ເອຊາຢາ37

ຄຳ​ທຳນວາຍ​ວ່າ​ເຢຣູຊາເລັມ​ຈະ​ໄດ້​ຮັບ​ການ​ຊ່ວຍ​ກູ້

1ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຍິນ​ດັ່ງ​ນີ້​ກໍ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ ແລະ ນຸ່ງ​ຜ້າກະສອບ ແລ້ວ​ເຂົ້າ​ສູ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ.2ເພິ່ນ​ໄດ້​ສົ່ງ​ເອລີອາກິມ ຜູ້​ບໍລິຫານ​ວັງ, ເຊັບນາ ຜູ້​ເປັນ​ເລຂາ ແລະ ບັນດາ​ປະໂລຫິດ​ອາວຸໂສ ໄປ​ພົບ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ, ທຸກຄົນ​ລ້ວນ​ແຕ່​ນຸ່ງ​ຊຸດ​ຜ້າກະສອບ.3ພວກເຂົາ​ໄດ້​ເວົ້າ​ກັບ​ເອຊາຢາ​ວ່າ, “ເຮເຊກີຢາ​ໄດ້​ເວົ້າ​ດັ່ງນີ້​ວ່າ: ວັນ​ນີ້​ເປັນ​ວັນ​ແຫ່ງ​ຄວາມ​ທຸກຍາກລຳບາກ, ການ​ຕຳໜິ ແລະ ຄວາມ​ອັບອາຍ ເໝືອນ​ກັບ​ເວລາ​ທີ່​ເດັກນ້ອຍ​ກຳລັງ​ຈະ​ເກີດ​ມາ ແລະ ຜູ້​ເປັນ​ແມ່​ບໍ່​ມີ​ແຮງ​ຈະ​ເບັ່ງ​ພວກເຂົາ​ອອກ​ມາ.4ບາງເທື່ອ​ພຣະເຈົ້າ​ຢາເວ​ພຣະເຈົ້າ​ຂອງ​ທ່ານ​ຈະ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ຜູ້ບັນຊາການ, ທີ່​ກະສັດ​ອັດຊີເຣຍ​ເຈົ້ານາຍ​ຂອງ​ລາວ, ໄດ້​ໃຊ້​ມາ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່, ແລະ ພຣະອົງ​ຈະ​ລົງໂທດ​ລາວ​ຍ້ອນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ໄດ້​ຍິນ​ນັ້ນ. ເຫດສະນັ້ນ ຂໍ​ອະທິຖານ​ເພື່ອ​ພວກເຮົາ​ທີ່​ເຫລືອ​ຢູ່​ນີ້​ດ້ວຍ”.
5ເມື່ອ​ບັນດາ​ຂ້າລາຊະການ​ຂອງ​ກະສັດ​ເຮເຊກີຢາ​ມາພົບ​ເອຊາຢາ,6ເອຊາຢາ​ກໍ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ນາຍ​ຂອງ​ທ່ານ​ວ່າ, ‘ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ຢ່າ​ຢ້ານ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ ຄື​ບັນດາ​ຖ້ອຍ​ຄຳ​ທີ່​ລູກ​ນ້ອງ​ຂອງ​ກະສັດ​ອັດຊີເຣຍ​ໄດ້​ໝິ່ນປະໝາດ​ເຮົາ.7ຈົ່ງ​ຟັງ! ເມື່ອ​ໃດ​ທີ່​ລາວ​ໄດ້​ຍິນ​ຂ່າວ​ຈາກ​ການ​ລາຍງານ, ເຮົາ​ຈະ​ເຮັດ​ໃຫ້​ລາວ​ຢາກ​ກັບ​ຄືນ​ໄປ​ທີ່​ປະເທດ​ຂອງ​ຕົນ ແລະ ເຮົາ​ຈະ​ໃຫ້​ຖືກ​ຂ້າ​ດ້ວຍ​ດາບ​ຢູ່​ທີ່​ນັ້ນ’ ”.
8ເມື່ອ​ຜູ້ບັນຊາການ​ກອງທັບ​ອັດຊີເຣຍ​ໄດ້​ຂ່າວ​ວ່າ​ກະສັດ​ຂອງ​ຕົນ​ໄດ້​ອອກ​ໄປ​ຈາກ​ລາກິດ​ແລ້ວ, ກໍ​ຖອນ​ທັບ​ໄປ ແລະ ພົບ​ລາວ​ກຳລັງ​ສູ້ຮົບ​ຢູ່​ກັບ​ເມືອງ​ລິບນາ.
9ແລ້ວ​ເຊັນນາເກຣິບ​ກໍ​ໄດ້​ຮັບ​ລາຍງານ​ວ່າ​ຕີຣາກາ ກະສັດ​ແຫ່ງ​ກູເຊ ແຫ່ງ​ເອຢິບ​ຍົກທັບ​ຈະ​ມາ​ສູ້ຮົບ​ກັບ​ເພິ່ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ເຮເຊກີຢາ​ພ້ອມ​ກັບ​ຖ້ອຍຄຳ​ວ່າ:10“ຈົ່ງ​ໄປ​ບອກ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ດັ່ງນີ້​ວ່າ: ຢ່າ​ຍອມ​ໃຫ້​ພະ​ທີ່​ທ່ານ​ເພິ່ງ​ພາ​ນັ້ນ​ຫລອກລວງ​ທ່ານ​ເມື່ອ​ເພິ່ນ​ກ່າວ​ວ່າ, ‘ເຢຣູຊາເລັມ​ຈະ​ບໍ່​ຕົກ​ຢູ່​ໃນ​ມື​ກະສັດ​ອັດຊີເຣຍ’.11ທ່ານ​ກໍ​ຮູ້​ດີ​ວ່າ​ບັນດາ​ກະສັດ​ອັດຊີເຣຍ​ໄດ້​ເຮັດຫຍັງ​ແກ່​ປະເທດ​ທັງໝົດ, ກະສັດ​ເຫລົ່ານັ້ນ​ໄດ້​ທຳລາຍ​ລ້າງ​ທຸກສິ່ງ​ທຸກ​ຢ່າງ ແລ້ວ​ທ່ານ​ຈະ​ໄດ້​ຮັບ​ການ​ກອບກູ້​ບໍ?12ບັນດາ​ພະ​ຂອງ​ຊົນຊາດ​ຕ່າງໆ​ທີ່​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ທຳລາຍ​ລ້າງ​ໄປ​ນັ້ນ​ໄດ້​ຊ່ວຍ​ກອບກູ້​ພວກເຂົາ​ໄວ້​ບໍ ຄື​ພະ​ທັງຫລາຍ​ຂອງ​ໂກຊານ, ຮາຣານ, ເຣເຊັບ ແລະ ຄົນ​ເອເດນ​ທີ່​ຢູ່​ໃນ​ເຕລາສາ?13ກະສັດ​ແຫ່ງ​ນະຄອນ​ຮາມັດ ກະສັດ​ອັກປັດ, ກະສັດ​ເສຟາກວາອິມ, ເຮນາ ແລະ ອີວາ​ຢູ່​ໃສ?”

ຄຳ​ອະທິຖານ​ຂອງ​ເຮເຊກີຢາ

14ເມື່ອ​ເຮເຊກີຢາ​ໄດ້​ຮັບ​ຂໍ້ຄວາມ​ສະບັບ​ນີ້​ຈາກ​ຜູ້ສົ່ງຂ່າວ ແລະ ອ່ານ​ຈົບ. ແລ້ວ​ເພິ່ນ​ກໍ​ໄດ້​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ພື​ໜັງສື​ນັ້ນ​ອອກ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.15ແລະ ເຮເຊກີຢາ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ​ວ່າ:16“ຂ້າແດ່​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້​ຢູ່​ເທິງ​ບ່ອນ​ນັ່ງ​ລະຫວ່າງ​ເຄຣຸບ, ພຣະອົງ​ຜູ້​ດຽວ​ທີ່​ເປັນ​ພຣະເຈົ້າ​ເໜືອ​ອານາຈັກ​ທັງໝົດ​ຂອງ​ໂລກ. ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ.17ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ຫງ່ຽງຫູ ແລະ ຟັງ, ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ເບິ່ງ ແລະ ຟັງ​ຖ້ອຍ​ຄຳ​ທັງໝົດ​ທີ່​ເຊັນນາເກຣິບ​ໄດ້​ສົ່ງ​ມາ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່.
18“ຂ້າແດ່​ພຣະເຈົ້າ​ຢາເວ, ເປັນ​ຄວາມຈິງ​ທີ່​ບັນດາ​ກະສັດ​ອັດຊີເຣຍ​ໄດ້​ທຳລາຍ​ຊົນຊາດ​ທັງໝົດ​ນີ້ ແລະ ແຜ່ນດິນ​ຂອງ​ພວກເຂົາ.19ພວກເຂົາ​ໄດ້​ເຜົາ​ທຳລາຍ​ພະ​ຂອງ​ຄົນ​ເຫລົ່າ​ນັ້ນ​ຖິ້ມ​ເພາະ​ພະ​ເຫລົ່ານັ້ນ​ບໍ່ແມ່ນ​ພຣະເຈົ້າ ເປັນ​ພຽງ​ແຕ່​ໄມ້ ແລະ ຫີນ, ທີ່​ເຮັດ​ຂຶ້ນ​ດ້ວຍ​ມື​ມະນຸດ.20ບັດນີ້, ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ, ຂໍ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ລາວ​ດ້ວຍ, ເພື່ອ​ອານາຈັກ​ທັງໝົດ​ໃນ​ໂລກ​ນີ້​ຈະ​ໄດ້​ຮູ້​ວ່າ, ພຣະເຈົ້າ​ຢາເວ, ພຣະອົງ​ແຕ່​ພຽງ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ”.

ການ​ລົ້ມ​ຈົມ​ຂອງ​ເຊັນນາເກຣິບ

21ດັ່ງນັ້ນ ເອຊາຢາ​ລູກຊາຍ​ອາໂມດ​ຈຶ່ງ​ໄດ້​ສົ່ງ​ຂໍ້ຄວາມ​ມາ​ຫາ​ເຮເຊກີຢາ​ວ່າ: “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ກ່າວ​ວ່າ: ເພາະ​ເຈົ້າ​ໄດ້​ອະທິຖານ​ເລື່ອງ​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ຕໍ່​ເຮົາ,22ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ເຖິງ​ເຊັນນາເກຣິບ​ດັ່ງ​ນີ້​ວ່າ:“ລູກສາວ​ພົມມະຈາລີ​ແຫ່ງ​ຊີໂອນດູໝິ່ນ ແລະ ເຢາະເຍີ້ຍ​ເຈົ້າ.ລູກສາວ​ແຫ່ງ​ເຢຣູຊາເລັມແກວ່ງ​ຫົວ​ເມື່ອ​ເຈົ້າ​ປົບ​ໜີ.23ຜູ້​ໃດ​ທີ່​ເຈົ້າ​ເວົ້າ​ໝິ່ນປະໝາດ ແລະ ເຢາະເຢີ້ຍ?ເຈົ້າ​ຂຶ້ນ​ສຽງແລະ ເຮັດ​ຕາ​ຈອງຫອງ​ໃສ່​ຜູ້ໃດ?ຕໍ່​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ບໍ!24ເຈົ້າ​ໃຊ້​ຜູ້ສົ່ງຂ່າວ​ຂອງ​ເຈົ້າມາ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ​ຢາເວ.ແລະ ເຈົ້າ​ໄດ້​ເວົ້າ​ວ່າ,‘ດ້ວຍ​ລົດຮົບ​ທັງຫລາຍ​ຂອງ​ເຮົາເຮົາ​ໄດ້​ຂຶ້ນ​ໄປ​ເຖິງ​ບັນດາ​ຍອດ​ພູເຂົາ​ສູງ,ສູ່​ຍອດ​ສູງ​ທີ່ສຸດ​ແຫ່ງ​ເລບານອນ.ເຮົາ​ໄດ້​ຕັດ​ບັນດາ​ຕົ້ນໄມ້ສີດາ​ທີ່​ສູງ​ທີ່ສຸດ,ແລະ ຕົ້ນສົນ​ທີ່​ດີ​ທີ່ສຸດ.ເຮົາ​ໄດ້​ຂຶ້ນ​ໄປ​ຮອດ​ຍອດ​ທີ່​ສູງ​ທີ່ສຸດ,ຄື​ປ່າ​ອັນ​ອຸດົມ​ສົມບູນ​ທີ່ສຸດ.25ເຮົາ​ໄດ້​ຂຸດ​ນ້ຳສ້າງ​ຫລາຍ​ແຫ່ງ​ໃນ​ຕ່າງ​ແດນແລະ ໄດ້​ດື່ມ​ນ້ຳ​ຢູ່​ທີ່​ນັ້ນ.ດ້ວຍ​ຕີນ​ຂອງ​ເຮົາສາຂາ​ຂອງ​ແມ່ນ້ຳ​ນິນ​ໃນ​ເອຢິບ​ກໍ​ແຫ້ງ’.
26“ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ບໍ?ເຮົາ​ໄດ້​ສັ່ງ​ໄວ້​ແຕ່​ດົນນານ​ມາ​ແລ້ວ.ເຮົາ​ໄດ້​ວາງແຜນ​ໄວ້​ຕັ້ງ​ແຕ່​ອະ​ດີດ;ແລະ ບັດນີ້​ເຮົາ​ກໍ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ນັ້ນ,ຄື​ໃຫ້​ເຈົ້າ​ປ່ຽນ​ປ້ອມ​ປ້ອງກັນ​ເມືອງ​ທັງຫລາຍໃຫ້​ກາຍເປັນ​ກອງ​ຫີນ.27ປະຊາຊົນ​ຂອງ​ພວກເຂົາ​ໝົດ​ອຳນາດ,ຕົກໃຈ ແລະ ອັບອາຍ.ພວກເຂົາ​ເປັນ​ດັ່ງ​ພືດພັນ​ໃນ​ທົ່ງນາ,ພວກເຂົາ​ເປັນ​ເໝືອນ​ໜໍ່​ອ່ອນ​ຂຽວ​ສົດ,ເໝືອນ​ຫຍ້າ​ງອກ​ຂຶ້ນ​ເທິງ​ຫລັງຄາ,ຖືກ​ແດດ​ແຜດເຜົາ​ກ່ອນ​ຈະ​ໃຫຍ່​ຂຶ້ນ​ມາ.
28“ແຕ່​ເຮົາ​ຮູ້​ວ່າ​ເຈົ້າ​ມາ​ຈາກ​ໃສແລະ ເຈົ້າ​ມາ ແລະ ໄປ​ຕອນ​ໃດ.ແລະ ຮູ້​ວ່າ​ເຈົ້າ​ໃຈຮ້າຍ​ເຮົາ​ສໍ່າ​ໃດ.29ເພາະ​ເຈົ້າ​ໃຈຮ້າຍ​ໃສ່​ເຮົາແລະ ເພາະ​ຄໍາເວົ້າ​ອວດຕົວ​ຂອງ​ເຈົ້າ​ມາ​ຮອດ​ຫູ​ຂອງ​ເຮົາ,ເຮົາ​ຈະ​ເອົາ​ເບັດ​ກ່ຽວ​ດັງ​ຂອງ​ເຈົ້າແລະ ເອົາ​ບັງຫຽນ​ໃສ່​ປາກ​ຂອງ​ເຈົ້າ,ແລະ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຫັນ​ກັບ​ໄປຕາມ​ເສັ້ນ​ທາງ​ທີ່​ເຈົ້າ​ມາ.
30“ເຮເຊກີຢາ, ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ​ຄື:“ປີ​ນີ້​ເຈົ້າ​ຈະ​ກິນ​ພືດ​ທີ່​ເກີດ​ຂຶ້ນ​ເອງ,ແລະ ປີ​ທີ​ສອງ​ກໍ​ຈະ​ກິນ​ພືດ​ທີ່​ອອກ​ຜົນ​ຕາມ​ມາ.ແຕ່​ໃນ​ປີ​ທີ​ສາມ ຈົ່ງ​ຫວ່ານ ແລະ ເກັບ​ກ່ຽວ,ຈົ່ງ​ເຮັດ​ສວນ​ອະງຸ່ນ ແລະ ກິນ​ໝາກ​ຂອງ​ມັນ.31ປະຊາຊົນ​ຢູດາຍ​ທີ່​ເຫລືອ​ຢູ່​ນັ້ນຈະ​ຢັ່ງ​ຮາກ ແລະ ເກີດ​ຜົນ​ອີກ​ຄັ້ງ​ໜຶ່ງ.32ເພາະ​ຈະ​ມີ​ຄົນ​ທີ່​ເຫລືອ​ຢູ່​ມາ​ຈາກ​ເຢຣູຊາເລັມ,ແລະ ຜູ້​ລອດ​ຊີວິດ​ກຸ່ມ​ໜຶ່ງ​ຈະ​ມາ​ຈາກ​ພູເຂົາ​ຊີໂອນ.ຄວາມ​ກະຕືລືລົ້ນ​ຂອງ​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ນີ້.
33“ເຫດສະນັ້ນ ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ເຖິງ​ກະສັດ​ອັດຊີເຣຍ​ວ່າ:“ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້ຫລື ຍິງ​ທະນູ​ໃນ​ຢູ່​ນີ້.ລາວ​ຈະ​ບໍ່​ມາ​ຖື​ໂລ່​ຢູ່​ໜ້າ​ເມືອງຫລື ສ້າງ​ສິ່ງ​ປິດ​ລ້ອມ​ໂຈມ​ຕີ​ເມືອງ.34ລາວ​ມາ​ທາງໃດ​ກໍ​ຈະ​ກັບ​ໄປ​ທາງ​ນັ້ນ;ລາວ​ຈະ​ບໍ່​ໄດ້​ເຂົ້າ​ມາ​ໃນ​ເມືອງ​ນີ້”,ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.35“ເຮົາ​ຈະ​ປົກປ້ອງ ແລະ ຊ່ວຍ​ເມືອງ​ນີ້​ໄວ້,ເພື່ອ​ເຫັນ​ແກ່​ເຮົາ​ເອງ ແລະ ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ!”
36ແລ້ວ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ອອກ​ໄປ​ຂ້າ​ຄົນ​ໃນ​ຄ້າຍ​ອັດຊີເຣຍ 185.000 ຄົນ ເຊົ້າ​ມື້​ຕໍ່ມາ​ເມື່ອ​ຜູ້​ຄົນ​ຕື່ນ​ຂຶ້ນ​ກໍ​ເຫັນ​ຊາກ​ສົບກະຈາຍ​ຢູ່!37ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ຈຶ່ງ​ສັ່ງໃຫ້​ຮື້​ຄ້າຍ ແລະ ຖອນ​ທັບ​ກັບ​ໄປ​ຍັງ​ເມືອງ​ນີເນເວ ແລະ ຢູ່​ທີ່​ນັ້ນ.
38ມື້​ໜຶ່ງ​ຂະນະ​ທີ່​ນະມັດສະການ​ຢູ່​ໃນ​ວິຫານ​ຂອງ​ລາວ ອັດຣາມເມເຫລັກ ແລະ ຊາເລເຊີ​ລູກຊາຍ​ຂອງ​ລາວ​ເອງ​ໄດ້​ຂ້າ​ລາວ​ດ້ວຍ​ດາບ ແລ້ວ​ໜີ​ໄປ​ຍັງ​ດິນແດນ​ອາຣາຣັດ ແລະ ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ລາວ​ຂຶ້ນ​ປົກຄອງ​ແທນ.

Biblica, Inc.

https://app.library.bible/content/eab9312f9f16b3a2