ເອຊາຢາ35

ຄວາມ​ຊື່ນຊົມຍິນດີ​ຂອງ​ຜູ້​ທີ່​ໄດ້ຮັບ​ການ​ໄຖ່

1ທະເລຊາຍ ແລະ ດິນແດນ​ທີ່​ແຕກ​ແຫງ​ຈະ​ຍິນດີ;ຖິ່ນແຫ້ງແລ້ງກັນດານ​ຈະ​ຊື່ນຊົມຍິນດີ ແລະ ເບັ່ງບານ.ດັ່ງ​ດອກໄມ້​ງາມ,2ມັນ​ຈະ​ເບັ່ງບານ;ມັນ​ຈະ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່ ແລະ ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນດີ.ມັນ​ຈະ​ໄດ້​ຮັບ​ສະຫງ່າລາສີ​ແຫ່ງ​ເລບານອນ,ຄວາມ​ຮຸ່ງເຮືອງ​ຂອງ​ກາເມນ ແລະ ທົ່ງ​ຊາໂຣນ;ພວກເຂົາ​ຈະ​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ,ແລະ ລິດອຳນາດ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.
3ຈົ່ງ​ເສີມ​ກໍາລັງ​ມື​ທີ່​ອ່ອນແຮງ,ຈົ່ງ​ໃຫ້​ຫົວເຂົ່າ​ທີ່​ອ່ອນແຮງ​ໝັ້ນຄົງ;4ຈົ່ງ​ກ່າວ​ແກ່​ຜູ້​ທີ່​ມີ​ຈິດໃຈ​ຢ້ານກົວ​ວ່າ,“ຈົ່ງ​ເຂັ້ມແຂງ, ຢ່າ​ຢ້ານ​ເລີຍ;ພຣະເຈົ້າ​ຂອງ​ເຈົ້າ​ຈະ​ມາ,ພຣະອົງ​ຈະ​ມາ​ພ້ອມ​ກັບ​ການ​ແກ້ແຄ້ນ;ພຣະອົງ​ຈະ​ມາ​ເພື່ອ​ຊ່ວຍ​ກູ້​ເຈົ້າພ້ອມ​ກັບ​ການ​ແກ້ແຄ້ນ​ສັດຕູ​ຂອງ​ເຈົ້າ”.
5ດັ່ງນັ້ນ ຕາ​ຂອງ​ຄົນ​ຕາບອດ​ຈະ​ຖືກ​ເປີດແລະ ຫູ​ຂອງ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ.6ຄົນ​ຂາ​ພິການ​ຈະ​ໂດດ​ເຕັ້ນ​ດັ່ງ​ກວາງແລະ ບັນດາ​ຄົນ​ໃບ້​ຈະ​ໂຫ່​ຮ້ອງ​ຍິນດີນ້ຳ​ຈະ​ພຸ່ງ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານແມ່ນ້ຳ​ທັງຫລາຍ​ຈະ​ໄຫລ​ໃນ​ບ່ອນ​ແຫ້ງແລ້ງ.7ທະເລຊາຍ​ອັນ​ຮ້ອນ​ເອົ້າ​ຈະ​ກາຍເປັນ​ໜອງ,ພື້ນ​ດິນ​ແຕກ​ແຫງ​ຈະ​ກາຍເປັນ​ຫ້ວຍ​ນ້ຳພຸ.ບ່ອນ​ຮົກຮ້າງ​ທີ່​ເຄີຍ​ເປັນ​ບ່ອນ​ຢູ່​ອາໄສ​ຂອງ​ໝາໄນ,ຈະ​ມີ​ຕົ້ນຫຍ້າ ແລະ ຕົ້ນອໍ້ ແລະ ຕົ້ນ​ໝາກກອກ​ຂຶ້ນ​ມາ.
8ຈະ​ມີ​ທາງ​ຫລວງ​ໃນ​ທີ່​ນັ້ນ;ມັນ​ຈະ​ຖືກ​ເອີ້ນ​ວ່າ “ທາງ​ແຫ່ງ​ຄວາມ​ບໍລິສຸດ”;ຜູ້​ທີ່​ມີ​ມົນທິນ​ຈະ​ບໍ່​ເດີນ​ໄປ​ທາງ​ນັ້ນຈະ​ສະຫງວນ​ໄວ້​ສຳລັບ​ຜູ້​ທີ່​ດຳເນີນ​ໃນ​ທາງ​ນັ້ນ;ຄົນ​ໂງ່​ຄົນ​ຊົ່ວຮ້າຍ​ຈະ​ບໍ່​ໄປ​ມາ​ໃນ​ທາງ​ນັ້ນ.9ທີ່​ນັ້ນ​ບໍ່​ມີ​ໂຕສິງ,ບໍ່​ມີ​ສັດ​ຮ້າຍ​ຢູ່​ໃນ​ທາງ​ນັ້ນ;ຈະ​ບໍ່​ພົບ​ເຫັນ​ພວກມັນ​ຢູ່​ທີ່​ນັ້ນ.ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ໄຖ່​ໄວ້​ແລ້ວ​ເທົ່ານັ້ນ​ທີ່​ຈະ​ເດີນ​ໃນ​ທາງ​ນັ້ນ,10ແລະ ບັນດາ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ໄຖ່​ໄວ້​ຈະ​ກັບມາ.ພວກເຂົາ​ຈະ​ຮ້ອງເພງ​ເຂົ້າ​ເມືອງ​ຊີໂອນ;ຄວາມ​ສຸກ​ນິລັນດອນ​ເປັນ​ມົງກຸດ​ປະດັບ​ຫົວ​ຂອງ​ພວກເຂົາ.ຄວາມ​ປິຕິ ແລະ ຄວາມ​ຊື່ນຊົມຍິນດີ​ຢ່າງ​ເຕັມລົ້ນ​ຈະ​ປົກຄຸມ​ພວກເຂົາ,ຄວາມ​ທຸກ​ໂສກ ແລະ ການ​ທໍ້ຖ້ອຍ​ໃຈ​ຈະ​ໝົດ​ໄປ.

Biblica, Inc.

https://app.library.bible/content/eab9312f9f16b3a2