ເອຊາຢາ30
ວິບັດແກ່ຊົນຊາດທີ່ດື້ດ້ານ
1ພຣະເຈົ້າຢາເວປະກາດວ່າ,“ວິບັດແກ່ລູກຫລານທີ່ດື້ດ້ານ,ແກ່ຜູ້ທີ່ເຮັດຕາມແຜນການທີ່ບໍ່ໄດ້ມາຈາກເຮົາ,ເຮັດສັນຍາພັນທະມິດໂດຍບໍ່ໄດ້ອາໄສວິນຍານຂອງເຮົາ,ເຮັດບາບຊ້ອນບາບ;2ຜູ້ໃດລົງໄປຍັງເອຢິບໂດຍບໍ່ປຶກສາເຮົາ;ຜູ້ໃດຊອກຫາການປົກປ້ອງຄຸ້ມຄອງຈາກກະສັດຟາໂຣ,ຂໍລີ້ໄພພາຍໃຕ້ຮົ່ມເງົາຂອງເອຢິບ.3ແຕ່ການປົກປ້ອງຄຸ້ມຄອງຂອງກະສັດຟາໂຣຈະກັບກາຍເປັນຄວາມອັບອາຍແກ່ເຈົ້າ,ຮົ່ມເງົາຂອງເອຢິບຈະເຮັດໃຫ້ເຈົ້າອັບອາຍຂາຍໜ້າ.4ເຖິງແມ່ນພວກເຂົາຈະມີກອງທະຫານຢູ່ໃນໂຊອານແລະ ບັນດາທູດຂອງພວກເຂົາໄດ້ໄປເຖິງຮາເນັດ,5ທຸກຄົນກໍຈະຕ້ອງອັບອາຍຂາຍໜ້າເພາະຊົນຊາດທີ່ບໍ່ມີປະໂຫຍດແກ່ພວກເຂົາ,ຜູ້ບໍ່ໃຫ້ຄວາມຊ່ວຍເຫລືອ ຫລື ປະໂຫຍດອັນໃດ,ໃຫ້ແຕ່ຄວາມອັບອາຍ ແລະ ຄວາມຜິດຫວັງ”.6ຄໍາທໍານວາຍກ່ຽວກັບສັດຕ່າງໆແຫ່ງເນເກັບມີດັ່ງນີ້:ເດີນທາງຜ່ານດິນແດນອັນຍາກລຳບາກ ແລະ ອັນຕະລາຍ,ດິນແດນແຫ່ງສິງຜູ້ ແລະ ສິງແມ່,ດິນແດນແຫ່ງງູພິດ ແລະ ມັງກອນທີ່ເຫາະໄດ້,ຄະນະທູດຂົນຊັບສົມບັດມາເທິງຫລັງລໍຜູ້,ພວກເຂົາບັນທຸກຂອງຂັວນລາຄາແພງເທິງຫລັງອູດ,ເພື່ອໄປສູ່ຊົນຊາດທີ່ໄຮ້ປະໂຫຍດ,7ໄປຍັງເອຢິບ, ທີ່ຄວາມຊ່ວຍເຫລືອຂອງພວກເຂົາບໍ່ມີປະໂຫຍດຢ່າງແທ້ຈິງ.ເຫດສະນັ້ນ ເຮົາຈຶ່ງເອີ້ນເອຢິບວ່າລາຫັບຜູ້ບໍ່ໄດ້ເຮັດຫຍັງ.8ບັດນີ້, ຈົ່ງໄປຂຽນໄວ້ເທິງແຜ່ນຫີນສຳລັບພວກເຂົາ,ຂຽນມັນລົງໃນໜັງສືມ້ວນ,ເພື່ອວັນທີ່ຈະມາເຖິງມັນຈະໄດ້ເປັນພະຍານຫລັກຖານຕະຫລອດໄປ.9ເພາະຄົນເຫລົ່ານີ້ເປັນປະຊາຊົນທີ່ກະບົດ, ເປັນລູກຫລານທີ່ຫລອກລວງ,ລູກຫລານທີ່ບໍ່ຢາກຮັບຟັງຄຳສອນຂອງພຣະເຈົ້າຢາເວ.10ພວກເຂົາບອກຜູ້ທຳນວາຍວ່າ,“ຢ່າເຫັນນິມິດຕ່າງໆອີກຕໍ່ໄປ!”ແລະ ບອກຜູ້ທຳນວາຍວ່າ,“ຢ່າບອກນິມິດເຖິງສິ່ງທີ່ຖືກຕ້ອງແກ່ພວກເຮົາອີກເລີຍ!ບອກພວກເຮົາແຕ່ສິ່ງທີ່ໜ້າຟັງ,ທໍານວາຍພາບທີ່ລວງຕາກໍພໍ.11ຈົ່ງໜີໄປຈາກທາງນີ້,ຈົ່ງອອກໄປຈາກທາງນີ້,ແລະ ຢຸດປະເຊີນໜ້າກັບພວກເຮົາດ້ວຍອົງບໍລິສຸດແຫ່ງອິດສະຣາເອນ!”12ເຫດສະນັ້ນ ນີ້ແມ່ນສິ່ງທີ່ອົງບໍລິສຸດແຫ່ງອິດສະຣາເອນກ່າວວ່າ:“ເພາະເຈົ້າປະຖິ້ມຖ້ອຍຄຳນີ້,ໄປວາງໃຈການກົດຂີ່ຂົ່ມເຫັງແລະ ອາໄສການຫລອກລວງ,13ບາບນີ້ຈະເປັນດັ່ງດັ່ງກໍາແພງສູງ, ທີ່ແຕກອອກ ແລະ ໂນນອອກມາ,ແລ້ວກໍລົ້ມລົງທັນທີໃນຊົ່ວພັບຕາດຽວ.14ມັນຈະແຕກເປັນປ່ຽງນ້ອຍໆດັ່ງໝໍ້ດິນ,ທີ່ຖືກທຸບລະອຽດຢ່າງບໍ່ປານີຈົນຫາເສດຈັກປ່ຽງບໍ່ໄດ້ທີ່ຈະເອົາຖ່ານອອກຈາກເຕົາຫລື ຕັກນ້ຳໜ້ອຍໜຶ່ງຈາກນ້ຳສ້າງກໍບໍ່ໄດ້ເລີຍ”.15ນີ້ຄືສິ່ງທີ່ພຣະເຈົ້າຢາເວ ອົງເຈົ້ານາຍ, ອົງບໍລິສຸດແຫ່ງອິດສະຣາເອນ, ກ່າວວ່າ:“ໂດຍການກັບໃຈ ແລະ ການຢຸດພັກ ເຈົ້າຈະພົ້ນ,ໃນຄວາມມິດງຽບ ແລະ ການໄວ້ວາງໃຈຄືກໍາລັງຂອງເຈົ້າ,ແຕ່ເຈົ້າບໍ່ມີສິ່ງເຫລົ່ານີ້ເລີຍ.16ເຈົ້າເວົ້າວ່າ, ‘ບໍ່, ພວກເຮົາຈະຂຶ້ນຫລັງມ້າໜີໄປ’.ເຫດສະນັ້ນ ເຈົ້າຈຶ່ງຈະໜີໄປ!ເຈົ້າໄດ້ເວົ້າວ່າ, ‘ພວກເຮົາຈະຂີ່ມ້າໄວໜີໄປ’.ເຫດສະນັ້ນ ບັນດາຜູ້ໄລ່ຕາມເຈົ້າຈະມາໄວຫລາຍ!17ຄົນພັນຄົນຈະປົບໜີເພາະຄຳຂູ່ຂອງຄົນຄົນດຽວ;ເພາະຄຳຂູ່ເຂັນຂອງຄົນຫ້າຄົນພວກເຈົ້າທັງໝົດຈະໜີໄປ,ຈົນພວກເຈົ້າເຫລືອຢູ່ນ້ອຍດຽວດັ່ງເສົາທຸງເທິງຈອມພູ,ຄືທຸງສັນຍານທີ່ປັກໄວ້ເທິງເນີນພູ”.18ເຖິງປານນັ້ນພຣະເຈົ້າຢາເວຍັງປາຖະໜາຈະເມດຕາເຈົ້າ;ເຫດສະນັ້ນ ພຣະອົງຈະລຸກຂຶ້ນເພື່ອສະແດງຄວາມເມດຕາສົງສານຕໍ່ເຈົ້າ.ເພາະພຣະເຈົ້າຢາເວເປັນພຣະເຈົ້າແຫ່ງຄວາມຍຸຕິທຳ.ພຣະພອນມີແກ່ທຸກຄົນທີ່ລໍຄອຍຖ້າພຣະອົງ!19ປະຊາຊົນຊີໂອນ, ຜູ້ອາໄສໃນເຢຣູຊາເລັມ, ພວກເຈົ້າຈະບໍ່ຮ້ອງໄຫ້ອີກ. ເມື່ອພວກເຈົ້າຮ້ອງຂໍຄວາມຊ່ວຍເຫລືອ ພຣະອົງຈະເຕັມໄປດ້ວຍຄວາມເມດຕາຫລາຍ! ທັນທີທີ່ພຣະອົງໄດ້ຍິນ, ພຣະອົງຈະຕອບພວກເຈົ້າ.20ເຖິງແມ່ນວ່າອົງພຣະຜູ້ເປັນເຈົ້າປະທານອາຫານແຫ່ງຄວາມລຳບາກ ແລະ ນ້ຳແຫ່ງຄວາມທຸກແກ່ພວກເຈົ້າ, ແຕ່ຄູຂອງພວກເຈົ້າຈະບໍ່ເຊື່ອງໂຕອີກ; ພວກເຈົ້າຈະເຫັນຄູດ້ວຍຕາຂອງພວກເຈົ້າເອງ.21ບໍ່ວ່າພວກເຈົ້າຈະຫັນໄປທາງຊ້າຍ ຫລື ທາງຂວາ, ຫູຂອງພວກເຈົ້າຈະໄດ້ຍິນສຽງຂ້າງຫລັງ, ກ່າວວ່າ, “ນີ້ຄືຫົນທາງ; ຈົ່ງເດີ່ນໃນທາງນີ້”.22ແລ້ວພວກເຈົ້າຈະທຳລາຍຮູບເຄົາລົບຕ່າງໆ ທີ່ຫຸ້ມດ້ວຍເງິນ ແລະ ຮູບເຄົາລົບທີ່ໂອບດ້ວຍຄໍາ; ພວກເຈົ້າຈະໂຍນຖິ້ມດັ່ງຜ້າທີ່ເປື້ອນປະຈຳເດືອນ ແລະ ເວົ້າກັບສິ່ງເຫລົ່ານັ້ນວ່າ, “ຈົ່ງໜີໄປ!”23ພຣະອົງຈະປະທານຝົນແກ່ເມັດພືດທີ່ພວກເຈົ້າໄດ້ຫວ່ານລົງໃນດິນ, ແລະ ອາຫານທີ່ໄດ້ຈາກແຜ່ນດິນຈະອຸດົມສົມບູນ ແລະ ມີຫລາຍເຫລືອລົ້ນ. ໃນວັນນັ້ນຝູງສັດຂອງພວກເຈົ້າຈະເລັມຫຍ້າຢູ່ໃນທົ່ງກວ້າງ.24ງົວ ແລະ ລໍຜູ້ທີ່ໃຊ້ໄຖນາຈະກິນຫຍ້າແຫ້ງ ແລະ ອາຫານທີ່ໃຊ້ຄາດ ແລະ ຊ້ວນຢ່າງດີ.25ໃນວັນສັງຫານຄັ້ງໃຫຍ່ນັ້ນ, ເມື່ອປ້ອມປ້ອງກັນຕ່າງໆລົ້ມລົງ, ແມ່ນ້ຳຫລາຍສາຍຈະໄຫລອອກຈາກພູເຂົາສູງທຸກໜ່ວຍ ແລະ ເນິນພູສູງທຸກແຫ່ງ.26ດວງຈັນຈະສ່ອງແສງດັ່ງດວງຕາເວັນ, ແລະ ແສງຕາເວັນຈະຮ້ອນກ້າກວ່າເກົ່າເຈັດເທົ່າດັ່ງຄວາມສະຫວ່າງຂອງເຈັດມື້ລວມກັນ, ເມື່ອພຣະເຈົ້າຢາເວໃຊ້ຜ້າພັນບາດຂອງປະຊາຊົນຂອງພຣະອົງ ແລະ ຮັກສາບາດແຜທີ່ໄດ້ລົງໂທດ.27ເບິ່ງແມ, ນາມຂອງພຣະເຈົ້າຢາເວມາຈາກໄກ,ດ້ວຍຄວາມໃຈຮ້າຍທີ່ເຜົາຢູ່ ແລະ ເມກຄວັນໜາ;ປາກຂອງພຣະອົງເຕັມໄປດ້ວຍໂກດຮ້າຍ,ລິ້ນຂອງພຣະອົງຄືໄຟທີ່ເຜົາຜານ.28ລົມຫາຍໃຈຂອງພຣະອົງເໝືອນນໍ້າທີ່ໄຫລແຮງ,ໄຫລຂຶ້ນໄປຮອດຄໍ,ພຣະອົງສັ່ນຊົນຊາດທັງຫລາຍໃນກະດົ້ງແຫ່ງການທໍາລາຍ;ພຣະອົງໃສ່ບັງຫຽນໃຫ້ປະຊາຊົນທີ່ນໍາພາພວກເຂົາໃຫ້ຫລົງທາງ.29ແລະ ພວກເຈົ້າຈະຮ້ອງເພງດັ່ງໃນຄືນສະຫລອງເທດສະການສັກສິດ;ຈິດໃຈຂອງພວກເຈົ້າຈະຊື່ນຊົມຍິນດີດັ່ງຕອນທີ່ປະຊາຊົນເປົ່າຂຸ່ຍຂະນະທີ່ຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ,ເພື່ອເຂົ້າເຝົ້າສີລາແຫ່ງອິດສະຣາເອນ.30ພຣະເຈົ້າຢາເວຈະເຮັດໃຫ້ມະນຸດໄດ້ຍິນສຽງອັນຍິ່ງໃຫຍ່ຂອງພຣະອົງແລະ ໃຫ້ພວກເຂົາເຫັນແຂນທີ່ເດລົງມາດ້ວຍຄວາມໃຈຮ້າຍຫລາຍ ແລະ ດ້ວຍໄຟທີ່ເຜົາຜານ,ດ້ວຍພະຍຸຝົນ, ຟ້າຮ້ອງ ແລະ ໝາກເຫັບ.31ສຽງຂອງພຣະເຈົ້າຢາເວຈະທໍາລາຍອັດຊີເຣຍ;ພຣະອົງຈະຕີພວກເຂົາລົງດ້ວຍໄມ້ຄ້ອນເທົ້າຂອງພຣະອົງ.32ທຸກຈັງຫວະທີ່ພຣະເຈົ້າຢາເວຕີພວກເຂົາດ້ວຍໄມ້ຄ້ອນແຫ່ງການລົງໂທດຂອງພຣະອົງຈະເຂົ້າກັບດົນຕີຂອງສຽງກອງແຊັກ ແລະ ພິນ,ຂະນະທີ່ພຣະອົງສູ້ຮົບກັບພວກເຂົາໃນສະໜາມຮົບດ້ວຍການຕີແຂນຂອງພວກເຂົາ.33ໂທເຟດຖືກຕຽມໄວ້ດົນແລ້ວ;ມັນຖືກຕຽມໄວ້ສຳລັບກະສັດ.ຂຸມທີ່ໃຊ້ເຜົາກໍກວ້າງ ແລະ ເລິກ,ມີໄຟ ແລະ ຟືນຫລາຍ,ລົມຫາຍໃຈຂອງພຣະເຈົ້າຢາເວ,ເໝືອນດັ່ງແມ່ນໍ້າກຳມະຖັນລຸກໄໝ້,ເຮັດໃຫ້ມັນລຸກເປັນໄຟ.Biblica, Inc.