ເອຊາຢາ34
ການຕັດສິນລົງໂທດຊົນຊາດທັງຫລາຍ
1ບັນດາປະຊາຊາດ, ຈົ່ງເຂົ້າມາໃກ້, ແລະ ຟັງ;ປະຊາຊົນທັງຫລາຍ, ຈົ່ງຕັ້ງໃຈຟັງ!ແຜ່ນດິນໂລກ ແລະ ທຸກສິ່ງໃນນັ້ນຈົ່ງຟັງ,ທັງໂລກ, ແລະ ທຸກສິ່ງທີ່ອອກມາຈາກໂລກ!2ພຣະເຈົ້າຢາເວໃຈຮ້າຍຊົນຊາດທັງໝົດ;ຄວາມໂກດຮ້າຍຂອງພຣະອົງຕໍ່ກອງທັບທັງໝົດຂອງພວກເຂົາ.ພຣະອົງຈະທຳລາຍພວກເຂົາທັງໝົດ,ແລະ ປະໃຫ້ພວກເຂົາຖືກຂ້າໝົດ.3ຮ່າງກາຍຂອງພວກເຂົາຈະຖືກຖິ້ມອອກໄປ,ຊາກສົບຂອງພວກເຂົາຈະສົ່ງກິ່ນເນົ່າເໝັນ;ພູເຂົາທັງຫລາຍຈະເຕັມໄປດ້ວຍເລືອດຂອງພວກເຂົາ.4ດວງດາວທັງໝົດໃນທ້ອງຟ້າຈະສູນສະຫລາຍແລະ ສະຫວັນຖືກມ້ວນດັ່ງໜັງສືມ້ວນ;ດວງດາວທັງຫລາຍຈະຕົກຈາກຟ້າດັ່ງໃບອະງຸ່ນແຫ້ງຫລົ່ນຈາກເຄືອອະງຸ່ນ,ດັ່ງຜົນໝາກເດື່ອຫ່ຽວແຫ້ງຈາກຕົ້ນ.5ເມື່ອດາບຂອງເຮົາດື່ມຈົນເຕັມອິ່ມໃນຟ້າສະຫວັນແລ້ວ;ເບິ່ງແມ, ມັນຈະລົງມາພິພາກສາລົງໂທດເອໂດມ,ຊົນຊາດທີ່ເຮົາໄດ້ທຳລາຍຈົນໝົດ.6ດາບຂອງພຣະເຈົ້າຢາເວອາບເລືອດ,ມັນມີໄຂມັນເກາະເປັນເລືອດລູກແກະ ແລະ ແບ້,ເປັນໄຂມັນຈາກຫມາກໄຂ່ຫລັງແກະໂຕຜູ້,ເພາະພຣະເຈົ້າຢາເວຈະໃຫ້ມີເຄື່ອງບູຊາໃນໂບຊະຣາແລະ ການຂ້າຄັ້ງໃຫຍ່ໃນເອໂດມ.7ແລະ ງົວປ່າຈະລົ້ມລົງພ້ອມພວກເຂົາ.ທັງລູກງົວ ແລະ ງົວກະທິງໃຫຍ່.ດິນແດນຂອງພວກເຂົາຈະນອງເລືອດ,ແລະ ຂີ້ຝຸ່ນດິນຈະຊຸ່ມດ້ວຍໄຂມັນ.8ເພາະພຣະເຈົ້າຢາເວມີມື້ທີ່ຈະແກ້ແຄ້ນ,ມີປີທີ່ຈະຊົດໃຊ້ໃຫ້ຊີໂອນ.9ແມ່ນ້ຳທັງຫລາຍຂອງເອໂດມຈະກາຍເປັນຂຸມ,ຂີ້ຝຸ່ນດິນຂອງນາງຈະກາຍເປັນໄຟລຸກໄໝ້;ແຜ່ນດິນເອໂດມຈະກາຍເປັນຂຸມທີ່ລຸກໄໝ້!10ທັງເວັນທັງຄືນມັນຈະບໍ່ດັບ;ຄວັນໄຟຂອງມັນພຸ່ງຂຶ້ນມາຊົ່ວນິດນິລັນດອນ.ມັນຈະຮ້າງເປົ່າຕະຫລອດໄປທຸກຊົ່ວອາຍຸຄົນ;ຈະບໍ່ມີຜູ້ໃດສັນຈອນໄປມາອີກເລີຍ.11ນົກເຄົ້າ ແລະ ນົກເຄົ້າແມວ ຈະຄອບຄອງບ່ອນນັ້ນ;ນົກເຄົ້າໃຫຍ່ ແລະ ກາຈະເຮັດຮັງຢູ່ທີ່ນັ້ນ.ພຣະເຈົ້າຈະດຶງສາຍວັດແທກແຫ່ງຄວາມວຸ້ນວາຍແລະ ເຊືອກແຫ່ງຄວາມຮ້າງເໜືອເອໂດມ.12ຜູ້ຍິ່ງໃຫຍ່ຂອງເອໂດມຈະບໍ່ເຫລືອສິ່ງໃດໃຫ້ເອີ້ນວ່າເປັນອານາຈັກອີກ,ເຈົ້ານາຍທັງໝົດຂອງນາງຈະສູນສິ້ນໄປ.13ກົກໜາມຈະງອກຂຶ້ນປົກຄຸມປ້ອມປ້ອງກັນ,ຫຍ້າ ແລະ ຟຸ່ມໜາມຈະງອກຂຶ້ນໃນປ້ອມຂອງເອໂດມ.ມັນຈະກາຍເປັນບ່ອນຢູ່ຂອງໝາໄນ,ເປັນບ້ານຂອງນົກເຄົ້າ.14ສັດປ່າໃນທະເລຊາຍຈະພົບກັບໝາປ່າ,ແລະ ແບ້ປ່າຈະຮ້ອງຫາກັນ;ບັນດາສັດແຫ່ງຕອນກາງຄືນຈະອາໄສຢູ່ທີ່ນັ້ນແລະ ຫາບ່ອນພັກໃຫ້ໂຕມັນເອງ.15ນົກເຄົ້າຈະສ້າງຮັງ ແລະ ວາງໄຂ່ທີ່ນັ້ນ,ມັນຈະຟັກລູກອອກມາ, ແລະ ເຝົ້າຮັກສາລູກນ້ອຍປົກໄວ້ພາຍໃຕ້ປີກຂອງມັນ;ພວກກາຈະມາຊຸມນຸມກັນເປັນຄູ່ໆ.16ຈົ່ງຄົ້ນເບິ່ງ ແລະ ອ່ານຈາກໜັງສືມ້ວນຂອງພຣະເຈົ້າຢາເວ ແລະ ຈະພົບວ່າ:ສັດເຫລົ່ານີ້ຈະບໍ່ຂາດຫາຍໄປຈັກໂຕ,ບໍ່ມີໂຕໃດບໍ່ມີຄູ່.ເພາະພຣະເຈົ້າກ່າວສັ່ງໄວ້ ດ້ວຍປາກຂອງພຣະອົງເອງ,ແລະ ພຣະວິນຍານຂອງພຣະອົງຈະລວມພວກມັນເຂົ້າດ້ວຍກັນ.17ພຣະອົງແບ່ງປັນສ່ວນຕ່າງໆຂອງດິນແດນພວກມັນ;ມືຂອງພຣະອົງຈັດໃຫ້ຕາມເຊືອກວັດແທກ.ພວກມັນຈະໄດ້ຄອບຄອງຕະຫລອດໄປແລະ ອາໄສຢູ່ທີ່ນັ້ນຕະຫລອດທຸກຊົ່ວອາຍຸຄົນ.Biblica, Inc.