ເອຊາຢາ3

ການພິພາກສາ​ເໜືອ​ເຢຣູຊາເລັມ ແລະ ຢູດາຍ

1ບັດນີ້ ເບິ່ງ​ແມ້, ອົງພຣະຜູ້ເປັນເຈົ້າ,ພຣະເຈົ້າ​ຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,ກໍ​ກຳລັງ​ຈະ​ເອົາ​ໄປ​ຈາກ​ເຢຣູຊາເລັມ ແລະ ຢູດາຍທັງ​ສະບຽງ ແລະ ຄວາມ​ຊ່ວຍເຫລືອ​ຄື:ສະບຽງ​ອາຫານ​ທັງໝົດ ແລະ ນໍ້າ​ທັງໝົດ,2ວິລະ​ບູລຸດ ແລະ ນັກຮົບ,ຜູ້ພິພາກສາ ແລະ ຜູ້ທຳນວາຍ,ໝໍດູ ແລະ ຜູ້​ອາວຸໂສ,3ນາຍ​ທະຫານ ແລະ ຂຸນນາງ,ທີ່ປຶກສາ, ຊ່າງ​ຝີມື ແລະ ໝໍຜີ​ທີ່​ສະຫລາດ.
4“ເຮົາ​ຈະ​ຕັ້ງ​ຄົນໜຸ່ມ​ເປັນ​ຂ້າລາຊະການ​ຂອງ​ພວກເຂົາ;ໃຫ້​ເດັກນ້ອຍ​ເປັນ​ຜູ້ປົກຄອງ​ພວກເຂົາ”.
5ປະຊາຊົນ​ຈະ​ຂົ່ມເຫັງ​ກັນ​ເອງມະນຸດ​ຕໍ່ສູ້​ມະນຸດ, ເພື່ອນບ້ານ​ຕໍ່ສູ້​ເພື່ອນບ້ານ.ຄົນໜຸ່ມ​ຈະ​ລຸກຂຶ້ນ​ຕໍ່ສູ້​ຜູ້ອາວຸໂສ,ບໍ່ມີ​ໃຜ​ຕໍ່ສູ້​ຜູ້​ມີ​ກຽດ​ຊື່​ສຽງ.
6ຄົນ​ໜຶ່ງ​ຈະ​ຈັບ​ພີ່ນ້ອງ​ຂອງ​ຕົນໃນ​ບ້ານ​ພໍ່​ຂອງ​ຕົນ ແລະ ເວົ້າ​ວ່າ,“ເຈົ້າ​ມີ​ເສື້ອ​ຄຸມ, ຂໍ​ໃຫ້​ເຈົ້າ​ເປັນ​ຜູ້ນຳ​ຂອງ​ພວກເຮົາ;ມາ​ຮັບຜິດຊອບ​ກອງ​ຫັກພັງ​ນີ້!”7ແຕ່​ໃນ​ວັນ​ນັ້ນ​ຄົນ​ນັ້ນ​ຈະ​ຮ້ອງ​ວ່າ,“ຂ້ອຍ​ຊ່ວຍ​ຫຍັງ​ບໍ່​ໄດ້.ໃນ​ບ້ານ​ຂອງ​ຂ້ອຍ​ບໍ່​ມີ​ອາຫານ ຫລື ເຄື່ອງນຸ່ງ;ຢ່າ​ໃຫ້​ຂ້ອຍ​ເປັນ​ຜູ້ນຳ​ປະຊາຊົນ​ເລີຍ”.
8ເຢຣູຊາເລັມ​ໂຊເຊ,ຢູດາຍ​ກໍ​ກໍາລັງ​ລົ້ມ​ລົງ;ຄໍາເວົ້າ ແລະ ການ​ກະທໍາ​ຂອງ​ພວກເຂົາ​ແມ່ນ​ຕໍ່ຕ້ານ​ພຣະເຈົ້າ​ຢາເວ,ດູຖູກ​ສະຫງ່າລາສີ​ຕໍ່ໜ້າ​ພຣະອົງ.9ສີ​ໜ້າ​ຂອງ​ພວກເຂົາ​ກໍ​ຟ້ອງ​ພວກເຂົາ​ເອງ;ພວກເຂົາ​ອວດ​ບາບ​ຂອງ​ຕົນ​ເໝືອນ​ໂຊໂດມ;ພວກເຂົາ​ບໍ່​ໄດ້​ເຊື່ອງ​ມັນ​ໄວ້.ວິບັດ​ແກ່​ພວກເຂົາ!ພວກເຂົາ​ໄດ້​ນຳ​ໄພພິບັດ​ມາ​ສູ່​ຕົນ​ເອງ.
10ຈົ່ງ​ບອກ​ຄົນ​ຊອບທຳ​ວ່າ​ພວກເຂົາ​ຈະ​ຢູ່​ເຢັນ​ເປັນ​ສຸກ,ເພາະ​ພວກເຂົາ​ຈະ​ໄດ້​ຊື່ນຊົມ​ກັບ​ຜົນ​ຈາກ​ການ​ກະທໍາ​ຂອງ​ພວກເຂົາ.11ວິບັດ​ແກ່​ຄົນ​ຊົ່ວຮ້າຍ!ໄພພິບັດ​ກໍ​ຕົກ​ຖືກ​ພວກເຂົາ!ພວກເຂົາ​ຈະ​ໄດ້​ຮັບ​ຄືນ​ໃນ​ສິ່ງກັບ​ສິ່ງ​ທີ່​ມື​ຂອງ​ພວກເຂົາ​ໄດ້​ເຮັດ.
12ຄົນໜຸ່ມ​ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ,ພວກ​ແມ່ຍິງ​ປົກຄອງ​ພວກເຂົາ.ປະຊາຊົນ​ຂອງ​ເຮົາ, ຜູ້ນຳທາງ​ຂອງ​ພວກເຈົ້າ​ພາ​ພວກເຈົ້າ​ຫລົງຜິດ;ພວກເຂົາ​ເຮັດ​ໃຫ້​ເຈົ້າ​ອອກ​ນອກ​ທາງ.
13ພຣະເຈົ້າ​ຢາເວ​ຢູ່​ເໜືອ​ບັນລັງ​ໃນ​ສານ;ພຣະອົງ​ລຸກຂຶ້ນ​ພິພາກສາ​ປະຊາຊົນ.14ພຣະເຈົ້າ​ຢາເວ​ມາ​ພິພາກສາຕໍ່ສູ້​ບັນດາ​ຜູ້ອາວຸໂສ ແລະ ພວກຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ:ໂດຍ​ເວົ້າ​ວ່າ “ພວກເຈົ້າ​ເປັນ​ຜູ້​ທຳລາຍ​ສວນ​ອະງຸ່ນ​ຂອງ​ເຮົາ;ຊັບສົມບັດ​ທີ່​ປຸ້ນ​ມາ​ຈາກ​ຄົນທຸກຍາກ​ກໍ​ຢູ່​ໃນ​ບ້ານ​ຂອງ​ພວກເຈົ້າ.15ພວກເຈົ້າ​ຄິດ​ແນວໃດ​ຈຶ່ງ​ກ້າ​ກົດຂີ່​ປະຊາຊົນ​ຂອງ​ເຮົາແລະ ຢຽບຢໍ່າ​ໜ້າ​ຂອງ​ຜູ້​ທຸກຍາກ?”ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ປະກາດ​ດັ່ງ​ນີ້.
16ພຣະເຈົ້າ​ຢາເວ​ກ່າວ​ວ່າ,“ຍິງ​ຊາວ​ຊີໂອນ​ຈອງຫອງ,ຍ່າງ​ໄປ​ຕາມ​ທາງ​ໂດຍ​ຢຽດ​ຄໍ​ອອກ,ຫວ່ານ​ສະເໜ່​ດ້ວຍ​ຕາ​ຂອງ​ພວກເຂົາ,ຍ່າງ​ໄປ​ມາ​ດ້ວຍ​ສະໂພກ​ໂຍກຍ້າຍ,ປອກຂາ​ຂອງ​ພວກເຂົາ​ສົ່ງ​ສຽງ​ດັງ​ເປັນ​ຈັງຫວະ.17ເຫດສະນັ້ນ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ຫົວ​ຂອງ​ຍິງ​ຊາວ​ຊີໂອນ​ເປັນ​ບາດ;ພຣະເຈົ້າ​ຢາເວ​ຈະ​ເຮັດ​ໃຫ້​ພວກນາງ​ຫົວ​ລ້ານ”.
18ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ຈະ​ເອົາ​ເຄື່ອງປະດັບ​ອັນ​ງົດງາມ​ຂອງ​ພວກນາງ​ໄປ​ຄື: ປອກຂາ ແລະ ຜ້າ​ຄຽນ​ຫົວ, ສາຍຄໍ​ຮູບ​ວົງເດືອນ,19ຕຸ້ມຫູ ແລະ ສາຍແຂນ ແລະ ຜ້າປົກໜ້າ,20ຜ້າ​ຄຽນ​ຫົວ ແລະ ປອກຂາ, ຜ້າ​ຮັດ​ແອວ ແລະ ຂວດ​ນ້ຳຫອມ ແລະ ເຄື່ອງລາງ,21ແຫວນ​ຕາ ແລະ ຫ່ວງ​ເກາະ​ດັງ,22ຊຸດ​ອອກ​ງານ ແລະ ເສື້ອຄຸມ, ຜ້າຄຸມ ແລະ ກະເປົາ​ເງິນ23ແວ່ນ ແລະ ຊຸດ​ຜ້າ​ລິນິນ ແລະ ມົງກຸດ ແລະ ຜ້າ​ຄຸມ​ໄຫລ່.24ກິ່ນ​ເໝັນ​ກຸ້ມ​ຈະ​ມາ​ແທນ​ກິ່ນ​ຫອມ​ກຸ້ມ;ເຊືອກ​ຈະ​ມາ​ແທນ​ຜ້າ​ມັດ​ແອວ;ຫົວລ້ານ​ຈະ​ມາ​ແທນ​ຊົງຜົມ​ສວຍ​ງາມ;ເຄື່ອງນຸ່ງ​ຜ້າ​ກະສອບ​ຈະ​ມາ​ແທນ​ເຄື່ອງນຸ່ງ​ຢ່າງ​ດີ;ຄວາມ​ຂາຍໜ້າ​ຈະ​ມາ​ແທນ​ຄວາມ​ງາມ.25ພວກ​ຜູ້ຊາຍ​ຂອງ​ພວກເຈົ້າ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ,ພວກ​ນັກຮົບ​ຈະ​ຕາຍ​ໃນ​ສົງຄາມ.26ປະຕູ​ຕ່າງໆ​ຂອງ​ຊີໂອນ​ຈະ​ຮ້ອງໄຫ້ ແລະ ຄ່ຳຄວນ;ດ້ວຍ​ຄວາມ​ຂັດສົນ, ນາງ​ຈະ​ນັ່ງ​ລົງ​ພື້ນ​ດິນ.

Biblica, Inc.

https://app.library.bible/content/eab9312f9f16b3a2