ເອຊາຢາ38
ການປ່ວຍຂອງເຮເຊກີຢາ
1ໃນເວລານັ້ນເຮເຊກີຢາເຈັບໜັກ ແລະ ເຖິງຂັ້ນໃກ້ຈະຕາຍ. ຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດມາເຂົ້າພົບເພິ່ນ ແລະ ເວົ້າວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງຈັດການບ້ານເມືອງໃຫ້ຮຽບຮ້ອຍ, ເພາະເຈົ້າຈະບໍ່ຫາຍປ່ວຍ; ແຕ່ເຈົ້າກຳລັງຈະຕາຍ”.2ເຮເຊກີຢາຫັນໜ້າເຂົ້າຫາຝາ ແລະ ອະທິຖານຕໍ່ພຣະເຈົ້າຢາເວວ່າ,3“ຂ້າແດ່ພຣະເຈົ້າຢາເວຂໍໂຜດລະນຶກວ່າຂ້ານ້ອຍໄດ້ດຳເນີນຊີວິດຢູ່ໃນທາງຂອງພຣະອົງຢ່າງສັດຊື່ ແລະ ຍອມອຸທິດຕົນຢ່າງໝົດໃຈ ແລະ ເຮັດສິ່ງທີ່ດີໃນສາຍຕາຂອງພຣະອົງແນວໃດ”. ແລ້ວເຮເຊກີຢາກໍຮ້ອງໄຫ້ຢ່າງຂົມຂື່ນ.4ຈາກນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງເອຊາຢາວ່າ:5“ຈົ່ງໄປບອກເຮເຊກີຢາວ່າ, ‘ພຣະເຈົ້າຢາເວພຣະເຈົ້າຂອງດາວິດ, ບັນພະບູລຸດຂອງທ່ານກ່າວດັ່ງນີ້ວ່າ: ເຮົາໄດ້ຍິນຄຳອະທິຖານ ແລະ ໄດ້ເຫັນນ້ຳຕາຂອງເຈົ້າແລ້ວ; ເຮົາຈະຕໍ່ອາຍຸໃຫ້ເຈົ້າອີກສິບຫ້າປີ.6ເຮົາຈະຊ່ວຍເຈົ້າກັບເມືອງນີ້ໃຫ້ພົ້ນຈາກມືກະສັດອັດຊີເຣຍ. ເຮົາຈະປົກປ້ອງເມືອງນີ້ໄວ້.7“ ‘ນີ້ເປັນໝາຍສຳຄັນທີ່ພຣະເຈົ້າຢາເວໃຫ້ແກ່ທ່ານເພື່ອສະແດງວ່າພຣະເຈົ້າຢາເວຈະເຮັດຕາມທີ່ໄດ້ສັນຍາໄວ້ຄື:8ເຮົາຈະເຮັດໃຫ້ເງົາທີ່ຕາເວັນສ່ອງລົງເທິງຂັ້ນໄດຂອງອາຮາດເຄື່ອນຖອຍຫລັງໄປສິບຂັ້ນ’ ” ດັ່ງນັ້ນ ແສງຕາເວັນຈຶ່ງຖອຍຫລັງກັບໄປຈາກທີ່ນັ້ນສິບຂັ້ນ.9ເມື່ອກະສັດເຮເຊກີຢາແຫ່ງຢູດາຍຫາຍດີ: ເພິ່ນໄດ້ຂຽນໄວ້ວ່າ:10ຂ້ານ້ອຍໄດ້ເວົ້າວ່າ, “ໃນເວລາທີ່ຊີວິດຂອງຂ້ານ້ອຍຮຸ່ງເຮືອງທີ່ສຸດຂ້ານ້ອຍຈະຕ້ອງຜ່ານເຂົ້າປະຕູແຫ່ງຄວາມຕາຍບໍແລະ ປີທີ່ເຫລືອຢູ່ຂອງຂ້ານ້ອຍກໍຈະຕ້ອງຖືກລັກໄປບໍ?”11ຂ້ານ້ອຍໄດ້ເວົ້າວ່າ, “ຂ້ານ້ອຍຈະບໍ່ໄດ້ເຫັນພຣະເຈົ້າຢາເວອີກແລ້ວຈະບໍ່ເຫັນພຣະເຈົ້າຢາເວໃນແດນຜູ້ມີຊີວິດອີກຕໍ່ໄປ;ຂ້ານ້ອຍຈະບໍ່ໄດ້ເຫັນມະນຸດອີກແລ້ວ,ຫລື ຈະບໍ່ໄດ້ຢູ່ຮ່ວມກັບໝູ່ມະນຸດໃນໂລກນີ້ອີກຕໍ່ໄປ.12ເຮືອນຂອງຂ້ານ້ອຍຖືກຮື້ ແລະ ນຳໄປຈາກຂ້ານ້ອຍ.ເໝືອນເຕັນ ຂອງຄົນລ້ຽງແກະຖືກຖອນອອກໄປ.ຂ້ານ້ອຍມ້ວນເກັບຊີວິດຂອງຂ້ານ້ອຍດັ່ງຊ່າງຕໍ່າຜ້າແລະ ພຣະອົງໄດ້ຕັດຂ້ານ້ອຍອອກຈາກຫູກ;ທັງເວັນທັງຄືນພຣະອົງໄດ້ນຳຂ້ານ້ອຍມາເຖິງຈຸດຈົບ.13ຂ້ານ້ອຍອົດທົນລໍຖ້າຈົນຮຸ່ງເຊົ້າ,ແຕ່ພຣະອົງໄດ້ຫັກກະດູກທັງໝົດຂອງຂ້ານ້ອຍດັ່ງໂຕສິງ;ທັງເວັນທັງຄືນພຣະອົງໄດ້ນຳຂ້ານ້ອຍມາເຖິງຈຸດຈົບ.14ຂ້ານ້ອຍຮ້ອງໄຫ້ວ່ອງໄວ ຫລື ຄືນົກແອ່ນ,ຂ້ານ້ອຍຄວນຄາງເໝືອນນົກເຂົາທີ່ໄວ້ທຸກ.ຕາຂອງຂ້ານ້ອຍອ່ອນແຮງເມື່ອແນມເບິ່ງຟ້າສະຫວັນ.ຂ້າແດ່ອົງພຣະຜູ້ເປັນເຈົ້າ; ຂ້ານ້ອຍເປັນທຸກຫລາຍ, ໂຜດມາຊ່ວຍຂ້ານ້ອຍດ້ວຍ!”15ແຕ່ຂ້ານ້ອຍຈະເວົ້າຫຍັງໄດ້?ພຣະອົງໄດ້ກ່າວກັບຂ້ານ້ອຍ ແລະ ແມ່ນພຣະອົງເອງທີ່ເຮັດສິ່ງນີ້.ຂ້ານ້ອຍຈະເດີນໄປດ້ວຍຄວາມຖ່ອມໃຈຕະຫລອດຊີວິດຂອງຂ້ານ້ອຍເພາະຄວາມຂົມຂື່ນໃນວິນຍານຂອງຂ້ານ້ອຍ.16ຂ້າແດ່ອົງພຣະຜູ້ເປັນເຈົ້າ, ມະນຸດດຳລົງຊີວິດຢູ່ໄດ້ດ້ວຍສິ່ງເຫລົ່ານີ້ແລະ ຈິດວິນຍານຂອງຂ້ານ້ອຍພົບຊີວິດໃນສິ່ງເຫລົ່ານີ້ດ້ວຍ.ພຣະອົງໄດ້ເຮັດໃຫ້ຂ້ານ້ອຍຫາຍດີແລະ ໃຫ້ຂ້ານ້ອຍມີຊີວິດຢູ່.17ແນ່ນອນ ທີ່ຂ້ານ້ອຍທຸກທໍລະມານແບບນີ້ກໍເປັນຜົນປະໂຫຍດແກ່ຂ້ານ້ອຍເອງ.ໂດຍຄວາມຮັກຂອງພຣະອົງ ພຣະອົງໄດ້ປົກປ້ອງຂ້ານ້ອຍໃຫ້ພົ້ນຈາກຄວາມຈິບຫາຍ;ພຣະອົງໄດ້ນຳບາບທັງໝົດຂອງຂ້ານ້ອຍໄປໄວ້ດ້ານຫລັງຂອງພຣະອົງ.18ເພາະຂຸມຝັງສົບບໍ່ສາມາດສັນລະເສີນພຣະອົງ,ຄວາມຕາຍບໍ່ສາມາດຮ້ອງເພງສັນລະເສີນພຣະອົງ;ບັນດາຜູ້ທີ່ລົງໄປສູ່ເຫວເລິກບໍ່ສາມາດຫວັງໃນຄວາມສັດຊື່ຂອງພຣະອົງ.19ຜູ້ມີຊີວິດເທົ່ານັ້ນສາມາດສັນລະເສີນພຣະອົງ,ດັ່ງທີ່ຂ້ານ້ອຍກຳລັງເຮັດຢູ່ໃນມື້ນີ້;ບັນດາພໍ່ແມ່ບອກເຖິງຄວາມສັດຊື່ຂອງພຣະອົງແກ່ລູກທັງຫລາຍຂອງພວກເຂົາ.20ພຣະເຈົ້າຢາເວຈະຊ່ວຍຂ້ານ້ອຍໃຫ້ລອດພົ້ນ,ແລະ ພວກເຮົາຈະຮ້ອງເພງດ້ວຍກິດຕາ ແລະ ພິນຕະຫລອດວັນຄືນຊີວິດຂອງພວກເຮົາໃນວິຫານຂອງພຣະເຈົ້າຢາເວ.21ເອຊາຢາໄດ້ເວົ້າວ່າ, “ຈົ່ງຕຽມຢາຈາກໝາກເດື່ອ ແລ້ວນຳໄປໂພະໃສ່ຝີນັ້ນ, ແລະ ເພິ່ນຈະຫາຍດີ”.22ເຮເຊກີຢາໄດ້ຖາມວ່າ, “ສິ່ງໃດຈະເປັນໝາຍສຳຄັນໃຫ້ຮູ້ວ່າເຮົາຈະຂຶ້ນໄປຍັງວິຫານຂອງພຣະເຈົ້າຢາເວໄດ້ອີກ?”Biblica, Inc.