ເອຊາຢາ36
ເຊັນນາເກຣິບຂົ່ມຂູ່ເຢຣູຊາເລັມ
1ໃນປີທີສິບສີ່ແຫ່ງການປົກຄອງຂອງກະສັດເຮເຊກີຢາ, ກະສັດເຊັນນາເກຣິບກະສັດແຫ່ງອັດຊີເຣຍມາໂຈມຕີ ແລະ ຢຶດເມືອງທີ່ມີປ້ອມປ້ອງກັນທັງໝົດຂອງຢູດາຍ ແລະ ຢຶດເມືອງໄດ້.2ດັ່ງນັ້ນກະສັດອັດຊີເຣຍຈຶ່ງສົ່ງຜູ້ບັນຊາການພ້ອມດ້ວຍກອງທັບໃຫຍ່ຈາກລາກິດມາຫາກະສັດເຮເຊກີຢາທີ່ນະຄອນເຢຣູຊາເລັມ. ເມື່ອຜູ້ບັນຊາການຜູ້ນັ້ນມາຢຸດຢູ່ທີ່ທາງລະບາຍນ້ຳຂອງສະເບື້ອງເທິງ, ທີ່ເປັນເສັ້ນທາງສູ່ບ່ອນຊັກຜ້າ,3ຜູ້ຮັບຜິດຊອບວັງເອລີອາກິມລູກຊາຍຂອງຮິນກີຢາ, ເຊັບນາເລຂາທິການ ແລະ ໂຢອາລູກຊາຍຂອງອາສັບຜູ້ບັນທຶກ ກໍອອກໄປພົບລາວ.4ຜູ້ບັນຊາການອັດຊີເຣຍເວົ້າຕໍ່ພວກເຂົາວ່າ, “ຈົ່ງໄປບອກເຮເຊກີຢາວ່າ:“ ‘ນີ້ແມ່ນສິ່ງທີ່ກະສັດແຫ່ງອັດຊີເຣຍ, ກະສັດຜູ້ຍິ່ງໃຫຍ່, ເວົ້າວ່າ: ແມ່ນຫຍັງທີ່ເຮັດໃຫ້ເຈົ້າມີຄວາມໝັ້ນໃຈ?5ທ່ານເວົ້າວ່າທ່ານມີຍຸດທະສາດ ແລະ ລິດອຳນາດ ແຕ່ນັ້ນກໍເປັນພຽງແຕ່ຄຳເວົ້າ ທ່ານເພິ່ງຜູ້ໃດຈຶ່ງກ້າກະບົດຕໍ່ຂ້າພະເຈົ້າ?6ເບິ່ງແມ, ຂ້າພະເຈົ້າຮູ້ວ່າທ່ານເພິ່ງເອຢິບ, ເຊິ່ງເປັນເໝືອນໄມ້ຄ້ອນເທົ້າຕົ້ນອໍ້ທີ່ຫັກ ຜູ້ໃດທີ່ເອື່ອຍໃສ່ມັນກໍຖືກສ້ຽນຕຳເຈັບມື! ຜູ້ໃດທີ່ເພິ່ງກະສັດຟາໂຣແຫ່ງເອຢິບກໍເປັນແບບນີ້.7ແລະ ຖ້າທ່ານເວົ້າກັບຂ້າພະເຈົ້າວ່າ, “ພວກເຮົາກຳລັງເພິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ” ກໍແມ່ນພຣະເຈົ້າອົງນີ້ບໍ່ແມ່ນບໍທີ່ເຮເຊກີຢາໄດ້ທຳລາຍແທ່ນບູຊາກັບສະຖານບູຊາເທິງທີ່ສູງທັງຫລາຍ ແລະ ກ່າວກັບຊາວຢູດາຍ ແລະ ເຢຣູຊາເລັມວ່າ, “ພວກເຈົ້າຈະຕ້ອງນະມັດສະການທີ່ແທ່ນບູຊານີ້?”8“ ‘ມາ, ມາຕໍ່ລອງກັບກະສັດອັດຊີເຣຍນາຍຂອງຂ້າພະເຈົ້າວ່າ: ຂ້າພະເຈົ້າຈະໃຫ້ມ້າສອງພັນໂຕແກ່ທ່ານ ຖ້າທ່ານຫາຄົນຂີ່ມ້າມາໄດ້!9ເຮັດແນວໃດພວກເຈົ້າຈະຕໍ່ສູ້ກັບຜູ້ປົກຄອງທີ່ນ້ອຍທີ່ສຸດຄົນໜຶ່ງຂອງນາຍເຮົາໄດ້, ເຖິງແມ່ນວ່າພວກເຈົ້າເພິ່ງພາລົດມ້າ ແລະ ມ້າຈາກເອຢິບກໍ່ຕາມ?10ຫລາຍກວ່ານັ້ນ, ເຈົ້າຄິດວ່າເຮົາມາໂຈມຕີ ແລະ ທຳລາຍດິນແດນນີ້ໂດຍປາດສະຈາກພຣະເຈົ້າຢາເວບໍ? ພຣະເຈົ້າຢາເວເອງນັ້ນແຫລະທີ່ບອກໃຫ້ເຮົາຍົກທັບມາໂຈມຕີ ແລະ ທຳລາຍດິນແດນນີ້’ ”.11ແລ້ວເອລີອາກິມ, ເຊັບນາ ແລະ ໂຢອາກໍເວົ້າກັບນາຍທະຫານນັ້ນວ່າ, “ກະລຸນາເວົ້າກັບຜູ້ຮັບໃຊ້ຂອງທ່ານເປັນພາສາອາຣາມິກ, ເພາະພວກເຮົາຟັງເຂົ້າໃຈ. ຢ່າເວົ້າກັບພວກເຮົາເປັນພາສາເຮັບເຣີເລີຍ ຄົນທັງຫລາຍທີ່ຢູ່ເທິງກຳແພງຈະໄດ້ຍິນ”.12ແຕ່ນາຍທະຫານນັ້ນຕອບວ່າ “ນາຍເຮົາໃຊ້ເຮົາມາເວົ້າກັບເຈົ້າ ແລະ ນາຍຂອງເຈົ້າເທົ່ານັ້ນບໍ? ບໍ່ແມ່ນກັບພວກທີ່ນັ່ງຢູ່ເທິງກຳແພງນຳບໍ? ພວກນັ້ນກໍເໝືອນເຈົ້າ ຈະຕ້ອງກິນອາຈົມ ແລະ ດື່ມຍ່ຽວຂອງໂຕເອງ”.13ແລ້ວນາຍທະຫານອັດຊີເຣຍກໍຢືນຂຶ້ນ ແລະ ຮ້ອງບອກເປັນພາສາເຮັບເຣີວ່າ, “ຈົ່ງຟັງບັນດາຖ້ອຍຄຳຂອງກະສັດຜູ້ຍິ່ງໃຫຍ່, ຄືກະສັດແຫ່ງອັດຊີເຣຍ!14ກະສັດກ່າວດັ່ງນີ້ວ່າ: ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກເຈົ້າ. ລາວຊ່ວຍກູ້ພວກເຈົ້າບໍ່ໄດ້!15ຢ່າປ່ອຍໃຫ້ເຮເຊກີຢາຊັກຈູງໃຈພວກເຈົ້າໃຫ້ວາງໃຈໃນພຣະເຈົ້າຢາເວ ຢ່າເຊື່ອເມື່ອລາວບອກວ່າ ‘ພຣະເຈົ້າຢາເວຈະ ຊ່ວຍກູ້ພວກເຮົາແນ່ນອນ; ເມືອງນີ້ຈະບໍ່ຕົກຢູ່ໃນກຳມືຂອງກະສັດອັດຊີເຣຍ’.16“ຢ່າໄປຟັງເຮເຊກີຢາ ກະສັດອັດຊີເຣຍກ່າວດັ່ງນີ້ວ່າ ໃຫ້ຈົງຮັກພັກດີຕໍ່ເຮົາ ແລະ ອອກມາຫາເຮົາ ແລ້ວພວກເຈົ້າທຸກຄົນຈະໄດ້ກິນອະງຸ່ນ ແລະ ໝາກເດື່ອຈາກສວນຂອງຕົນ ແລະ ດື່ມນ້ຳຈາກບໍ່ຂອງຕົນ17ຈົນກວ່າເຮົາຈະມາພາພວກເຈົ້າໄປດິນແດນໜຶ່ງທີ່ຄືກັນກັບດິນແດນຂອງພວກເຈົ້າເອງ ເປັນດິນແດນທີ່ມີເມັດເຂົ້າ ເຫລົ້າອະງຸ່ນໃໝ່, ເຂົ້າຈີ່ ແລະ ສວນອະງຸ່ນອັນອຸດົມສົມບູນ.18“ຢ່າຍອມໃຫ້ເຮເຊກີຢາຕົວະພວກເຈົ້າໃຫ້ຫລົງຜິດ ເມື່ອລາວເວົ້າວ່າ, ‘ພຣະເຈົ້າຢາເວຈະຊ່ວຍກອບກູ້ພວກເຮົາ’. ມີພະຂອງຊາດໃດແດ່ທີ່ກອບກູ້ດິນແດນຂອງຕົນໃຫ້ພົ້ນຈາກມືກະສັດອັດຊີເຣຍໄດ້?19ຢູ່ໃສບັນດາພະຂອງເມືອງຮາມັດ ແລະ ອັກປັດ? ຢູ່ໃສບັນດາພະຂອງເມືອງເສຟາກວາອິມ? ພະເຫລົ່ານັ້ນຊ່ວຍຊາມາເຣຍໃຫ້ພົ້ນຈາກມືຂອງເຮົາໄດ້ບໍ?20ມີພະອົງໃດໃນຊົນຊາດເຫລົ່ານີ້ແດ່ທີ່ສາມາດຊ່ວຍດິນແດນຂອງຕົນໃຫ້ລອດພົ້ນຈາກເຮົາໄດ້? ແລ້ວພຣະເຈົ້າຢາເວຈະສາມາດຊ່ວຍກອບກູ້ເຢຣູຊາເລັມຈາກມືຂອງເຮົາໄດ້ບໍ?”21ແຕ່ເຫລົ່າປະຊາຊົນມິດງຽບ ບໍ່ໂຕ້ຕອບຈັກຄຳ ເພາະກະສັດໄດ້ກ່າວສັ່ງວ່າ “ຢ່າຕອບລາວ”.22ແລ້ວເຈົ້າກົມວັງເອລີອາກິມລູກຊາຍຂອງຮິນກີຢາ ເລຂາເຊັບນາ ແລະ ຜູ້ເບິ່ງແຍງຫລວງໂຢອາລູກຊາຍຂອງອາສັບຈຶ່ງກັບໄປພົບເຮເຊກີຢາດ້ວຍເສື້ອຜ້າຈີກຂາດ ແລະ ກາບທູນຕາມທີ່ແມ່ທັບອັດຊີເຣຍໄດ້ກ່າວໄວ້.
Biblica, Inc.