖືກ​ປິດ​ໄວ້:2ເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປແລະ ເຮັດ​ໃຫ້​ພູເຂົາ​ທັງຫລາຍ​ຮາບພຽງ;ເຮົາ​ຈະ​ພັງ​ປະຕູ​ທອງສຳລິດແລະ ຕັດ​ເຫລັກ​ໄລ​ປະຕູ​ໃຫ້​ຫັກ.3ເຮົາ​ຈະ​ຍົກ​ສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ຄວາມ​ມືດ,ຂຸມ​ຊັບ​ຕ່າງໆ​ທີ່​ເກັບ​ໄວ້​ໃນ​ບ່ອນ​ລັບ​ໃຫ້​ແກ່​ເຈົ້າ,ເພື່ອ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ,ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້​ເອີ້ນ​ເຈົ້າ​ມາ​ຕາມ​ຊື່​ຂອງ​ເຈົ້າ.4ເພື່ອ​ເຫັນ​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງ​ເຮົາ,ອິດສະຣາເອນ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້,ເຮົາ​ຈຶ່ງ​ເອີ້ນ​ເຈົ້າ​ມາ​ຕາມ​ຊື່​ຂອງ​ເຈົ້າແລະ ມອບ​ຕຳແໜ່ງ​ອັນ​ມີ​ກຽດ​ແກ່​ເຈົ້າ,ເຖິງວ່າ​ເຈົ້າ​ຈະ​ບໍ່​ຮູ້​ຈັກ​ເຮົາ.5ເຮົາ​ຄື​ພຣະເຈົ້າ​ຢາເວ, ແລະ ບໍ່​ມີ​ໃຜ​ອື່ນ;ນອກ​ຈາກ​ເຮົາ​ແລ້ວ ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ.ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ,ເຖິງວ່າ​ເຈົ້າ​ຈະ​ບໍ່​ຮູ້​ຈັກ​ເຮົາ,6ດັ່ງນັ້ນ ຈາກ​ຕາເວັນ​ຂຶ້ນຈົນ​ຮອດ​ຕາເວັນ​ຕົກມະນຸດ​ຈະ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ນອກ​ຈາກ​ເຮົາ.ເຮົາ​ຄື​ພຣະເຈົ້າ​ຢາເວ, ບໍ່​ມີ​ພະ​ອື່ນ​ໃດ​ອີກ.7ເຮົາ​ກໍານົດ​ຄວາມ​ສະຫວ່າງ ແລະ ສ້າງ​ຄວາມ​ມືດ,ເຮົາ​ນຳ​ຄວາມ​ຈະເລີນ ແລະ ໄພພິບັດ​ມາ;ເຮົາ, ພຣະເຈົ້າ​ຢາເວ, ເຮັດ​ທຸກ​ສິ່ງ​ນີ້.
8“ຟ້າ​ສະຫວັນ​ເບື້ອງ​ເທິງ, ຈົ່ງ​ເທ​ຄວາມ​ຊອບທຳ​ລົງ​ມາ;ເມກ​ທັງຫລາຍ​ຈົ່ງ​ປົດປ່ອຍ​ຄວາມ​ຊອບທຳ​ລົງ​ມາ.ໂລກ​ຈົ່ງ​ເປີດ​ກວ້າງ,ໃຫ້​ຄວາມພົ້ນ​ເກີດ​ຂຶ້ນ​ມາ,ແລະ ໃຫ້​ຄວາມ​ຊອບທຳ​ງອກງາມ​ໄປ​ນໍາ​ກັນ;ເຮົາ, ພຣະເຈົ້າ​ຢາເວ, ໄດ້​ສ້າງ​ສິ່ງ​ເຫລົ່ານີ້.
9“ວິບັດ​ແກ່​ຜູ້​ທີ່​ຂັດແຍ້ງ​ກັບ​ພຣະຜູ້ສ້າງ​ຂອງ​ພວກເຂົາ,ພວກເຂົາ​ເປັນ​ພຽງ​ເສດ​ໝໍ້​ດິນທ່າມກາງ​ກອງ​ໝໍ້ດິນ​ຢູ່​ພື້ນດິນ.ດິນ​ໜຽວ​ຈະ​ເວົ້າ​ກັບ​ຊ່າງ​ປັ້ນ​ໄດ້​ບໍ​ວ່າ,‘ເຈົ້າ​ກຳລັງ​ເຮັດ​ຫຍັງ?’ໝໍ້​ດິນ​ຈະ​ເວົ້າ​ໄດ້​ບໍ​ວ່າ,‘ຊ່າງປັ້ນໝໍ້​ບໍ່​ມີ​ມື​ບໍ?’10ວິບັດ​ແກ່​ຜູ້​ທີ່​ກ່າວ​ກັບ​ພໍ່​ຂອງ​ຕົນ​ວ່າ,‘ເຈົ້າ​ເກີດ​ຫຍັງ​ມາ?’ຫລື ເວົ້າ​ກັບ​ແມ່​ວ່າ,‘ເຈົ້າ​ໄດ້​ເກີດ​ຫຍັງ​ມາ?’
11“ພຣະເຈົ້າ​ຢາເວ​ອົງ​ບໍລິສຸດ,ແລະ ພຣະຜູ້ສ້າງ​ຂອງ​ອິດສະຣາເອນ​ກ່າວ​ດັ່ງ​ນີ້​ວ່າ:ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນເຈົ້າ​ຖາມ​ເຮົາ​ເລື່ອງ​ລູກ​ຫລານ​ຂອງ​ເຮົາ,ຫລື ອອກ​ຄໍາສັ່ງ​ເຮົາ​ກ່ຽວກັບ​ວຽກງານ​ທີ່​ມື​ຂອງ​ເຮົາ​ເຮັດ​ບໍ?12ເຮົາ​ນີ້​ແຫລະ​ສ້າງ​ໂລກແລະ ສ້າງ​ມະນຸດ​ເທິງ​ແຜ່ນດິນ​ໂລກ.ມື​ຂອງ​ເຮົາ​ນີ້​ແຫລະ​ກາງ​ຟ້າ​ສະຫວັນ​ອອກ;ແລະ ສັ່ງ​ດວງດາວ​ທັງຫລາຍ.13ເຮົາ​ຈະ​ຍົກ​ໄຊຣັດ​ຂຶ້ນ​ໃນ​ຄວາມ​ຊອບທຳ​ຂອງ​ເຮົາ:ເຮົາ​ຈະ​ເຮັດ​ໃຫ້​ທາງ​ທັງໝົດ​ຂອງ​ລາວ​ຊື່​ໄປ.ລາວ​ຈະ​ສ້າງ​ນະຄອນ​ຂອງ​ເຮົາ​ຂຶ້ນ​ໃໝ່ແລະ ປົດປ່ອຍ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ຕົກ​ເປັນ​ຊະເລີຍ,ແຕ່​ນີ້​ບໍ່ແມ່ນ​ເພື່ອ​ສິນ​ຈ້າງ​ລາງວັນ,ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ດັ່ງ​ນັ້ນ”.
14ພຣະເຈົ້າ​ຢາເວ​ກ່າວ​ວ່າ:“ຜົນ​ຜະລິດ​ຂອງ​ເອຢິບ ແລະ ສິນຄ້າ​ຂອງ​ກູເຊ,ແລະ ຂອງ​ຄົນ​ເຊບາ​ຮ່າງ​ສູງສິ່ງ​ເຫລົ່ານັ້ນ​ຈະ​ເປັນ​ຂອງ​ເຈົ້າ;ແລະ ຈະ​ເປັນ​ກໍາມະສິດ​ຂອງ​ເຈົ້າ;ຄົນ​ເຫລົ່ານີ້​ຈະ​ມາ​ຕິດຕາມ​ເຈົ້າ,ມາ​ທັງ​ທີ່​ຍັງ​ຕິດ​ໂສ້​ຢູ່.ພວກເຂົາ​ຈະ​ມາ​ກົ້ມກາບ​ຕໍ່ໜ້າ​ເຈົ້າແລະ ອ້ອນ​ວອນ​ເຈົ້າ, ວ່າ,‘ແນ່ນອນ ພຣະເຈົ້າ​ຢູ່​ກັບ​ເຈົ້າ, ແລະ ບໍ່​ມີ​ຜູ້​ອື່ນ;ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ອີກ’ ”.
15ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້​ພົ້ນ​ຂອງ​ອິດສະຣາເອນ,ແນ່ນອນ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຊື່ອງ​ພຣະອົງ​ເອງ​ໄວ້.16ທຸກຄົນ​ທີ່​ເຮັດ​ຮູບເຄົາລົບ​ຈະ​ອັບອາຍ;ພວກເຂົາ​ຈະ​ອັບອາຍ​ຂາຍໜ້າ​ໄປ​ນໍາ​ກັນ.17ສ່ວນ​ອິດສະຣາເອນ​ນັ້ນ ພຣະເຈົ້າ​ຢາເວ​ຈະ​ຊ່ວຍ​ກູ້ດ້ວຍ​ຄວາມພົ້ນ​ນິລັນດອນ;ເຈົ້າ​ຈະ​ບໍ່​ຕ້ອງ​ອັບອາຍ​ຂາຍໜ້າ,ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.
18ພຣະເຈົ້າ​ຢາເວ​ກ່າວ​ວ່າພຣະອົງ​ຜູ້​ໄດ້​ສ້າງ​ຟ້າ​ສະຫວັນ,ພຣະອົງ​ເປັນ​ພຣະເຈົ້າ;ພຣະອົງ​ຜູ້​ອອກແບບ ແລະ ສ້າງ​ໂລກ,ພຣະອົງ​ຕັ້ງ​ມັນ​ໄວ້;ພຣະອົງ​ບໍ່​ໄດ້​ສ້າງ​ໃຫ້ເປັນ​ບ່ອນ​ວ່າງ​ເປົ່າ,ແຕ່​ໄດ້​ສ້າງ​ໂລກ​ໃຫ້​ເປັນ​ທີ່ຢູ່ອາໄສພຣະອົງ​ກ່າວ​ວ່າ:“ເຮົາ​ຄື​ພຣະເຈົ້າ​ຢາເວ,ແລະ ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ອີກ.19ເຮົາ​ບໍ່​ໄດ້​ເວົ້າ​ໃນ​ບ່ອນ​ລັບ,ຈາກ​ບ່ອນ​ໜຶ່ງ​ບ່ອນ​ໃດ​ໃນ​ດິນແດນ​ແຫ່ງ​ຄວາມ​ມືດ;ເຮົາ​ບໍ່​ໄດ້​ເວົ້າ​ກັບ​ລູກ​ຫລານ​ຂອງ​ຢາໂຄບ​ວ່າ,‘ຈົ່ງ​ສະແຫວງຫາ​ເຮົາ​ຢ່າງ​ບໍ່​ມີ​ປະໂຫຍດ’.ເຮົາ, ພຣະເຈົ້າ​ຢາເວ, ເວົ້າ​ຄວາມຈິງ;ເຮົາ​ປະກາດ​ສິ່ງ​ທີ່​ຖືກຕ້ອງ.
20“ຈົ່ງ​ມາ ແລະ ຊຸມນຸມ​ກັນ; ຈົ່ງ​ຮວບຮວມ​ກັນ​ມາ,ບັນດາ​ຜູ້​ໜີ​ໄພ​ຈາກ​ຊາດ​ຕ່າງໆ.ຜູ້​ແຫ່​ຮູບເຄົາລົບ​ໄມ້​ກໍ​ໂງ່ຈ້າ,ຜູ້​ພາວັນນາ​ອະທິຖານ​ອ້ອນ​ວອນ​ຕໍ່​ພະ​ທີ່​ຊ່ວຍ​ຫຍັງ​ພວກເຂົາ​ບໍ່​ໄດ້.21ຈົ່ງ​ປະກາດ​ສິ່ງ​ທີ່​ເກີດຂຶ້ນ, ສະເໜີ​ມາ​ແມໃຫ້​ພວກເຂົາ​ປຶກສາ​ຫາ​ລື​ກັນ.ຜູ້ໃດ​ໄດ້​ບອກ​ເລື່ອງ​ນີ້​ໄວ້​ລ່ວງ​ໜ້າ​ດົນນານ​ມາ​ແລ້ວ?ຜູ້ໃດ​ກ່າວ​ວາຈາ​ໄວ້​ຕັ້ງ​ແຕ່​ອະດີດ?ບໍ່ແມ່ນ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ບໍ?ນອກ​ຈາກ​ເຮົາ​ແລ້ວ​ບໍ່​ມີ​ພຣະເຈົ້າ​ອື່ນ​ໃດພຣະເຈົ້າ​ຜູ້​ຊອບທຳ ແລະ ພຣະ​ຜູ້​ຊ່ວຍ;ບໍ່​ມີ​ຜູ້ໃດ​ອື່ນ​ນອກ​ຈາກ​ເຮົາ.
22“ມວນ​ມະນຸດ​ທົ່ວ​ໂລກຈົ່ງ​ຫັນ​ມາ​ຫາ​ເຮົາ, ແລະ ຮັບ​ການ​ຊ່ວຍ​ໃຫ້ລອດພົ້ນ,ເພາະ​ເຮົາ​ເປັນ​ພຣະເຈົ້າ, ແລະ ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ອີກ.23ເຮົາ​ໄດ້​ສາບານ​ໄວ້​ແລ້ວ​ດ້ວຍ​ຕົວ​ຂອງ​ເຮົາ​ເອງ,ປາກ​ຂອງ​ເຮົາ​ໄດ້​ກ່າວ​ໄວ້​ດ້ວຍ​ຄວາມ​ຊື່ສັດຖ້ອຍຄໍາ​ທີ່​ຈະ​ບໍ່​ມີ​ວັນ​ປ່ຽນແປງ:ຄື​ທຸກຄົນ​ຈະ​ຄຸ​ເຂົ່າ​ກາບ​ລົງ​ຕໍ່ໜ້າ​ເຮົາ;ທຸກ​ລິ້ນ​ຈະ​ສາບານ​ໂດຍ​ອ້າງ​ເຖິງ​ເຮົາ.24ພວກເຂົາ​ຈະ​ກ່າວເຖິງ​ເຮົາ​ວ່າ,‘ໃນ​ພຣະເຈົ້າ​ຢາເວ​ເທົ່ານັ້ນ​ທີ່​ມີ​ຄວາມ​ຊອບທຳ ແລະ ກໍາລັງ’ ”.ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ພຣະອົງຈະ​ມາ​ຫາ​ພຣະອົງ ແລະ ອັບອາຍ​ຂາຍໜ້າ.25ແຕ່​ໃນ​ພຣະເຈົ້າ​ຢາເວ​ລູກ​ຫລານ​ທັງໝົດ​ຂອງ​ອິດສະຣາເອນຈະ​ໄດ້​ເປັນ​ຜູ້​ຊອບທໍາແລະ ຈະ​ຍົກຍ້ອງ​ສັນລະເສີນ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2