ເອຊາຢາ43
ພຣະຜູ້ຊ່ວຍໃຫ້ພົ້ນອົງດຽວຂອງອິດສະຣາເອນ
1ແຕ່ບັດນີ້, ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວວ່າຢາໂຄບ, ພຣະອົງຜູ້ໄດ້ສ້າງເຈົ້າ,ອິດສະຣາເອນ, ພຣະອົງຜູ້ໄດ້ປັ້ນເຈົ້າ:“ຢ່າຢ້ານເລີຍ, ເພາະເຮົາໄດ້ໄຖ່ເຈົ້າໄວ້ແລ້ວ;ເຮົາໄດ້ເອີ້ນຊື່ເຈົ້າ; ເຈົ້າເປັນຂອງເຮົາ.2ເມື່ອເຈົ້າຂ້າມນ້ຳ,ເຮົາຈະຢູ່ກັບເຈົ້າ;ເມື່ອເຈົ້າຂ້າມແມ່ນ້ຳ,ນ້ຳຈະບໍ່ຖ້ວມເຈົ້າ.ເມື່ອເຈົ້າຍ່າງຜ່ານໄຟ,ໄຟຈະບໍ່ໄໝ້ເຈົ້າ;ແປວໄຟຈະບໍ່ເຜົາຜານເຈົ້າ.3ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,ເປັນອົງບໍລິສຸດແຫ່ງອິດສະຣາເອນ, ພຣະຜູ້ຊ່ວຍໃຫ້ພົ້ນຂອງເຈົ້າ;ເຮົາໃຫ້ເອຢິບເປັນຄ່າໄຖ່ຂອງເຈົ້າ,ເອົາກູເຊ ແລະ ເຊບາແລກປ່ຽນກັບເຈົ້າ.4ເພາະເຈົ້າມີຄ່າ ແລະ ມີກຽດໃນສາຍຕາຂອງເຮົາ,ແລະ ເພາະເຮົາຮັກເຈົ້າ,ເຮົາຈຶ່ງຍອມເອົາປະຊາຊົນແລກປ່ຽນກັບເຈົ້າ,ເອົາຊົນຊາດຕ່າງໆແລກປ່ຽນກັບຊີວິດຂອງເຈົ້າ,5ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ;ເຮົາຈະນຳລູກຫລານຂອງເຈົ້າຈາກຕາເວັນອອກແລະ ຮວບຮວມພວກເຈົ້າມາຈາກຕາເວັນຕົກ.6ເຮົາຈະບອກກັບທິດເໜືອວ່າ, ‘ຈົ່ງປ່ອຍພວກເຂົາມາ!’ແລະ ບອກກັບທິດໃຕ້ວ່າ, ‘ຢ່າຈ່ອງດຶງພວກເຂົາໄວ້’.ຈົ່ງພາລູກຊາຍຂອງເຮົາມາຈາກແດນໄກແລະ ພາລູກສາວຂອງເຮົາມາຈາກສຸດປາຍແຜ່ນດິນໂລກ7ຄືທຸກຄົນທີ່ໄດ້ຖືກເອີ້ນຊື່ຕາມຊື່ຂອງເຮົາ,ຜູ້ທີ່ເຮົາໄດ້ສ້າງຂຶ້ນເພື່ອສະຫງ່າລາສີຂອງເຮົາ,ຜູ້ທີ່ເຮົາໄດ້ປັ້ນ ແລະ ສ້າງຂຶ້ນມາ”.8ຈົ່ງນຳບັນດາຜູ້ທີ່ມີຕາແຕ່ຕາບອດ,ຜູ້ທີ່ມີຫູແຕ່ຫູໜວກ.9ທຸກຊົນຊາດປະຊຸມກັນແລະ ປະຊາຊົນທັງຫລາຍຊຸມນຸມກັນ.ມີພະໃດທຳນວາຍອະນາຄົດນີ້ແລະ ປະກາດສິ່ງທີ່ຜ່ານມາແລ້ວແກ່ພວກເຮົາ?ໃຫ້ພວກເຂົານໍາພະຍານຂອງພວກເຂົາມາຢືນຢັນວ່າພວກເຂົາຖືກ,ເພື່ອຄົນອື່ນຈະໄດ້ຍິນ ແລະ ບອກວ່າ, “ມັນເປັນຄວາມຈິງ”.10ພຣະເຈົ້າຢາເວປະກາດວ່າ, “ເຈົ້າເປັນພະຍານຂອງເຮົາ,ແລະ ເປັນຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ແລ້ວ,ເພື່ອເຈົ້າຈະຮູ້ຈັກເຮົາ ແລະ ເຊື່ອໃນເຮົາແລະ ເຂົ້າໃຈວ່າເຮົາຄືຜູ້ນັ້ນ.ກ່ອນໜ້າເຮົາບໍ່ມີພຣະອື່ນໃດຖືກປັ້ນຂຶ້ນ,ແລະ ຫລັງຈາກເຮົາກໍບໍ່ມີພະໃດອີກ.11ເຮົານີ້ແຫລະ, ເຮົາຄືພຣະເຈົ້າຢາເວ.ແລະ ນອກຈາກເຮົາແລ້ວ ບໍ່ມີພຣະຜູ້ຊ່ວຍໃຫ້ພົ້ນອື່ນໃດອີກ.12ເຮົາໄດ້ເປີດເຜີຍແກ່ເຈົ້າ ແລະ ຊ່ວຍເຈົ້າໃຫ້ລອດພົ້ນ ແລະ ປະກາດແກ່ເຈົ້າແລ້ວ.ເຮົາເອງ, ແລະ ບໍ່ແມ່ນພະຕ່າງຊາດອື່ນໃດທ່າມກາງພວກເຈົ້າ”.ພຣະເຈົ້າຢາເວປະກາດວ່າ, “ເຈົ້າເປັນພະຍານຂອງເຮົາວ່າ, ເຮົາເປັນພຣະເຈົ້າ.13ແມ່ນແລ້ວ, ແລະ ເຮົາຄືພຣະເຈົ້າອົງນັ້ນຕັ້ງແຕ່ອະດີດ.ບໍ່ມີຜູ້ໃດຊ່ວຍກູ້ຈາກມືຂອງເຮົາໄດ້.ເມື່ອເຮົາລົງມືເຮັດ, ຜູ້ໃດຈະຂັດຂວາງໄດ້?”ຄວາມເມດຕາຂອງພຣະເຈົ້າ ແລະ ຄວາມບໍ່ສັດຊື່ຂອງອິດສະຣາເອນ
14ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ພຣະຜູ້ໄຖ່ຂອງເຈົ້າທັງຫລາຍ,ອົງບໍລິສຸດແຫ່ງອິດສະຣາເອນກ່າວວ່າ:“ເພື່ອເຫັນແກ່ເຈົ້າ ເຮົາຈະສົ່ງກອງທັບໄປທີ່ບາບີໂລນເຮັດໃຫ້ຊາວບາບີໂລນທັງໝົດກາຍເປັນຜູ້ລີ້ໄພ,ໃນເຮືອທີ່ພວກເຂົາເຄີຍພາກພູມໃຈ.15ເຮົາຄືພຣະເຈົ້າຢາເວ ອົງບໍລິສຸດຂອງເຈົ້າ,ພຣະຜູ້ສ້າງຂອງອິດສະຣາເອນ, ແລະ ກະສັດຂອງເຈົ້າ”.16ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ໄດ້ກ່າວພຣະອົງຜູ້ໄດ້ສ້າງທາງຜ່ານທະເລ,ເຮັດທາງຜ່ານນ້ຳເລິກໃຫຍ່,17ຜູ້ໄດ້ນຳລົດຮົບ ແລະ ມ້າທັງຫລາຍ,ນຳກອງທັບ ແລະ ກອງກໍາລັງຕ່າງໆມານໍາກັນ,ແລະ ພວກເຂົານອນຈົມຢູ່ທີ່ນັ້ນ, ບໍ່ໄດ້ລຸກຂຶ້ນມາອີກ,ສູນສິ້ນ, ດັບໄປເໝືອນໄສ້ຕະກຽງ:18ພຣະເຈົ້າກ່າວວ່າ, “ຈົ່ງລືມສິ່ງທີ່ຜ່ານພົ້ນມາແລ້ວ;ຢ່າຈົ່ມຢູ່ກັບອະດີດ.19ເບິ່ງແມ, ເຮົາກຳລັງເຮັດສິ່ງໃໝ່!ບັດນີ້ ມັນເລີ່ມຂຶ້ນແລ້ວ; ເຈົ້າບໍ່ເຫັນບໍ?ເຮົາກຳລັງສ້າງທາງໃນຖິ່ນແຫ້ງແລ້ງກັນດານແລະ ແມ່ນໍ້າຕ່າງໆໃນບ່ອນແຫ້ງແລ້ງ.20ສັດປ່າທັງຫລາຍເຊັ່ນໝາໄນ ແລະ ນົກເຄົ້າຕ່າງຍົກຍ້ອງເຮົາ,ເພາະເຮົາໃຫ້ນ້ຳໃນຖິ່ນແຫ້ງແລ້ງກັນດານແລະ ໃຫ້ແມ່ນໍ້າໃນບ່ອນແຫ້ງແລ້ງ,ເພື່ອຈະໃຫ້ນ້ຳດື່ມແກ່ປະຊາຊົນທີ່ເຮົາໄດ້ເລືອກໄວ້,21ປະຊາຊົນທີ່ເຮົາໄດ້ປັ້ນໄວ້ສຳລັບເຮົາເພື່ອພວກເຂົາຈະປະກາດຄໍາສັນລະເສີນຂອງເຮົາ.22“ເຖິງປານນັ້ນຢາໂຄບ, ເຈົ້າກໍບໍ່ໄດ້ເອີ້ນຫາເຮົາ,ອິດສະຣາເອນ, ເຈົ້າບໍ່ຍອມອິດເມື່ອຍເພື່ອເຮົາ,23ເຈົ້າບໍ່ໄດ້ຖວາຍແກະເປັນເຄື່ອງເຜົາບູຊາແກ່ເຮົາ,ຫລື ບໍ່ໄດ້ໃຫ້ກຽດເຮົາດ້ວຍເຄື່ອງບູຊາຕ່າງໆຂອງເຈົ້າ.ເຮົາບໍ່ໄດ້ວາງພາລະເລື່ອງຖວາຍພືດຜົນເປັນເມັດຫລື ໃຫ້ເຈົ້າອິດເມື່ອຍເພາະເລື່ອງເຄື່ອງຫອມ.24ເຈົ້າບໍ່ໄດ້ຊື້ເຄື່ອງຫອມມາໃຫ້ເຮົາ,ທັງບໍ່ໄດ້ເຮັດໃຫ້ເຮົາພໍໃຈດ້ວຍໄຂມັນສັດຂອງເຄື່ອງບູຊາຂອງເຈົ້າ.ແຕ່ເຈົ້າໄດ້ວາງພາລະເລື່ອງບາບຂອງເຈົ້າແກ່ເຮົາແລະ ເຮັດໃຫ້ເຮົາເບື່ອໜ່າຍດ້ວຍຄວາມຜິດທັງຫລາຍຂອງເຈົ້າ.25“ເຮົາ, ແມ່ນແຕ່ເຮົາເອງ, ຄືຜູ້ທີ່ລຶບລ້າງການບໍ່ເຊື່ອຟັງທັງຫລາຍຂອງເຈົ້າ, ເພື່ອເຫັນແກ່ເຮົາເອງ,ແລະ ຈະບໍ່ຈົດຈຳບາບຂອງເຈົ້າອີກຕໍ່ໄປ.26ຈົ່ງທົບທວນອະດີດໃຫ້ເຮົາ,ໃຫ້ພວກເຮົາມາໂຕ້ແຍ້ງກັນ;ຈົ່ງເວົ້າອອກມາ ເພື່ອຈະພິສູດວ່າເຈົ້າບໍ່ມີຄວາມຜິດ.27ພໍ່ຄົນທໍາອິດຂອງເຈົ້າໄດ້ເຮັດບາບ;ບັນດາຄົນທີ່ເຮົາໄດ້ສົ່ງໄປສອນເຈົ້າໄດ້ທໍລະຍົດເຮົາ.28ສະນັ້ນ ເຮົາຈຶ່ງເຮັດໃຫ້ຜູ້ຍິ່ງໃຫຍ່ປະຈຳວິຫານຂອງເຈົ້າຖືກອັບອາຍ;ເຮົາໄດ້ມອບຢາໂຄບໃຫ້ຖືກທຳລາຍຈິບຫາຍແລະ ປ່ອຍອິດສະຣາເອນໃຫ້ຖືກໝິ່ນປະໝາດ.Biblica, Inc.