ເອຊາຢາ32
ອານາຈັກແຫ່ງຄວາມຊອບທຳ
1ເບິ່ງແມ, ກະສັດອົງໜຶ່ງຈະປົກຄອງດ້ວຍຄວາມຊອບທຳແລະ ບັນດາເຈົ້ານາຍຈະປົກຄອງດ້ວຍຄວາມຍຸຕິທຳ.2ແຕ່ລະຄົນຈະເປັນດັ່ງບ່ອນກໍາບັງຈາກລົມແລະ ເປັນບ່ອນລີ້ໄພຈາກພະຍຸ,ດັ່ງແມ່ນ້ຳຫລາຍສາຍໃນຖິ່ນແຫ້ງແລ້ງກັນດານແລະ ຮົ່ມເງົາຂອງສີລາໃຫຍ່ໃນດິນແດນອັນແຫ້ງແລ້ງ.3ດັ່ງນັ້ນ ສາຍຕາຂອງຜູ້ທີ່ເບິ່ງເຫັນຈະບໍ່ຖືກປິດອີກຕໍ່ໄປ,ແລະ ຫູຂອງບັນດາຜູ້ທີ່ໄດ້ຍິນຈະຟັງ.4ຫົວໃຈຂອງຜູ້ທີ່ຢໍາເກງຈະຮູ້ ແລະ ເຂົ້າໃຈ,ແລະ ລີ້ນກະຕຸກກະຕັກຈະເວົ້າໄດ້ດີ ແລະ ຊັດເຈນ.5ຄົນໂງ່ຈະບໍ່ໄດ້ຮັບການຍົກຍ້ອງວ່າຍິ່ງໃຫຍ່ອີກຕໍ່ໄປທັງພວກອັນທະພານຈະບໍ່ໄດ້ຮັບຄວາມເຄົາລົບນັບຖືຢ່າງສູງອີກ.6ເພາະຄົນໂງ່ເວົ້າແຕ່ເລື່ອງໂງ່,ຫົວໃຈຂອງພວກເຂົາໜັກໄປໃນທາງຊົ່ວຮ້າຍ:ພວກເຂົາປະພຶດຊົ່ວແລະ ເຜີຍແຜ່ເລື່ອງພຣະເຈົ້າຢາເວຢ່າງຜິດໆ;ພວກເຂົາບໍ່ໄດ້ໃຫ້ສິ່ງໃດແກ່ຜູ້ທີ່ຫິວແລະ ບໍ່ຍອມໃຫ້ນ້ຳກັບຄົນທີ່ຫິວນໍ້າ.7ພວກຊົ່ວໃຊ້ວິທີການຊົ່ວຮ້າຍ,ພວກເຂົາວາງແຜນຊົ່ວເພື່ອທຳລາຍຄົນທຸກຍາກດ້ວຍຄຳຕົວະ,ເຖິງແມ່ນວ່າຄຳອ້ອນວອນຂອງຄົນຂັດສົນນັ້ນຖືກຕ້ອງທ່ຽງທຳ.8ແຕ່ຄົນທີ່ມີກຽດ ວາງແຜນຢ່າງດີ,ພວກເຂົາຢືນຢູ່ດ້ວຍການກະທໍາທີ່ຖືກຕ້ອງສູງສົ່ງ.ແມ່ຍິງຂອງເຢຣູຊາເລັມ
9ພວກເຈົ້າ ບັນດາແມ່ຍິງທີ່ໃຊ້ຊີວິດຢ່າງສຸກສະບາຍ,ຈົ່ງລຸກຂຶ້ນ ແລະ ຟັງເຮົາ;ພວກເຈົ້າລູກສາວຜູ້ຮູ້ສຶກປອດໄພ,ຈົ່ງຟັງສິ່ງທີ່ເຮົາຈະເວົ້າ!10ໃນເວລາປີປາຍພວກເຈົ້າຜູ້ທີ່ຮູ້ສຶກປອດໄພຈະໂຕສັ່ນ;ການເກັບກ່ຽວໝາກອະງຸ່ນຈະລົ້ມເຫລວແລະ ບໍ່ມີການເກັບກ່ຽວຫມາກໄມ້.11ຈົ່ງສັ່ນສະທ້ານ, ຍິງຜູ້ສຸກສະບາຍ;ຈົ່ງໂຕສັ່ນ, ພວກເຈົ້າບັນດາລູກສາວຜູ້ຮູ້ສຶກປອດໄພ!ຈົ່ງແກ້ເຄື່ອງນຸ່ງອອກແລະ ນຸ່ງເສື້ອຜ້າກະສອບເຂົ້າ.12ຈົ່ງຕີເອິກໂຕເອງສໍາລັບທົ່ງນາທັງຫລາຍທີ່ສະຫງົບສຸກ,ເພາະເຄືອອະງຸ່ນທີ່ເກີດຜົນຫລາຍ13ແລະ ເພາະດິນແດນແຫ່ງປະຊາຊົນຂອງເຮົາ,ທີ່ຮົກໄປດ້ວຍໜາມນ້ອຍ ແລະ ໜາມໃຫຍ່ແມ່ນແລ້ວ, ຈົ່ງໄວ້ທຸກໃຫ້ບ້ານເຮືອນທັງໝົດທີ່ມ່ວນຊື່ນແລະ ໃຫ້ນະຄອນຂີ້ເມົາແຫ່ງນີ້.14ປ້ອມປ້ອງກັນຈະຖືກປະຖິ້ມຮ້າງ,ນະຄອນທີ່ອຶກກະທຶກຈະຖືກປະຖິ້ມ;ທີ່ໝັ້ນ ແລະ ປ້ອມຍາມຈະກາຍເປັນດິນແດນຮ້າງຕະຫລອດໄປເປັນນິດ,ເປັນບ່ອນຊື່ນຊົມຍິນດີຂອງລໍປ່າ, ເປັນທົ່ງຫຍ້າສຳລັບຝູງແກະ,15ຈົນພຣະວິນຍານຈະຖືກເທຈາກເບື້ອງເທິງລົງມາເໜືອພວກເຮົາ,ຖິ່ນແຫ້ງແລ້ງກັນດານກັບກາຍເປັນທົ່ງນາອັນອຸດົມສົມບູນ,ແລະ ທົ່ງນາອັນອຸດົມສົມບູນເບິ່ງຄືປ່າ.16ຄວາມຍຸຕິທຳຈະຢູ່ໃນຖິ່ນແຫ້ງແລ້ງກັນດານ,ແລະ ຄວາມຊອບທຳຈະອາໄສໃນທົ່ງນາອັນອຸດົມສົມບູນ.17ຜົນຂອງຄວາມຊອບທຳຄືສັນຕິສຸກ;ສິ່ງທີ່ເກີດຈາກຄວາມຊອບທຳຄືຄວາມສະຫງົບ ແລະ ຄວາມໝັ້ນໃຈຕະຫລອດໄປ.18ຊົນຊາດຂອງເຮົາຈະອາໄສຢູ່ໃນທີ່ສະຖິດອັນສະຫງົບສຸກ,ໃນບ້ານທີ່ປອດໄພ,ໃນບ່ອນພັກທີ່ປາສະຈາກການລົບກວນ.19ເຖິງແມ່ນວ່າໝາກເຫັບຈະເຮັດໃຫ້ປ່າລຽບແລະ ນະຄອນນັ້ນລຽບພຽງເປັນໜ້າກອງ,20ແຕ່ພວກເຈົ້າຈະເປັນພຣະພອນຫລາຍສໍ່າໃດ,ເມື່ອພວກເຈົ້າໄດ້ຫວ່ານເມັດພືດຂອງພວກເຈົ້າຢູ່ແຄມນໍ້າທຸກແຫ່ງ,ແລະ ປ່ອຍຝູງງົວ ແລະ ຝູງລໍຂອງພວກເຈົ້າຢູ່ຢ່າງອິດສະຫລະ.Biblica, Inc.