ເອຊາຢາ41
ພຣະຜູ້ຊ່ວຍໃຫ້ພົ້ນຂອງອິດສະຣາເອນ
1“ເກາະທັງຫລາຍ, ຈົ່ງງຽບ ແລະ ຟັງເຮົາ!ໃຫ້ຊົນຊາດທັງຫລາຍໄດ້ຟື້ນກຳລັງຂຶ້ນໃໝ່!ໃຫ້ພວກເຂົາກ້າວອອກມາຂ້າງໜ້ານີ້ ແລະ ເວົ້າ;ໃຫ້ພວກເຮົາມາພົບກັນໃນບ່ອນພິພາກສາ.2“ຜູ້ໃດນໍໄດ້ປຸກບຸກຄົນໜຶ່ງຈາກທິດຕາເວັນອອກ,ເອີ້ນລາວໃຫ້ມາຮັບໃຊ້ດ້ວຍຄວາມຊອບທຳ?ພຣະອົງມອບຊົນຊາດຕ່າງໆແກ່ລາວ.ແລະ ປາບບັນດາກະສັດຕໍ່ໜ້າລາວ.ພຣະອົງໃຊ້ດາບຂອງພຣະອົງປ່ຽນກະສັດເຫລົ່ານັ້ນເປັນຂີ້ຝຸ່ນດິນ,ຄັນທະນູຂອງລາວເຮັດໃຫ້ກະສັດເຫລົ່ານັ້ນເປັນດັ່ງແກບປິວໄປ.3ລາວໄລ່ຕາມຄົນເຫລົ່ານັ້ນໄປ ແລະ ເດີນໄປຢ່າງປອດໄພ,ຕາມເສັ້ນທາງທີ່ລາວບໍ່ເຄີຍທຽວມາກ່ອນ.4ຜູ້ໃດເປັນຜູ້ເຮັດແບບນີ້ ແລະ ເຮັດຈົນສຳເລັດ,ຄືຜູ້ທີ່ເອີ້ນຄົນໃນຊົ່ວອາຍຸຕ່າງໆມາຕັ້ງແຕ່ຕົ້ນ?ເຮົາ, ພຣະເຈົ້າຢາເວ ເປັນຜູ້ທໍາອິດແລະ ເປັນຜູ້ສຸດທ້າຍ ເຮົາຄືຜູ້ນັ້ນ”.5ເກາະທັງຫລາຍເຫັນແລ້ວກໍຢ້ານກົວ;ທີ່ສຸດປາຍແຜ່ນດິນໂລກສັ່ນສະທ້ານ.ພວກເຂົາເຂົ້າມາໃກ້ ແລະ ອອກມາຂ້າງໜ້າ;6ພວກເຂົາຊ່ວຍເຫລືອກັນແລະ ເວົ້າແກ່ຜູ້ຮ່ວມງານຂອງຕົນວ່າ, “ຈົ່ງເຂັ້ມແຂງ!”7ຊ່າງໂລຫະໃຫ້ກຳລັງໃຈຊ່າງຄໍາ,ແລະ ຜູ້ໃຊ້ຄ້ອນເຮັດໃຫ້ລຽບກໍໃຫ້ກຳລັງໃຈຜູ້ຕີ.ພວກເຂົາເວົ້າເຖິງວຽກງານການເຊື່ອມວ່າ, “ດີ”ອີກຄົນໜຶ່ງເອົາຕະປູຕອກຮູບເຄົາລົບເພື່ອມັນຈະບໍ່ລົ້ມລົງ.8“ສ່ວນເຈົ້າ, ອິດສະຣາເອນ, ຜູ້ຮັບໃຊ້ຂອງເຮົາ,ຢາໂຄບຜູ້ທີ່ເຮົາໄດ້ເລືອກໄວ້,ເຈົ້າຜູ້ເປັນລູກຫລານຂອງອັບຣາຮາມສະຫາຍຂອງເຮົາ,9ເຮົາໄດ້ພາເຈົ້າມາຈາກສຸດປາຍແຜ່ນດິນໂລກ,ເຮົາໄດ້ເອີ້ນເຈົ້າມາຈາກມູມໄກທີ່ສຸດ.ເຮົາເວົ້າວ່າ, ‘ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ’;ເຮົາໄດ້ເລືອກເຈົ້າ ແລະ ບໍ່ເຄີຍປະຖິ້ມເຈົ້າ.10ດັ່ງນັ້ນ ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ;ຢ່າຕົກໃຈ, ເພາະເຮົາເປັນພຣະເຈົ້າຂອງເຈົ້າ.ເຮົາຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ ແລະ ເຮົາຈະຊ່ວຍເຈົ້າ;ເຮົາຈະຊູເຈົ້າໄວ້ດ້ວຍມືຂວາອັນຊອບທຳຂອງເຮົາ.11“ບັນດາຜູ້ທີ່ໃຈຮ້າຍເຈົ້າຈະອັບອາຍຂາຍໜ້າ ແລະ ອັບອາຍຢ່າງແນ່ນອນ;ຜູ້ທີ່ຕໍ່ຕ້ານເຈົ້າຈະໄຮ້ຄ່າ ແລະ ພິນາດຈິບຫາຍໄປ.12ເຖິງແມ່ນວ່າເຈົ້າຈະຊອກຫາສັດຕູທັງຫລາຍຂອງເຈົ້າ,ເຈົ້າກໍຈະບໍ່ພົບພວກເຂົາ.ບັນດາຜູ້ທີ່ສູ້ຮົບກັບເຈົ້າຈະບໍ່ມີຄຸນຄ່າຫຍັງໝົດ.13ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຜູ້ຈັບມືຂວາຂອງເຈົ້າໄວ້ແລະ ບອກກັບເຈົ້າວ່າ, ຢ່າຢ້ານເລີຍ;ເຮົາຈະຊ່ວຍເຈົ້າ.14ຢ່າຢ້ານເລີຍ, ເຈົ້າໜອນຢາໂຄບ,ອິດສະຣາເອນນ້ອຍ,ເພາະເຮົາເອງຈະຊ່ວຍເຈົ້າ” ພຣະເຈົ້າຢາເວປະກາດດັ່ງນັ້ນ,ພຣະອົງເປັນອົງບໍລິສຸດແຫ່ງອິດສະຣາເອນພຣະຜູ້ໄຖ່ຂອງເຈົ້າ.15“ເບິ່ງແມ, ເຮົາຈະເຮັດໃຫ້ເຈົ້າເປັນດັ່ງໄມ້ຟາດເຂົ້າ,ທີ່ໃໝ່ ແລະ ຄົມ ມີແຂ້ວຫລາຍເຫລັ້ມ.ເຈົ້າຈະນວດ ແລະ ບຸກໂຈມຕີພູເຂົາຕ່າງໆເຮັດໃຫ້ເນີນພູທັງຫລາຍເປັນເໝືອນແກບ.16ເຈົ້າຈະໂຍນພວກມັນ, ລົມຈະຫອບພວກມັນຂຶ້ນ,ແລະ ພະຍຸຈະພັດພວກມັນກະຈາຍໄປ.ສ່ວນເຈົ້າຈະຊື່ນຊົມຍິນດີໃນພຣະເຈົ້າຢາເວແລະ ຖວາຍກຽດແກ່ອົງບໍລິສຸດແຫ່ງອິດສະຣາເອນ.17“ຄົນທຸກ ແລະ ຂັດສົນຊອກຫານ້ຳດື່ມ,ແຕ່ບໍ່ມີເລີຍ;ລິ້ນຂອງພວກເຂົາແຫ້ງດ້ວຍຄວາມກະຫາຍ.ແຕ່ເຮົາ ພຣະເຈົ້າຢາເວ ຈະຕອບພວກເຂົາ;ເຮົາ, ພຣະເຈົ້າແຫ່ງອິດສະຣາເອນ, ຈະບໍ່ປະຖິ້ມພວກເຂົາເລີຍ.18ເຮົາຈະເຮັດໃຫ້ແມ່ນ້ຳໄຫລເທິງພູເຂົາສູງທີ່ແຫ້ງແລ້ງ,ແລະ ໃຫ້ມີນ້ຳພຸໃນຮ່ອມພູ.ເຮົາຈະປ່ຽນຖິ່ນແຫ້ງແລ້ງກັນດານເປັນສະນ້ຳ,ແລະ ປ່ຽນພື້ນດິນແຕກແຫງໃຫ້ກາຍເປັນນ້ຳພຸ.19ເຮົາຈະປູກຕົ້ນໄມ້ສີດາ ແລະ ຕົ້ນກະຖິນເທດຕົ້ນໄມ້ຫອມ ແລະ ຕົ້ນໝາກກອກໃນທະເລຊາຍ.ເຮົາຈະປູກຕົ້ນສົນຊະນິດຕ່າງໆໄວ້ໃນຖິ່ນແຫ້ງແລ້ງກັນດານ,ທັງຕົ້ນສົນ ແລະ ຕົ້ນແປກດ້ວຍ,20ເພື່ອຄົນທັງຫລາຍຈະເຫັນ ແລະ ຮູ້,ຈະພິຈາລະນາ ແລະ ເຂົ້າໃຈ,ວ່າມືຂອງພຣະເຈົ້າຢາເວ ໄດ້ເຮັດສິ່ງນີ້,ອົງບໍລິສຸດແຫ່ງອິດສະຣາເອນໄດ້ສ້າງມັນຂຶ້ນ”.21ພຣະເຈົ້າຢາເວກ່າວວ່າ,“ຈົ່ງສະເໜີຄະດີຂອງເຈົ້າ”.ກະສັດຂອງຢາໂຄບກ່າວວ່າ.“ຈົ່ງສະແດງຂໍ້ໂຕ້ແຍ້ງຂອງເຈົ້າມາ”,22“ຈົ່ງນຳບັນດາຮູບເຄົາລົບຂອງເຈົ້າ,ເຂົ້າມາບອກພວກເຮົາວ່າກຳລັງຈະເກີດຫຍັງຂຶ້ນ.ຈົ່ງເລົ່າເຫດການໃນອະດີດ,ເພື່ອພວກເຮົາຈະໄດ້ພິຈາລະນາ ແລະ ຮັບຮູ້ຈຸດຈົບ.ຫລື ຈະເລົ່າໃຫ້ພວກເຮົາຟັງເຖິງສິ່ງທີ່ຈະເກີດຂຶ້ນ,23ຈົ່ງບອກພວກເຮົາມາວ່າອະນາຄົດຈະມີສິ່ງໃດແດ່,ເພື່ອພວກເຮົາຈະຮູ້ວ່າພວກເຈົ້າແມ່ນພະທັງຫລາຍ.ເຮັດຫຍັງຈັກຢ່າງແມ, ຈະດີ ຫລື ຊົ່ວກໍໄດ້,ເພື່ອພວກເຮົາຈະໄດ້ທໍ້ຖ້ອຍ ແລະ ຢ້ານກົວ.24ແຕ່ພວກເຈົ້າບໍ່ມີຄ່າຫຍັງເລີຍແລະ ຜົນງານຂອງພວກເຈົ້າກໍໄຮ້ຄ່າ;ຜູ້ໃດກໍຕາມທີ່ເລືອກພວກເຈົ້າກໍໜ້າລັງກຽດ.25“ເຮົາໄດ້ເອີ້ນບຸກຄົນຜູ້ໜຶ່ງຈາກທາງທິດເໜືອ, ແລະ ລາວກໍມາລາວມາຈາກບ່ອນທີ່ດວງຕາເວັນຂຶ້ນ ລາວຮ້ອງຫານາມຂອງເຮົາ.ລາວຢຽບຢໍ່າບັນດາຜູ້ປົກຄອງດັ່ງຢຽບປູນ.ລາວເປັນເໝືອນຊ່າງປັ້ນໝໍ້ຢຽບຢໍ່າດິນໜຽວ.26ຜູ້ໃດບອກເຖິງສິ່ງນີ້ໃຫ້ພວກເຮົາໄດ້ຮູ້ມາຕັ້ງແຕ່ຕົ້ນ,ຫລື ບອກໄວ້ຕັ້ງແຕ່ທຳອິດ ພວກເຮົາຈຶ່ງເວົ້າໄດ້ວ່າ, ‘ລາວເວົ້າຖືກ’?ບໍ່ມີຜູ້ໃດເວົ້າໄວ້,ບໍ່ມີຜູ້ໃດແຈ້ງໄວ້ກ່ອນ,ບໍ່ມີຜູ້ໃດໄດ້ຍິນສິ່ງໃດຈາກເຈົ້າເລີຍ.27ເຮົາເປັນຄົນທຳອິດທີ່ບອກຊີໂອນວ່າ, ‘ເບິ່ງແມ, ພວກເຂົາມາແລ້ວ!’ເຮົາໃຫ້ຜູ້ນໍາຂ່າວດີມາໃຫ້ເຢຣູຊາເລັມ.28ເຮົາເບິ່ງແຕ່ບໍ່ມີຜູ້ໃດຈັກຄົນບໍ່ມີແມ່ນແຕ່ຄົນດຽວໃນພວກເຂົາທີ່ຈະໃຫ້ຄຳປຶກສາ,ບໍ່ມີຜູ້ໃດຕອບເມື່ອເຮົາຖາມພວກເຂົາ.29ເບິ່ງແມ, ພະທັງຫລາຍລ້ວນແຕ່ເປັນພະປອມ!ການກະທໍາຂອງພວກເຂົາລ້ວນແຕ່ໄຮ້ຄ່າ;ຮູບພະຕ່າງໆຂອງພວກເຂົາເປັນພຽງລົມ ແລະ ຄວາມສັບສົນ.Biblica, Inc.