ເອຊາຢາ39
ຄະນະທູດຈາກບາບີໂລນ
1ໃນເວລານັ້ນເມໂລດັກບາລາດານລູກຊາຍຂອງກະສັດບາລາດານແຫ່ງບາບີໂລນໄດ້ຮູ້ຂ່າວວ່າເຮເຊກີຢາປ່ວຍ ແລະ ບັດນີ້ໄດ້ຫາຍດີເປັນປົກກະຕິແລ້ວ ກໍໄດ້ສົ່ງຈົດໝາຍ ແລະ ຂອງຂັວນມາໃຫ້ເຮເຊກີຢາ.2ເຮເຊກີຢາຕ້ອນຮັບຄະນະທູດດ້ວຍຄວາມຍິນດີ ແລະ ໄດ້ສະແດງສົມບັດທັງໝົດໃນຄັງໃຫ້ພວກເຂົາເບິ່ງ ຄືເງິນ, ຄໍາ, ເຄື່ອງເທດຕ່າງໆ, ນ້ຳມັນຢ່າງດີ ອາວຸດຍຸດທະພັນທັງໝົດ ແລະ ທຸກສິ່ງທຸກຢ່າງທີ່ມີ. ບໍ່ມີຫຍັງໃນວັງ ຫລື ທົ່ວອານາຈັກທີ່ເຮເຊກີຢາບໍ່ໄດ້ສະແດງໃຫ້ພວກເຂົາເບິ່ງ.3ດັ່ງນັ້ນຜູ້ທຳນວາຍເອຊາຢາຈຶ່ງມາຫາກະສັດເຮເຊກີຢາ ແລະ ຖາມວ່າ, “ຄົນພວກນັ້ນໄດ້ເວົ້າຫຍັງ? ແລະ ພວກເຂົາມາຈາກໃສ?”ເຮເຊກີຢາຕອບວ່າ “ມາຈາກບາບີໂລນດິນແດນທາງໄກ”.4ຜູ້ທຳນວາຍໄດ້ຖາມວ່າ, “ພວກເຂົາໄດ້ເຫັນຫຍັງແດ່ໃນວັງຂອງເຈົ້າ?”
ເຮເຊກີຢາຕອບວ່າ “ພວກເຂົາໄດ້ເຫັນທຸກສິ່ງທຸກຢ່າງໃນວັງຂອງເຮົາ, ບໍ່ມີຫຍັງໃນຄັງຂອງເຮົາທີ່ເຮົາບໍ່ໄດ້ໃຫ້ພວກເຂົາເບິ່ງ”.5ເອຊາຢາຈຶ່ງເວົ້າຕໍ່ເຮເຊກີຢາວ່າ, “ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ວ່າ:6ເວລານັ້ນຈະມາເຖິງຢ່າງແນ່ນອນ ເມື່ອທຸກຢ່າງໃນວັງຂອງເຈົ້າ, ແລະ ທຸກສິ່ງທີ່ບັນພະບຸລຸດຂອງເຈົ້າໄດ້ສະສົມໄວ້ຈົນເຖິງມື້ນີ້, ຈະຖືກກວາດໄປຍັງບາບີໂລນ. ຈະບໍ່ມີຫຍັງເຫລືອຢູ່, ພຣະເຈົ້າຢາເວກ່າວດັ່ງນີ້.7ແລະ ເຊື້ອສາຍຂອງເຈົ້າບາງຄົນ, ຜູ້ທີ່ເປັນເລືອດເນື້ອຂອງເຈົ້າ ຄືຜູ້ທີ່ເກີດຈາກເຈົ້າ, ຈະຖືກກວາດຕ້ອນໄປ, ແລະ ຈະກາຍເປັນຂັນທີຢູ່ໃນວັງຂອງກະສັດບາບີໂລນ”.8ເຮເຊກີຢາຕອບວ່າ “ຖ້ອຍຄໍາຂອງພຣະເຈົ້າຢາເວຕາມທີ່ທ່ານກ່າວມາກໍດີຢູ່”, ເພາະເຮເຊກີຢາຄິດວ່າ, “ຢ່າງໜ້ອຍກໍຍັງມີຄວາມສະຫງົບສຸກ ແລະ ຄວາມຫມັ້ນຄົງປອດໄພໃນຊົ່ວອາຍຸຂອງເຮົາ”.
Biblica, Inc.