ເອຊາຢາ33

ຄວາມ​ທຸກ ແລະ ການ​ຊ່ວຍເຫລືອ

1ວິບັດ​ແກ່​ເຈົ້າ, ຜູ້​ທຳລາຍ,ເຈົ້າ​ຜູ້​ບໍ່​ເຄີຍ​ຖືກ​ທຳລາຍ​ມາ​ກ່ອນ!ວິບັດ​ແກ່​ເຈົ້າ, ຄົນ​ທໍລະຍົດ,ເຈົ້າ​ຜູ້​ບໍ່​ເຄີຍ​ຖືກ​ທໍລະຍົດ​ມາ​ກ່ອນ!ເມື່ອ​ເຈົ້າ​ຢຸດ​ທຳລາຍ,ເຈົ້າ​ຈະ​ຖືກ​ທຳລາຍ;ເມື່ອ​ເຈົ້າ​ຢຸດ​ທໍລະຍົດ,ເຈົ້າ​ຈະ​ຖືກ​ທໍລະຍົດ.
2ຂ້າແດ່​ພຣະເຈົ້າ​ຢາເວ, ໂຜດ​ເມດຕາ​ພວກຂ້ານ້ອຍ​ດ້ວຍ.ພວກຂ້ານ້ອຍ​ສະແຫວງຫາ​ພຣະອົງ.ຂໍ​ເປັນ​ກຳລັງ​ຂອງ​ພວກຂ້ານ້ອຍ​ທຸກ​ເຊົ້າ,ເປັນ​ຄວາມ​ພົ້ນ​ຂອງ​ພວກຂ້ານ້ອຍ​ໃນ​ຍາມ​ທຸກ​ລຳບາກ.3ເມື່ອ​ກອງທັບ​ຂອງ​ພຣະອົງ​ໂຫ່ຮ້ອງ, ປະຊາຊົນ​ກໍ​ປົບ​ໜີ​ໄປ;ເມື່ອ​ພຣະອົງ​ລຸກ​ຂຶ້ນ, ຊົນຊາດ​ຕ່າງໆ​ກໍ​ກະຈັດກະຈາຍ​ໄປ.4ປະຊາຊາດ​ທັງຫລາຍ, ເຄື່ອງ​ທີ່​ພວກເຈົ້າ​ປຸ້ນ​ມາ ຈະ​ຖືກ​ເກັບກ່ຽວ​ໂດຍ​ຝູງ​ຕັກແຕນ​ໜຸ່ມ;ດັ່ງ​ຝູງ​ຕັກແຕນ​ທີ່​ປະຊາຊົນ​ຄຸບ​ເອົາ.
5ພຣະເຈົ້າ​ຢາເວ​ເປັນ​ທີ່​ຍົກຍ້ອງ, ເພາະ​ພຣະອົງ​ຢູ່​ໃນ​ບ່ອນ​ສູງ​ສົ່ງ;ພຣະອົງ​ຈະ​ເຮັດ​ໃຫ້​ຊີໂອນ​ເຕັມ​ໄປ​ດ້ວຍ​ຄວາມ​ຍຸຕິທຳ ແລະ ຄວາມ​ຊອບທຳ.6ພຣະອົງ​ຈະ​ເປັນ​ຄວາມ​ໝັ້ນຄົງ​ສຳລັບ​ວັນ​ເວລາ​ຂອງ​ພວກເຈົ້າ,ເປັນ​ຄັງ​ອັນ​ຮັ່ງມີ​ແຫ່ງ​ຄວາມພົ້ນ ສະຕິປັນຍາ ແລະ ຄວາມ​ຮູ້;ການ​ຢຳເກງ​ພຣະເຈົ້າ​ຢາເວ​ເປັນ​ກຸນ​ແຈ​ໄຂ​ຄັງ​ນີ້.
7ເບິ່ງ​ແມ, ບັນດາ​ຜູ້​ກ້າຫານ​ຂອງ​ພວກເຂົາ​ຮ້ອງໄຫ້​ສຽງ​ດັ່ງ​ກາງ​ຖະໜົນ;ຄະນະທູດ​ແຫ່ງ​ສັນຕິ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.8ທາງ​ຫລວງ​ກໍ​ຮົກຮ້າງ,ຕາມ​ຖະໜົນ​ຫົນທາງ​ບໍ່​ມີ​ຜູ້​ສັນຈອນ.ຄໍາໝັ້ນສັນຍາ​ຖືກ​ລະເມີດ,ບັນດາ​ພະຍານ​ຖືກ​ດູໜິ່ນ,ບໍ່​ມີ​ຜູ້ໃດ​ໄດ້​ຮັບ​ຄວາມ​ເຄົາລົບ.9ດິນແດນ​ຫ່ຽວແຫ້ງ ແລະ ຊຸດໂຊມ,ເລບານອນ​ອັບອາຍ ແລະ ຫ່ຽວແຫ້ງ​ໄປ;ທົ່ງ​ຊາໂຣນ​ເປັນ​ດັ່ງ​ອາຣາບາ,ບາຊານ ແລະ ກາເມນ​ໃບໄມ້​ກໍ​ຫລົ່ນ​ລົງ.
10ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ບັດນີ້​ເຮົາ​ຈະ​ລຸກ​ຂຶ້ນ.ບັດນີ້​ເຮົາ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ.ບັດນີ້​ເຮົາ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ,11ເຈົ້າ​ຕັ້ງ​ທ້ອງ​ແກບ,ເຈົ້າ​ໃຫ້​ກຳ​ເນີດ​ເຟືອງ;ລົມຫາຍໃຈ​ຂອງ​ເຈົ້າ​ເປັນ​ໄຟ​ເຜົາ​ຜານ​ເຈົ້າ.12ປະຊາຊົນ​ທັງຫລາຍ​ຈະ​ຖືກ​ເຜົາ​ໄໝ້​ເປັນ​ຂີ້ເຖົ່າ;ຄື​ຟຸ່ມ​ໜາມ​ທີ່​ຖືກ​ຕັດ ພວກເຂົາ​ຈະ​ຖືກ​ເຜົາ”.
13ເຈົ້າ​ຜູ້​ຢູ່​ໄກ, ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ;ເຈົ້າ​ຜູ້​ຢູ່​ໃກ້ ຈົ່ງ​ຮັບ​ຮູ້​ອຳນາດ​ຂອງ​ເຮົາ!14ພວກ​ຄົນ​ບາບ​ໃນ​ຊີໂອນ​ຢ້ານ​ກົວ​ຈົນ​ຕົວ​ສັ່ນ;ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ​ໂຕ​ສັ່ນເຊັນ:“ມີ​ຜູ້ໃດ​ໃນ​ພວກເຮົາ​ຢູ່​ກັບ​ໄຟ​ທີ່​ເຜົາ​ຜານ​ນີ້​ໄດ້?ມີ​ຜູ້ໃດ​ໃນ​ພວກເຮົາ​ຢູ່​ກັບ​ການ​ເຜົາ​ໄໝ້​ຊົ່ວ​ນິລັນດອນ​ໄດ້?”15ຜູ້​ທີ່​ດຳເນີນ​ຢ່າງ​ຊອບທຳແລະ ກ່າວ​ສິ່ງ​ທີ່​ຖືກຕ້ອງ,ຜູ້​ປະຕິເສດ​ປະໂຫຍດ​ຈາກ​ການ​ບີບ​ບັງຄັບຜູ້​ຮັກສາ​ມື​ຂອງ​ພວກເຂົາ​ບໍ່​ຮັບ​ສິນ​ບົນ,ຜູ້​ອັດຫູ​ບໍ່​ຍອມ​ຟັງ​ແຜນການ​ຂ້າ​ຄົນແລະ ປິດ​ຕາ​ບໍ່​ເຫັນ​ດີ​ກັບ​ການ​ວາງ​ແຜນ​ຊົ່ວ16ພວກເຂົາ​ຄື​ຜູ້ໜຶ່ງ​ທີ່​ຈະ​ອາໄສ​ຢູ່​ເທິງ​ທີ່​ສູງ,ປ້ອມ​ປ້ອງກັນ​ເທິງ​ພູເຂົາ​ຈະ​ເປັນ​ບ່ອນ​ລີ້ໄພ​ຂອງ​ພວກເຂົາ.ອາຫານ​ຂອງ​ພວກເຂົາ​ຈະ​ຖືກ​ຈັດຕຽມ​ໄວ້,ແລະ ນໍ້າ​ຈະ​ມີ​ບໍ່​ຂາດ.
17ຕາ​ຂອງ​ພວກເຈົ້າ​ຈະ​ເຫັນ​ກະສັດ​ຜູ້​ງົດງາມແລະ ເຫັນ​ດິນແດນ​ທີ່​ຢຽດ​ອອກ​ໄປ.18ໃນ​ຄວາມ​ຄິດ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ລະນຶກ​ເຖິງ​ຄວາມ​ຢ້ານ​ແຕ່ກ່ອນ​ວ່າ:“ເຈົ້ານາຍ​ຄົນ​ນັ້ນ​ຢູ່​ໃສ?ຜູ້​ເກັບ​ຊ່ວຍ​ສາ​ອາ​ກອນ​ນັ້ນ​ຢູ່​ທີ່​ໃດ?ເຈົ້າໜ້າທີ່​ຜູ້​ເບິ່ງແຍງ​ປ້ອມ​ຍາມ​ຕ່າງໆ​ໄປໃສ​ແລ້ວ?”19ພວກເຈົ້າ​ຈະ​ບໍ່​ເຫັນ​ຄົນ​ຈອງຫອງ​ເຫລົ່ານີ້​ອີກ,ຜູ້​ທີ່​ເວົ້າ​ຈາ​ຄຸມ​ເຄືອ,ຜູ້​ທີ່​ມີ​ສຳນຽງ​ພາສາ​ແປກໆ ແລະ ເຂົ້າໃຈ​ຍາກ.
20ຈົ່ງ​ເບິ່ງ​ຊີໂອນ, ນະຄອນ​ແຫ່ງ​ເທດສະການ​ຕ່າງໆ​ຂອງ​ພວກເຮົາ;ຕາ​ຂອງ​ພວກເຈົ້າ​ຈະ​ເຫັນ​ເຢຣູຊາເລັມ,ບ່ອນ​ພັກ​ອັນ​ສະຫງົບ​ສຸກ, ເຕັນ ທີ່​ບໍ່​ຕ້ອງ​ເຄື່ອນຍ້າຍ​ຫລັກ​ສຽບ;ເສົາ​ຈະ​ບໍ່​ຖືກ​ຖອນ​ຈັກເທື່ອ,ແລະ ເຊືອກ​ກໍ​ບໍ່​ຖືກ​ຕັດ​ຂາດ.21ທີ່ນັ້ນ ພຣະເຈົ້າ​ຢາເວ​ຈະ​ເປັນ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຂອງ​ພວກເຮົາ.ມັນ​ຈະ​ເປັນ​ດິນແດນ​ແຫ່ງ​ບັນດາ​ແມ່ນ້ຳ ແລະ ຫ້ວຍ.ບໍ່​ມີ​ເຮືອ​ຫາງເສືອ​ໃຫຍ່​ແລ່ນ,ບໍ່​ມີ​ເຮືອ​ໃຫຍ່​ໂອລານ​ຜ່ານ.22ເພາະວ່າ​ພຣະເຈົ້າ​ຢາເວ​ເປັນ​ຜູ້​ຕັດສິນ​ຂອງ​ພວກເຮົາ,ພຣະເຈົ້າ​ຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ແກ່​ພວກເຮົາ;ພຣະເຈົ້າ​ຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ;ແມ່ນ​ພຣະອົງ​ເອງ​ທີ່​ຈະ​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ.
23ເຊືອກ​ຜ້າ​ໃບ​ໃນ​ເຮືອ​ຂອງ​ເຈົ້າ​ກໍ​ຍານ:ເສົາ​ເຮືອ​ກໍ​ສັ່ນ​ຄອນ,ໃບ​ເຮືອ​ກໍ​ບໍ່​ກາງ​ອອກ.ແລ້ວ​ເຄື່ອງ​ທີ່​ປຸ້ນ​ມາ​ໄດ້​ຫລວງຫລາຍ​ນັ້ນ​ກໍ​ຈະ​ຖືກ​ແບ່ງ​ປັນແລະ ແມ່ນ​ແຕ່​ຄົນ​ເປັ້ຍ​ກໍ​ຈະ​ລັກ​ເອົາ​ໄປ.24ບໍ່​ມີ​ຜູ້ໃດ​ທີ່​ອາໄສ​ໃນ​ຊີໂອນ​ຈະ​ເວົ້າ​ວ່າ, “ຂ້ອຍ​ປ່ວຍ”;ແລະ ບາບ​ທັງຫລາຍ​ຂອງ​ຜູ້​ທີ່​ອາໄສ​ຢູ່​ທີ່ນັ້ນ​ຈະ​ໄດ້​ຮັບ​ການ​ອະໄພ.

Biblica, Inc.

https://app.library.bible/content/eab9312f9f16b3a2