ເອຊາຢາ42
ຜູ້ຮັບໃຊ້ຂອງພຣະເຈົ້າຢາເວ
1“ນີ້ຄືຜູ້ຮັບໃຊ້ຂອງເຮົາ, ທີ່ເຮົາເຝົ້າເບິ່ງແຍງ,ຜູ້ທີ່ເຮົາໄດ້ເລືອກໄວ້ ທີ່ເຮົາຊົມຊື່ນ;ເຮົາຈະເອົາວິນຍານຂອງເຮົາລົງໃສ່ໃນລາວ,ແລະ ລາວຈະນຳຄວາມຍຸຕິທຳໄປເຖິງຊົນຊາດຕ່າງໆ.2ລາວຈະບໍ່ໂຫ່ຮ້ອງ ຫລື ສົ່ງສຽງຮ້ອງ,ຫລື ບໍ່ເປັ່ງສຽງຂອງລາວຕາມຖະໜົນ.3ຕົ້ນອໍ້ຊ້ຳແລ້ວ ລາວຈະບໍ່ຫັກ,ແລະ ໄສ້ຕະກຽງທີ່ກໍາລັງຈະມອດ ລາວຈະບໍ່ດັບ.ລາວຈະນຳຄວາມຍຸຕິທຳມາຢ່າງສັດຊື່;4ລາວຈະບໍ່ສະດຸດ ຫລື ທໍ້ຖອຍຈົນກວ່າລາວຈະໄດ້ຕັ້ງຄວາມຍຸຕິທຳຂຶ້ນໃນໂລກ.ໝູ່ເກາະຈະຝາກຄວາມຫວັງໄວ້ທີ່ຄຳສັ່ງສອນຂອງລາວ”.5ນີ້ຄືສິ່ງທີ່ພຣະເຈົ້າ ພຣະເຈົ້າຢາເວກ່າວພຣະອົງຜູ້ສ້າງຟ້າສະຫວັນ ແລະ ກາງມັນອອກ,ຜູ້ທີ່ແຜ່ແຜ່ນດິນໂລກອອກໄປພ້ອມກັບສັບພະສິ່ງທີ່ເກີດຈາກໂລກ,ຜູ້ໃຫ້ລົມຫາຍໃຈແກ່ມະນຸດ,ແລະ ໃຫ້ຊີວິດແກ່ທຸກຄົນທີ່ເດີນໃນໂລກ:6“ເຮົາ, ພຣະເຈົ້າຢາເວ, ໄດ້ເອີ້ນເຈົ້າມາດ້ວຍຄວາມຊອບທຳ;ເຮົາຈະຈັບມືເຈົ້າໄວ້.ເຮົາຈະຄຸ້ມຄອງເຈົ້າ ແລະ ເຮັດໃຫ້ເຈົ້າເປັນຄຳໝັ້ນສັນຍາສຳລັບບັນດາປະຊາຊາດແລະ ເປັນແສງສະຫວ່າງແກ່ບັນດາຄົນຕ່າງຊາດ,7ໃຫ້ເປີດຕາຂອງຄົນຕາບອດ,ເພື່ອປົດປ່ອຍຊະເລີຍໃຫ້ເປັນອິດສະຫລະຈາກຄຸກແລະ ປົດປ່ອຍຜູ້ທີ່ນັ່ງຢູ່ໃນຄວາມມືດອອກຈາກບ່ອນຄຸມຂັງ.8“ເຮົາຄືພຣະເຈົ້າຢາເວ; ນັ້ນແມ່ນນາມຊື່ຂອງເຮົາ!ເຮົາຈະບໍ່ຍົກສະຫງ່າລາສີຂອງເຮົາໃຫ້ຄົນອື່ນຫລື ຄຳສັນລະເສີນຍົກຍ້ອງຂອງເຮົາ ເຮົາຈະບໍ່ໃຫ້ແກ່ຮູບເຄົາລົບຕ່າງໆ.9ເບິ່ງແມ, ສິ່ງທີ່ເຮົາກ່າວໄວ້ຕັ້ງແຕ່ທຳອິດໄດ້ເກີດຂຶ້ນແລ້ວ,ແລະ ເຮົາປະກາດສິ່ງໃໝ່ໆ;ຕັ້ງແຕ່ສິ່ງເຫລົ່ານັ້ນຍັງບໍ່ເກີດຂຶ້ນເຮົາກໍປະກາດສິ່ງເຫລົ່ານັ້ນແກ່ພວກເຈົ້າທັງຫລາຍ”.ບົດເພງສັນລະເສີນພຣະເຈົ້າຢາເວ
10ຈົ່ງຮ້ອງເພງບົດໃໝ່ຖວາຍແດ່ພຣະເຈົ້າຢາເວ,ຄໍາສັນລະເສີນຂອງພຣະອົງຈາກສຸດປາຍແຜ່ນດິນໂລກ,ເຈົ້າຜູ້ລົງໄປຍັງທະເລ ແລະ ທຸກສິ່ງທີ່ຢູ່ໃນທະເລ,ເກາະແກ້ງທັງຫລາຍ ແລະ ທຸກຄົນທີ່ອາໄສຢູ່ໃນທີ່ນັ້ນ.11ໃຫ້ຖິ່ນແຫ້ງແລ້ງກັນດານ ແລະ ເມືອງຕ່າງໆເປັ່ງສຽງຂອງພວກມັນ;ໃຫ້ຖິ່ນແຫ້ງແລ້ງທັງຫລາຍທີ່ຊາວເກດາອາໄສຢູ່ຈົ່ງຊື່ນບານ.ໃຫ້ຊາວເສລາຮ້ອງເພງຢ່າງຊື່ນຊົມຍິນດີ;ໃຫ້ພວກເຂົາໂຫ່ຮ້ອງຈາກຍອດພູເຂົາ.12ໃຫ້ພວກເຂົາຖວາຍສະຫງ່າລາສີແດ່ພຣະເຈົ້າຢາເວແລະ ເປັ່ງສຽງສັນລະເສີນພຣະອົງໃນເກາະແກ້ງທັງຫລາຍ.13ພຣະເຈົ້າຢາເວ ຈະເຄື່ອນທັບມາຢ່າງຜູ້ຊະນະ,ພຣະອົງຫ້າວຫັນດັ່ງນັກຮົບ;ດ້ວຍສຽງໂຫ່ຮ້ອງພຣະອົງຈະເອົາໄຊໃນສະໜາມຮົບແລະ ຊະນະພວກສັດຕູຂອງພຣະອົງ.14“ເຮົາໄດ້ມິດງຽບໄວ້ດົນນານແລ້ວ,ເຮົາງຽບຢູ່ ແລະ ຫ້າມຕົນເອງໄວ້.ແຕ່ບັດນີ້, ເຮົາຮ້ອງອອກມາດັ່ງຍິງເກີດລູກ,ເຮົາຫາຍໃຈຖີ່ ແລະ ຫອບ.15ເຮົາຈະທຳລາຍພູເຂົາ ແລະ ໂນນພູຕ່າງໆແລະ ເຮັດໃຫ້ພືດຜັກທັງໝົດຂອງມັນຫ່ຽວແຫ້ງ;ເຮົາຈະເຮັດໃຫ້ແມ່ນ້ຳກາຍເປັນເກາະແລະ ເຮັດໃຫ້ສະນ້ຳທັງຫລາຍແຫ້ງແລ້ງ.16ເຮົາຈະນຳຄົນຕາບອດໄປຕາມທາງທີ່ພວກເຂົາບໍ່ຮູ້ຈັກ,ເຮົາຈະພາພວກເຂົາໄປຕາມເສັ້ນທາງທີ່ພວກເຂົາບໍ່ຄຸ້ນເຄີຍ;ເຮົາຈະປ່ຽນຄວາມມືດໃຫ້ເປັນຄວາມສະຫວ່າງຕໍ່ໜ້າພວກເຂົາແລະ ເຮັດບ່ອນຫລຸບບ່ອນໂນນໃຫ້ຮາບພຽງ.ເຮົາຈະເຮັດສິ່ງເຫລົ່ານີ້ເຮົາຈະບໍ່ປະຖິ້ມພວກເຂົາ.17ສ່ວນບັນດາຜູ້ທີ່ວາງໃຈໃນຮູບເຄົາລົບ,ຜູ້ທີ່ເວົ້າກັບຮູບເຄົາລົບວ່າ, ‘ທ່ານເປັນພະຂອງພວກເຮົາ’,ເຮົາຈະເຮັດໃຫ້ພວກເຂົາຫັນກັບໄປຢ່າງໜ້າອັບອາຍທີ່ສຸດ.ອິດສະຣາເອນຕາບອດ ແລະ ຫູໜວກ
18“ຈົ່ງຟັງ, ພວກເຈົ້າຄົນຫູໜວກ;ເບິ່ງແມ, ພວກເຈົ້າຄົນຕາບອດ ແລະ ຈົ່ງເບິ່ງເຫັນ!19ມີຜູ້ໃດຕາບອດນອກຈາກຜູ້ຮັບໃຊ້ຂອງເຮົາ,ແລະ ມີຜູ້ໃດຫູໜວກຄືຜູ້ສົ່ງຂ່າວທີ່ເຮົາສົ່ງໄປ?ຜູ້ໃດຕາບອດຄືຜູ້ທີ່ເຮັດຄໍາໝັ້ນສັນຍາກັບເຮົາ?ຜູ້ໃດຕາບອດຄືຜູ້ຮັບໃຊ້ຂອງພຣະເຈົ້າຢາເວ?20ເຈົ້າໄດ້ເຫັນຫລາຍສິ່ງຫລາຍຢ່າງ, ແຕ່ເຈົ້າບໍ່ເອົາໃຈໃສ່;ຫູເຈົ້າເປີດກວ້າງ, ແຕ່ບໍ່ໄດ້ຍິນສິ່ງໃດ”.21ພຣະເຈົ້າຢາເວພໍໃຈທີ່ຈະເຮັດໃຫ້ກົດບັນຍັດຂອງພຣະອົງຍິ່ງໃຫຍ່ ແລະ ມີກຽດເພື່ອເຫັນແກ່ຄວາມຊອບທຳຂອງພຣະອົງ.22ແຕ່ນີ້ແມ່ນປະຊາຊົນທີ່ຖືກປຸ້ນ ແລະ ຕົກເປັນຊະເລີຍ,ພວກເຂົາທັງໝົດຕົກຢູ່ໃນຂຸມກັບດັກຫລື ຫລົບລີ້ຢູ່ໃນຄຸກ.ພວກເຂົາຖືກປຸ້ນ,ໂດຍບໍ່ມີຜູ້ໃດຊ່ວຍພວກເຂົາ;ພວກເຂົາຕົກເປັນຊະເລີຍ,ໂດຍບໍ່ມີຜູ້ໃດເວົ້າວ່າ “ປ່ອຍພວກເຂົາກັບໄປ”.23ຜູ້ໃດໃນພວກເຈົ້າຈະຮັບຟັງເລື່ອງນີ້ຫລື ເອົາໃຈໃສ່ກັບອະນາຄົດທີ່ຈະມາເຖິງ?24ຜູ້ໃດມອບຢາໂຄບໃຫ້ເປັນຊະເລີຍ,ແລະ ໃຫ້ອິດສະຣາເອນຖືກປຸ້ນ?ບໍ່ແມ່ນພຣະເຈົ້າຢາເວບໍ,ຜູ້ທີ່ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ?ເພາະພວກເຂົາບໍ່ໄດ້ເຮັດຕາມວິຖີທາງຂອງພຣະອົງ;ພວກເຂົາບໍ່ເຊື່ອຟັງກົດບັນຍັດຂອງພຣະອົງ.25ດັ່ງນັ້ນພຣະອົງຈຶ່ງໄດ້ເທຄວາມໃຈຮ້າຍອັນຮຸນແຮງຂອງພຣະອົງລົງເທິງພວກເຂົາ,ຄືສົງຄາມອັນຮຸນແຮງ,ໃຫ້ພວກເຂົາຕົກຢູ່ໃນແປວໄຟ, ແຕ່ພວກເຂົາກໍຍັງບໍ່ເຂົ້າໃຈ;ໄຟເຜົາຜານພວກເຂົາ, ແຕ່ພວກເຂົາກໍບໍ່ໄດ້ເອົາໃຈໃສ່.Biblica, Inc.