ເອຊາຢາ40

ການເລົ້າໂລມໃຈ​ສໍາລັບ​ຄົນ​ຂອງ​ພຣະເຈົ້າ

1ພຣະເຈົ້າ​ຂອງ​ທ່ານ​ກ່າວ​ວ່າ,ຈົ່ງ​ເລົ້າໂລມ, ຈົ່ງ​ເລົ້າໂລມ​ໃຈ​ປະຊາຊົນ​ຂອງ​ເຮົາ.2ຈົ່ງ​ກ່າວ​ແກ່​ເຢຣູຊາເລັມ​ຢ່າງ​ອ່ອນໂຍນແລະ ແຈ້ງ​ໃຫ້​ນາງ​ຮູ້ວ່ານາງ​ໄດ້​ຜ່ານ​ຄວາມ​ທຸກ​ລໍາບາກ​ແລ້ວ,ຄວາມ​ບາບ​ຂອງ​ນາງ​ໄດ້​ຮັບ​ການ​ອະໄພ​ແລ້ວ,ທີ່​ນາງ​ໄດ້​ຮັບ​ໂທດ​ຈາກ​ມື​ຂອງ​ພຣະເຈົ້າ​ຢາເວເປັນ​ສອງ​ເທົ່າ​ຕາມ​ຄວາມ​ບາບ​ທັງໝົດ​ທີ່​ນາງ​ໄດ້​ເຮັດ​ໄປ.
3ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ວ່າ:“ຈົ່ງ​ຕຽມ​ທາງ​ໃນ​ຖິ່ນແຫ້ງແລ້ງກັນດານສຳລັບ​ພຣະເຈົ້າ​ຢາເວ;ຈົ່ງ​ເຮັດ​ທາງ​ຫລວງ​ຂອງ​ພຣະເຈົ້າໃນ​ຖິ່ນແຫ້ງແລ້ງກັນດານ​ໃຫ້​ຊື່​ໄປ.4ຮ່ອມພູ​ທຸກ​ບ່ອນ​ຈະ​ຖືກ​ຍົກ​ຂຶ້ນ,ພູເຂົາ ແລະ ເນີນພູ​ທຸກ​ແຫ່ງ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ;ພື້ນດິນ​ສູງ​ໂນນ​ຈະ​ຖືກ​ເຮັດ​ໃຫ້​ຮາບພຽງ,ບ່ອນ​ຫລຸບ​ບ່ອນ​ໂນນ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທົ່ງ​ຮາບພຽງ.5ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ຈະ​ໄດ້​ຮັບ​ການ​ເປີດເຜີຍ,ແລະ ມະນຸດ​ທັງໝົດ​ຈະ​ໄດ້​ເຫັນ​ຮ່ວມກັນເພາະ​ປາກ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້​ແລ້ວ”.
6ສຽງ​ໜຶ່ງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ຮ້ອງ”.ແລະ ຂ້າພະເຈົ້າ​ຖາມ​ວ່າ, “ຂ້າພະເຈົ້າ​ຄວນ​ຈະ​ຮ້ອງ​ວ່າ​ແນວໃດ?”ສຽງ​ນັ້ນ​ກ່າວ​ວ່າ, “ມະນຸດ​ທຸກຄົນ​ເປັນ​ເໝືອນ​ຕົ້ນຫຍ້າ,ແລະ ຄວາມຊື່ສັດ​ທັງໝົດ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນ​ດອກໄມ້​ໃນ​ທົ່ງນາ.7ຕົ້ນຫຍ້າ​ຫ່ຽວແຫ້ງ ແລະ ດອກ​ໄມ້​ກໍ​ຫລົ່ນ​ໄປ,ເພາະ​ພຣະເຈົ້າ​ຢາເວ​ໄດ້​ຫາຍໃຈ​ຫົດ​ໃສ່​ພວກມັນ.ແນ່ນອນ ມະນຸດ​ເປັນ​ດັ່ງ​ຕົ້ນຫຍ້າ.8ຕົ້ນຫຍ້າ​ຫ່ຽວແຫ້ງ ແລະ ດອກໄມ້​ກໍ​ຫລົ່ນ​ໄປ,ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ດໍາລົງ​ນິລັນດອນ”.
9ທ່ານ​ຜູ້ນຳ​ຂ່າວ​ດີ​ມາຍັງ​ຊີໂອນ,ຈົ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ​ສູງ.ທ່ານ​ຜູ້ນຳ​ຂ່າວ​ດີ​ມາຍັງ​ເຢຣູຊາເລັມ,ຈົ່ງ​ເປັ່ງ​ສຽງ​ຮ້ອງ​ສຸດ​ສຽງ,ຈົ່ງ​ຍົກ​ສຽງ​ຂຶ້ນ, ຢ່າ​ຢ້ານ​ເລີຍ;ຈົ່ງ​ຮ້ອງ​ບອກ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ວ່າ,“ນີ້​ຄື​ພຣະເຈົ້າ​ຂອງ​ທ່ານ!”10ເບິ່ງ​ແມ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ມາ​ດ້ວຍ​ລິດອຳນາດ,ແລະ ພຣະອົງ​ປົກຄອງ​ດ້ວຍ​ແຂນ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.ເບິ່ງ​ແມ, ບຳເໜັດ​ລາງວັນ​ຂອງ​ພຣະອົງ​ກໍ​ຢູ່​ກັບ​ພຣະອົງ,ແລະ ຄ່າ​ຕອບ​ແທນ​ຂອງ​ພຣະອົງ​ກໍ​ຢູ່​ກັບ​ພຣະອົງ.11ພຣະອົງ​ລ້ຽງດູ​ຝູງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ:ພຣະອົງ​ຮວບຮວມ​ບັນດາ​ລູກແກະ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ພຣະອົງແລະ ອຸ້ມ​ພວກມັນ​ໄວ້​ໃກ້​ເອິກ;ພຣະອົງ​ນຳ​ແມ່​ແກະ​ທີ່​ມີ​ລູກ​ຢ່າງ​ອ່ອນໂຍນ.
12ຜູ້ໃດ​ວັດແທກ​ຫ້ວຍນ້ຳ​ທັງຫລາຍ​ໄດ້​ດ້ວຍ​ອົ້ງມື​ຂອງ​ຕົນ,ແລະ ແທກ​ຂະໜາດ​ຟ້າ​ສະຫວັນ​ດ້ວຍ​ຝາມື?ຜູ້ໃດ​ນໍ​ບັນຈຸ​ຂີ້ຝຸ່ນດິນ​ຂອງ​ໂລກ​ໄວ້​ໃນ​ກະຕ່າ,ຫລື ຊັ່ງ​ນ້ຳໜັກ​ຂອງ​ພູເຂົາ​ເທິງ​ຊິງແລະ ຊັ່ງ​ເນີນພູ​ວ່າ​ໜັກ​ເທົ່າໃດ?13ໃຜ​ຈະ​ເຂົ້າໃຈ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ,ຫລື ເປັນ​ທີ່ປຶກສາ​ໃຫ້​ຄຳ​ແນະນຳ​ແກ່​ພຣະອົງ​ໄດ້?14ຜູ້ໃດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ປຶກສາ​ເພື່ອ​ພຣະອົງ​ຈະ​ໄດ້​ຮູ້​ແຈ້ງ?ແລະ ຜູ້ໃດ​ສອນ​ຫົນທາງ​ທີ່​ຖືກຕ້ອງ​ແກ່​ພຣະອົງ?ຜູ້ໃດ​ເປັນ​ຄົນ​ສອນ​ຄວາມ​ຮູ້​ແກ່​ພຣະອົງ,ແລະ ຊີ້​ນໍາ​ທາງ​ແຫ່ງ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ພຣະອົງ​ໄດ້?
15ແນ່ນອນ ປະຊາຊາດ​ທັງໝົດ​ເປັນ​ເໝືອນ​ນ້ຳ​ຢອດ​ໜຶ່ງ​ໃນ​ຖັງ;ພວກເຂົາ​ປຽບ​ເໝືອນ​ຂີ້ຝຸ່ນ​ເທິງ​ຊິງ;ພຣະເຈົ້າ​ຊັ່ງ​ເກາະ​ຕ່າງໆ​ເໝືອນ​ດັ່ງ​ພວກມັນ​ເປັນ​ພຽງ​ຂີ້ຝຸ່ນດິນ.16ເລບານອນ​ບໍ່​ພໍ​ເປັນ​ຟືນ​ສຳລັບ​ແທ່ນບູຊາ,ສັດ​ທັງຫລາຍ​ຂອງ​ມັນ​ກໍ​ບໍ່​ພໍ​ເປັນ​ເຄື່ອງເຜົາບູຊາ.17ໃນ​ສາຍຕາ​ຂອງ​ພຣະອົງ ຊົນຊາດ​ທັງຫລາຍ​ກໍ​ໄຮ້​ຄ່າ;ພວກເຂົາ​ມີ​ຄ່າ​ອັນໃດ​ສຳລັບ​ພຣະອົງພວກເຂົາ​ບໍ່​ມີ​ຄ່າ​ຫຍັງ.
18ຖ້າ​ເປັນ​ແບບ​ນີ້​ແລ້ວ ທ່ານ​ຈະ​ເອົາ​ພຣະເຈົ້າ​ປຽບ​ກັບ​ຜູ້ໃດ?ທ່ານ​ຈະ​ເອົາ​ພຣະອົງ​ໄປ​ທຽບ​ກັບ​ຮູບເຄົາລົບ​ອົງ​ໃດ?19ສ່ວນ​ຮູບເຄົາລົບ​ນັ້ນ, ຊ່າງ​ກໍ​ຫລໍ່​ຂຶ້ນ,ແລ້ວ​ຊ່າງ​ຄໍາ​ຈຶ່ງ​ຫຸ້ມ​ດ້ວຍ​ຄໍາແລະ ເຮັດ​ສາຍຄໍ​ເງິນ​ໃຫ້​ມັນ.20ຄົນ​ທີ່​ທຸກຍາກ​ເກີນ​ກວ່າ​ຈະ​ຫາ​ເຄື່ອງ​ຖວາຍ​ແບບ​ນັ້ນກໍ​ຈະ​ຫາ​ໄມ້​ທີ່​ບໍ່​ມອດ​ກັດ​ບໍ່​ໄດ້;ພວກເຂົາ​ຫາ​ຊ່າງ​ຝີ​ມື​ຜູ້​ຊຳນານເພື່ອ​ເຮັດ​ຮູບເຄົາລົບ​ຕັ້ງ​ໄວ້​ບໍ່​ໃຫ້​ລົ້ມ​ລົງ.
21ທ່ານ​ບໍ່​ຮູ້​ບໍ?ທ່ານ​ບໍ່​ເຄີຍ​ໄດ້​ຍິນ​ບໍ?ບໍ່​ມີ​ຜູ້ໃດ​ບອກ​ທ່ານ​ຕັ້ງ​ແຕ່​ຕົ້ນ​ບໍ?ທ່ານ​ບໍ່​ເຂົ້າໃຈ​ຕັ້ງ​ແຕ່​ກ່ອນ​ວາງ​ຮາກຖານ​ຂອງ​ໂລກ​ບໍ?22ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ເໜືອ​ເສັ້ນ​ຮອບ​ວົງ​ຂອງ​ໂລກ,ແລະ ປະຊາຊົນ​ໃນ​ໂລກ​ກໍ​ເປັນ​ເໝືອນ​ຕັກແຕນ.ພຣະອົງ​ໄດ້​ກາງ​ຟ້າ​ສະຫວັນ​ອອກ​ດັ່ງ​ກາງ​ຜ້າກັ້ງ,ແລະ ຄຶງ​ມັນ​ດັ່ງ​ເຕັນ ສຳລັບ​ພັກ​ອາໄສ.23ພຣະອົງ​ເຮັດ​ໃຫ້​ບັນດາ​ເຈົ້າ​ຊາຍ​ບໍ່​ມີ​ຫຍັງແລະ ຫລຸດ​ຄ່າ​ບັນດາ​ຜູ້​ປົກຄອງ​ຂອງ​ໂລກ​ໃຫ້​ເປັນ​ສູນ.24ພວກເຂົາ​ຖືກ​ປູກ​ໄດ້​ບໍ່​ດົນ,ແລະ ປູກ​ຂຶ້ນ​ບໍ່​ເທົ່າໃດ,ແມ່ນແຕ່​ຮາກ​ກໍ​ຍັງ​ບໍ່​ທັນ​ຢັ່ງ​ເລິກ​ໃນ​ດິນ,ຈາກນັ້ນ ພຣະອົງ​ກໍ​ເປົ່າ​ລົມ​ໃສ່ ແລະ ພວກເຂົາ​ກໍ​ຫ່ຽວ​ແຫ້ງ​ໄປ,ແລະ ເປັນ​ເໝືອນ​ແກບ​ຖືກ​ກວາດ​ໄປ​ໃນ​ພະຍຸ​ໝູນ.
25ອົງ​ບໍລິສຸດ​ສູງ​ສົ່ງ​ກ່າວ​ວ່າ, “ເຈົ້າ​ຈະ​ປຽບ​ເຮົາ​ກັບ​ຜູ້ໃດ?ຜູ້ໃດ​ຈະ​ທຽບ​ກັບ​ເຮົາ​ໄດ້?”26ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ເບິ່ງ​ຟ້າ​ສະຫວັນ:ຜູ້ໃດ​ໄດ້​ສ້າງ​ສິ່ງ​ທັງປວງ​ເຫລົ່ານີ້?ພຣະອົງ​ຜູ້​ນຳ​ດວງດາວ​ອອກ​ມາ​ເທື່ອ​ລະ​ດວງແລະ ເອີ້ນ​ຊື່​ຂອງ​ພວກມັນ.ເພາະ​ລິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ,ຈຶ່ງ​ບໍ່​ມີ​ດາວ​ຂາດ​ຫາຍ​ໄປ​ຈັກ​ດວງ.
27ຢາໂຄບ, ເປັນຫຍັງ​ເຈົ້າ​ຈຶ່ງ​ຈົ່ມ?ອິດສະຣາເອນ, ເປັນຫຍັງ​ເຈົ້າ​ຈຶ່ງ​ຈົ່ມ,“ທາງ​ຂອງ​ເຮົາ​ຖືກ​ເຊື່ອງ​ໄວ້​ຈາກ​ພຣະເຈົ້າ​ຢາເວ;ພຣະເຈົ້າ​ຂອງ​ເຮົາ​ບໍ່​ສົນໃຈ​ເລື່ອງ​ຂອງ​ເຮົາ”?28ເຈົ້າ​ບໍ່​ຮູ້​ບໍ?ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ບໍ?ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ​ນິລັນດອນ,ພະ​ຜູ້​ສ້າງ​ທຸກສິ່ງ​ໃນ​ໂລກ.ພຣະອົງ​ຈະ​ບໍ່​ອິດເມື່ອຍ ຫລື ອ່ອນລ້າ,ແລະ ຄວາມ​ເຂົ້າໃຈ​ຂອງ​ພຣະອົງ​ບໍ່​ມີ​ຜູ້ໃດ​ຢັ່ງ​ຮູ້​ໄດ້.29ພຣະອົງ​ໃຫ້​ກຳລັງ​ແກ່​ຜູ້​ອິດເມື່ອຍແລະ ເສີມ​ກຳລັງ​ແກ່​ຜູ້​ອ່ອນແອ.30ແມ່ນແຕ່​ຄົນ​ໜຸ່ມ​ກໍ​ຍັງ​ອິດເມື່ອຍ ແລະ ອ່ອນແຮງ,ແລະ ຊາຍ​ໜຸ່ມ​ກໍ​ຍັງ​ສະ​ດຸດ​ລົ້ມ;31ແຕ່​ບັນດາ​ຜູ້​ທີ່​ລໍ​ຄອຍ​ພຣະເຈົ້າ​ຢາເວ​ດ້ວຍ​ຄວາມ​ຫວັງຈະ​ໄດ້​ຮັບ​ການ​ເສີມ​ກຳລັງ​ຂຶ້ນ​ໃໝ່.ພວກເຂົາ​ຈະ​ບິນ​ດ້ວຍ​ປີກ​ເໝືອນ​ນົກອິນຊີ;ພວກເຂົາ​ຈະ​ແລ່ນ​ໄປ ແລະ ບໍ່​ຮູ້​ຈັກ​ອິດເມື່ອຍ,ພວກເຂົາ​ຈະ​ຍ່າງ​ໄປ ແລະ ບໍ່​ອ່ອນເພຍ.

Biblica, Inc.

https://app.library.bible/content/eab9312f9f16b3a2