ເອຊາຢາ31

ວິບັດ​ແກ່​ບັນດາ​ຜູ້​ທີ່​ເພິ່ງພາ​ເອຢິບ

1ວິບັດ​ແກ່​ບັນດາ​ຜູ້​ທີ່​ລົງ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເອຢິບ,ຜູ້​ທີ່​ເພິ່ງ​ມ້າ,ຜູ້​ທີ່​ໄວ້ວາງໃຈ​ໃນ​ກອງ​ລົດຮົບ​ອັນ​ຫລວງ​ຫລາຍ​ຂອງ​ພວກເຂົາແລະ ໃນ​ກຳລັງ​ມະຫາສານ​ແຫ່ງ​ທະຫານ​ມ້າ​ຂອງ​ພວກເຂົາ,ແຕ່​ບໍ່​ໄດ້​ເພິ່ງພາ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ,ຫລື ສະແຫວງຫາ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ​ຢາເວ.2ພຣະເຈົ້າ​ສະຫຼາດ​ຫລາຍ ແລະ ສາມາດ​ນໍາ​ໄພພິບັດ​ມາ​ໄດ້;ພຣະອົງ​ກ່າວ​ແລ້ວ​ບໍ່​ຄືນ​ຄຳ.ພຣະອົງ​ຈະ​ລຸກ​ຂຶ້ນ​ຕໍ່ສູ້​ກັບ​ຊົນຊາດ​ທີ່​ຊົ່ວ​ຮ້າຍ,ຕໍ່ສູ້​ກັບ​ຄົນ​ທີ່​ຊ່ວຍເຫລືອ​ຄົນ​ເຮັດ​ຊົ່ວ;3ຊາວ​ເອຢິບ​ເປັນ​ພຽງ​ມະນຸດ​ບໍ່ແມ່ນ​ພຣະເຈົ້າ;ມ້າ​ຂອງ​ພວກເຂົາ​ເປັນ​ພຽງ​ເລືອດ​ເນື້ອ​ບໍ່ແມ່ນ​ວິນຍານ.ເມື່ອ​ພຣະເຈົ້າ​ຢາເວ​ຍື່ນ​ມື​ອອກ​ມາ,ຄົນ​ທີ່​ຊ່ວຍ​ກໍ​ຈະ​ສະດຸດ,ບັນດາ​ຄົນ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ກໍ​ຈະ​ລົ້ມ​ລົງ;ທັງໝົດ​ຈະ​ຈິບຫາຍ​ໄປ​ນໍາ​ກັນ.
4ພຣະເຈົ້າ​ຢາເວ​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ:“ເມື່ອ​ສິງ​ແຜດ​ສຽງ​ຮ້ອງ,ສິງ​ໃຫຍ່​ຮ້ອງ​ໃສ່​ເຫຍື່ອເຖິງວ່າ​ຄົນລ້ຽງແກະ​ກຸ່ມ​ໃຫຍ່​ຖືກເອີ້ນ​ມາ​ຊຸມນຸມ​ເພື່ອ​ຕໍ່ສູ້​ມັນ,ສິງ​ກໍ​ບໍ່​ຕົກໃຈ​ກັບ​ສຽງ​ໂຫ່​ຮ້ອງ​ຂອງ​ພວກເຂົາ,ຫລື ຖືກ​ລົບກວນ​ດ້ວຍ​ສຽງ​ໂຫ່ຮ້ອງ​ຂອງ​ພວກເຂົາດັ່ງນັ້ນ ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຈະ​ລົງ​ມາເພື່ອ​ເຮັດ​ເສິກ​ເທິງ​ພູເຂົາ​ຊີໂອນ ແລະ ບ່ອນ​ສູງ​ຕ່າງໆ.5ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຈະ​ປົກປ້ອງ​ນະຄອນ​ເຢຣູຊາເລັມ​ໄວ້;ດັ່ງ​ຝູງ​ນົກ​ບິນ​ເວີ່ນ​ໄປ​ມາ​ເທິງ​ຫົວ,ພຣະອົງ​ຈະ​ຄຸ້ມຄອງ ແລະ ຊ່ວຍ​ກູ້​ເຢຣູຊາເລັມ,ພຣະອົງ​ຈະ ‘ຜ່ານ​ໄປ’ ແລະ ຈະ​ຊ່ວຍ​ໃຫ້ລອດພົ້ນ”.
6ປະຊາຊົນ​ອິດສະຣາເອນ, ຈົ່ງ​ກັບ​ມາ, ຫາ​ພຣະອົງ​ຜູ້​ທີ່​ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ຢ່າງ​ຮ້າຍແຮງ.7ເພາະ​ໃນ​ມື້​ນັ້ນ ພວກເຈົ້າ​ທຸກຄົນ​ຈະ​ຖິ້ມ​ຮູບເຄົາລົບ​ເງິນ ແລະ ຄໍາ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ອັນ​ບາບ​ໜາ.8“ອັດຊີເຣຍ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ​ທີ່​ບໍ່ແມ່ນ​ຂອງ​ມະນຸດ;ດາບ​ທີ່​ບໍ່ແມ່ນ​ຂອງ​ມະນຸດ, ຈະ​ກືນ​ກິນ​ຊີວິດ​ຂອງ​ພວກເຂົາ.ພວກເຂົາ​ຈະ​ປົບ​ໜີ​ຈາກ​ດາບແລະ ຄົນ​ໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ບັງຄັບ​ໃຫ້​ໃຊ້​ເຮັດ​ວຽກ​ໜັກ.9ທີ່​ໝັ້ນ​ຂອງ​ພວກເຂົາ​ຈະ​ພັງ​ລົງ​ເພາະ​ຄວາມ​ຢ້ານ;ບັນດາ​ນາຍ​ທະຫານ​ຂອງ​ພວກເຂົາ​ຈະ​ຢ້ານກົວ​ຫລາຍ​ທີ່ສຸດ ເມື່ອ​ເຫັນ​ທຸງໄຊ”,ພຣະເຈົ້າ​ຢາເວ ໄດ້​ປະກາດ​ດັ່ງ​ນັ້ນ,ໄຟ​ຂອງ​ພຣະອົງ​ຢູ່​ໃນ​ຊີໂອນ,ເຕົາ​ຫລອມ​ຂອງ​ພຣະອົງ​ຢູ່​ໃນ​ເຢຣູຊາເລັມ.

Biblica, Inc.

https://app.library.bible/content/eab9312f9f16b3a2